ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ເນັ້ນພະແນກການອຸດສາຫະກຳ-ການຄ້າ (ອຄ ນວ)ເອົາໃຈໃສ່ເປັນເຈົ້າການໃນການຄຸມຄອງດັດປັບລາຄາສິນຄ້າ ໃຫ້ຢູ່ໃນເກນທີ່ພວກເຂົ້າເຈົ້າສາມາດແກ່ງແຍ່ງໄດ້ ສິ່ງສໍາຄັນແມ່ນສາ ມາດຄໍ້າປະກັນຄວາມໝັ້ນທ່ຽງທາງດ້ານສະບຽງອາຫານ ຂະນະທີ່ທ່າອ່ຽງການປັບຂຶ້ນລາຄາສິນຄ້າໃນ 6 ເດືອນທ້າຍປີ 2023 ຈະຢູ່ລະຫວ່າງ 5-10%.



ທ່ານ ນາງ ວັນມະນີ ພີມມະສານ ພະແນກການອຸດສາຫະກຳ-ການຄ້າ ນະຄອນຫຼວງວຽງຈັນ ລາຍງານຫຍໍ້າສະພາບການ ຈັດຕັ້ງປະຕິບັດວຽກງານພົ້ນເດັ່ນ 6 ເດືອນຕົ້ນປີ 2023 ໃນໂອກາດ ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ລົງຊີ້ນໍາການຈັດຕັ້ງ ປະຕິບັດວຽກງານຂົງເຂດອຸດສາຫະກໍາ ແລະ ການຄ້າ ໃນວັນທີ 22 ສິງຫາ 2023 ວ່າ: ໃນໄລຍະ 6 ເດືອນຕົ້ນປີ 2023 ເຫັນ ວ່າສະພາບລາຄາສິນຄ້າ ໄດ້ມີການເໜັງຕີງປັບຂຶ້ນ ໃນບັນຊີ ກ ສິນຄ້າຄວບຄຸມ ແລະ ໃນບັນຊີ ຂ ສິນຄ້າທີ່ຕ້ອງຕິດຕາມການເໜັງຕີງຂອງລາຄາສິນຄ້າ ເມື່ອທຽບໃສ່ໄລຍະດຽວກັນ ໃນປີຜ່ານມາ 2022 ສາເຫດແມ່ນມາຈາກຕົ້ນທຶນການຜະລິດ ຄ່າແຮງງານຕິດພັນກັບຄ່າຄອງຊີບ ອັດຕາແລກປ່ຽນ ແລະ ອັດຕາເງິນເຟີ້ເພີ່ມສູງຂຶ້ນ ໂດຍສະເລ່ຍ ໃນໄລຍະ 6 ເດືອນຕົ້ນປີ 2023 ເທົ່າກັບ 40,25% ຖານການຜະລິດພາຍໃນຍັງບໍ່ທັນເຂັ້ມແຂງ ສ່ວນຫຼາຍແມ່ນເອື່ອຍອິງ ແລະ ນໍາເຂົ້າຈາກຕ່າງປະ ເທດ ເຊັ່ນ:ສິນຄ້າອຸປະໂພກ ບໍລິໂພກ ສິນຄ້າປະເພດປັດໃຈການຜະລິດ (ຝຸ່ນວິທະຍາສາດ ຫົວອາຫານສັດ ຢາວັກສິນສໍາລັບ ສັດ) ເຄື່ອງມື ແລະ ວິທະຍາສາດອື່ນໆ ແມ່ນໄດ້ນໍາເຂົ້າ ດັ່ງນັ້ນ ເມື່ອລາຄາສິນຄ້າຢູ່ຕ່າງປະເທດສູງຂຶ້ນ ຈຶ່ງໄດ້ສົ່ງຜົນໃຫ້ລາຄາ ສິນຄ້າຢູ່ພາຍໃນປັບໂຕຂຶ້ນຕາມ.
ແນວໃດກໍຕາມ ໂດຍອີງໃສ່ສະພາບພາຍນອກ ທີ່ຍັງມີການຜັນຜວນທາງດ້ານເສດຖະກິດ ເສດຖະກິດຖົດຖອຍເກີດຂຶ້ນ ເຮັດໃຫ້ສະພາບເງິນເຟີ້ຫຼາຍປະເທດທົ່ວໂລກມີການປັບຕົວຂຶ້ນ ແລະ ສະພາບພາຍໃນຍັງພົບບັນຫາເສດຖະກິດຫຍຸ້ງຍາກ ເປັນຕົ້ນ: ຄ່າຄອງຊີບເພີ່ມຂຶ້ນມາຈາກອັດຕາເງິນເຟີ້ ລາຄາສິນຄ້າເພີ່ມຂຶ້ນຈາກຕົ້ນທຶນສິນຄ້າ ແລະ ຄ່າບໍລິການ (ຈາກອັດຕາແລກປ່ຽນທີ່ຍັງມີທ່າທີເໜັງຕີງຂຶ້ນຢູ່) ດັ່ງນັ້ນ ທ່າອ່ຽງໃນ 6 ເດືອນທ້າຍປີ 2023 ສິນຄ້າແຕ່ລະໝວດຄາດວ່າຈະມີການເໜັງຕີງປັບຂຶ້ນລາຄາ ຢູ່ລະຫວ່າງ 5-10%.

