ຄະນະນໍາກະຊວງການຕ່າງປະເທດ ອວຍພອນວັນຊາດ ແລະ ວັນການທູດຫວຽດນາມ ຄົບຮອບ 78 ປີ

ໃນຕອນເຊົ້າຂອງວັນທີ 28 ສິງຫາ 2023 ສະຫາຍ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາ ຄະນະ ໄປອວຍພອນ ສະຫາຍ ຫງວຽນ ບ໋າ ຮຸ່ງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ເນື່ອງໃນໂອກາດວັນຊາດ ສາທາລະນະລັດ ສັງຄົມນິຍົມຫວຽດ ນາມ ຄົບ ຮອບ 78 ປີ (2 ກັນຍາ 1945-2 ກັນຍາ 2023)  ແລະ ວັນການທູດຫວຽດນາມ ຄົບຮອບ 78 ປີ (28/08/1945-28/08/2023) ທີ່ ສະຖານເອກອັກຄະລັດ ຖະທູດ ແຫ່ງ ສສ ຫວຽດນາມ ປະ ຈຳ ສປປ ລາວ.

ໃນໂອກາດນີ້ ສະຫາຍ ຮອງລັດຖະມົນຕີ ໄດ້ຕາງ ໜ້າໃຫ້ຄະນະນໍາ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ສະແດງຄວາມ ຊົມ ເຊີຍເນື່ອງໃນໂອກາດວັນຊາດ ແລະ ວັນການທູດຫວຽດນາມ ຄົບ ຮອບ 78 ປີ ມາຍັງ ສະຫາຍ ເອກອັກຄະລັດຖະທູດ ພ້ອມດ້ວຍພະນັກງານສະຖານ ທູດທຸກສະຫາຍ ແລະ ຜ່ານສະຫາຍທູດ ໄປຍັງຄະ ນະນໍາ ແລະ ບັນດາອ້າຍນ້ອງພະນັກງານກະຊວງການຕ່າງປະເທດຂອງຫວຽດນາມ ເຊິ່ງຕະຫຼອດໄລຍະ 78 ປີ ແຫ່ງ ການສ້າງຕັ້ງ ສສ ຫວຽດນາມ ສະຫາຍ ຫວຽດນາມ ສາມາດຍາດໄດ້ຜົນສຳເລັດໃຫຍ່ຫຼວງໃນຫຼາຍດ້ານ ໂດຍສະ ເພາະແມ່ນໄລຍະ 37 ປີ ແຫ່ງການດໍາເນີນພາລະກິດປ່ຽນແປງໃໝ່ ພ້ອມ ທັງໄດ້ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນໍາພາ ອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ໂດຍມີ ສະຫາຍ ຫງວຽນ ຝູ ຈ້ອງ ເປັນຜູ້ນໍາພານັ້ນ ອ້າຍນ້ອງຫວຽດ ນາມຈະສືບຕໍ່ຍາດໄດ້ ຜົນສໍາເລັດອັນໃໝ່ໃຫຍ່ ຫຼວງກວ່າເກົ່າ ໂດຍສະເພາະໃນການຈັດຕັ້ງ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ.

ສະຫາຍ ຮອງລັດຖະມົນຕີ ໂພໄຊ ໄຂຄຳພິທູນ ໄດ້ສະແດງຄວາມ ຊົມເຊີຍ ຕໍ່ຜົນສຳເລັດທີ່ຂະ ແໜງການຕ່າງປະເທດຫວຽດນາມ ຍາດມາໄດ້ຕະຫຼອດໄລຍະ 78 ປີ ຜ່ານມາ ເຊິ່ງເປັນຂະແໜງການນໍາໜ້າພາທາງ ທີ່ເຂັ້ມແຂງ ເຮັດໃຫ້ບົດບາດຊື່ສຽງ ແລະ ອິດທິພົນຂອງຫວຽດນາມ ນັບມື້ນັບສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ ປະກອບສ່ວນອັນ ສໍາຄັນໃຫ້ແກ່ການພັດທະນາເສດຖະກິດ-ສັງ ຄົມ ຂອງ ສສ ຫວຽດນາມ ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ການຊ່ວຍເຫຼືອຢ່າງທັນການ ແລະ ມີຄຸນຄ່າຂອງສະຫາຍຫວຽດນາມ ຕໍ່ ສປປ ລາວ ໃນໄລຍະຜ່ານມາ ພ້ອມທັງໄດ້ສະແດງຄວາມຊົມເຊີຍ ຕໍ່ການຮ່ວມມື ແລະ ປະກອບສ່ວນ ຂອງ ສະຖານທູດ ໂດຍສະເພາະສະຫາຍທູດເອງ ໃນການປະສານ ແລະ ອຳນວຍຄວາມສະດວກໃນໄລຍະຜ່ານມາ ອັນເຮັດໃຫ້ການຢ້ຽມຢາມ ເຄື່ອນ ໄຫວຮ່ວມມືສອງຝ່າຍ ລາວ-ຫວຽດນາມ ໄດ້ຮັບຜົນສຳເລັດຢ່າງຈົບງາມ ລວມທັງໄດ້ຊຸກຍູ້ໃຫ້ຫຼາຍໂຄງການຮ່ວມມືສອງຝ່າຍມີຄວາມ ຄືບໜ້າ ແລະ ສໍາເລັດຜົນເປັນກ້າວໆມາ ເຊິ່ງປະກອບສ່ວນເຂົ້າໃນການ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິ ເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ.

ໃນໂອກາດດຽວກັນນີ້ ສະຫາຍ ເອກອັກຄະລັດຖະ ທູດ ຫງວຽນ ບ໋າ ຮຸ່ງ ກໍ່ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ຄໍາອວຍພອນອັນປະເສີດ ຄໍາຊົມເຊີຍ ແລະ ຄໍາເວົ້າອັນຈົບງາມ ຈາກ ສະຫາຍ ຮອງລັດຖະ ມົນຕີ ແລະ ຄະນະຈາກກະຊວງການຕ່າງປະເທດລາວ ທີ່ມາອວຍພອນໃນຄັ້ງນີ້ ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ສະຖານທູດ ກໍຄື ກະຊວງການຕ່າງປະເທດຫວຽດນາມ ຈະສືບຕໍ່ຮັກສາມູນເຊື້ອການພົວພັນ ອັນສະໜິດແໜ້ນ ກັບກະຊວງການຕ່າງປະເທດລາວ ເພື່ອຮ່ວມກັນ ຈັດ ຕັ້ງຜັນຂະ ຫຍາຍ ບັນດາວຽກງານທີ່ຂັ້ນເທິງໄດ້ຕົກລົງຮ່ວມ ກັນແລ້ວນັ້ນ ໃຫ້ປະກົດຜົນເປັນຈິງ ມີປະສິດທິ ພາບ ແລະ ປະສິດທິຜົນສູງສຸດ ເພື່ອນໍາ ເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດ ລາວ-ຫວຽດ ນາມ.

error: Content is protected !!