ການສູບຢາສູບໄຟຟ້າມີຄວາມສ່ຽງສູງກໍ່ໃຫ້ເກີດພະຍາດປອດອັກເສບຮຸນແຮງ

ຢາສູບໄຟຟ້າເປັນຢາສູບຊະນິດໜຶ່ງທີ່ສ້າງຂຶ້ນເພື່ອເບື່ອເມົາຊາວໜຸ່ມ-ໄວໜຸ່ມໃນທົ່ວໂລກເຊິ່ງເປັນທຸລະກິດຂອງຜູ້ປະກອບການດ້ານຢາສູບ ໂດຍມີການອອກແບບມາເພື່ອສ້າງຄວາມດຶງດູງ ຄວາມສົນໃຈຈາກໄວໜຸ່ມ ເຊິ່ງຫຼາຍໆຄົນເຂົ້າໃຈຜິດວ່າຢາສູບໄຟຟ້າບໍ່ອັນຕະລາຍຕໍ່ສຸຂະພາບຄືກັບຢາສູບທົ່ວໄປເນື່ອງຈາກວ່າຢາສູບໄຟຟ້າມີກິ່ນຫອມ.

ທ່ານ ດຣ ມອນໄຊ ພົນສະຕິວົງຄຳ ຊ່ຽວຊານພະຍາດລະບົບຫາຍໃຈ ພະແນກຊຶມເຊື້ອ ແລະ ເຂດຮ້ອນ ໂຮງໝໍເສດຖາທິຣາດ ໃຫ້ສຳພາດວັນທີ 21 ສິງຫາ 2023 ທີ່ໂຮງໝໍດັ່ງກ່າວວ່າ: ໃນຢາສູບໄຟຟ້າມີສານຊະນິດຕ່າງໆຫຼາຍກວ່າ 4.000 ຊະນິດທີ່ສົ່ງຜົນກະທົບຕໍ່ສຸຂະພາບຂອງຜູ້ສູບເຊັ່ນ ສານເນໂກຕິນທີ່ເປັນສານເສບຕິດເຮັດໃຫ້ຜູ້ທີ່ໄດ້ສູບມີຄວາມຄິດຢາກກັບມາສູບອີກ ເມື່ອສູບເຂົ້າໄປສານດັ່ງກ່າວຈະເຂົ້າຢູ່ໃນກະແສເລືອດ ແລະ ສະໝອງຈາກນັ້ນສະໝອງຈະຫຼັ່ງສານສັ່ງການປະສາດອອກມາເຮັດໃຫ້ເກີດອາລົມດີ ຄາຍຄຽດ ຕ່າງໆ ເມື່ອສານເນໂກຕິນຫຼຸດລົງ ຫຼື ໝົດໄປຈາກຮ່າງກາຍຈະເຮັດໃຫ້ຜູ້ທີ່ສູບຢາຮູ້ສຶກຢາກກັບມາສູບຄືນ ສະນັ້ນຈຶ່ງເຮັດໃຫ້ຜູ້ສູບຕິດໄວ ນອກຈາກນີ້ຍັງມີສານທີ່ແຕ່ງກິ່ນຕ່າງໆເຊິ່ງສານນີ້ຈະເຮັດໃຫ້ມີຜົນກະທົບຕໍ່ຫຼອດປອດ ເຮັດໃຫ້ຫຼອດປອດມີການອຸດຕັນ ແລະ ຍັງມີສານຫຼາຍຢ່າງທີ່ສົ່ງຜົນກະທົບຕໍ່ລະບົບປະສາດ ສະໝອງຈະເຮັດໃຫ້ຄວາມຈຳສັ້ນ ຊຶມເສົ້າ ຄວບຄົມອາລົມຈິດບໍ່ໄດ້ ອັກເສບຫຼອດລົມຊຳເຮື້ອ ກໍ່ໃຫ້ເກີດພະຍາດມະເຮັງ ພ້ອມດຽວກັນນັ້ນຢາສູບໄຟຟ້າຍັງສົ່ງຜົນກະທົບຕໍ່ຄົນໃກ້ສິດທີ່ໄດ້ຮັບຄວັນຢາສູບໂດຍສະເພາະເດັກນ້ອຍ ແມ່ຍິງຖື ຫຼື ຜູ້ສູງອາຍຸ ສຳລັບຜູ້ທີ່ເກີດມີອາການປອດອັກເສບແລ້ວການປິ່ນປົວອາດຈະບໍ່ສາມາດເຊົາຂາດ ຫຼື ກັບຄືນສູ່ສະພາບປົກກະຕິໄດ້ໂດຍໄລຍະສັ້ນ ຫຼື ໄລຍະຍາວ ແລະ ໂອກາດເສຍຊີວິດແມ່ນມີສູງ.

