ສິດທິພິເສດຂອງນັກຮຽນເກ່ງທີ່ໄດ້ຮັບໃບປະກາສະນິຍະບັດແດງ

    ພິທີສະຫຼຸບການສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ7) ເອກະພາບທົ່ວປະເທດ ປະຈໍາສົກຮຽນ 2022-2023 ຂອງນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 11 ສິງຫາ 2023 ທີ່ສູນການຄ້າ ລາວ-ໄອເຕັກ ນວ ໂດຍມີທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນວ ທ່ານ ສົມພອນ ສອນດາລາ ຫົວໜ້າ ພະແນກສຶກສາທິການ ແລະ ກີລາ ນວ ແຂກຖືກເຊິນ ຄະນະຜູ້ບໍລິຫານການສຶກສາ ພະນັກງານຄູ-ອາຈານ ຜູ້ປົກຄອງ ແລະ ນັກຮຽນ ເຂົ້າຮ່ວມ.

    ໂອກາດນີ້ ທ່ານ ສົມພອນ ສອນດາລາ ໄດ້ຂຶ້ນລາຍງານ ໃຫ້ຮູ້ວ່າ: ທົ່ວ ນວ ມີຈຳນວນໂຮງຮຽນມັດທະຍົມສຶກສາທັງໝົດ 192 ແຫ່ງ ໃນນັ້ນມີໂຮງຮຽນ ເອກະຊົນ 86 ແຫ່ງ ໂຮງຮຽນລັດມີ 106 ແຫ່ງໂຮງຮຽນທີ່ມີຊັ້ນ ມ4 ມີຈຳນວນ 171 ແຫ່ງ ເພີ່ມຂຶ້ນ 5 ແຫ່ງ ຈຳນວນນັກສອບເສັງ ມ4 ທັງໝົດ 12.028 ຄົນ ຍິງ 5.998 ຄົນ ໂຮງຮຽນທີ່ມີຊັ້ນ ມ7 ຈຳນວນ 108 ແຫ່ງ ເພີ່ມຂຶ້ນ 6 ແຫ່ງ ຈໍານວນນັກສອບເສັງທັງໝົດ 9.463 ຄົນ ຍິງ 4.821 ຄົນ.

    ການສອບເສັງຈົບຊັ້ນມັດທະຍົມຕອນປາຍ (ມ7) ຈັດຂຶ້ນລະຫວ່າງວັນທີ 21-23 ມິຖຸນາ 2023 ມີ 5 ວິຊາຄື: ວິຊາຄະນິດສາດ ພາສາລາວ-ວັນນະຄະດີ ກຸ່ມວິທະຍາສາດທຳມະຊາດ ປະກອບມີ (ຟີຊິກສາດ ເຄມີສາດ ຊີວະສາດ) ກຸ່ມວິທະຍາສາດສັງຄົມ ປະກອບມີ (ພູມສາດ ປະຫວັດສາດ ສຶກສາພົນລະເມືອງ)  ແລະ ພາສາອັງກິດ ໄດ້ຈັດເປັນ 22 ສູນສອບເສັງ ຈໍານວນນັກສອບເສັງທັງໝົດ 9.463 ຄົນ ຍິງ 4.821 ຄົນ ຫ້ອງສອບເສັງ 456 ຫ້ອງ ກໍາມະການຍາມຫ້ອງທັງໝົດ 1.231 ຄົນ.

