ບໍລິສັດ ຫົວເຫວີຍລາວ ມອບເງິນຊ່ວຍເຫຼືອປະກອບສ່ວນແກ້ໄຂໄພພິບັດ

ເມື່ອບໍ່ດົນມານີ້ ຢູ່ຫໍປະຊຸມແຫ່ງຊາດ ທ່ານ ຮົວຈື່ເໝິງ ຜູ້ບໍລິຫານບໍລິສັດ ຫົວເຫວີຍລາວ ໄດ້ມອບເງິນຊ່ວຍເຫຼືອເພື່ອປະກອບສ່ວນບັນເທົາທຸກ ແກ້ໄຂໄພພິບັດທໍາມະຊາດ ເຊິ່ງຮັບໂດຍທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສປປ ລາວ ມີຄະນະກຳມະການຄຸ້ມຄອງໄພ ພິບັດຂັ້ນສູນກາງ ຄະນະນໍາຫ້ອງວ່າການສໍານັກງານນາຍົກລັດຖະມົນຕີແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການຊ່ວຍເຫຼືອຄັ້ງນີ້ ເພື່ອປະກອບສ່ວນຊ່ວຍເຫຼືອປະຊາຊົນຜູ້ທີ່ປະສົບໄພທໍາມະຊາດ ນ້ຳຖ້ວມຢ່າງຮ້າຍແຮງໃນຫຼາຍພື້ນທີ່ທົ່ວປະເທດ ໃນເດືອນກໍລະກົດຜ່ານມາ ເພື່ອໃຫ້ເຂົາເຈົ້າສາມາດຜ່າຄວາມຫຍຸ້ງຍາກ ແລະ ສາມາດກັບ ຄືນສູ່ການດໍາລົງຊີວິດປົກກະ ຕິໂດຍໄວ.

ໂອກາດດັ່ງກ່າວ ທ່ານນາຍົກລັດຖະມົນຕີ ກໍໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບຜົນກະ ທົບຈາກໄພນໍ້າຖ້ວມໃນປີນີ້ແມ່ນໜັກໜ່ວງ ໂດຍສະເພາະຢູ່ແຂວງສະຫວັນນະເຂດ ແຂວງຄຳມ່ວນ ແລະ ແຂວງບໍລິຄຳໄຊ ເຊິ່ງໄດ້ສ້າງຄວາມເສຍຫາຍຕໍ່ຊີວິດ ແລະ ຊັບ ສິນຂອງປະຊາຊົນ ລວມທັງໂຄງລ່າງພື້ນຖານຕ່າງໆເປັນຈຳ ນວນຫຼວງຫຼາຍ ເຮັດໃຫ້ການເດີນທາງໄປ-ມາຫາສູ່ ຕະຫຼອດຮອດການດຳລົງຊີວິດຂອງປະຊາຊົນຢູ່ເຂດພື້ນທີ່ຖືກຜົນກະທົບ ພົບກັບຄວາມຫຍຸ້ງຍາກ ຕໍ່ສະພາບການດັ່ງກ່າວ ລັດຖະບານ ກໍຄື ຂະ ແໜງການ ທ້ອງຖິ່ນ ແລະ ພາກສ່ວນຕ່າງໆທົ່ວສັງຄົມ ກໍໄດ້ສຸມໃສ່ໃຫ້ການຊ່ວຍ ເຫຼືອຜູ້ປະສົບໄພນໍ້າຖ້ວມຢ່າງວ່ອງ ໄວ ຕິດຕາມສະພາບການຢ່າງໃກ້ຊິດ ແລະ ຟື້ນຟູຜົນກະທົບໃຫ້ກັບຄືນສູ່ສະພາບປົກກະຕິເປັນກ້າວໆ ພ້ອມນີ້ທ່ານນາຍົກລັດຖະມົນຕີ ຍັງໄດ້ສະແດງຄວາມຊົມເຊີຍຂອບໃຈ ແລະ ຮູ້ບຸນຄຸນຕໍ່ພາກສ່ວນຕ່າງໆທີ່ໄດ້ມີຈິດໃຈມະນຸດສະທໍາ ເອື້ອເຟື້ອເຜື່ອແຜ່ ໃຫ້ການຊ່ວຍເຫຼືອບັນດາຜູ້ປະສົບອຸທົກກະໄພໃນຄັ້ງນີ້ ເຊິ່ງການຊ່ວຍເຫຼືອດັ່ງກ່າວແມ່ນສອດຄ່ອງກັບຄວາມຕ້ອງການຂອງສະພາບການຕົວຈິງໃນປັດຈຸບັນ ເປັນການເສຍສະຫຼະເພື່ອປະກອບສ່ວນໃນການແກ້ໄຂຜົນກະທົບ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນຜູ້ທີ່ປະ ສົບໄພທໍາມະຊາດ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ພ້ອມກັນນີ້ທ່ານນາຍົກລັດຖະມົນຕີ ຍັງໄດ້ຢືນ ຢັນວ່າຈະນຳເອົາການຊ່ວຍເຫຼືອດັ່ງກ່າວ ໄປມອບໃຫ້ພາກສ່ວນກ່ຽວຂ້ອງ ນຳໃຊ້ໃນການຊ່ວຍເຫຼືອບັນເທົາທຸກໃຫ້ຜູ້ປະສົບໄພພິບັດ ດ້ວຍຄວາມໂປ່ງໃສ ສາມາດກວດສອບໄດ້ ອັນສຳຄັນແມ່ນໃຫ້ເຖິງ ແລະ ຖືກເປົ້າໝາຍຢ່າງແທ້ຈິງ.

error: Content is protected !!