ປະເມີນຜົນການຈັດຕັ້ງປະຕິບັດວຽກງານສ້າງຄວາມເຂັ້ມແຂງໃຫ້ຄະນະຮັບຜິດຊອບໂຄງການ Bridge Laos

    ໂຄງການ Bridge Laos ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດໂຄງການ ປະຈໍາປີ 2022 ແລະ ແຜນປະຈໍາປີ 2023 ພ້ອມທັງກອງປະຊຸມສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະຮັບຜິດຊອບໂຄງການຮ່ວມມື ລະຫວ່າງ ຄະນະກຳມາທິການແຫ່ງຊາດ ລາວ – ສ ເກົາຫຼີ ເພື່ອອຸຍເນັດສະໂກ ສົົ່ງເສີມເປົ້າໝາຍການພັດທະນາແບບຍືນຍົງ ເປົ້າໝາຍທີ 4 ເມື່ອວັນທີ 8 ສິງຫາ 2023 ທີ່ໂຮງແຮມທະວີສຸກ ເມືອງວັງວຽງ ແຂວງວຽງຈັນ ໂດຍເປັນປະທານຂອງທ່ານ ຮສ ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ (ສສກ) ປະທານຄະນະກຳມາທິການແຫ່ງຊາດລາວ ເພື່ອອຸຍເນັດສະໂກ (ຄລອ) ທ່ານ JUNG Yung Soo ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳ ສປປ ລາວ ມີທ່ານຫົວໜ້າກົມການສຶກສານອກໂຮງຮຽນ ທ່ານຫົວໜ້າກົມຮ່ວມມືກັບຕ່າງປະເທດ ທັງເປັນເລຂາທິການ ຫ້ອງການເລຂາ (ຄລອ) ກະຊວງ ສສກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ໂອກາດນີ້ ທ່ານ ຮສ ປອ ພຸດ ສິມມາລາວົງ ໄດ້ກ່າວວ່າ: ກະຊວງ ສສກ ຍາມໃດກໍໃຫ້ຄວາມສຳຄັນແກ່ການເຂົ້າເຖິງການສຶກສາທີ່ມີຄຸນນະພາບ ແລະ ທົ່ວເຖິງໃຫ້ແກ່ຄົນລາວທຸກຄົນ ແລະ ສົ່ງເສີມການຮຽນຮູ້ຕະຫຼອດຊີວິດ ການສຶກສານອກໂຮງຮຽນ ແມ່ນຂະແໜງການຍ່ອຍໜຶ່ງທີ່ນອນຢູ່ໃນແຜນພັດທະນາຂະ   ແໜງການສຶກສາ ແລະ ກີລາ ແຕ່ລະໄລຍະ ຢູ່ໃນການຈັດຕັ້ງແຜນພັດທະນາການສຶກສາ ແລະ ກີລາໃນໄລຍະ 1 ສັດຕະວັດທີ່ຜ່ານມາ ພວກເຮົາມີຜົນສຳເລັດຫຼາຍດ້ານ ເປັນຕົ້ນແມ່ນການປະກາດລົບລ້າງຄວາມບໍ່ຮູ້ໜັງສືໃນທົ່ວປະເທດ ການປະກາດຈົບຊັ້ນມັດທະຍົມຕອນຕົ້ນບໍາລຸງໃນທົ່ວປະເທດ ແລະ ພັດທະນາຂອບວຸດທິການສຶກສາ ທີ່ສາມາດເຊື່ອມຕໍ່ກັນລະຫວ່າງການສຶກສາໃນ ແລະ ນອກໂຮງຮຽນ ແລະ ການມີດຳລັດວ່າດ້ວຍການຮຽນຮູ້ຕະຫຼອດຊີວິດ ແຕ່ເຖິງຢ່າງໃດກໍຕາມ ການສະໜອງການສຶກສານອກໂຮງຮຽນໃຫ້ແກ່ກຸ່ມເປົ້າໝາຍຊາວໜຸ່ມ ແລະ ຜູ້ໃຫຍ່ທີ່ດ້ອຍໂອກາດ ຜູ້ທີ່ຕ້ອງການຍົກລະດັບທັກສະ ເຝິກອົບຮົມວິຊາຊີບ ແລະ ຜູ້ຕົກຫຼົ່ນຈາກສາຍສາມັນ ໂດຍຜ່ານສູນການຮຽນຮູ້ຊຸມຊົນ ສູນການສຶກສານອກໂຮງຮຽນ ແລະ ຊ່ອງທາງອື່ນໆ ໂດຍສະເພາະໃນເຂດຫ່າງໄກສອກຫຼີກ ແລະ ຜູ້ດ້ອຍໂອກາດ ຍັງບໍ່ມີຄຸນນະພາບເປັນທີ່ໜ້າເພິ່ງພໍໃຈ ແລະ ບໍ່ທົ່ວເຖິງ.

