ໃນວັນທີ 15 ສິງຫາຂອງ 18 ປີກ່ອນ ໃນເວລາສຳຫຼວດຢູ່ບ້ານຢູຊູ່ນ ທ່ານ ສີຈິ້ນຜິງ ເລຂາຄະນະພັກແຂວງເຈີ້ຈ່ຽງຈີນໃນເວລານັ້ນ ໄດ້ສະເໜີແນວຄິດ “ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ” ຫຼັງຈາກນັ້ນ 18 ປີ ແນວຄິດດັ່ງກ່າວ ໄດ້ຝັງເລິກຢູ່ໃນໃຈຂອງຊາວຈີນ ແນວຄິດຄວາມສີວິໄລທາງລະບົບນິເວດຂອງ ທ່ານ ສີຈິ້ນຜິງ ກຳລັງຊີ້ນຳ-ນຳພາຂະບວນການຄວາມທັນສະໄໝທີ່ຄົນກັບ ທຳມະຊາດຢູ່ຮ່ວມກັນຢ່າງກົມກຽວ ເຊິ່ງບໍ່ພຽງແຕ່ມີຄວາມໝາຍສຳຄັນຕໍ່ປະເທດຈີນເທົ່ານັ້ນ ຍັງໄດ້ສ້າງຄວາມໝັ້ນໃຈ ແລະ ກຳລັງຂັບເຄື່ອນໃຫ້ການຄຸ້ມຄອງສິ່ງແວດລ້ອມທາງລະບົບນິເວດທົ່ວໂລກ ຕື່ມອີກ.

ໜ່ວຍໂລກ ເປັນບ້ານພຽງແຫ່ງດຽວທີ່ມວນມະນຸດສາມາດອາໄສຢູ່ ການປົກປັກຮັກສາສິ່ງແວດລ້ອມາທາງລະບົບນິເວດ ແລະ ຊຸກຍູ້ການພັດທະນາແບບຍືນຍົງ ເປັນຄວາມຮັບຜິດຊອບຮ່ວມກັນຂອງບັນດາປະເທດໃນໂລກ ພາຍຫຼັງຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 18 ຂອງພັກຄອມມູນິດຈີນ ເປັນຕົ້ນມາ ພາຍໃຕ້ການຊີ້ນຳ-ນຳພາຂອງແນວຄິດຄວາມສີວິໄລ ທາງລະບົບນິເວດ ຂອງ ທ່ານ ສີຈິ້ນຜິງ ຈີນບໍ່ພຽງແຕ່ໄດ້ເພີ່ມທະວີການສ້າງຄວາມສີວິໄລທາງລະບົບນິເວດຂອງຕົນ ແຕ່ຍັງໄດ້ ມີສ່ວນຮ່ວມໃນການຄຸ້ມຄອງສິ່ງແວດລ້ອມທາງລະບົບນິເວດທົ່ວໂລກຢ່າງຕັ້ງໜ້າ ສະໜອງຜະລິດຕະພັນສາທາລະນະໃຫ້ທົ່ວໂລກຫຼາຍກວ່າເກົ່າ ເພື່ອຜົນປະໂຫຍດຮ່ວມຂອງມວນມະນຸດ ເຊັ່ນ: ລິເລີ່ມຮ່ວມກັນສ້າງປະຊາຄົມຮ່ວມຊີວິດໂລກ ແລະ ແນວຄິດອື່ນໆ ກຳນົດແຜນຍຸດທະສາດທີ່ສຳຄັນ ຄື: ຈະຫຼຸດຜ່ອນການປ່ອຍກາກບອນໃຫ້ເຖິງຈຸດສູງສຸດເມື່ອຮອດປີ 2030 ແລະ ບັນລຸຄວາມເປັນກາງດ້ານກາກບອນເມື່ອຮອດປີ 2060 ຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ແບບສີຂຽວ ຈັດກອງປະຊຸມໄລຍະ 1 ຂອງກອງປະຊຸມພາຄີ ຄັ້ງທີ 15 ຂອງສົນທິສັນຍາວ່າດ້ວຍຊີວະນານາພັນ ກອງປະຊຸມພາຄີ ຄັ້ງທີ 14 ຂອງສົນທິສັນຍາວ່າດ້ວຍດິນທາມ ຈີນເດັດດ່ຽວປະຕິບັດລັດທິຫຼາຍຝ່າຍ ສຸມກຳລັງເຂົ້າໃນການຊຸກຍູ້ການສ້າງລະບົບຄຸ້ມຄອງສິ່ງແວດລ້ອມທາງລະບົບນິເວດທົ່ວໂລກທີ່ຍຸທິທຳ ສົມເຫດສົມຜົນ ແລະ ມີການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ຊຸກຍູ້ການພັດທະນາແບບຍືນຍົງຂອງມວນມະນຸດ ສ້າງໂລກທີ່ສະອາດ ແລະ ສວຍງາມ.

