ວັນທີ 28 ສິງຫາ 2023 ສະມາຊິກສະພາແຫ່ງຊາດຊຸດທີ IX ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ (ນວ) ແລະ ສະ ມາຊິກສະພາປະຊາຊົນ ນວ ຊຸດທີ II ປະກອບມີ ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນວ ທ່ານ ທະນົງສິດ ເມືອງຈັນ ສະມາຊິກສະພາແຫ່ງຊາດຊຸດທີ IX ປະຈຳເຂດເລືອກຕັ້ງທີ 1 ນວ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການ ສຶ່ສານ ນວ ແລະ ທ່ານ ນາງ ພິດສະໄໝ ຕົ້ນສະຫວັນ ສະມາຊິກສະພາປະຊາຊົນ ນວ ຊຸດທີ II ຮອງປະທານຄະນະກຳມະ ການເສດຖະກິດ ແຜນການ ແລະ ການເງິນ ສະພາປະຊາຊົນ ນວ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງທີ່ພະແນກຖະແຫຼງຊ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ນວ.

ຈຸດປະສົງກໍເພື່ອເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX ແລະ ກອງປະຊຸມສະ ໄໝສາມັນເທື່ອທີ່ 5 ຂອງ ສະພາປະຊາຊົນ ນວ ຊຸດທີ II ຕໍ່ສະມາຊິກພັກພະນັກງານໃນຂົງເຂດພະແນກ ຖວທ ນວ ພ້ອມ ນັ້ນເພື່ອຮັບຟັງ ພ້ອມທັງປ່ຽນຄຳຄິດຄຳເຫັນ ຄຳສະເໜີໃນນາມທີ່ເປັນລັດຖະກອນ ແລະ ທັງເປັນຜູ້ມີສິດເລືອກຕັ້ງຕໍ່ການ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ ແຜນງົບປະມານແຫ່ງລັດ ການຈັດຕັ້ງປະຕິບັດລັດຖະທຳມະນູນ ກົດ ໝາຍ ແລະ ບັນດາບັນຫາພົ້ນເດັນຕ່າງໆ.

ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ໄດ້ລາຍງານ ຫຍໍ້ກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ ປະຈຳປີ 2023 ຕິດພັນກັບການ ຈັດຕັ້ງບັນດາຄາດໝາຍດ້ານ ຖວທ ນວ ເຊິ່ງໃນໄລຍະ 6 ເດືອນຕົ້ນປີຜ່ານມາ ການຈັດຕັ້ງແຜນພັດທະນາ ເສດຖະກິດສັງຄົມ ແລະ ບັນດາຄາດໝາຍໃນຂົງເຂດວຽກງານ ຖວທ ມີ 8 ຄາດໝາຍ ມາຮອດປັດຈຸບັນໄດ້ສຳເລັດເກີນຄາດໝາຍ ນອກນັ້ນຍັງ ໄດ້ເປັນເຈົ້າການສູ້ຊົນສ້າງກິດຈະກຳສົ່ງເສີມການທ່ອງທ່ຽວທີ່ຕິດພັນກັບວັດທະນະທຳ ແລະ ຮີດ ຄອງປະເພນີເນື່ອງໃນໂອ ກາດບຸນປີໃໝ່ລາວ ໂດຍສົມທົບກັບເມືອງຈັນທະບູລີຖືວ່າມີບັນຍາກາດດີ ແລະ ມີຜົນສຳເລັດຢ່າງຈົບງາມ.
ສ່ວນບັນຫາທີ່ຍັງຄົງຄ້າງໃນຂົງເຂດວຽກງານ ຖວທ ມີການຈັດຕັ້ງປະຕິບັດບັນດານຳຕິກຳເຊັ່ນ:ຂໍ້ຕົກລົງ 1184/ຈນວ ວ່າດ້ວຍ ການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ແລະ 0620/ຈນວ ວ່າດ້ວຍການຄວບຄຸມສຽງດັງເນືອງນັນ ທີ່ສະພາໄດ້ຮັບຮອງ ຜ່ານມາ ເຫັນວ່າການຈັດຕັ້ງປະຕິບັດຕົວຈິງຍັງບໍ່ທັນມີຄວາມເປັນເອກະພາບກັນເພາະໃນບັນດາໜ້າວຽກຕິດພັນກັບຫຼາຍ ພາກສ່ວນ ສະເໜີຂໍການຊີ້ນຳຕໍ່ການປະເມີນຂໍ້ຕົກລົງ ທີ່ສະພາໄດ້ຮັບຮອງ ເຊິ່ງຜ່ານມາໄດ້ເປັນເຈົ້າການໃນການປະເມີນເປັນ ຕົ້ນ ຂໍ້ຕົກ ລົງ 0620 /ຈນວ ເຫັນວ່າວິທີການປະເມີນ ເຮັດເປັນພຽງການສັງລວມຈາກບົດສະຫຼຸບ ແລະ ສະພາບການຕົວຈິງ ທີ່ເຮົາພົບ ເຫັນເຮັດພຽງຝ່າຍດຽວ ເຮັດໃຫ້ຜົນການປະເມີນບໍ່ຊັດເຈນ ຈຸດນີ້ຈຳເປັນຕ້ອງມີບໍລິສັດກວດສອບເຂົ້າມາກວດຈະເປັນການດີ ຖ້າປະເມີນເອງເຫັນວ່າຈະເປັນພຽງຮູບການຫຼາຍກວ່າ.

