ເປີດນຳໃຊ້ລະບົບ Gov-X ສ້າງ​ເງື່ອນ​ໄຂ​ ເຂົ້າ​ເຖິງ​ຂໍ້​ມູນ-ການ​ບໍ​ລິ​ການ​ຂອງ​ພາກ​ລັດ

ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຕສ) ຮ່ວມກັບອົງການສະຫະປະຊາຊາດເພື່ອການພັດທະນາ (ອົງການ UNDP) ປະ ຈຳ ສປປ ລາວ ໄດ້ຈັດ ພິທີເປີດການນຳໃຊ້ລະບົບບໍລິການພາກລັດປະຕູດຽວ (Gov-X) ເພື່ອສ້າງເງື່ອນໄຂໃຫ້ ປະຊາຊົນ ທຸລະ ກິດ ແລະ ພະນັກງານທີ່ເຮັດການບໍລິການສາທາລະນະ ໃນການເຂົ້າຫາຂໍ້ມູນ ແລະ ການບໍລິການຂອງພາກລັດຜ່ານປະຕູ ດຽວ ຜ່າ​ນ​ໂທ​ສະ​ສັບ​ມື​ຖື.

Gov-X ເປັນລະບົບທີ່ພັດທະນາຂຶ້ນ ພາຍໃຕ້ໂຄງການສະ ໜັບສະໜູນການຫັນເປັນລັດຖະບານດີຈີຕອນທີ່ໄດ້ຮັບທຶນຊ່ວຍ ເຫຼືອລ້າຂອງ ອົງການ UNDP ເພື່ອສ້າງເງື່ອນໄຂໃຫ້ ປະຊາຊົນ ທຸລະກິດ ແລະ ພະນັກງານທີ່ເຮັດການບໍລິການສາທາລະນະ ໃນການເຂົ້າຫາຂໍ້ມູນ ແລະ ການບໍລິການຂອງພາກລັດຜ່ານປະຕູດຽວ ເທິງເຄື່ອງໂທລະສັບມືຖືສະມາດໂຟນ ໂດຍປະກອບ ມີລະບົບບໍລິການເບື້ອງຕົ້ນຄື: ລະບົບລົງທະບຽນເລກໝາຍໂທລະສັບດ້ວຍຕົນເອງ (3 ແກຣັບ)​ ແມ່ນແອັບທີ່ໃຫ້ປະຊາຊົນ ສາມາດລົງທະບຽນເລກໝາຍໂທລະສັບດ້ວຍຕົນເອງໄດ້ຜ່ານລະບົບອອນລາຍ ຕະຫຼອດ 24 ຊົ່ວໂມງ ລະບົບກວດສອບຂໍ້ມູນ ບັດປະກັນສັງຄົມ (LSSO) ເຊິ່ງຜູ້ນຳໃຊ້ບໍລິການສາມາດເຂົ້າໄປກວດສອບຂໍ້ມູນບັດປະກັນສັງຄົມຂອງຕົນໂດຍການປ້ອນລະ ຫັດບັດເຂົ້າແລ້ວ ລະບົບຈະສະແດງຂໍ້ມູນພື້ນຖານປະກັນສັງຄົມເຊັ່ນ: ຊື່ໂຮງໝໍ ແລະ ຂໍ້ມູນປະກັນສັງຄົມຂອງຄອບຄົວ ລະ ບົບຄັງປັນຍາລາວ ເປັນລະບົບສື່ການສອນແບບອອນລາຍ ຜູ້ໃຊ້ສາມາດເຂົ້າໄປຮຽນວິຊາຕ່າງໆຕັ້ງແຕ່ລະດັບ ປ1 ໄປຈົນຮອດ ມ7 ແລະ ມີຫຼັກສູດສຳລັບການເພີ່ມທັັກສະໃນການສອນໃຫ້ກັບອາຈານ ໂດຍບໍ່ເສຍຄ່າ ລະບົບລວມສູນແບບຟອມ ແລະ ເອກະສານທາງການ ເພື່ອໃຫ້ປະຊາຊົນ ສາມາດ download ແລ້ວປະກອບເອກະສານ ຕ່າງໆ ໄດ້ຢ່າງວ່ອງໄວ ໂດຍບໍ່ຈຳເປັນ ເດີນທາງໄປປ່ອງບໍລິການ ລະບົບຂໍ້ມູນວິສາຫະກິດແຫ່ງຊາດ (NED) ເພື່ອກວດສອບທະບຽນວິສາຫະກິິດຂອງບັນດາບໍລິສັດ ວິສາຫະກິດບໍລິສັດ ແລະ ຫ້າງຮ້ານຕ່າງໆວ່າໄດ້ຈົດທະບຽນວິສາຫະກິດແລ້ວຫຼືບໍ່ ລະບົບໃບຂັບຂີ່ດີຈີຕອນ (e-Driving License) ເພື່ອລົງທະບຽນໃບຂັບຂີ່ໃຫ້ເປັນຮູບແບບດີຈີຕອນ ປະຈຸບັນ ແມ່ນກຳລັງດຳເນີນການປະສານສົມທົບກັບກົມຂົນ ສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ໃນການເຊື່ອມຕໍ່ຂໍ້ມູນກັບລະບົບຖານຂໍ້ມູນໃບຂັບຂີ່.

ລະບົບ Gov-X ຈະເປັນຊ່ອງທາງໃນການໂຄສະນາ ສົ່ງເສີມ ແລະ ຊຸກຍູ້ໃຫ້ປະຊາຊົນມີການນຳໃຊ້ລະບົບຕ່າງໆທີ່ທາງພາກ ລັດໄດ້ເປີດໃຫ້ບໍລິການ ເປັນລະບົບທີ່ຮວບຮວມເອົາບັນດາລະບົບຕ່າງຂອງພາກລັດທີ່ບໍລິການໃຫ້ປະຊາຊົນໄວ້ຢູ່ບ່ອນດຽວ ເພື່ອໃຫ້ປະຊາຊົນສາມາດເຂົ້າເຖິງບໍລິການຕ່າງໆໄດ້ງ່າຍດ້ວຍແອັບດຽວເຊິ່ງສາມາດດາວໂຫຼດໄດ້ທີ່ App Store ແລະ Play Store ແລະ ຍັງມີຫຼາຍການບໍລິການຂອງພາກລັດທີ່ຈະເຊື່ອມໂຍ່ງຕື່ມໃນອານາຄົດ.

ພິ​ທີ​ເປີດ​ນຳ​ໃຊ້​ລ​ະ​ບົ​ບ​ດັ່ງ​ກ່າວ ຈັດຂຶ້ນທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ມີ ທ່ານ ບັນດິດ ສຈ ບໍ່ວຽງຄຳ ວົງດາ ລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ມີ ຄະນະຜູ້ບໍລິຫານຈາກອົງການ UNDP ປະຈຳ ສປປ ລາວ ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.

error: Content is protected !!