ແລກປ່ຽນບົດຮຽນວຽກຄຸ້ມຄອງລະບົບຊໍາລະ ແລະ ການຫັນເກັບລາຍຮັບງົບປະມານນຳໃຊ້ລະບົບທັນສະໄໝ

       ຄະນະບໍລິຫານງານ ຊາວໜຸ່ມກະຊວງການເງິນ ແລະ ທະນະຄານແຫ່ງ ສປປ ລາວ (ທຫລ) ໄດ້ຮ່ວມຈັດກອງປະຊຸມແລກປ່ຽນບົດຮຽນ ແລະ ປະສົບການກ່ຽວກັບວຽກລະບົບທັນສະໄໝເປັນຕົ້ນ: ລະບົບການຊໍາລະສະສາງ ການຄຸ້ມຄອງລະບົບຊໍາລະຂອງ ທຫລ ແລະ ການຫັນເກັບລາຍຮັບງົບປະມານຂອງກະຊວງການເງິນ (ລະບົບ FINLINK) ແລະ ວຽກງານການປັບປຸງວິສາຫະກິດ ໃນທ້າຍອາທິດຜ່ານມາ ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ສົມຈິດ ຄໍາມຸງຄຸນ ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງການເງິນ ແລະ ສະຫາຍ ບຸນທະວີ ສຸກດາວົງ ເລຂາຄະນະບໍລິຫານງານຊາວໜຸ່ມທະນາຄານແຫ່ງ ສປປ ລາວ ມີຄະນະບໍລິຫານງານຊາວໜຸ່ມ ພ້ອມດ້ວຍສະມາຊິກຊາວໜຸ່ມຂອງທັງສອງພາກສ່ວນເຂົ້າຮ່ວມ.

ໃນກອງປະຊຸມໄດ້ມີການແລກປ່ຽນບົດຮຽນກ່ຽວກັບວຽກງານຄຸ້ມຄອງລະບົບຊໍາລະຂອງ ທຫລ ແລະ ການຫັນເກັບລາຍຮັບງົບປະມານຂອງກະຊວງການເງິນ (ລະບົບ FINLINK) ແລະ ວຽກງານການປັບປຸງວິສາຫະກິດ ໃນນັ້ນ ໄດ້ລົງເລິກໃຫ້ເຫັນໄດ້ລະບົບຄຸ້ມຄອງຈັດເກັບລາຍຮັບສ່ວຍສາອາກອນ ປະກອບມີລະບົບຂໍ້ມູນຂ່າວສານຄຸ້ມຄອງລາຍຮັບສ່ວຍສາອາກອນ (TAXRIS) ລະບົບຈັດເກັບຄ່າທໍານຽມທາງ (RTMS) ລະບົບຄຸ້ມຄອງຈັດເກັບພາສີທີ່ດິນ (LTMS) ສ່ວນລະບົບຄຸ້ມຄອງຈັດເກັບລາຍຮັບພາສີປະກອບ: ມີລະບົບແຈ້ງພາສີເປັນລະອຽດແບບເອເລັກໂຕຣນິກ (ASYCUDA) ລະບົບການແຈ້ງພາສີປະຕູດຽວແຫ່ງຊາດ (LNSW) ລະບົບ NSWA+ ລະບົບຄຸ້ມຄອງເກັບຄ່າທໍານຽມ ແລະ ຄ່າບໍລິການຢູ່ດ່ານສາກົນ (Easy Pass) ທັງໃຫ້ຮູ້ກ່ຽວກັບລະບົບຄຸ້ມຄອງຊັບສິນແຫ່ງລັດ AMIS.

ນອກຈາກນັ້ນ ກໍຍັງໄດ້ມີການແນະນໍາໃຫ້ຮູ້ກ່ຽວກັບລະບົບຄຸ້ມຄອງຈັດເກັບລາຍຮັບວິສາຫະກິດລັດລົງທຶນ ແລະ ການປະກັນໄພເປັນຕົ້ນ: ຂໍ້ມູນທົ່ວໄປຂອງວິສາຫະກິດລັດລົງທຶນ ນິຕິກຳຄຸ້ມຄອງ ແລະ ຜູ້ຄຸ້ມຄອງລັດວິສາຫະກິດ ສະພາບການເຄື່ອນໄຫວຂອງລັດວິສາຫະກິດ ການປະຕິຮູບລັດວິສາຫະກິດ ຄວາມ​ຄືບ​ໜ້າໃນ​ການ​ປະ​ຕິ​ຮູບ​ລັດ​ວິ​ສາ​ຫະ​ກິດປີ 2021-2022 ຂັ້ນຕອນການດຳເນີນການປະຕິຮູບ ແລະ ບົດ​ຮຽນ​ທີ່​ຖອດ​ຖອນ​ໄດ້ໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ.

ຈຸດປະສົງກໍເພື່ອໃຫ້ສະມາຊິກຊາວໜຸ່ມຂອງທັງສອງພາກສ່ວນໄດ້ຮັບຮູ້ເຂົ້າໃຈໃນການຫັນວຽກງານທັນສະໄໝຂອງຂະແໜງການເງິນ ແລະ ຂອງທະນາຄານແຫ່ງສປປ ລາວ ທີ່ໄດ້ນໍາໃຊ້ເຂົ້າໃນວຽກງານໃນປັດຈຸບັນ ພ້ອມນີ້ ໃນກອງປະຊຸມຍັງໄດ້ມີການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນໃນແຕ່ລະລະບົບທີ່ໄດ້ມີການນໍາສະເໜີໃນກອງປະຊຸມນໍາອີກດ້ວຍ.

error: Content is protected !!