ທ່ານ ບຸນທອງ ຈິດມະນີ ຕິດຕາມການຟື້ນຟູຜົນກະທົບຈາກໄພພິບັດ ຢູ່ເມືອງຄູນຄໍາ

ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານ ປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ສະພາບການແກ້ໄຂຟື້ນຟູຜົນກະທົບ ຈາກເຫດການ ດິນເຈື່ອນ ແລະ ນໍ້າຖ້ວມ ຢູ່ເມືອງຄູນຄໍາ ແຂວງຄໍາມ່ວນ ໃນວັນທີ 27 ສິງຫາ ຜ່ານມາ ໂດຍມີ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ພ້ອມດ້ວຍບັນດາຄະນະການນໍາຂັ້ນແຂວງ ແລະ ເມືອງຄູນຄໍາ ໃຫ້ການຕ້ອນຮັບ.

ໃນໂອກາດນີ້ ທ່ານຮອງປະທານປະເທດ ແລະ ຄະນະ ໄດ້ຮັບຟັງລາຍງານສະພາບລວມ ຂອງເມືອງ ແລະ ສະພາບສອງເຫດ ການໄພພິບັດທີ່ເກີດຂຶ້ນຢູ່ເມືອງຄູນຄໍາ ຄື: ເຫດການນໍ້າຖ້ວມ ແລະ ດິນເຊາະເຈື່ອນ ຊຶ່ງໄດ້ສ້າງຜົນກະທົບ ແລະ ສ້າງຄວາມ ເສຍຫາຍຢ່າງໜັກໜ່ວງ ຕໍ່ການດໍາລົງຊີວິດ ແລະ ຊັບສິນຂອງປະຊາຊົນ ສໍາລັບບ້ານທີ່ຖືກນໍ້າຖ້ວມ ມີ 14 ບ້ານ ຂອງຈໍານວນ ທັງໝົດ 22 ບ້ານໃນທົ່ວເມືອງ ໃນນັ້ນ ຖືກນໍ້າຖ້ວມໜັກ ມີ 9 ບ້ານ ປະຊາຊົນໄດ້ຮັບຜົນກະທົບທັງໝົດ 12.767 ຄົນ ຍິງ 6.320 ຄົນ ມີ 2.182 ຄອບຄົວ ສ່ວນເນື້ອທີ່ທໍາການຜະລິດຖືກນໍ້າຖ້ວມ ທັງໝົດ 22 ບ້ານ ມີເນື້ອທີ່ 6.138 ເຮັກຕາ ນາປີຖືກ ຖ້ວມ 3.924 ເຮັກຕາ ເສຍຫາຍ 2.372 ເຮັກຕາ ສວນມັນຕົ້ນ 1.849 ເຮັກຕາ ເສຍຫາຍ 1.747 ເຮັກຕາ ສວນກ້ວຍ ເສຍ ຫາຍ 289 ເຮັກຕາ ສວນຢາງພາລາເສຍຫາຍ 66 ເຮັກຕາ ແລະ ເນື້ອທີ່ສວນພືດຜັກຕ່າງໆ 10 ເຮັກຕາ.

ນອກນັ້ນຍັງມີພາຫະນະ ກົນຈັກເພື່ອນໍາໃຊ້ເຂົ້າໃນການຜະລິດ ແລະ ສັດລ້ຽງຂອງປະຊາຊົນ ເສຍຫາຍເປັນຈໍານວນຫຼາຍ ລວມເຖິງລະບົບຊົນລະປະທານ ເສັ້ນທາງຄົມມະນາຄົມ ແລະ ພື້ນຖານໂຄງລ່າງດ້ານການສຶກສາ ສາທາລະນະສຸກ ແລະ ຫົວໜ່ວຍທຸລະກິດ ຫ້າງຮ້ານ ກໍໄດ້ຮັບຜົນກະທົບຢ່າງໜັກ, ໃນໄລຍະເກີດໄພນໍ້າຖ້ວມທາງເມືອງໄດ້ກໍານົດເອົາ 2 ຈຸດເປັນ ສູນພັກຊົ່ວຄາວ ໃຫ້ແກ່ປະຊາຊົນ ຄື: ຫ້ອງການ ບ້ານຄູນມະນີ ແລະ ບ້ານພູຊາດ ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກການນໍາ ພັກ-ລັດທຸກຂັ້ນ ພ້ອມດ້ວຍອົງການຈັດຕັ້ງທຸກພາກສ່ວນໃນສັງຄົມ ທັງພາຍໃນ ແລະ ຕ່າງປະເທດ ກໍໄດ້ໃຫ້ການຊ່ວຍເຫຼືອ ທັງວັດຖຸ ປັດໄຈ ແລະ ເຄື່ອງຂອງ, ເຄື່ອງອຸປະໂພກ-ບໍລິໂພກຕ່າງໆ ດ້ວຍດີຕະຫຼອດມາ ພ້ອມດຽວກັນນັ້ນ ຍັງໄດ້ລາຍງານ ເຖິງສະພາບ ແຜນການທີ່ຈະຟື້ນຟູ ໃນສະເພາະໜ້າ ແລະ ຍາວນານ.