    ໂຄງການ Bridge Laos ເປັນໂຄງການຊ່ວຍເຫຼືອລ້າຈາກລັດຖະບານ ສ ເກົາຫຼີ ທີ່ມີໄລຍະການຈັດຕັ້ງປະຕິບັດ 5 ປີ ຕັ້ງແຕ່ 2020 ເຖິງປີ 2024 ເປັນໂຄງການຮ່ວມມືລະຫວ່າງ ຫ້ອງການຄະນະກຳມະທິການແຫ່ງຊາດ ລາວ ແລະ ສ ເກົາຫຼີ ເພື່ອອຸຍເນັດສະໂກ ຈຸດປະສົງຂອງໂຄງການແມ່ນສົ່ງເສີມວຽກງານການສຶກສານອກໂຮງຮຽນ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ເປົ້າໝາຍ 4 ຫຼື SDG 4 ສຳລັບຢູ່ ສປປ ລາວ ໂຄງການແມ່ນສຸມໃສ່ການສ້າງຄວາມເຂັ້ມແຂງໃຫ້ສູນການຮຽນຮູ້ຊຸມຊົນ ໃນການຈັດຕັ້ງການຮຽນ-ການສອນ ເພື່ອລົບລ້າງຄວາມບໍ່ຮູ້ໜັງສືໃນກຸ່ມເປົ້າໝາຍ ເດັກນ້ອຍ-ຊາວໜຸ່ມທີ່ດ້ອຍໂອກາດ ແລະ ສູນເສຍໂອກາດດ້ານການສຶກສາ ຄຽງຄູ່ກັບການເຝິກອົບຮົມວິຊາຊີບຂັ້ນພື້ນຖານ ໃຫ້ແກ່ຊຸມຊົນ ໃນການເພີ່ມທັກສະຊີວິດທາງດ້ານການປູກຝັງ ລ້ຽງສັດ ແລະ ປຸງແຕ່ງ ເພື່ອສົ່ງເສີມໃຫ້ປະຊາຊົນມີວຽກເຮັດງານທຳ ສ້າງເສດຖະກິດຄອບຄົວໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ.

ໃນ 3 ແຂວງເປົ້າໝາຍ ຄື: ແຂວງຫຼວງພະບາງ ໄຊຍະບູລີ ແລະ ແຂວງສະຫວັນນະເຂດ ໃຫ້ໄດ້ຮັບການພັດທະນາດີຂຶ້ນ.

    ໂອກາດດຽວກັນ ທ່ານ ນາງ ພິລານີ ພິດສະໄໝ ຮອງຫົວໜ້າກົມການສຶກສານອກໂຮງຮຽນ ໄດ້ສະ ເໜີການຕີລາຄາຄືນຜົນໄດ້ຮັບການຈັດຕັັ້ງປະຕິບັດໂຄງການປະຈໍາປີ 2022 ແລະ ແຜນກິດຈະກໍາຂອງໂຄງການ ປີ 2023 ໃນໄລຍະ 1 ປີ ຜ່ານມາ ໄດ້ຈັດກອງປະຊຸມຊີ້ແຈງໂຄງການໃຫ້ແກ່ຄະນະນໍາຂັ້ນແຂວງ ຂັ້ນເມືອງ ເກັບກໍາຂໍ້ມູນເພື່ອຄັດເລືອກກຸ່ມເປົ້າໝາຍ ສະໜອງອຸປະກອນໃຫ້ໄດ້ຮຽນ ແລະ ເຝິກອົບ ຮົມວິຊາຊີບໃຫ້ກຸ່ມເປົ້າໝາຍ ສະໜອງອຸປະກອນເຄື່ອງຮັບໃຊ້ຫ້ອງການໃຫ້ສູນການສຶກສານອກໂຮງຮຽນ (ກສນ) ແລະ ສູນ ກສນ ຂັ້ນແຂວງ ສະໜອງພາຫະນະ (ລົດຈັກ) ໃຫ້ 6 ເມືອງເປົ້າໝາຍ ແລະ ລົດຕູ້ 1 ຄັນ ໃຫ້ຫ້ອງການກໍາມາທິການແຫ່ງຊາດ ເພື່ອອຸຍເນັດສະໂກ ລົງຕິດຕາມປະເມີນຜົນສໍາເລັດການຈັດຕັ້ງປະຕິບັດໂຄງການໃນ 1 ປີ ຂອງຂັ້ນສູນກາງ ແຂວງ ແລະ ເມືອງ ສົ່ງບົດລາຍງານຜົນຂອງການຈັດຕັ້ງປະຕິບັດວຽກໂຄງການ ໃນ 1 ປີ ຜ່ານມາ ແລະ ບົດລາຍງານການເງິນໃຫ້ຄະນະນໍາ ແລະ ໃຫ້ອົງກອນສະໜັບສະໜູນ ຈັດກອງປະຊຸມເຜີຍແຜ່ຜົນງານການຈັດຕັ້ງປະຕິບັດໂຄງການ 1 ປີ ຜ່ານມາ ໃຫ້ຄະນະນໍາຊາບ ແລະ ແຈກຢາຍບົດລາຍງານໃຫ້ພາກສ່ວນກ່ຽວຂ້ອງຮັບຊາບ ແລະ ອີກຫຼາຍກິດຈະກຳ.     ສໍາລັບກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດໂຄງການ Bridge Laos ປະຈໍາປີ 2022 ແລະ ແຜນປະຈໍາປີ 2023 ແມ່ນໄດ້ປິດລົງໃນວັນດຽວກັນ ສ່ວນກອງປະຊຸມສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະຮັບຜິດຊອບໂຄງການຮ່ວມມື ລະຫວ່າງ ຄະນະກຳມາທິການແຫ່ງຊາດ ລາວ-ສ ເກົາຫຼີ ເພື່ອອຸຍເນັດສະໂກ ສົົ່ງເສີມເປົ້າໝາຍການພັດທະນາແບບຍືນຍົງ-ເປົ້າໝາຍທີ 4 ແມ່ນສືບຕໍ່ດໍາເນີນໄປຈົນເຖິງວັນທີ 11 ສິງຫາ 2023 ຈື່ງຈະສຳເລັດ.

error: Content is protected !!