ເຂດບໍ່ແຮ່ເກືອໂປຕາສ ໃນເນື້ອທີ່ 48,52 ກິໂລຕາແມັດ ມີຄວາມຫວັງຈະຂຸດຄົ້ນໄດ້ກ່ອນລ່ວງໜ້າ 1 ປີ

ເພື່ອເລັ່ງຊຸກຍູ້ໂຄງການບໍ່ແຮ່ໃໝ່ໃນເນື້ອທີ່ 48,52  ກິໂລຕາແມັດ ທີ່ສໍາຄັນຂອງແຂວງຄໍາມ່ວນ ໃນວັນທີ 17 ກໍລະກົດ 2023 ກົມທໍລະນີສາດ ແລະ ແຮ່ທາດ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມຊຸກຍູ້ວຽກງານ ແລະ ເຜີຍແຜ່ເນື້ອໃນສັນ ຍາວ່າດ້ວຍການສໍາຫຼວດແຮ່ເກືອໂປຕາສ ໃນເນື້ອທີ່ 48,52 ກິໂລຕາແມັດ (ເອີ້ນຫຍໍ້ວ່າ“ສັນຍາ”) ທີ່ເມືອງທ່າແຂກ ແຂວງຄໍາ ມ່ວນ ກອງປະຊຸມຄັ້ງນີ້ ເປັນກອງປະຊຸມສະເພາະທີ່ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດຂຶ້ນບົນພື້ນຖານຄວາມຄືບໜ້າ ຂອງການປະຕິບັດ “ສັນ ຍາ” ຢ່າງມີປະສິດທິຜົນ ວ່ອງໄວ ຂອງບໍລິສັດ ອາຊີ-ໂປຕາສ ສາກົນ ເພື່ອເລັ່ງວຽກງານຍົກລະດັບສິດ ສໍາປະທານບໍ່ແຮ່ຂຶ້ນຕື່ມອີກກ້າວໜຶ່ງ ໃນກອງປະຊຸມກົມທໍລະນີສາດ ແລະ ແຮ່ທາດ ໄດ້ເຜີຍແຜ່ລະອຽດໃຫ້ພາກສ່ວນທີ່ ກ່ຽວຂ້ອງຕ່າງໆຮັບຊາບກ່ຽວກັບເນື້ອໃນຂອງ “ສັນຍາ” ເຊິ່ງໄດ້ເນັ້ນໃສ່ການແບ່ງຄວາມຮັບຜິດ ຊອບວຽກງານຂອງພາກ ສ່ວນຕ່າງໆ ໃຫ້ການສະໜັບສະໜູນ ເພື່ອຊຸກຍູ້ໂຄງການໄດ້ດໍາເນີນໄປຢ່າງວ່ອງ ໄວ ແລະ ມີປະສິດທິຜົນສູງ.