ສິ່ງແວດລ້ອມທາງລະບົບນິເວດ ກ່ຽວພັນກັບຄວາມຜາສຸກຂອງປະຊາຊົນບັນດາປະເທດ ໃນການເຂົ້າຮ່ວມ ແລະ ນຳພາການຄຸ້ມຄອງສິ່ງແວດລ້ອມທາງລະບົບນິເວດທົ່ວໂລກ ຈີນ ໄດ້ພິຈາລະນາຄວາມມຸ່ງຫວັງຕໍ່ຊີວິດທີ່ດີງາມ ຄວາມຄອງຄອຍຕໍ່ສິ່ງແວດລ້ອມທີ່ສວຍງາມ ແລະ ຄວາມຮັບຜິດຊອບຕໍ່ຮຸ່ນລູກຮຸ່ນຫຼານຂອງປະຊາຊົນບັນດາປະເທດຢ່າງເຕັມທີ່ ສ້າງຜົນປະໂຫຍດ ກໍຄື ຄວາມຜາສຸກເພີ່ມເຕີມໃຫ້ປະຊາຊົນບັນດາປະເທດຢ່າງບໍ່ຢຸດຢັ້ງ ທາງລົດໄຟ ຈີນ-ລາວ ທີ່ຍາວ 1.000 ກວ່າກິໂລແມັດ ໄດ້ຜ່ານພູເອີ ສິບສອງພັນນາ ແລະ ເຂດຕ່າງໆທີ່ເປັນເຂດຢູ່ອາໄສຂອງຊ້າງອາຊີ ຢູ່ລຽບຕາມເສັ້ນທາງລົດໄຟດັ່ງກ່າວ ມີພູຜາປ່າດົງກວ້າງໃຫຍ່ໄພສານ ແລະ ມີຊັບພະຍາກອນສັດ ແລະ ພືດອັນອຸດົມສົມບູນ ເຊິ່ງໄດ້ສ້າງຄວາມກົດດັນດ້ານສິ່ງແວດລ້ອມທາງລະບົບນິເວດອັນໃຫຍ່ຫຼວງໃຫ້ການກໍ່ສ້າງທາງລົດໄຟ ຈີນ-ລາວ ເຊິ່ງຕາມຂ່າວແຈ້ງວ່າ: ທາງລົດໄຟ ຈີນ-ລາວ ໄດ້ຫຼີກເວັ້ນບໍ່ໃຫ້ຜ່ານເຂດສະຫງວນທຳມະຊາດ ແລະ ວັດທະນະທຳ 6 ແຫ່ງ ບໍ່ໃຫ້ຜ່ານປ່າສະຫງວນແຫ່ງຊາດຂອງລາວ ໄດ້ສ້າງພື້ນທີ່ສີຂຽວລຽບຕາມເສັ້ນທາງດັ່ງກ່າວຫຼາຍກວ່າ 3 ລ້ານຕາແມັດ ເຊິ່ງຮັບປະກັນໃຫ້ປະເທດລາວມີພູຂຽວນ້ຳໃສຄືເກົ່າ.
ໃນຫຼາຍປີມານີ້ ຈີນ ໄດ້ສຸມກຳລັງຕາມຄວາມສາມາດຂອງຕົນ ເພື່ອຊ່ວຍປະເທດທີ່ກຳລັງພັດທະນາ ຍົກສູງຄວາມສາມາດໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ເຊັ່ນ: ຢູ່ເມືອງກາຣີຊາ ຂອງເຄນຢາ ວິສາຫະກິດຈີນໄດ້ຮັບເໝົາກໍ່ສ້າງໂຮງງານຜະລິດໄຟຟ້າດ້ວຍແສງຕາເວັນ ເພື່ອຜ່ອນຄາຍສະພາບການຂາດໄຟຟ້າ ໂດຍບໍ່ປ່ອຍອາຍພິດຈາກເຮືອນແກ້ວ ຈີນສ້າງນາຂັ້ນໄດແບບປະຢັດນ້ຳຢູ່ປະເທດເອຢິບ ເພື່ອຊ່ວຍເຂດພູດອຍແຫຼມສິນາຍ ບຳລຸງຮັກສາແຫຼ່ງນ້ຳ “ກຳແພງສີຂຽວ” ຢູ່ອາຟຣິກາ ໄດ້ຮັບການສະໜັບສະໜູນດ້ານເຕັກນິກຈາກຈີນ ເຊິ່ງໄດ້ສະກັດກັ້ນບໍ່ໃຫ້ທະເລຊາຍຊາຮາຣາ ແຜ່ຂະຫຍາຍໄປທາງທິດໃຕ້ ຈີນໄດ້ເຮັດໃຫ້ໝາກຜົນການພັດທະນາ ແລະ ສິ່ງແວດລ້ອມທີ່ດີງາມສ້າງຜົນປະໂຫຍດໃຫ້ປະຊາຊົນບັນດາປະເທດໃຫ້ໄດ້ຫຼາຍກວ່າເກົ່າ ແລະ ຍຸຕິທຳກວ່າເກົ່າ ດ້ວຍໝາກຜົນການຮ່ວມມືຕ່າງໆທີ່ເຫັນໄດ້ ຈັບຕ້ອງໄດ້ ແລະ ມີປະສິດທິຜົນຕົວຈິງ.

ສະຕິປັນຍາ ແລະ ແຜນການຂອງຈີນ ໄດ້ສ້າງຄວາມໝັ້ນໃຈ ແລະ ກຳລັງຂັບເຄື່ອນໃຫ້ການຄຸ້ມຄອງສິ່ງແວດລ້ອມທາງລະບົບນິເວດໃນທົ່ວໂລກ ຈີນ ຍຶດໝັ້ນເດີນຕາມເສັ້ນທາງການພັດທະນາດ້ວຍຄຸນນະພາບສູງທີ່ໃຫ້ບຸລິມະສິດແກ່ສິ່ງແວດລ້ອມລະບົບນິເວດ ສີຂຽວ ແລະ ກາກບອນຕ່ຳ ຈະສ້າງໂອກາດຫຼາຍກວ່າເກົ່າໃຫ້ໂລກ ແລະ ຈະປະກອບສ່ວນຢ່າງໃຫຍ່ຫຼວງໃຫ້ຄວາມຄືບໜ້າຂອງມວນມະນຸດ.