ທ່ານ ປີເຕີ ເຮມ໋ອນ ກັບຜົນງານພົ້ນເດັ່ນ ໃນການປະຕິບັດໜ້າທີ່ຢູ່ ສປປ ລາວ

ຕະຫຼອດໄລຍະ 3 ປີຜ່ານມາ ທີ່ໄດ້ຮັບໜ້າທີ່ເປັນເອກອັກຄະລັດ ຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສະຫະລັດອາເມຣິກາ ປະ ຈໍາ ສປປ ທ່ານ ປີເຕີ ເຮມ໋ອນ ສ້າງຜົນງານໄດ້ຢ່າງໂດດເດັ່ນ ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນການຮ່ວມມືແບບກວມລວມ ລາວ-ອາເມຣິກາ ໃຫ້ໄດ້ຮັບການຂະ ຫຍາຍຕົວຢ່າງຕໍ່ເນື່ອງ.

ທ່ານ ປີເຕີ ເຮມ໋ອນ (Peter M. Haymon) ເອກອັກຄະລັດຖະທູດ ວິ​ສາມັນຜູ້ມີອໍານາດເຕັມແຫ່ງ ສະຫະລັດ ອາເມຣິກາ ປະຈໍາ ລາວ ໄດ້ໃຫ້ສຳພາດຕໍ່ທີມນັກຂ່າວວຽງຈັນໃໝ່ ວັນທີ 18 ສິງຫາ 2023 ຢູ່ພະແນກຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ນະ ຄອນຫຼວງວຽງຈັນ ທ່ານໄດ້ກ່າວວ່າ: ຜົນງານ 3 ປີຜ່ານມາ ທີ່ຂ້າ ພະເຈົ້າໄດ້ຮັບໜ້າທີ່ເປັນເອກອັກຄະລັດຖະທູດ ອາເມຣິກາ ປະ ຈຳ ສປປ ລາວ ເປັນໄລຍະທີ່ມີຄວາມໝາຍສໍາຄັນ ແລະ ເປັນໄລຍະທີ່ປະເຊີນໜ້າກັບສິ່ງທ້າທາຍໃຫ້ກັບລັດຖະບານ ກໍຄື ປະຊາ ຊົນລາວ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19 ຈາກສະພາບການທີ່ເກີດຂຶ້ນ ລັດຖະບານລາວ ກໍໄດ້ຮ່ວມມືກັບບັນດາປະເທດເພື່ອນມິດ ອົງການຄູ່ຮ່ວມພັດທະນາ ຂ້າພະເຈົ້າ ກໍຄື ລັດຖະບານອາເມລິກາ ໄດ້ໃຫ້ການຮ່ວມມືຊ່ວຍ ເຫຼືອສະໜັບສະໜູນແກ່ລັດຖະບານລາວໃນໂດຍການສຸມໃສ່ສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19 ໂດຍໄດ້ລະດົມ​ທຶນມາ ຊ່ວຍເຫຼືອດ້ານອຸປະກອນການແພດ ແລະ ມອບວັກຊີນຈຳ ນວນຫຼາຍເພື່ອເພີ່ມການປ້ອງກັນບໍ່ໃຫ້ມີການແຜ່ລະບາດເປັນວົງກວ້າງ ແລະ ໄດ້ມອບອຸປະກອນຮັບໃຊ້ທີ່ຈຳເປັນໃນວຽກງານ ດັ່ງກ່າວ ປັດຈຸບັນຍັງໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອເຂົ້າໃນການ ປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວ.

ຕິດພັນກັບວຽກງານດັ່ງກ່າວ ລັດຖະບານສະຫະລັດອາເມຣິກາກໍຍັງໄດ້ໃຫ້ການສະ ໜັບສະໜູນເຂົ້າໃນການຟື້ນຟູທາງດ້ານ ເສດຖະກິດຫຼັງຈາກໄດ້ຮັບຜົນກະທົບຂອງພະຍາດໂຄວິດ-19ນອກນັ້ນຍັງໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານເກັບກູ້ລະເບີດບໍ່ທັນແຕກ ການສຶກສາ ການບັງຄັບໃຊ້ກົດໝາຍ ແລະ ອື່ນໆ.

ທ່ານ ປີເຕ ເຮມ໋ອນ ກ່າວຕື່ມວ່າ: ຕະຫຼອດໄລຍະທີ່ຂ້າພະເຈົ້າປະຈໍາການຢູ່ ສປປ ລາວ ມີາຍໆໂຄງການຊ່ວຍເຫຼືອທີ່ໜ້າປະທັບໃຈ ໃນນັ້ນກໍມີ ໂຄງການພາຍໃຕ້ກອງທຶນ AFCP  ເພື່ອສົ່ງ ເສີມອະນຸຮັກ ປົກ​ປັກ​ຮັກ​ສາ ແລະ  ເກັບກຳຂໍ້ມູນດ້ານວັດທະນະທຳ ໄປຄຽງ ຄູ່ກັບການໃຫ້ເຝີກອົບຮົມ ນັກສິລະປະກຳລາວ ເພື່ອແນໃສ່ ປູກຈິດສຳນຶກ ໃຫ້ກັບຊາວໜຸ່ມ ເຍົາວະຊົນ ກໍຄື ປະຊາຊົນໃນ ທ້ອງຖິ່ນ ໄດ້ຮຽນຮູ້ ແລະ ຮູ້ຈັກກ່ຽວກັບການອະນຸຮັກສາມໍລະ ດົກອັນລໍ້າຄ່າຂອງລາວ ເພື່ອນຳໃຊ້ ແລະ ຮັກສາໄວ້ໃຫ້ຍືນຍົງ.

ໃນໂອກາດທີ່ຈະສຳເລັດການປະຕິບັດໜ້າທີ່ທາງການທູດຢູ່ ລາວ ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈ  ຕໍ່ທຸກພາກສ່ວນ ທີ່ໄດ້ໃຫ້ການສະໜັບສະໜູນ ການຮ່ວມມື  ຊ່ວຍເຫຼືອຕະຫຼອດ ມາ ເຮັດໃຫ້ການເຄື່ອນໄຫວວຽກງານຂອງຂ້າພະເຈົ້າ ໄດ້ຮັບຜົນ ສໍາເລັດເປັນຢ່າງດີ ອາເມຣິກາພ້ອມຈະໃຫ້ການສະ ໜັບສະ ໜູນກັບທຸກພາກສ່ວນ ເພື່ອຮ່ວມກັນສືບຕໍ່ຊຸກຍູ້ ແລະ ສົ່ງ ເສີມການພົວພັນຮ່ວມມືແບບກວມລວມ ລະຫວ່າງ ສອງປະ ເທດ ລາວ ແລະ ອາເມຣິກາ ໃຫ້ເປັນຮູບປະທໍາຍິ່ງຂຶ້ນ.

error: Content is protected !!