ເຈົ້າຄອງ ນວ ຊີ້ນໍາວຽກງານພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ

      ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ ລົງພົບປະ ແລະ ເຮັດວຽກກັບພະນັກງານຫຼັກແຫຼງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ພຊສ) ນະຄອນຫຼວງວຽງຈັນ (ນວ) ວັນທີ 28 ສິງຫາ 2023 ທີ່ພະແນກດັ່ງກ່າວ ໂດຍມີບັນດາຫົວໜ້າພະແນກການ ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

      ທ່ານ ບຸນຊົມ ຊົງວິໄລ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນວ ລາຍງານໃຫ້ຮູ້ວ່າ: ໃນ 8 ເດືອນຜ່ານມາມີຫຼາຍອັນພົ້ນເດັ່ນເປັນຕົ້ນ ສາມາດເຊັນໃບຕາດິນໄດ້ 15.504 ຕອນ ໄດ້ຂຶ້ນທະບຽນອອກໃບຕາດິນສົກປີ 2023 ໄດ້ 9.633 ຕອນ ເທົ່າກັບ 41,12% ແກ້ໄຂຂໍ້ຂັດແຍ່ງທາງທີ່ດິນຕາມແຜນຄາດໝາຍ 100 ສະບັບ ປະຕິບັດໄດ້ 110 ສະບັບ ເທົ່າກັບ 110% ຕິດຕາມກວດກາແຜນຄຸ້ມຄອງສິ່ງແວດລ້ອມຂອງໂຄງການລົງທຶນໃນຂງເຂດແຮ່ທາດປະຕິບັດໄດ້ທັງໝົດ 14 ໂຄງການ ເທົ່າກັບ 94% ອອກໃບຢັ້ງຢືນດ້ານສິ່ງແວດລ້ອມຕາມແຜນປີ 40 ກິດຈະການ ປະຕິບັດໄດ້ 44 ກິດຈະການ ໂຄສະນາສ້າງຈິດສໍານຶກໃຫ້ປະຊາຊົນທຸກຊັ້ນຄົນຮັບຮູ້ເຂົ້າໃຈ ມີສ່ວນຮ່ວມໃນການປົກັກຮັກສາສິ່ງແວດລ້ອມໄດ້ດີສົມຄວນ ສາມາດຈັດເກັລາຍຮັບຄ່າບໍລິການທາງດ້ານວິຊາການໄດ້ 6,7 ຕື້ກີບ ເທົ່າກັບ 133,57% ເກັບລາຍຮັບໃນການຈົດທະບຽນ ແລະ ຄ່າທໍານຽມຕ່າງໆໄດ້ 1,5 ຕື້ກີບ ເທົ່າກັບ 16,72% ສາເຫດທີ່ປະຕິບັດໄດ້ໜ້ອຍຍ້ອນການປ່ຽນມາໃຊ້ລັດຖະບັນຍັດເລກທີ 002/ປປທ ຈັດເກັບລາຍຮັບຈາກການໂອນສິດນໍາໃຊ້ທີ່ດິນ 2% ຕາມກົດໝາຍ ປະຕິບັດໄດ້ 38,7 ຕື້ກີບ ເທົ່າກັບ 90,3% ພ້ອມນັ້ນແກ້ໄຂເອກະສານຕົກຄ້າງ ແລະ ໜັງສືທາງລັດຖະການໄດ້ເພີ່ມຫຼາຍຂຶ້ນ ດັດແກ້ໃບຕາດິນໃຫ້ບັນດາໂຄງການປິ່ນອ້ອມເປັນຕົ້ນ ໂຄງການທາງລົດໄຟລາວ-ຈີນໄລຍະ 1 ໄລຍະ 2 ໂຄງການກໍ່ສ້າງທາງດ່ວນວຽງຈັນໝາຍເລກ 1 ໂຄງການທາງດ່ວນ ນວ ຫາ ວັງວຽງ ແຂວງ ວຽງຈັນ ໂຄງການກໍ່ສ້າງເສັ້ນທາງ 450 ປີ ແລະ ໂຄງການກໍ່ສ້າງທາງແຕ່ດອນນົກຂຸ້ມຫາເສັ້ນທາງ 450 ປີ ນອກນີ້ສໍາເລັດການສະຫຼຸບສັງລວມການກວດພົບເຫັນບັນຫາຊໍ້າຊ້ອນຂອງຕອນດິນລັດກັບບຸກຄົນ ບຸກຄົນກັບບຸກຄົນ ບຸກຄົນກັບນິຕິບຸກຄົນ ໃນ 9 ຕົວເມືອງ ໄດ້ແກ້ໄຂບັນຫາຂໍ້ຂັດແຍ່ງຄໍາຮ້ອງຂໍຄວາມເປັນທໍາກ່ຽວກັບທີ່ດິນທີ່ຕົກຄ້າງແຕ່ປີ 2015 ໄດ້ເກືອບ 500 ກວ່າກໍລະນີ ຈາກ 700 ກວ່າກໍລະນີ ແລະ ອື່ນໆ.