ໄລຍະຜ່ານມາໂຮງໝໍຂອງພວກເຮົາຍັງບໍ່ພົບກໍລະນີພະຍາດອັກເສບປອດທີ່ເກີດຈາກການສູບຢາສູບໄຟຟ້າ ແຕ່ມີກໍລະນີທີ່ສົງໄສອາດຈະເກີດຈາກຢາສູບໄຟຟ້າ ໂດຍມີຄົນເຈັບທີ່ເປັນໄວໜຸ່ມມີອາການຫາຍໃຈຝືດ ໄອຫຼາຍ ເຈັບໜ້າເອິກບາງຄັ້ງໄອມີເລືອດປົນມານຳທີ່ເຂົ້າມາກວດ ຈາກນັ້ນກໍໄດ້ມີການສອບຖາມປະຫວັດຕ່າງໆ ແລະ ກວດທາງດ້ານການແພດເປັນຕົ້ນແມ່ນເອັກສະເລ ສ່ອງລັງສີທາງດ້ານການແພດພົບວ່າມີຝ້າຂາວໃນບໍລິເວນປອດຄືກັບອັກເສບປອດຈາດເຊື້ອໄວຣັດເປັນຕົ້ນແມ່ນໂຄວິດ-19 ແລະ ມີການອັກເສບປອດທີ່ຄ້າຍໆກັບອາການທີ່ເກີດຈາກຢາສູບໄຟຟ້າ ເນື່ອງຈາກວ່າປະຫວັດຂອງຜູ້ກ່ຽວກໍໄດ້ມີສູບຢາໄຟຟ້າມາຫຼາຍພໍສົມຄວນ ຈາກນັ້ນກໍໄດ້ໃຫ້ຄຳແນະນຳໃຫ້ຢຸດເຊົາການສູບຢາ ແລະ ຕິດຕາມອາການແລ້ວມາກວດຄືນແລ້ວອາການດີຂຶ້ນ ແຕ່ຍັງບໍ່ທັນມີຫຼັກຖານເພື່ອຢືນຢັນວ່າເກີດຈາກຢາສູບໄຟຟ້າ ຫຼື ເກີດຈາກເຊື້ອໄລຣັດອື່ນໆ.

ສຳລັບອາການທີ່ເກີດຈາກຢາສູບໄຟຟ້າຈະມີອາການຫາຍໃຈຝືດ ໄອຊຳເຮື້ອ ເຈັບໜ້າເອິກ ບາງຄັ້ງອາການໄອມີຂີ້ກະເທິຫຼາຍ ແລະ ເມື່ອຍໃນເວລາອອກແຮງ ເມື່ອເວລາໄປພົບໝໍຈະມີການແທກລະດັບອົກຊີແຊນໃນກະແສເລືອດພົບວ່າມີບັນຫາອົກຊີແຊນໃນກະແສເລືອດຕໍ່າ ເຖິງແມ່ນວ່າຢູ່ໂຮງໝໍເສດຖາທິຣາດຍັງບໍ່ພົບກໍລະນີທີ່ປອດອັກເສບຮຸນແຮງຈາກການສູບຢາສູບໄຟຟ້າກໍຕາມ ແຕ່ຢູ່ຕ່າງປະເທດໄດ້ພົບໄວໜຸ່ມຈຳນວນຫຼາຍທີ່ສູບຢາສູບໄຟຟ້າແລ້ວເປັນພະຍາດອັກເສບປອດຂັ້ນຮຸນແຮງ. ໂອກາດນີ້ຮຽກຮ້ອງມາຍັງໄວໜຸ່ມກໍຄືພໍ່ແມ່ຜູ້ປົກຄອງຄວນເປັນເຈົ້າການນຳກັນເບີ່ງແຍ່ງລູກ ຫຼານຂອງທ່ານ ບໍ່ໃຫ້ພວກເຂົາໄປຫຍຸ້ງກ່ຽວກັບຢາສູບໄຟຟ້າ ຫຼື ສານເສບຕິດປະເພດຕ່າງໆເດັດຂາດ ເມື່ອໄດ້ລອງແລ້ວໂອກາດທີ່ຈະຕິດມີສູງກວ່າຢາສູບທົ່ວໄປ ເມື່ອຕິດແລ້ວບໍ່ໄດ້ສົ່ງຜົນດີຫຍັງຕໍ່ສຸຂະພາບມີແຕ່ສົງຜົນເສຍຕາມມາເຊັ່ນ ເສຍສຸຂະພາບ ເສຍເວລາ ເສຍຊັບສິນເງິນຄໍາ ແລະ ເສຍຊີວີດໄດ້ ຫຼື ຖ້າທ່ານໃດສູບແລ້ວຄວນຢຸດເຊົາສູບດ້ວຍວິທີການຕ່າງເຊັ່ນ ອອກກຳລັງ ຫຼື ເຮັດກິດຈະກຳຕ່າງທີ່ສົ່ງຜົນດີຕໍ່ສຸຂະພາບ ຫຼື ປຶກສາສາທ່ານໝໍໄດ້ທີ່ເບີໂທ 54747529.

error: Content is protected !!