ວັນທີ 15 ສິງຫາ 2023 ແມ່ນ “ວັນນິເວດແຫ່ງຊາດ” ຄັ້ງທຳອິດຂອງ ສປ ຈີນ ໂດຍເດືອນກັນຍາ 2020 ໃນການອະພິປາຍທົ່ວໄປຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດ ຊຸດທີ 75 ທ່ານ ສີຈິ້ນຜິງ ປະທານປະເທດ ສປ ຈີນ ໄດ້ປະກາດວ່າ: “ຈີນ ຈະນຳໃຊ້ນະໂຍບາຍ ແລະ ມາດຕະການທີ່ເຂັ້ມແຂງກວ່າເກົ່າ ພະຍາຍາມເຮັດໃຫ້ການລະບາຍກາກບອນດີອົກຊິດຂຶ້ນສູ່ລະດັບສູງສຸດ ກ່ອນປີ 2030 ສູ້ຊົນໃຫ້ບັນລຸການປອດການລະບາຍກາກບອນດີອົກຊິດ ກ່ອນປີ 2060”.

ສປ ຈີນ ໄດ້ໃຫ້ຄຳໝັ້ນສັນຍາຄືແນວໃດ ກໍໄດ້ປະຕິບັດຕາມຄຳໝັ້ນສັນຍາຢ່າງເອົາຈິງເອົາຈັງ ເຊິ່ງຢູ່ຕາມ ແມ່ນ້ຳຢາງຊີກຽງ ເຂື່ອນໄຟຟ້າແບບຂັ້ນໄດຂະໜາດໃຫຍ່ 6 ແຫ່ງ ໄດ້ປະກອບເປັນ “ແລວພະລັງງານສະອາດ” ໃຫຍ່ທີ່ສຸດໃນໂລກ ສປ ຈີນ ໄດ້ສະໜອງອຸປະກອນຜະລິດໄຟຟ້າດ້ວຍພະລັງງານລົມ 50% ແລະ ອຸປະກອນຜະລິດໄຟຟ້າດ້ວຍພະລັງງານແສງຕາເວັນ 80% ໃຫ້ທົ່ວໂລກ ປະລິມານການຜະລິດ ແລະ ຈຳໜ່າຍລົດພະລັງງານໃໝ່ກາຍເປັນອັນດັບທີ 1 ຢູ່ໃນໂລກ 8 ປີຕິດຕໍ່ກັນ ລົດພະລັງງານໃໝ່ຫຼາຍກວ່າເຄິ່ງໜຶ່ງຂອງໂລກ ແມ່ນແລ່ນຢູ່ຈີນ.
ສປ ຈີນ ບໍ່ໄດ້ຕີລາຄາຕາມ GDP ແບບງ່າຍດາຍ ແຕ່ໄດ້ປັບປຸງໂຄງປະກອບອຸດສາຫະກຳ ແລະ ໂຄງປະກອບພະລັງງານໃຫ້ດີຂຶ້ນ ຜັນຂະຫຍາຍ ແລະ ນຳໃຊ້ເຕັກໂນໂລຊີປະຢັດພະລັງງານ ແລະ ຫຼຸດຜ່ອນການລະບາຍກາກບອນດີອົກຊິດ ພັດທະນາອຸດສາຫະກຳແບບສີຂຽວ ແລະ ກາກບອນຕ່ຳ ສົ່ງເສີມຮູບການດຳລົງຊີວິດແບບສີຂຽວ ແລະ ກາກບອນຕ່ຳ ການປະຕິຮູບອັນເລິກເຊິ່ງຂອງແນວຄິດການພັດທະນາ ຊຸກຍູ້ໃຫ້ ສປ ຈີນ ເຂົ້າສູ່ໄລຍະການເລັ່ງພັດທະນາດ້ວຍຄຸນນະພາບສູງ ຕາມທິດສີຂຽວ ແລະ ກາກບອນຕ່ຳ.

ໃນຖານະເປັນປະເທດໃຫຍ່ທີ່ມີຄວາມຮັບຜິດຊອບ ສປ ຈີນ ໄດ້ຊ່ວຍເຫຼືອປະເທດກໍາລັງພັດທະນາ ໃນການພັດທະນາຕາມທິດສີຂຽວມາໂດຍຕະຫຼອດ ເຊິ່ງຢູ່ປະເທດເຄັນຢາ ວິສາຫະກິດຈີນ ໄດ້ຮັບເໝົາກໍ່ສ້າງໂຮງໄຟຟ້າພະລັງງານແສງຕາເວັນຂະໜາດໃຫຍ່ທີ່ສຸດຢູ່ອາຟຣິກາຕາເວັນອອກ ບໍ່ໄດ້ລະບາຍອາຍພິດເຮືອນແກ້ວ ທັງໄດ້ຫຼຸດຜ່ອນບັນຫາຂາດແຄນໄຟຟ້າຂອງເຄັນຢາ ນາຂັ້ນໄດແບບປະຢັດນ້ຳຂອງຈີນ ໄດ້ຜັນຂະຫຍາຍໄປປະເທດເອຢິບ “ກຳແພງສີຂຽວ” ຂອງອາຟຣິກາ ໄດ້ຮັບການສະໜັບສະໜູນຈາກເຕັກໂນໂລຊີຂອງຈີນ ໄດ້ສະກັດກັ້ນທະເລຊາຍຊາຮາຣາຂະຫຍາຍກວ້າງອອກ ເຊິ່ງສະຕິປັນຍາ ແລະ ແຜນການຂອງຈີນ ໄດ້ເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນໃຫ້ການຄຸ້ມຄອງສິ່ງແວດລ້ອມນິເວດຂອງໂລກ.

ສປ ຈີນ ໄດ້ຖືຖືການຮ່ວມມືໃນຂົງເຂດຄວາມສິວິໄລດ້ານນິເວດ ເປັນເນື້ອໃນສຳຄັນຂອງການຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ໄດ້ຈັດຂໍ້ລິເລີ່ມການເຄື່ອນໄຫວສີຂຽວຕ່າງໆ ໂດຍນຳໃຊ້ມາດຕະການຕ່າງໆ ເຊັ່ນ: ການສ້າງພື້ນຖານໂຄງລ່າງສີຂຽວ ພະລັງງານສີຂຽວ ຄົມມະນາຄົມສີຂຽວ ແລະ ອື່ນໆ ນຳເອົາຜົນປະໂຫຍດມາໃຫ້ປະຊາຊົນປະເທດຕ່າງໆ ສປ ຈີນ ພວມພະຍາຍາມປະກອບສ່ວນຫຼາຍກວ່າເກົ່າ ໃນພາລະກິດພັດທະນາແບບສີຂຽວ ແລະ ກາກບອນຕ່ຳຂອງສັງຄົມມະນຸດ.