ສໍາລັບເຫດການ ດິນເຊາະເຈື່ອນເສັ້ນທາງເລກ 8 A ຢູ່ເຂດພູໄຮ ລະຫວ່າງ ບ້ານຄູນຄຳ ເມືອງ ຄູນຄໍາ ແຂວງຄໍາມ່ວນ ຫາ ບ້ານໜອງກອກ ເມືອງຄຳເກີດ ແຂວງບໍລິຄຳໄຊ ມີຄວາມຍາວທັງໝົດ 11 ກິໂລແມັດ ປັດຈຸບັນຍັງມີລົດຕິດຄ້າງ 7 ຄັນ ສ່ວນ ການສ້ອມແປງເສັ້ນທາງເຂດດັ່ງກ່າວ ເຖິງວ່າການບຸກເບີກຈະເຊື່ອມຈອດຫາກັນໄດ້ ແຕ່ກໍຍັງຕ້ອງໄດ້ປັບປຸງປົວແປງຕື່ມເພື່ອ ໃຫ້ສາມາດນໍາໃຊ້ໄດ້ ສ່ວນການຊົມໃຊ້ໄຟຟ້າ ປັດຈຸບັນສາມາດແກ້ໄຂໄດ້ແລ້ວຈໍານວນ 9 ບ້ານ ໂດຍຂໍນຳໃຊ້ໄຟຟ້າຈາກ ບໍລິ ສັດເທີນ-ຫີນບູນ ຊົ່ວຄາວ.

ໃນໂອກາດດຽວກັນ ທ່ານ ບຸນທອງ ຈິດມະນີ ໄດ້ສະແດງຄວາມເປັນຫ່ວງເປັນໃຍຕໍ່ປະຊາຊົນທີ່ໄດ້ຮັບຜົນກະທົບ ແລະ ທັງ ໄດ້ຍົກໃຫ້ເຫັນ ຄວາມເອົາໃຈໃສ່ ຂອງການນຳພັກ-ລັດຖະບານ ຕະຫຼອດຮອດອົງການປົກຄອງທ້ອງຖິ່ນ ແລະ ທຸກພາກສ່ວນ ອົງການຈັດຕັ້ງສັງຄົມ ທີ່ໄດ້ເປັນເຈົ້າການເອົາໃຈໃສ່ຮ່ວມກັນແກ້ໄຂບັນຫາທີ່ເກີດຂຶ້ນ ດ້ວຍຄວາມຮັບຜິດຊອບ ພ້ອມທັງຮຽກ ຮ້ອງໃຫ້ເລັ່ງປັບປຸງພື້ນຖານໂຄງລ່າງ ແລະ ສືບຕໍ່ຊ່ວຍເຫຼືອ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນທີ່ຖືກຜົນກະທົບ ອີງໃສ່ທ່າ ແຮງຂອງແຕ່ລະທ້ອງຖິ່ນ ເພື່ອໃຫ້ປະຊາຊົນໄດ້ທໍາການຜະລິດ ເຮັດໃຫ້ການຟື້ນຟູຊີວິດການເປັນຢູ່ເຂົ້າສູ່ສະພາບປົກກະຕິ ໂດຍໄວ ຕະຫຼອດຮອດການກະກຽມພື້ນຖານໂຄງລ່າງທາງດ້ານການສຶກສາ ໃຫ້ແກ່ການເປີດສົກຮຽນໃໝ່ ແລະ ການຮັກສາ ສຸຂະພາບຕ່າງໆ ພ້ອມດຽວກັນນັ້ນ ການຈັດຕັ້ງທຸກຂັ້ນກໍຕ້ອງເພີ່ມທະວີຄວາມຮັບຜິດຊອບເປັນເຈົ້າການສືບຕໍ່ໃນການນໍາ ພາ-ຊີ້ນໍາປະຊາຊົນ ແລະ ເຝົ້າລະວັງຕໍ່ສະພາບບັນຫາໄພພິບັດທາງທໍາມະຊາດທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ.

ໃນໂອກາດດຽວກັນນີ້ ທ່ານ ບຸນທອງ ຈິດມະນີ ຍັງໄດ້ມອບເຄື່ອງຊ່ວຍເຫຼືອ ປະກອບມີເຄື່ຶອງອຸປະໂພກ-ບໍລິໂພກ ຢາປົວ ພະຍາດ ແລະ ອຸປະກອນການສຶກສາ ພ້ອມທັງເງິນສົດ ຈໍານວນ 200 ລ້ານກີບ ໃຫ້ແກ່ເມືອງຄູນຄໍາ ຈາກນັ້ນ ກໍໄດ້ສືບ ຕໍ່ເຄື່ອນໄຫວພົບປະກັບປະຊາຊົນ ຜູ້ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ຢູ່ບ້ານມ່ວງນໍ້າສາງ ພ້ອມທັງໄດ້ໂອ້ລົມປະຊາຊົນ ແລະ ໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ມູນຄ່າ 348 ລ້ານກີບໃຫ້ແກ່ບ້ານດັ່ງກ່າວອີກດ້ວຍ.

ຂ່າວ-ພາບ: ຫ້ອງວ່າການສູນກາງພັກ

error: Content is protected !!