ອີງໃສ່ປະສົບການທົ່ວໄປຂອງກິດຈະການບໍ່ແຮ່ເກືອໂປຕາສ ຂອງສປປ ລາວ ນັບແຕ່ໄລຍະທີ່ວິສາ ຫະກິດໄດ້ຮັບສິດສໍາປະ ທານສໍາຫຼວດແຮ່ທາດ ຈົນເຖິງສໍາເລັດວຽກງານການສໍາຫຼວດ ການສ້າງບົດສຶກສາຄວາມເປັນໄປໄດ້ ແລະ ບົດລາຍງານ ຜົນກະທົບຕໍ່ສິ່ງແວດລ້ອມ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງທັງໝົດ ໂດຍທົ່ວໄປຕ້ອງໃຊ້ເວລາແຕ່ 3 ຫາ 5 ປີ ໃນ “ສັນຍາ” ອາຊີ-ໂປຕາສ ສາກົນ ໄດ້ໃຫ້ຄໍາໝັ້ນສັນຍາກັບລັດຖະບານລາວວ່າຈະໃຫ້ສໍາເລັດວຽກງານຕ່າງໆ ເພື່ອຍົກລະດັບສິດ ສໍາປະ ທານໃຫ້ແລ້ວພາຍໃນ 2 ປີ ເຊິ່ງໄດ້ວາງແຜນວ່າໃນປີທໍາອິດຈະໃຫ້ສໍາເລັດການສ້າງ ແລະຮັບຮອງບົດລາຍງານຜົນການສໍາ ຫຼວດ ສ່ວນປີທີສອງຈະໃຫ້ສໍາເລັດການສ້າງ ແລະ ຮັບຮອງ “ບົດສຶກສາຄວາມເປັນໄປໄດ້” ແລະ “ບົດປະເມີນຜົນກະທົບຕໍ່ສິ່ງ ແວດລ້ອມ” ແຕ່ໃນໄລຍະການຈັດຕັ້ງປະຕິບັດ “ສັນຍາ” ຕົວຈິງ ອາຊີ-ໂປຕາສ ສາກົນ ໄດ້ຮັດ ກຸມໄລຍະການປະຕິບັດວຽກງານ ລົງຢ່າງຫຼວງຫຼາຍ ພາຍຫຼັງເຊັນສັນຍາແລ້ວໄດ້ໃຊ້ເວລາພຽງແຕ່ 6 ເດືອນ ເຮັດສໍາເລັດວຽກງານສໍາຫຼວດທໍລະນີ ສາດທັງໝົດ ຂອງເຂດດັ່ງກ່າວ ພ້ອມທັງໄດ້ສໍາເລັດການສ້າງ“ບົດລາຍງານຜົນການສໍາຫຼວດລະອຽດ” ເຊິ່ງໄດ້ຫຍໍ້ໄລຍະການສໍາຫຼວດລົງ ຢ່າງຫຼວງຫຼາຍ ນີ້ສະແດງໃຫ້ເຫັນວ່າ ເຂດບໍ່ແຮ່ 48,52 ກິໂລຕາແມັດ ມີຄວາມຫວັງທີ່ຈະບັນລຸເປັນຈິງການ ຍົກລະດັບສິດ ສໍາປະທານໄດ້ລ່ວງ  ໜ້າ 1 ປີ ເຊິ່ງທັງໝົດໂຄງການຈະກ້າວສູ່ໄລຍະຂຸດຄົ້ນໄດ້ລ່ວງໜ້າກ່ອນ 1 ປີ ແລະ ປົດປ່ອຍໄດ້ລ່ວງ  ໜ້າຄຸນຄ່າດ້ານເສດຖະກິດຂອງບໍ່ແຮ່ເກືອໂປຕາສ.

ທ່ານ ຂາວພອນ ສຸກລາພັນ ຮອງຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ ໃຫ້ຮູ້ວ່າ: ປັດຈຸບັນ ວຽກງານການສໍາຫຼວດທັງໝົດ ຂອງອາຊີ-ໂປຕາສ ສາກົນ ມີຄວາມຄືບໜ້າຢ່າງວ່ອງໄວ ພາຍຫຼັງໄດ້ເຊັນສັນຍາສໍາຫຼວດໃນເນື້ອທີ່ 48,52 ກິໂລຕາແມັດ ກໍໄດ້ ສົມ ທົບກັບພາກສ່ວນກ່ຽວຂ້ອງຂອງແຂວງຄໍາມ່ວນ ດໍາເນີນວຽກງານຊີເຈາະສໍາຫຼວດຢູ່ພາກສະໜາມ ເຊິ່ງໃຊ້ເວລາພຽງແຕ່ 106 ວັນ ກໍໄດ້ສໍາເລັດກິດຈະການຊີເຈາະສໍາຫຼວດທັງໝົດ 36 ຮູ ໄດ້ສໍາຫຼວດຂັ້ນລະອຽດປະລິມານສະສົມແຮ່ເກືອໂປຕາສ ໄດ້ ທໍາການສຶກສາໂຄງສ້າງທາງທໍລະນີສາດ ໄດ້ສັງລວມບັນດາຂໍ້ມູນທີ່ນໍາໃຊ້ສໍາລັບເຂດທີ່ດິນພື້ນທີ່ດັ່ງກ່າວ ພາຍໃນ ໄລຍະສໍາ ຫຼວດ 1 ປີ ທີ່ກໍານົດໃນສັນຍາ ບໍລິສັດດັ່ງກ່າວ ກໍໄດ້ສໍາເລັດວຽກງານການສໍາຫຼວດ ສະແດງໃຫ້ເຫັນວ່າ ບໍລິສັດມີກໍາລັງແຮງ ທາງດ້ານທຶນຮອນ ທີມງານເຕັກນິກມີປະສົບການຫຼວງຫຼາຍ ປັດຈຸບັນ ບໍລິສັດໄດ້ສໍາເລັດການສະຫຼຸບຂໍ້ມູນການສໍາຫຼວດ ແລະ ຂໍ້ມູນທໍລະນີສາດທັງໝົດ ພ້ອມກັນນັ້ນ ກໍຈະສົ່ງ “ບົດລາຍງານຜົນການສໍາຫຼວດ” ໃຫ້ກົມທໍລະນີສາດ ແລະ ແຮ່ທາດ.