    ນັກຮຽນມີໜ້າສອບເສັງຕົວຈິງ: 9.441 ຄົນ ຍິງ 4.815 ຄົນ ເສັງໄດ້ທັງໝົດ 9.431 ຄົນ ຍິງ 4.811 ຄົນ ເທົ່າກັບ 99,89% ນັກຮຽນເສັງໄດ້ (ຄະແນນສະເລ່ຍໄດ້ 5 ຂຶ້ນໄປທຸກວິຊາ) 9.431 ຄົນ ຍິງ 4.810  ຄົນເທົ່າກັບ 99,89% ເສັງໄດ້ຮອບດ້ານທັງໝົດມີຈຳນວນ 2.838 ຄົນ ຍິງ 1.689 ຄົນ ເທົ່າກັບ 30,06% ສົມທຽບໃສ່ສົກຮຽນຜ່ານມາເພີ່ມຂຶ້ນ 444 ຄົນ ເສັງໄດ້ໃບປະກາດສະນິຍະບັດແດງຈຳນວນ 53 ຄົນ ຍິງ 41 ຄົນ ເທົ່າກັບ 0,56% ຄົນ ສົມທຽບໃສ່ສົກຮຽນຜ່ານມາເພີ່ມຂຶ້ນ 24 ຄົນ ພິເສດ ນັກຮຽນເກ່ງລະດັບຊາດທີ່ໄດ້ຮັບຫຼຽນຄຳ ຫຼຽນເງິນ ຫຼຽນທອງ ອັນດັບຊະນະເລີດທີ1 ອັນດັບທີ2 ແລະ ອັນດັບທີ3 ຈຳນວນ 4 ຄົນ ສາມາດ ເສັງໄດ້ປະກາສະນິຍະບັດແດງໝົດທຸກຄົນ ເຊິ່ງນັກຮຽນເກ່ງ ໄດ້ຮັບໃບປະກາສະນິຍະບັດ ແດງ ຈະໄດ້ມີສິດໃນການເລືອກຮຽນ ໃນ ມະຫາວິທະຍາໄລ ພາຍໃນປະເທດ ໂດຍບໍ່ໄດ້ສອບເສັງເຂົ້າ ແລະ ຍັງໄດ້ຮັບເງື່ອນໄຂພິເສດຫຼາຍຢ່າງ ຕາມເງືອນໄຂ.

    ໂອກາດນີ້ ທ່ານ ພູວົງ ວົງຄຳຊາວ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຄະນະຮັບຜິດຊອບທຸກພາກສ່ວນ ນັບແຕ່ຄະນະປະທານ ຄະນະກຳມະການກະກຽມທຸກພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ພ້ອມພຽງກັນຈັດພິທີສະຫຼຸບການສອບເສັງຄັ້ງນີ້ຂຶ້ນໄດ້ຢ່າງສະຫງ່າຜ່າເຜີຍ ຕໍ່ໝາກຜົນ ແລະ ຜົນງານ ທີ່ພະແນກສຶກສາທິການ ແລະ ກີລາ ທີ່ສາມາດຍາດມາໄດ້ ຕາງໜ້າໃຫ້ການນໍານະຄອນຫຼວງ ຂໍສະແດງຄວາມຍ້ອງຍໍ ຊົມເຊີຍ ມາຍັງຜູ້ບໍລິຫານທຸກຂັ້ນ ຄູອາຈານ ພະນັກງານທຸກທ່ານ ຕະລອດເຖິງຜູ້ປົກຄອງທຸກທ່ານ ທີ່ໄດ້ທຸ່ມເທເຮື່ອແຮງ ແລະ ສະຕິປັນຍາ ເຮັດໃຫ້ຂະແໜງການສຶກສາຂອງພວກເຮົາມີຜົນງານຍິ່ງໆຂຶ້ນໄປ.     ພ້ອມຮຽກຮ້ອງມາຍັງການນຳພະແນກສຶກສາ ແລະ ກີລາ ສົມທົບກັບຫ້ອງກັບສຶກສາທິການ ແລະ ກິລາເມືອງເພື່ອກະຕຸກຊຸກຍູ້ໂຮງຮຽນເພີ່ມທະວີປັບປຸງຄຸນນະພາບການສຶກໃຫ້ນັບມື້ສູງຂຶ້ນ ເອົາໃຈໃສ່ຄຸ້ມຄອງບໍລິຫານໂຮງຮຽນ ກະກຽມພື້ນຖານໂຄງລ່າງຮອບດ້ານ ວາງແຜນປັບປຸງດ້ານວິຊາການໃຫ້ສອດຄ່ອງ ວາງແຜນຈັດສັນຄູໃຫ້ມີຄວາມເໝາະສົມຕາມລາຍວິຊາ ແລະ ເອົາໃຈໃສ່ຈັດເຝິກອົບຮົມຄູ ຫຼື ຖອດຖອນແລກປ່ຽກບົດຮຽນເຊິ່ງກັນ ແລະ ກັນ ພ໊ອມດ້ວຍກັນໃຫ້ຜູ້ບໍລິຫານການສຶກສາຂັ້ນເມືອງ ຈັດແບ່ງຄວາມຮັບຜິດຊອບໃຫ້ແຕ່ລະທ່ານ ນໍາພາ ຊີ້ນໍາ ຕິດຕາມ ໃນການກະກຽມຄວາມພ້ອມໄຂສົກຮຽນໃໝ່ ສຶກສາອົບຮົມໃຫ້ແກ່ລູກຫຼານຂອງພວກເຮົາກາຍເປັນຄົນດີ ຄົນເກ່ງໃນອານຄົດ.

error: Content is protected !!