ເປີດໜ່ວຍງານໃຫ້ຄໍາປຶກສາດ້ານການແພດແກ່ແມ່ຍິງ ແລະ ເດັກ ສໍາລັບຜູ້ລອດຊິວິດຈາກຄວາມຮຸນແຮງ

    ວັນທີ 7 ສິງຫາ ທີ່ໂຮງໝໍມະໂຫສົດ ກະຊວງສາທາລະນະສຸກ ໄດ້ເປີດໜ່ວຍງານໃຫ້ຄໍາປຶກສາດ້ານການແພດແກ່ແມ່ຍິງ ແລະ ເດັກເພື່ອຊ່ວຍເຫຼືອຜູ້ລອດຊິດິວດຈາກຄວາມຮຸນແຮງ ເປັນປະທານຮ່ວມຂອງ ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ ຮອງປະທານຜູ້ປະຈໍາການຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແມ່ ແລະ ເດັກ ເອກອັກຄະລັດຖະທູດດ້ານຄວາມສະເໝີພາບທາງເພດຂອງອົດສະຕຣາລີ ທ່ານນາງ Stephanie Copus Campbell AM ແລະ ຜູ້ຕາງໜ້າອົງການສະຫະປະຊາຊາດກອງທຶນສໍາລັບປະຊາກອນ ປະຈໍາສປປ ລາວ (UNFPA in Lao PDR) ທ່ານ ດຣ Bakhtiyor Kadyrov ໜ່ວຍງານທີ່ໃຫ້ບໍລິການແຫ່ງນີ້ຈະສາມາດສະໜອງການບໍລິການທີ່ຈໍາເປັນແບບປະສົມປະສານໃຫ້ແກ່ຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງ.

     ຄວາມ​ຮຸນ​ແຮງ​ທາງ​ເພດ​ແມ່ນ​ໜຶ່ງ​ໃນ​ການ​ລະ​ເມີດ​ສິດ​ທິ​ມະ​ນຸດ​ທີ່​ແຜ່​ຫຼາຍ​ທີ່​ສຸດ​ໃນ​ໂລກ​ອັນເປັນການທໍາ​ລາຍ​ສຸ​ຂະ​ພາບ ຄວາມ​ປອດ​ໄພ ແລະ​ ກຽດ​ສັກ​ສີ​ຂອງ​ແມ່​ຍິງ ອີງຕາມການສໍາຫຼວດຄັ້ງລ່າສຸດກ່ຽວກັບຄວາມຮຸນແຮງຕໍ່ແມ່ຍິງໃນ ສປປ ລາວ (2014) ແມ່ຍິງຈໍານວນອັດຕາສ່ວນ 2 ໃນ 5 ຄົນໄດ້ປະສົບກັບຄວາມຮຸນແຮງຕໍ່ຮ່າງກາຍ ຫຼື ທາງເພດ ຕະຫຼອດຊ່ວງເວລາຊີວິດຂອງເຂົາເຈົ້າ.

     ຜົນສໍາຫຼວດຍັງສະແດງໃຫ້ເຫັນເຖິງຜົນກະທົບດ້ານສຸຂະພາບທີ່ສໍາຄັນສໍາລັບຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງ ມີຈໍານວນຫຼາຍກວ່າ 40% ຂອງແມ່ຍິງທີ່ຖືກກົດຂີ່ຂົ່ມເຫັງທາງດ້ານຮ່າງກາຍ ຫຼື ທາງເພດໂດຍ ສາມີ ຫຼື ຄູ່ສົມລົດຂອງເຂົາເຈົ້າຈົນໄດ້ຮັບບາດເຈັບ ເຖິງຢ່າງໃດກໍຕາມ ແມ່ຍິງຈໍານວນຫຼາຍ (ຈໍານວນ 43%) ທີ່ປະເຊີນກັບຄວາມຮຸນແຮງຈາກຄູ່ສົມລົດຂອງເຂົາເຈົ້າ ບໍ່ໄດ້ຖືກລາຍງານຍ້ອນເກີດມີຄວາມຢ້ານກົວຕໍ່ກັບຄວາມອັບອາຍທີ່ອາດຈະເກີດຂຶ້ນໃນສັງຄົມ ແລະ ຍັງມີແມ່ຍິງຈໍານວນໜ້ອຍຫຼາຍທີ່ຈະເຂົ້າຕິດຕໍ່ເຈົ້າໜ້າທີ່ເພື່ອຂໍການຊ່ວຍເຫຼືອ ໂດຍການສະໜອງສະຖານທີ່ພັກເຊົາ ເຊັ່ນດຽວກັບການບໍລິການໃຫ້ຄໍາປຶກສາທີ່ຖືກອອກແບບມາເພື່ອຊ່ວຍເຫຼືອສະໜັບສະໜູນແມ່ຍິງທີ່ປະສົບກັບຄວາມຮຸນແຮງ ແມ່ນສິ່ງທີ່ຈໍາເປັນຢ່າງຍິ່ງ.