ທ່ານ ອາດສະພັງທອງ ສີພັນດອນ ໄດ້ເນັ້ນໜັກໃຫ້ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ເອົາໃຈໃສ່ ວຽກງານຕ່າງໆ ເພື່ອເປັນປັດໄຈຊຸກຍູ້ການຜະລິດໃຫ້ຂະຫຍາຍຕົວ ໂດຍຕິດພັນກັບລາຄາສິນຄ້າໃນຕະຫຼາດໃນຕົວເມືອງ ໃນນັ້ນ ຕ້ອງເພີ່ມຄວາມສາມາດໃນການຄຸ້ມຄອງສິນຄ້າ ຢຸດຕິການສົ່ງອອກຊັບພະຍາກອນທີ່ເປັນວັດຖຸດິບ (ຖ້າບໍ່ຈໍາເປັນ) ເພີ່ມການສົ່ງອອກຜະລິດຕະພັນສໍາເລັດຮູບ ສ້າງກົນໄກ ແລະ ລະບຽບຈໍລະຈອນສິນຄ້າ ໃຫ້ສະດວກ ວ່ອງໄວ ແລະ ສາມາດ ເຊື່ອມໂຍງກັບປະເທດໄກ້ຄຽງ ແລະ ປະເທດ ອື່ນໆ.


ສະນັ້ນ ໃນເງື່ອນໄຂທີ່ປະເທດຊາດກຳລັງພະເຊີນໜ້າກັບທ້າທ້າຍ ທາງດ້ານເສດຖະກິດ ການເງິນ ສິນຄ້າ ເງິນຕາ ໄພວ່າງງານ ນໍ້າມັນເຊື້ອໄຟແພງ ຈຶ່ງຮຽກຮ້ອງໃຫ້ສະມາຊິກພັກ ພະນັກງານ-ລັດ ຖະກອນ ຕ້ອງໄດ້ເພີ່ມຄວາມເຂັ້ມແຂງໃນການປະຕິບັດ ໜ້າທີ່ຂອງຕົນເອງ ໃຫ້ມີຄວາມຮັບຜິດຊອບສູງແທ້ໆ ເພື່ອໃຫ້ປະຊາຊົນ ຜູ້ປະກອບການຈະຜ່ານວິກິດໃນໄລຍະປະເທດຊາດ ພວມຕົກຢູ່ໃນຄວາມຟືດເຄືອງທາງດ້ານເສດຖະກິດຂະແໜງການຄ້າ ຕ້ອງເປັນເຈົ້າການໃນການຄຸ້ມຄອງດັດປັບລາຄາສິນຄ້າ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ຢູ່ໃນເກນທີ່ພວກເຂົ້າເຈົ້າສາມາດແກ່ງແຍ່ງໄດ້ ສິ່ງສໍາຄັນແມ່ນສາມາດຄໍ້າປະກັນຄວາມ ໝັ້ນທ່ຽງທາງດ້ານສະ ບຽງອາຫານໃຫ້ໄດ້.


ພ້ອມດຽວກັນນີ້ ກໍເປັນໄລຍະທີ່ຊາວກະສິກອນທົ່ວ ນວ ພວມຂຸ້ນຂ້ຽວສຸມໃສ່ບົວລະບັດຮັກສາ ຜົນຜະລິດລະດູຝົນ ສະເພາະ ພືດສວນຄົວແມ່ນຜະລິດອອກສູ່ຕະຫຼາດ ເປັນປົກກະຕິ ຂະແໜງ ອຄ ຕ້ອງໄດ້ລົງຕິດຕາມ ການເໜັງຕິງຂອງລາຄາສິນຄ້າ ທີ່ຊາວກະສິກອນຜະລິດ ບໍ່ໃຫ້ແມ່ຄ້າເອົາປຽບລາຄາສິນຄ້າຕໍ່າເກີນລາຄາກໍານົດໄວ້ ພ້ອມທັງໃຫ້ລົງຊ່ວຍຊາວກະສິກອນ ຜູ້ຜະລິດແທ້ໆ.