ສອງບໍລິສັດຮ່ວມມືພັດທະນາຮູບເງົາລາວອອກສາຍຢູ່ຕ່າງປະເທດ

   ວັນທີ 27 ສິງຫາ 2023 ທີ່ ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດພິທີເຊັນສັນຍາລະຫວ່າງ ບໍລິສັດລາວນິວເວບຊີເນມາໂປຣດັກຊັ້ນ ແລະ ບໍລິສັດນະພາມີເດຍຕົວແທນຈຳໜ່າຍຮູບເງົາໃນປະເທດລາວ ເພື່ອສົ່ງຮູບເງົາອອກຈຳໜ່າຍພາຍໃນ ແລະ ຕ່າງປະເທດ ຕາງໜ້າເຊັນໂດຍ ທ່ານ ນາງ ວັນນະພອນ ສິດທິລາດ ຜູ້ຮ່ວມກໍ່ຕັ້ງບໍລິສັດ ລາວນິວເວບຊີເນມາໂປຣດັກຊັ້ນ ທ່ານ ອານີໄຊ ແກ້ວລາ ຜູ້ຮ່ວມກໍ່ຕັ້ງ ແລະ ຜູ້ບໍລິຫານໃຫຍ່ບໍລິສັດລາວນິວເວບຊີນີມາໂປຣດັກຊັ້ນ ແລະ ທ່ານ ພອນເທວາ ພົນເສນາ ຜູ້ກໍ່ຕັ້ງ ແລະ ອໍານວຍກາຍໃຫຍ່ຂອງບໍລິສັດນະພາມີເດຍ ຕົວແທນຈຳໜ່າຍຮູບເງົາໃນປະເທດລາວ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳເພົ້າ ວັນນະວົງ ຫົວໜ້າກົມຮູບເງົາ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ທ່ານ ອານຸສັກ ຍົດບຸນ ຫົວໜ້າພະແນກຄຸ້ມຄອງຮູບເງົາ ພ້ອມດ້ວຍ ແຂກທີ່ຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ.

      ທ່ານ ນາງ ວັນນະພອນ ສິດທິລາດໄດ້ກ່າວວ່າ: ລາວນິວເວບຊີເນມາໂປຣດັກຊັນ ແມ່ນໄດ້ເລີ່ມຈາກກຸ່ມຄົນນ້ອຍໆທີ່ມັກຮັກໃນຮູບເງົາ ແລະ ຜະລິດຮູບເງົາເລື່ອງທຳອິດທີ່ມີ ຊື່ວ່າ “ປາຍທາງ” ຮ່ວມກັນ ມາແຕ່ປີ 2010 ຫຼັງຈາກນັ້ນ ຮູບເງົາຍາວທີ່ໄດ້ຜະລິດປະກອບມີ ຮັກອໍ່າລໍ່າ ຮັກນີ້ທີ່ວຽງຈັນ ສາຍນໍ້າໄຫຼ ນ້ອຍ Above It All  ໄຂ່ຂັວນ Signal  ແລະ ເງົາ ແລະ ຮູບເງົາສັ້ນອີກຫຼາຍເລື່ອງ ທີ່ໄດ້ສາຍຢູ່ພາຍໃນ ແລະ ຕ່າງປະເທດ ພ້ອມນີ້ ບໍລິສັດຂອງພວກເຮົາຍັງມີຈຸດປະສົງຊ່ວຍສ້າງທັກສະໃຫ້ແກ່ນ້ອງໆໄວໜຸ່ມທີ່ມັກຮັກໃນດ້ານນີ້ ໂດຍໄດ້ໃຫ້ນ້ອງໆ ມາຮ່ວມເຮັດວຽກໃນກອງຖ່າຍທໍານໍາ ແລະ ຍັງໄດ້ມີເວທີສະແດງຜົນງານຂອງເຂົາເຈົ້າ ຈຶ່ງໄດ້ມີ ງານແຂ່ງຂັນຮູບເງົາສັ້ນ ຊື່ ງານຮູບເງົາສັ້ນລ້ານຊ້າງ ຫຼື LanXang Shorts ເພື່ອເປີດໂອກາດໃຫ້ໄວໜຸ່ມໄດ້ຜະລິດຮູບເງົາ ແລະ ນຳເອົາຜົນງານເລື່ອງສັ້ນຂອງຕົນມາແຂ່ງຂັນໃນເວທີນີ້ ເຊິ່ງແນ່ໃສ່ພັດທະນາສີມື ແລະ ສະແດງຜົນງານຂອງພວກເຂົາ ແລະ ຊ່ວຍຊຸກຍູ້ຄົນຮຸ່ນໃໝ່ສ້າງຮູບເງົາລາວສູ່ເວທີສາກົນ ການເຊັນສັນຍາຮ່ວມມືໃນຄັ້ງນີ້ ຖືເປັນນິມິດໝາຍອັນສຳຄັນ ແລະ ເປັນໂອກາດອັນໃໝ່ໃນການຊຸກຍູ້ຮູບເງົາລາວໃຫ້ໄດ້ມີໂອກາດຈຳໜ່າຍຢູ່ຕ່າງປະເທດ ແລະ ເປັນທີ່ຮັບຮູ້ຫຼາຍຂຶ້ນໃນເວທີສາກົນເພາະບໍລິສັດນະພາມີເດຍ ແມ່ນມີຄວາມຊ່ຽວຊານ ແລະ ມີປະສົບການໃນການຈຳໜ່າຍຮູບເງົາ ໃນພາກພື້ນອາຊີ.