ບໍລິສັດ ອາຊີ-ໂປຕາສ ສາກົນ ໄດ້ເລີ່ມຕົ້ນສະເໜີຂໍອະນຸຍາດສໍາປະທານແຮ່ເກືອໂປຕາສ ຢູ່ເຂດບ້ານໜອງລົ່ມ ແຂວງຄໍາມ່ວນ ໃນເນື້ອທີ່ 48,52 ກິໂລຕາແມັດ ໃນເດືອນເມສາ 2022 ໂດຍອາໄສຂໍ້ເດັ່ນດ້ານກໍາລັງການຜະລິດຝຸ່ນໂປຕາສ 1 ລ້ານໂຕນ ທີ່ໄດ້ ກໍ່ສ້າງສໍາເລັດ ຂໍ້ເດັ່ນດ້ານເຕັກໂນໂລຊີທີ່ກ້າວໜ້າ ແລະ ແນວຄວາມຄິດຫຼັກກ່ຽວກັບອອກແຮງຊຸກຍູ້ການພັດທະນາເສດຖະ ກິດຂອງ ສປປ ລາວ ໃນທີ່ສຸດກໍໄດ້ຮັບໄຊຊະນະໃນການປະມູນຢ່າງຟົດຟື້ນກັບອີກ 7 ບໍລິສັດ ແລະ ໃນວັນທີ 28 ເດືອນພະ ຈິກ 2022 ບໍລິສັດ ແລະ ລັດຖະບານ ກໍໄດ້ເຊັນສັນຍາສໍາຫຼວດຢ່າງເປັນທາງການ ມາຮອດປັດຈຸບັນ ອາຊີ-ໂປຕາສ ສາກົນ ມີເຂດເນື້ອທີ່ຂຸດຄົ້ນແຮ່ເກືອໂປຕາສ 214,8 ກິໂລຕາແມັດ ແລະ ເຂດເນື້ອທີ່ສໍາຫຼວດ 48,52 ກິໂລຕາແມັດ ສົມທຽບເປັນປະ ລິມານຊັບພະຍາກອນ ໂປຕາສຊຽມ ຄລໍໄຣ ບໍລິສຸດ ຄາດວ່າຈະລື່ນກາຍ 1.000 ໂຕນ ເຊິ່ງໄດ້ວາງຮາກຖານອັນໜັກແໜ້ນ ເພື່ອບັນລຸການເປັນຜູ້ສະໜອງຝຸ່ນໂປຕາສລະດັບໂລກ ແລະ ສ້າງເປັນຖານຜະລິດຝຸ່ນໂປຕາສອັນດັບທີ 4 ໃນໂລກ.

