ຊີໂນ-ອາກຣີ ໂປຕາສ ພ້ອມຄູ່ຮ່ວມກໍ່ສ້າງນິຄົມ ມອບເງິນ 4 ຕື້ກວ່າ ຊ່ວຍເຫຼືອຜູ້​ໄດ້​ຮັບ​ຜົນ​ປະ​ທົບ​ຈາກໄພນ້ຳຖ້ວມໃຫ້ລັດ

ໃນໄລຍະຫຼັງໆນີ້ ຍ້ອນໄດ້ຮັບຜົນກະທົບຈາກລົມພາຍຸໄຕ້ຝຸ່ນ ເຮັດໃຫ້ເກີດໄພພິບັດນ້ຳຖ້ວມຢ່າງຮຸນແຮງຢູ່ຫຼາຍເຂດຂອງ ສປປ ລາວ ພື້ນຖານໂຄງລ່າງໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ ທັງຊີວິດ ແລະ ຊັບສິນຂອງປະຊາຊົນ ລ້ວນໄດ້ຮັບຜົນ ກະທົບ ການເວລາແມ່ນຊີວິດ ໄພພິບັດແມ່ນຄຳສັ່ງ ແລະ ໃນເວລາທີ່ຫຍຸ້ງຍາກລຳບາກນີ້ ບໍລິສັດ ຊີໂນ-ອາກຣີ ໂປຕາສ ໄດ້ ເປັນຄູ່ຮ່ວມລົມຫາຍໃຈ ຄູ່ຮ່ວມຊະຕາກຳ ຄູ່ຮ່ວມຮຽງໃຈ ສາມັກຄີເປັນອັນໜຶ່ງ ພ້ອມກັນຜ່ານຜ່າອຸປະສັກ.

ວັນທີ 6 ສິງຫາ 2023 ຜ່ານມາ ບໍລິສັດ ຊີໂນ-ອາກຣີ ໂປຕາສ ໄດ້ຈັດຕັ້ງເພື່ອຍື່ນມືເຂົ້າຊ່ວຍເຫຼືອທັນທີ ໂດຍມອບເຄື່ອງຊ່ວຍ ເຫຼືອ ໄພພິບັດນໍ້າຖ້ວມຄັ້ງທຳອິດ ໃຫ້ແກ່ຫອ້ງວ່າການປົກຄອງແຂວງຄຳມ່ວນ ຈຳນວນເງິນ 100 ລ້ານກີບ ເພື່ອຮັບປະກັນຊີ ວິດການເປັນຢູ່ພື້ນຖານຂອງປະຊາຊົນ ພາຍໃນທ້ອງຖິ່ນ ແລະ ສົ່ງຄວາມອົບອຸ່ນ ຄວາມຫວັງໃຫ້ແກ່ປະຊາຊົນຢູ່ເຂດປະສົບ ໄພ ພ້ອມກັນນັ້ນ ກໍໄດ້ເອົາໃຈໃສ່ຕິດ ຕາມສະພາບໄພພິບັດຢ່າງຕໍ່ເນື່ອງ ເຫັນເຖິງສະພາບໄພພິບັດຍັງສືບຕໍ່ແຜ່ລາມອອກໄປ ການນຳທຸກຂັ້ນຂອງລັດຖະບານລາວໄດ້ລົງຕິດຕາມ ພ້ອມຊີ້ນຳວຽກງານໃນການຕ້ານໄພນ້ຳຖ້ວມ ແລະ ວາງແຜນກໍ່ສ້າງຄືນ ໃໝ່ໃນພື້ນທີ່ດັ່ງກ່າວ ເມື່ອສະຖານະການໄພພິບັດຮຸນແຮງຂຶ້ນຕໍ່ເນື່ອງ ພື້ນທີ່ປະຊາຊົນທີ່ໄດ້ຮັບຜົນກະ ທົບແຜ່ລາມຂະ ຫຍາຍອອກໄປ ປະຊາຊົນໄດ້ຮັບຄວາມເສຍຫາຍໜັກໜ່ວງ ບໍ່ວ່າທາງດ້ານຮ່າງກາຍ ແລະ ດ້ານຈິດໃຈ ໃນວັນທີ 11 ສິງຫາ 2023 ບໍລິສັດ ຊີໂນ-ອາກຣີ ໂປຕາສ ໄດ້ມອບເງິນຊ່ວຍເຫຼືອຈຳນວນເງິນ 2,5 ຕື້ກີບ ໃຫ້ລັດຖະບານລາວອີກຄັ້ງ ພ້ອມດຽວ ກັນນັ້ນ ໄດ້ຈັດຕັ້ງລະດົມທຶນຈາກບໍລິສັດຄູ່ຮ່ວມກໍ່ສ້າງ ເຊິ່ງສາມາດລະດົມທຶນຊ່ວຍເຫຼືອຕ້ານໄພນໍ້າຖ້ວມໄດ້ຈຳນວນເງິນ 1.896 ລ້ານກີບ ນີ້ສະແດງໃຫ້ເຫັນເຖິງການທຸ້ມເທຊ່ວຍເຫຼືອເຂດປະສົບໄພ ແຕ່ຍັງ ເປັນການຊ່ວຍເຫຼືອ ວຽກງານສ້າງສາ ບ້ານເຮືອນຄືນ  ໃໝ່ ໂດຍການປະຕິບັດຕາມປະເພນີສືບທອດອັນດີງາມຂອງຈີນທີ່ວ່າ “ເມື່ອໜຶ່ງທາງໄດ້ຮັບຄວາມຫຍຸ້ງ ຍາກ ທຸກທິດທາງຈະໃຫ້ການຊ່ວຍເຫຼືອ” ນີ້ເປັນການສະແດງໃຫ້ເຫັນວ່າບໍລິສັດມີຄວາມຮັບຜິດຊອບຕໍ່ສັງຄົມ.