ສຳລັບດຳລັດ 315/ລບ ວ່າດ້ວຍບັນເທິງ ກົດໝາຍວ່າດ້ວຍການທ່ອງທ່ຽວ ສະບັບເລກທີ 10/ສພຊ ໃນມາດຕາ 28 ການ ບັນເທິງ ອາດຈັດຢູ່ສະຖານທີ່ພັກແຮມ ຮ້ານອາຫານ ຫຼື ຢູ່ສະຖານທີ່ສະເພາະ ເຫັນວ່າເຮັດໃຫ້ ເກີດມີຊ່ອງຫວ່າງ ໃນການ ອອກອະນຸຍາດດຳເນີນທຸລະກິດ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ກໍຍັງພົບຂໍ້ຫຍຸ້ງຍາກ ທາງດ້ານ ການຂຶ້ນແຜນວຽກ ແຕ່ການຕອບສະໜອງ ທາງດ້ານຕົວເລກງົບປະມານຍັງມີຈຳກັດເຊັ່ນ: ການນຳໃຊ້ເງິນລາຍຮັບວິຊາການ ພາກ 61 ເພື່ອນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າວຽກມີຈຳກັດ ແຕ່ຕົວຈິງຕ້ອງໄດ້ນຳໃຊ້ຈ່າຍເຂົ້າ ໃນຄ່າເຮັດວຽກລ່ວງ ເວລາຂອງພະນັກງານ ວິທະຍຸ-ໂທລະພາບ ພະນັກງານທີ່ປະຈຳຢູ່ສະຖານທີ່ແຫຼ່ງທ່ອງທ່ຽວ ທີ່ຕ້ອງໄດ້ ເຮັດວຽກໃນວັນເສົາ ອາທິດ ແລະ ເກີນໂມງເວລາ ລວມທັງເງິນກອງທຶນທີ່ຈະນຳໃຊ້ເຂົ້າໃນການຈັດກິດຈະກຳສົ່ງ ເສີມການ ທ່ອງທ່ຽວ ເຊິ່ງໃນລາຍ ການຈ່າຍຕ້ອງໄດ້ລົງໄປຕາມລາຍການຂອງຮ່ວງລາຍຈ່າຍທີ່ບໍ່ກົງກັບການຈ່າຍຕົວຈິງນອກນີ້ສະເໜີໃຫ້ພິຈາລະນານະໂຍບາຍດ້ານການເດີນທາງມາເຮັດວຽກຂອງພະນັກງານວິຊາການຄືນ ເຊິ່ງເຫັນວ່າຍັງບໍ່ທັນສອດຄ່ອງກັບສະພາບຄວາມເປັນຈິງ.