ສຳເລັດກອງປະຊູມຜູ້ບໍລິຫານການສຶກສາ-ກີລາ ແຂວງຫຼວງພະບາງ ປະຈຳປີ 2023

    ພະແນກສຶກສາທິການ ແລະ ກີລາ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກີລາທົ່ວແຂວງ ປະຈຳປີ 2023 ເມື່ອວັນທີ 15 ສິງຫາ 2023 ທີ່ພະແນກດັ່ງກ່າວ ໂດຍເປັນປະທານຂອງທ່ານ ປອ ວົງເພັດ ອຸດົມລິດ ກຳມະການພັກແຂວງ ສະມາຊິກສະພາແຫ່ງຊາດ ຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງ ມີຄະນະພະແນກ ເຈົ້າເມືອງ ຮອງເຈົ້າເມືອງ ອະທິການບໍດີມະຫາວິທະຍາໄລວິທະຍາໄລ ຫົວໜ້າ-ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກີລາ 11 ເມືອງ 1 ນະຄອນ-ຫຼວງພະບາງ ຜູ້ອຳນວຍການສະຖາບັນ ສູນ ຫົວໜ້າ-ຮອງຫົວໜ້າຂະແໜງ ຕະຫຼອດຮອດພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ໃນກອງປະຊຸມ ຜູ້ແທນໄດ້ຮັບຟັງບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ປະຈຳສົກປີ 2022-2003 ແຜນພັດທະນາການສຶກສາ ແລະ ກີລາ ປະຈໍາສົກປີ 2023-2024 ຮັບຟັງບາງຕົວເລກຂອງການປະຕິບັດແຜນພັດທະນາການສຶກສາ ແລະ ກີລາ ອັດຕາການປະລະ ບັນດາຄາດໝາຍທີ່ຍັງບໍ່ທັນບັນລຸ ແລະ ວຽກຈຸດສຸມຕ່າງໆ ດໍາລັດເລກທີ 202 ຄໍາສັ່ງເລກທີ 09 ແຈ້ງການເລກທີ 1213 ມະຕິເລກທີ 1978 ຮັບຟັງບັນດາແຜນການ ແລະ ການລົງທຶນພາກລັດ ແລະ ການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ຜົນສຳເລັດ ວຽກຈຸດສຸມ ແລະ ທິດທາງແຜນການຂອງຂະແໜງຕ່າງໆ ນອກຈາກນັ້ນ ຜູ້ແທນກອງປະຊຸມທັງໝົດໄດ້ປຶກສາຫາລື ຄົ້ນຄວ້າ ປະກອບຄໍາຄິດຄໍາເຫັນໃສ່ບັນດາຄາດໝາຍທີ່ສະພາໄດ້ຮັບຮອງ ເພື່ອເຮັດໃຫ້ເນື້ອໃນຄົບຖ້ວນຖືກຕ້ອງກັບຄວາມເປັນຈິງ.

    ໂອກາດດັ່ງກ່າວ ທ່ານ ປອ ວົງເພັດ ອຸດົມລິດ ໄດ້ຮຽກຮ້ອງມາຍັງຜູ້ແທນກອງປະຊຸມທຸກໆທ່ານຈົ່ງໄດ້ພ້ອມກັນຄົ້ນຄວ້າ ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ຊອກໃຫ້ໄດ້ບັນຫາ ຂໍ້ຂາດຕົກບົກຜ່ອງ ແລະ ພ້ອມກັນຫາວິທີແກ້ໄຂໃຫ້ຖືກຕ້ອງ ເພື່ອນໍາເອົາວຽກງານການສຶກສາ ວິທະຍາສາດ ແລະ ກີລາແຂວງຫຼວງພະບາງ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

    ກອງປະຊຸມຄັ້ງນີ້ ໄດ້ດຳເນີນໄປເປັນເວລາ 2 ວັນ ໃນລະຫວ່າງວັນທີ 15-16 ສິງຫາ 2023 ຈຶ່ງສຳເລັດ.

error: Content is protected !!