    ເພື່ອແກ້ໄຂບັນຫາດັ່ງກ່າວ ທາງດ້ານກະຊວງສາທາລະນະສຸກຈຶ່ງໄດ້ສ້າງໜ່ວຍງານໃຫ້ຄໍາປຶກສາດ້ານການແພດແກ່ແມ່ຍິງ ແລະ ເດັກ ໃຫ້ມີລັກສະນະຄ້າຍຄືກັນກັບສູນໃຫ້ການບໍລິການທີ່ປະເທດມົງໂກລີ ທີ່ຄະນະຜູ້ແທນລາວພ້ອມດ້ວຍອົງການ UNFPA ໄດ້ໄປຢ້ຽມຊົມທັດສະນະສຶກສາ ແລະ ຖອດຖອນບົດຮຽນໃນໄລຍະທີ່ຜ່ານມາ ໜ່ວຍງານບໍລິການດ້ານການແພດເພື່ອຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງຈະເປັນໜ່ວຍງານແຫ່ງທໍາອິດໃນ ສປປ ລາວ ພ້ອມທັງມີເບີໂທລະສັບສາຍດ່ວນຊ່ວຍເຫຼືອດ້ານສຸຂະພາບໃຫ້ແກ່ຜູ້ລອດຊີວິດ/ຜູ້ເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ ມີສາຍດ່ວນ 24 ຊົ່ວໂມງ (ເບີໂທ 1527) ໃນຂະແໜງສາທາລະນະສຸກ.

     ທ່ານ ດຣ ສະໜອງ ທອງຊະນະ ກ່າວວ່າ: “ພວກເຮົາຂໍສະແດງຄວາມຂອບໃຈມາຍັງປະທານສູນກາງສະຫະພັນແມ່ຍິງລາວ ເອກອັກຄະລັດຖະທູດຄວາມສະເໝີພາບທາງເພດຂອງ ອົດສະຕຣາລີ ທ່ານ ຜູ້ຕາງໜ້າອົງການ UNFPA ທີ່ໃຫ້ການຮ່ວມມື ແລະ ເຫັນໄດ້ຄວາມສຳຄັນໃນວຽກງານດັ່ງກ່າວ ແລະ ພິເສດແມ່ນ ຂໍຂອບໃຈມາຍັງອົງການ UNFPA ທີ່ໄດ້ເອົາໃຈໃສ່ໃນການຊອກແຫຼ່ງທຶນມາສະໜັບສະໜູນ ບໍ່ວ່າຈະເປັນທາງດ້ານ ວິຊາການ ແລະ ງົບປະມານ ເພື່ອຊ່ວຍໃນການ ຈັດຕັ້ງປະຕິບັດວຽກງານການຊ່ວຍເຫຼືອຜູ້ລອດຊີວິດຈາກຄວາມຮຸນແຮງໃນຂະແໜງສາທາລະນະສຸກພວກເຮົາ ໃຫ້ສຳເລັດຕາມຈຸດປະສົງທີ່ວາງໄວ້ເປັນຢ່າງດີ.

    ເພື່ອເປັນການສືບຕໍ່ຜັນຂະຫຍາຍວຽກງານໃຫ້ປະກົດຜົນເປັນຈິງຂະແໜງສາທາລະນະສຸກ ໂດຍໄດ້ຮັບການຮ່ວມມື ແລະ ສະໜັບສະໜູນດ້ານງົບປະມານຈາກລັດຖະບານອົດສະຕຣາລີ ໂດຍຜ່ານອົງການ UNFPA ຈຶ່ງໄດ້ມີການຊຸກຍູ້ປັບປຸງໃຫ້ມີບ່ອນໃຫ້ບໍລິການດູແລດ້ານສຸຂະພາບ ແລະ ສາຍດ່ວນ ເພື່ອໃຫ້ຄໍາປຶກສາດ້ານການແພດແກ່ຜູ້ລອດຊີວິດໃນລະດັບໂຮງໝໍສູນກາງແຫ່ງທຳອິດ ແລະ ຫວັງວ່າ ຈະໄດ້ຮັບການສະໜັບສະໜູນ ຂະຫຍາຍໄປໂຮງໝໍອື່ນໆ ໃນຂັ້ນສູນກາງ ແລະ ໂຮງໝໍແຂວງຕໍ່ໆໄປ.”

error: Content is protected !!