     ທ່ານ ພອນເທວາ ພົນເສນາ ໄດ້ກ່່າວວ່າ: ບໍລິສັດນະພາມີເດຍແມ່ນໄດ້ເລີ່ມສ້າງຕັ້ງບໍລິສັດໃນປີ 2018 ເປັນຕົວແທນຈໍາໜ່າຍຮູບເງົາໃນປະເທດລາວ ໄດ້ນຳເຂົ້າຮູບເງົາຈາກຕ່າງປະເທດມາຈຳໜ່າຍໃນປະເທດລາວຫຼາຍກວ່າ 50 ເລື່ອງຕໍ່ປີ ແລະ ໃນປີນີ້ກໍໄດ້ນຳຮູບເງົາຕ່າງປະເທດມາພາກເປັນພາສາລາວຫຼາຍກວ່າ 10 ເລື່ອງ ພ້ອມນັ້ນ ກໍໄດ້ປະກອບສ່ວນພັດທະນາລະບົບໂຮງສາຍຮູບເງົາລາວໃຫ້ໄດ້ຄຸນນະພາບທຽບເທົ່າສາກົນ ມາຮອດປັດຈຸບັນຄົນລາວເຮົາໄດ້ຫັນມາໃຫ້ຄວາມສົນໃຈເຂົ້າມາເບີ່ງຮູບເງົາທີ່ສາຍໃນໂຮງຮູບເງົາລາວເຮົາຫຼາຍຂຶ້ນ ທີ່ສຳຄັນຄົນລາວເຮົາກໍໄດ້ໃຫ້ຄວາມນິຍົມເຂົ້າເບີ່ງຮູບເງົາທີ່ພາກເປັນພາສາລາວທຽບເທົ່າກັບຮູບເງົາທີ່ພາກເປັນພາສາຕ່າງປະເທດ ແລະ ການທີ່ໄດ້ມາຮ່ວມມືກັບບໍລິສັດ ລາວນິວເວບຊີເນມາໂປຣດັກຊັ້ນຄັ້ງນີ້ຖືເປັນການຮ່ວມມືທີ່ສຳຄັນເພາະຂ້າພະເຈົ້າໝັ້ນໃຈວ່າຮູບເງົາຂອງລາວ ໂດຍສະເພາະຮູບເງົາທີ່ຜະລິດຈາກບໍລິສັດລາວນິວເວບຊີເນມາເປັນຮູບເງົາທີ່ມີຄຸນນະພາບສູງໂດຍຈະສາມາດນຳເອົາຮູບເງົາຂອງລາວໄປຈຳໜ່າຍ ຫຼື ສາຍຢູ່ໃນໂຮງຮູບເງົາຂອງຕ່າງປະເທດໄດ້ຢ່າງແນ່ນອນ ທັງເພື່ອເປັນການນຳເອົາວັດທະນະທຳ ຮີດຄອງປະເພນີ ສະຖານທີ່ທ່ອງທ່ຽວທາງວັດທະນະທຳ  ປະຫວັດສາດ ແລະ ທຳມະຊາດອັນງົດງາມຂອງລາວໄປເຜີຍແຜ່ໃຫ້ຊາວຕ່າງປະເທດໄດ້ຮັບຮູ້ປະເທດລາວເຮົາໃຫ້ກວ້າງຂວາງຂຶ້ນຕື່ມໂດຍຜ່ານການຊົມຮູບເງົາລາວເຮົາ ແລະ ໝັ້ນໃຈວ່າຮູບເງົາລາວຈະໄດ້ຮັບຄວາມສົນໃຈຈາກຊາວຕ່າງປະເທດ ນອກຈາກຮ່ວມມືນຳເອົາຮູບເງົາລາວອອກໄປສາຍຢູ່ຕ່າງປະເທດແລ້ວ ທັງສອງບໍລິສັດພວກເຮົາກໍຈະຮ່ວມມືກັນພັດທະນາ ແລະ ຜະລິດຮູບເງົາລາວທີ່ມີຄຸນນະພາບຢ່າງໜ້ອຍປີໜຶ່ງໃຫ້ໄດ້ໜຶ່ງເລື່ອງເພື່ອອອກສາຍໃນໂຮງຮູບເງົາທັງພາຍໃນ ແລະ ຕ່າງປະເທດ.

error: Content is protected !!