ໄພນ້ຳຖ້ວມບໍ່ມີຄວາມປານີ ແຕ່ຄົນມີຄວາມປານີ ຝົນຕົກເປັນເວລາຫຼາຍມື້ຕໍ່ເນື່ອງ ໄດ້ດືງໜ່ວງຈິດໃຈຂອງປະຊາຊົນລາວທົ່ວ ປະເທດ ເຊິ່ງທ່ານນາຍົກລັດຖະມົນຕີ ໄດ້ລົງພື້ນທີ່ແຂວງຄຳມ່ວນ ເພື່ອຊີ້ນຳ ແລະ ຕິດຕາມຢ່າງໃກ້ຊິດ ໃນຕອນຄໍ່າຂອງວັນທີ 11 ສິງຫາ 2023 ບໍລິສັດ ຊີໂນ ອາກຣີ ໂປຕາສ ແລະ ຜູ້ຕາງໜ້າບໍລິສັດຄູ່ຮ່ວມກໍ່ສ້າງ ໄດ້ເຂົ້າຮ່ວມພິທີມອບ-ຮັບເງິນຊ່ວຍເຫຼືອ ຜູ້ປະສົບໄພນ້ຳຖ້ວມ ໂດຍມີທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເຂົ້າຮ່ວມໃນພິທີ ເຊິ່ງບໍລິສັດໄດ້ ມອບເງິນຊ່ວຍ ເຫຼືອໃຫ້ແກ່ລັດຖະບານຂັ້ນສູນກາງ ຈຳນວນ 1 ຕື້ກີບ ມອບໃຫ້ອຳນາດປົກຄອງແຂວງຄຳມ່ວນ ຈຳນວນເງີນ 1,5 ຕື້ກີບ ແລະ ລະດົມທຶນຈາກບໍລິສັດຄູ່ຮ່ວມກໍ່ສ້າງໄດ້ຈຳນວນ 1.896 ລ້ານກີບ ນີ້ກໍເພື່ອຊ່ວຍ ເຫຼືອພື້ນຟູເຂດພື້ນທີ່ ທີ່ໄດ້ ຮັບໄພພິບັດເພື່ອໃຫ້ປະຊາຊົນໃນເຂດດັ່ງກ່າວ ສາມາດກັບມາມີຊີວິດການເປັນຢູ່ໃນສະພາບປົກກະຕິໄດ້ໄວໆ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສະຫວັດດີການ ແລະ ສັງ ຄົມ ແລະ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ຮ່ວມກັນເປັນສັກຂີພະຍານໃນພິທີມອບ-ຮັບເງິນບໍລິຈາກຄັ້ງນີ້ ພ້ອມທັງຕາງໜ້າໃຫ້ລັດຖະບານລາວ ແລະ ປະຊາຊົນລາວ ຂຶ້ນກ່າວຄຳປາໄສ ສະແດງເຖິງການຕີລາຄາສູງ ແລະ ຂອບໃຈ ຢ່າງຈິງໃຈມາຍັງບໍລິສັດທີ່ໄດ້ໃຫ້ “ຄວາມຮັກແພງທີ່ບໍ່ມີພົມແດນ ແລະ ການເສຍສະລະອຸທິດຕົນ” ໃນຈຸດເວລາອັນສຳຄັນນີ້ ຢືນຢັນບົດບາດທີ່ເປັນແບບຢ່າງຂອງບໍລິສັດ ຊີໂນ-ອາກຣີ ໂປຕາສ ໃນການຊ່ວຍເຫຼືອພັດທະນາເສດຖະກິດຂອງລາວ ແລະ ຊຸກຍູ້ການສ້າງສາຊີວິດການເປັນຢູ່ຂອງປະຊາຊົນລາວ ແລະ ຫວັງວ່າບໍລິສັດ ຊີໂນ-ອາກຣີ ໂປຕາສຈະມີບົດບາດໃນ ການສະ ແດງສັກກະຍາພາບ ແລະ ຕອບແທນລັດຖະບານ ແລະ ປະຊາຊົນ ສປປ ລາວ ເພີ່ມຂື້ນຕື່ມອີກ.

