ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ມອບເຄື່ອງຊ່ວຍເຫຼືອ ໃຫ້ປະຊາຊົນຜູ້ປະສົບອຸທົກກະໄພຢູ່ແຂວງຄຳມ່ວນ

 ໃນໄລຍະນີ້ ພາຍຸໃຕ້ຝຸ່ນດູຊູຣີ “Dusuri” ໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍໃຫ້ແກ່ບາງທ້ອງຖິ່ນໃນລາວ ໂດຍສະເພາະຢູ່ແຂວງຄຳມ່ວນ ແລະ ແຂວງສະຫວັນນະເຂດ ໄດ້ປະສົບກັບດິນຟ້າອາກາດຝົນຕົກໜັກຢ່າງຕໍ່ເນື່ອງ ເຮັດໃຫ້ເກີດອຸທົກກະໄພ ເຮືອນຊານຖືກນ້ຳຖ້ວມ ດິນພູເຈື່ອນ ແລະ ຖະໜົນຫົນທາງໄດ້ຮັບຄວາມເສຍຫາຍ ສົ່ງຜົນກະທົບຢ່າງໜັກໜ່ວງໃຫ້ແກ່ປະຊາຊົນໃນທ້ອງຖິ່ນ.

ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ມອບເຄື່ອງ ເຫຼືອງວດທໍາອິດ ໃຫ້ກັບປະຊາຊົນທີ່ໄດ້ຮັບຜົນກະທົບຈາກທົກກະໄພ ຢູ່ບາງທ້ອງຖິ່ນໃນລາວ ໂດຍສະເພາະຢູ່ແຂວງຄຳມ່ວນ ລວມມູນຄ່າກວ່າ 100 ລ້ານກີບ ພ້ອມຈະປະກອບສ່ວນເຕັມທີ່ເພື່ອບັນເທົາ ແລະ ຕໍ່ສູ້ກັບໄພນ້ຳຖ້ວມຂອງເຂດທີ່ໄດ້ຮັບຜົນກະທົບຢ່າງຮ້າຍແຮງ.

ພິທີມອບເຄື່ອງຊ່ວຍເຫຼືອດັ່ງກ່າວຈັດຂຶ້ນໃນຕອນເຊົ້າ ວັນທີ 6 ສິງຫາ 2023 ນີ້ ຢູ່ທີ່ຈຸດຮັບເຄື່ອງຊ່ວຍເຫຼືອຂອງຫອ້ງວ່າການປົກຄອງແຂວງຄໍາມ່ວນ ໄດ້ຈັດພິທີມອບຮັບເຄື່ອງຊ່ວຍເຫຼືອງວດທໍາອິດຂອງບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ເຊິ່ງລວມມີມູນຄ່າ 100 ລ້ານກີບ ເຂົາຮ່ວມພິທີມີ ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ ພ້ອມດ້ວຍບັນດາທ່ານການນໍາທີ່ກ່ຽວຂ້ອງ ທ່ານ ຈູ້ ຊ່ຽງລີ ຮອງອໍານວຍການ ທ່ານ ຫຼິວ ເຟີຍຫຼຸງ ຜູ້ຈັດການຝ່າຍບໍລິຫານຂອງບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ.

ໃນພິທີມອບຮັບເຄື່ອງຊ່ວຍເຫຼືອ ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ ໄດ້ສະແດງຄວາມຂອບໃຈມາຍັງ ຊີໂນ-ອາກຣີ ໂປຕາສ ທີ່ໃຫ້ການສະໜັບສະ ໜູນ ແລະ ຊວ່ຍເຫຼືອແຂວງຄຳມ່ວນ ມາໂດຍຕະຫຼອດ ໃນເວລາແຫ່ງຄວາມລໍາບາກຈາກໄພພິບັດນໍ້າຖ້ວມນີ້ ບໍລິສັດ ຊີໂນ-ອາກຣີ ໂປຕາສ ໃນນາມວິສະຫະກິດຫຼັກແຫຼ່ງກໍໃຫ້ການຕອບສະໜອງແຕ່ຫົວທີ ໃຫ້ການບໍລິຈາກເງິນ ແລະ ເຄື່ອງຊ່ວຍເຫຼືອ ປະ ກອບສ່ວນສະໜັບສະໜູນໃຫ້ແກ່ຜູ້ປະສົບໄພໃນທ້ອງຖິ່ນເພື່ອບັນເທົາທຸກແລະພື້ນຟູຫຼັງໄພພິບັດ ເຊິ່ງເປັນການພິສູດໃຫ້ເຫັນດ້ວຍການປະຕິບັດຕົວຈິງວ່າ ຊີໂນ-ອາກຣີ ໂປຕາສ ເປັນບໍລິສັດທີ່ມີຄວາມຮັບຜິດ ຊອບຕໍ່ສັງຄົມ.

ທ່ານ ຈູ້ ຊ່ຽງລີ ຮອງອໍານວຍການບໍລິສັດ ໄດ້ກ່າວວ່າ:ໄພພິບັດແມ່ນຂາດຄວາມປານີ ແຕ່ຄົນເຮົາແມ່ນມີຄວາມຮັກ ຊີໂນ-ອາກຣີ ໂປຕາສ ເປັນບໍລິສັດວິສະຫະກິດຈີນ ທີ່ລົງທຶນພັດທະນາຢູ່ລາວ ມີຄວາມຮັບຜິດ ຊອບ ແລະ ມີຄວາມສາມາດໃນການຊ່ວຍ ເຫຼືອປະຊາຊົນລາວໃນທ້ອງຖິ່ນ ຜ່ານຜ່າຄວາມຫຍຸ້ງຍາກ ຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດສາທາລະນະປະໂຫຍດຂອງລາວ.

error: Content is protected !!