      ສໍາລັບຂໍ້ສະເໜີຂໍໃຫ້ອົງການປົກຄອງ ນວ ຊ່ວຍສົມທັບກັບກະຊວງຊຸກຍູ້ລະບົບໂປຣແກມໃນການນໍາໃຊ້ເຂົ້າໃນວຽກງານຂຶ້ນທະບຽນອອກໃບຕາດິນທີ່ຍັງບໍ່ທັນສົມບູນໃຫ້ສໍາເລັດໂດຍໄວ ສະໜອງອຸປະກອນ ແລະ ບຸກຄະລາກອນຮັບໃຊ້ໃຫ້ພຽງພໍ ສ້າງພັດທະນາເຂົ້າສູ່ລະບົບທັນສະໄໝ ກຽມພ້ອມມອບວຽກໃຫ້ບັນດາເມືອງ ແລະ ອື່ນໆ ຈຶ່ງຮັບປະກັນການເກັບລາຍຮັບຄ່າທໍານຽມບໍ່ໃຫ້ຮົ່ວໄຫຼ ແລະ ບັນຫາການອອກໃບຕາດິນທັບຊ້ອນ ແລະ ຫຼຸດຜ່ອນບັນຫາຂໍ້ຂັດແຍ່ງທີ່ດິນ.

ໂອກາດນີ້ທ່ານ ອາດສະພັງທອງ ສີພັນດອນ ໄດ້ມີຄໍາເຫັນໂດຍເນັ້ນໃຫ້ເພີ່ມທະວີຄວາມຮັບຜິດຊອບໃນການປັບປຸງວຽກງານຂົງເຂດເຕັກນິກ-ວິຊາການໃຫ້ທັນສະໄໝ ມີຄຸນນະພາບ ແລະ ສາມາດສະໜອງຂໍ້ມູນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມໃນ ນວ ພ້ອມນັ້ນຕ້ອງເອົາໃຈໃສ່ສຶກສາອົບຮົມວຽກງານການເມືອງແນວຄິດໃຫ້ພະນັກງານ-ລັດຖະກອນ ໃຫ້ເຊື່ອມຊຶມກຳແໜ້ນ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບແນວທາງນະໂຍບາຍຂອງພັກ ແລະ ການບໍລິຫານຄຸ້ມຄອງລັດ ໃນໄລຍະໃໝ່ ສ້າງຄວາມສາມັກຄີ ມີນໍ້າໃຈບໍລິການຮັບໃຊ້ສັງຄົມຢ່າງແທ້ຈິ່ງ ຫຼີກລ້ຽງການສວຍໃຊ້ໜ້າທີ ຫຼື ຊ່ອງຫ່ວາງລະຂອງລະບຽບ ເພື່ອສະແຫວ່ງຫາຜົນປະໂຫຍດໃຫ້ແກ່ຕົນເອງ ເອົາໃຈໃສ່ປະຕິບັດບັນດານິຕິກໍາ ແລະ ການຈັດຕັ້ງປະຕິບັດທີ່ຍັງບໍ່ທັນກົມກຽວ ໃຫ້ປັບປຸງແກ້ຈຸດທີ່ເປັນຂອດອຸດຕັນໃຫ້ສໍາເລັດ ແລະ ເປັນລະບົບ ຄຸ້ມຄອງ ນຳໃຊ້ທີດິນໃຫ້ມີປະສິດທິພາບ ແລະ ພັດທະນາໃຫ້ເກີດປະໂຫຍດສູງສຸດ ເພີ່ມທະວີສໍາຫຼວດ ຈັດສັນທີ່ດິນ ແບ່ງເຂດ ແບ່ງປະເພດທີ່ດິນ ສ້າງແຜນທີ່ຕາດິນ ແລະ ວາງແຜນການນໍາໃຊ້ທີ່ດິນ ແກ້ໄຂຂໍ້ຂັດແຍ່ງບັນຫາກ່ຽວກັບທີ່ດິນ ສ້າງຍຸດທະສາດນໍາໃຊ້ທີດິນ ແລະ ແຜນແມ່ບົດຈັດສັນທີ່ດິນເອົາໃຈໃສ່ວາງທິດທາງ ຫຼັກການ ວິທີການ ແລະ ມາດຕະການທີ່ເໝາະສົມເພື່ອແກ້ໄຂບັນຫາດ້ານສິ່ງແວດລ້ອມທີ່ເກີດໃນປັດຈຸບັນ.

error: Content is protected !!