ເປີດໂຕລະບົບການຊໍາລະຂ້າມແດນລາວ-ກໍາປູເຈຍ (KHQR scan LAOQR)

    ກອງປະຊຸມທະວິພາຄີ ລະຫວ່າງ ທະນາຄານແຫ່ງ ສປປ ລາວ (ທຫລ) ແລະ ທະນາຄານແຫ່ງຊາດກໍາປູເຈຍ (ທຫຈ) ຄັ້ງທີ 13 ຈັດຂຶ້ນວັນທີ 18 ສິງຫາ 2023 ທີ່ໂຮງແຮມລາວພຣາຊາ ນະຄອນຫຼວງວຽງຈັນ ໂດຍການນໍາພາຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະ ທ່ານ ນາງ ເຈຍ ຊະໄຣ (H.E. Chea Serey) ຜູ້ວ່າການທະນາຄານແຫ່ງຊາດ ກໍາປູເຈຍ ພ້ອມດ້ວຍຄະນະຜູ້ແທນຂອງທັງສອງຝ່າຍເຂົ້າຮ່ວມ.

    ໃນກອງປະຊຸມ ທັງສອງຝ່າຍໄດ້ປຶກສາຫາລືກັນ ເພື່ອແລກປ່ຽນບັນຫາ ແລະ ສິ່ງທ້າທາຍກ່ຽວກັບເສດຖະກິດມະຫາພາກ ການຈັດຕັ້ງປະຕິບັດນະໂຍບາຍເງິນຕາ ການພັດທະນາເສດຖະກິດ ນະໂຍບາຍການຄຸ້ມຄອງເງິນຕາຕ່າງປະເທດ ການພັດທະນາຂະແໜງການທະນາຄານ ການກໍ່ສ້າງບຸກຄະລາກອນ ພ້ອມທັງຮັບຟັງລາຍງານຄວາມຄືບໜ້າການເຊື່ອມຕໍ່ລະບົບການຊໍາລະ ລະຫວ່າງ ລາວ-ກຳປູເຈຍ ລາຍງານການຮ່ວມມືລະຫວ່າງ ທຫລ ແລະ ທຫຈ ໃນໄລຍະຜ່ານມາ ແລະ ສະເໜີແຜນການຮ່ວມມື ປະຈຳປີ 2023.

    ຫຼັງຈາກນັ້ນ ມີພິທີເປີດໂຕຜະລິດຕະພັນການຊໍາລະຂ້າມແດນ ລາວ-ກຳປູເຈຍ (KHQR scan LAOQR) ດ້ວຍການນໍາໃຊ້ສະກຸນເງິນທ້ອງຖິ່ນ Lao Kip ແລະ Khmer Riel ໃນການຊໍາລະຄ່າສິນຄ້າ ແລະ ບໍລິການຜ່ານ QR Code ຂຶ້ນ ໂດຍມີຄະນະຜູ້ວ່າການ ຄະນະກົມຈາກສອງທະນາຄານກາງ ບໍລິ ສັດ LAPNet ຄະນະອໍານວຍການຈາກທະນາຄານເອຊີລີດາ ກໍາປູເຈຍ ທະນາຄານ ເອຊີລີດາ ລາວ ຈໍາກັດ ແລະ ທະນາຄານທຸລະກິດຈາກ ສປປ ລາວ ເຂົ້າຮ່ວມໃນພິທີດັ່ງກ່າວ ໃນນີ້ ຜະລິດຕະພັນການຊໍາລະຂ້າມແດນ ລາວ-ກຳປູເຈຍ (KHQR scan LAOQR) ແມ່ນໝາກຜົນຂອງການຮ່ວມມືລະຫວ່າງ ທຫລ ແລະ ທຫຈ ທີ່ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈລະຫວ່າງ ທຫລ ກັບ ທຫຈ ກ່ຽວກັບການຮ່ວມມືໃນຂົງເຂດນະວັດຕະກໍາການເງິນ ແລະ ລະບົບການຊໍາລະ ທີ່ນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ ໃນທ້າຍປີ 2022 ທີ່ຜ່ານມາ ເພື່ອເປັນການສະໜັບສະໜູນການພັດທະນາເຕັກໂນໂລຊີທາງການເງິນ ແລະ ການຊໍາລະ ກໍຄືເຮັດໃຫ້ການຊໍາລະຢູ່ພາຍໃນປະເທດ ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ໃຫ້ມີປະສິດທິພາບ ພ້ອມທັງສະໜັບສະໜູນການນຳໃຊ້ສະກຸນເງິນທ້ອງຖິ່ນ Lao Kip ແລະ Khmer Riel ເຂົ້າໃນການຊໍາລະຄ່າສິນຄ້າ ແລະ ບໍລິການຕ່າງໆ ຂ້າມແດນຮ່ວມກັນຜ່ານ QR Code ທີ່ໄດ້ມາດຕະຖານສາກົນ ເປັນເຕັກໂນໂລຊີທີ່ທັນສະໄໝ ສະດວກ ວ່ອງໄວ ແລະ ປອດໄພ.

   ການເຊື່ອມຕໍ່ລະບົບການຊໍາລະຂ້າມແດນຮ່ວມກັນດັ່ງກ່າວ ເປັນການເຊື່ອມຕໍ່ໃນຮູບແບບການເຊື່ອມຕໍ່ລະ ບົບ Switching (ລະບົບການຊໍາລະຂ້າມທະນາຄານເທິງມືຖືຂອງບໍລິສັດ LAPNet) ກັບ Sponsoring (ລະບົບຂອງທະນາຄານເອຊີລີດາ ກໍາປູເຈຍ) ໃນໄລຍະທີ 1 ກໍຄືກຳປູເຈຍສະແກນລາວ (KHQR scan LAOQR)  ເຊິ່ງໃນເບື້ອງຕົ້ນ ແມ່ນມີທະນາຄານທຸລະກິດຂອງ ສປປ ລາວ ຈໍານວນ 8 ແຫ່ງ (BCEL ACLEDA Bank Lao Kbank Lao BIC APB LVB Indochina ແລະ STB) ເຂົ້າຮ່ວມໃຫ້ບໍລິການຮັບຊໍາລະ ໝາຍຄວາມວ່າ ນັກທ່ອງທ່ຽວກໍາປູເຈຍທີ່ເດີນທາງມາ ສປປ ລາວ ຈະສາມາດຊໍາລະຄ່າສິນຄ້າ ແລະ ບໍລິການໄດ້ດ້ວຍການສະແກນ QR Code ຢູ່ຕາມຮ້ານຄ້າທີ່ມີປ້າຍ QR Code ຂອງທະນາຄານທີ່ໃຫ້ບໍລິການຮັບຊໍາລະຕັ້ງຢູ່ ສໍາລັບໄລຍະທີ 2 ແມ່ນລາວສະແກນກຳປູເຈຍ (LAOQR scan KHQR) ແມ່ນຄາດໝາຍວ່າຈະເປີດໃຫ້ບໍລິການໄດ້ພາຍຫຼັງໄຕມາດ IV ຂອງປີ 2023 ນີ້.

error: Content is protected !!