ບໍລິສັດ ຊີໂນ ອາກຣີ ໂປຕາສ ໄດ້ຕັ້ງຫຼັກປັກຖານຢູ່ປະເທດລາວເປັນເວລາ 10 ກວ່າປີ ໂດຍຍຶດໝັ້ນແນວຄວາມຄິດພັດທະ ນາຢ່າງສະເໝີຕົ້ນສະເໝີປາຍ “ເຄົາລົບນັບຖື ປະສານກົມກຽວ ປະຕິບັດຕົວຈິງ ມີ ໄຊຊະນະຮ່ວມກັນ” ບໍ່ພຽງແຕ່ເປັນຜູ້ຊຸກຍູ້ ການພັດທະນາອຸດສາຫະກຳຂອງລາວໃຫ້ເຂັ້ມແຂງເທົ່ານັ້ນ ແຕ່ຍັງເປັນຜູ້ຊຸກຍູ້ການພັດທະນາກະສິກຳທັນສະໄໝ ແລະ ການຫັນເປັນຕົວເມືອງ ແລະ ເປັນຜູ້ປະກອບສ່ວນໃນວຽກງານທາງສັງຄົມທຸກປະເພດອີກດ້ວຍ ການຕ້ານໄພນ້ຳຖ້ວມຄັ້ງນີ້ ບໍລິສັດແມ່ນຢູ່ໃນເຮືອລຳດຽວກັນກັບລັດຖະບານ ແລະ ປະຊາຊົນລາວໃນເຂດປະສົບໄພພິບັດ ເຊິ່ງໄດ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພ້ອມກັນຕ້ານໄພນ້ຳຖ້ວມ ແລະ ປະຕິບັດບົດບາດຂອງພັນທະມິດ ເພື່ອຊ່ວຍໃຫ້ປະຊາຊົນລາວຟື້ນຟູການ ຜະລິດ ຄືນໃໝ່ໂດຍໄວ ຊຸກຍູ້ການພັດທະນາລະດັບສູງຂອງປະເທດລາວ ແບ່ງປັນຜົນປະໂຫຍດໃຫ້ແກ່ປະຊາຊົນລາວ ປະກອບສ່ວນ ເຂົ້າໃນຄູ່ຮ່ວມຊະຕາກຳປະຊາຄົມຂອງສອງຊາດ ລາວ-ຈີນ ໃຫ້ຫຼາຍຍິ່ງຂຶ້ນ.

error: Content is protected !!