ທ່ານ ຂາວພອນ ສຸກລາພັນ ໄດ້ກ່າວອີກວ່າ: ຄຽງຄູ່ກັບການດໍາເນີນການສໍາຫຼວດ ອາຊີ-ໂປຕາສ ສາ ກົນ ກໍໄດ້ເອົາໃຈໃສ່ປົກ ປັກຮັກສາສະພາບແວດລ້ອມ ນໍາໃຊ້ມາດຕະການຮັກສາສິ່ງແວດລ້ອມທີ່ມີເປົ້າໝາຍ ຫຼີກລ້ຽງການສ້າງຜົນກະທົບຕໍ່ຊາວ ບ້ານ ແລະ ລະບົບນີເວດ ພາຍຫຼັງສໍາເລັດການຊີເຈາະສໍາຫຼວດແລະ ເກັບຕົວຢ່າງແລ້ວ ໄດ້ນໍາໃຊ້ປູນຊີມັງອັດຖົມຮູຊີເຈາະ ເພື່ອຟື້ນຟູສະພາບດັ່ງເດີມຂອງໜ້າດິນ ຮັບປະກັນໃຫ້ຊາວບ້ານນໍາໃຊ້ໄດ້ຢ່າງປົກກະຕິ ໃນໄລຍະການສໍາຫຼວດຊີເຈາະ​ ບໍລິ ສັດດັ່ງກ່າວ ໄດ້ເອົາໃຈໃສ່ຢ່າງເຕັມສ່ວນຕໍ່ຂໍ້ຮຽກຮ້ອງຂອງພາກລັດທີ່ກ່ຽວຂ້ອງ ຄະນະປົກຄອງບ້ານ ແລະ ມະຫາຊົນ ອີງຕາມ ກໍານົດເວລາ ແລະ ຈໍານວນເງິນ ເພື່ອຈ່າຍຄ່າຊົດເຊີຍໃຫ້ແກ່ປະຊາຊົນໃນເຂດສໍາຫຼວດຊີເຈາະ ນອກນັ້ນ ຍັງຕອບສະ  ໜອງ ວຽກເຮັດງານທໍາໃຫ້ປະຊາຊົນ ປັບປຸງເງື່ອນໄຂການດໍາລົງຊີວິດຂອງປະຊາຊົນ ຮັກສາການພັດທະນາທີ່ກົມກຽວລະຫວ່າງບໍລິ ສັດ ບຸກຄົນ ສັງຄົມ ແລະ ສະພາບແວດລ້ອມ ຫວັງວ່າອາຊີ-ໂປຕາສ ສາກົນ ຈະສາມາດຊຸກຍູ້ໃຫ້ເຂດບໍ່ແຮ່ເກືອໂປຕາສ 48,52ກິໂລຕາແມັດ ສໍາເລັດການກໍ່ສ້າງ ແລະ ເລີ່ມການຜະລິດໃນເວລາອັນໄວ ເພື່ອນໍາເອົາປະສິດທິຜົນທາງດ້ານສດຖະກິດ ແລະ ສັງຄົມມາສູ່ແຂວງຄໍາມ່ວນ.

ທ່ານ ຈູ້ ຊ່ຽງລີ ຮອງອໍານວຍການຖານການຜະລິດຝຸ່ນໂປຕາສຢູ່ລາວຂອງອາຊີ-ໂປຕາສ ສາກົນ ໄດ້ກ່າວວ່າ: ໂຄງການດັ່ງກ່າວ ມີຄວາມຄືບໜ້າໄວກວ່າໄລຍະທີ່ໄດ້ຄາດໄວ້ ແມ່ນຈະໄດ້ປ່ອຍໃຫ້ເກີດຜົນປະ ໂຫຍດທາງດ້ານເສດຖະກິດ ແລະ ສັງຄົມຢ່າງ ມະຫາສານ ຖ້າວ່າໂຄງການດັ່ງກ່າວ ສໍາເລັດກ່ອນໄລຍະປີໜຶ່ງ ຈະສາມາດສ້າງລາຍຮັບດ້ານອາກອນໃຫ້ລັດຖະບານລາວ ໄດ້ເຖິງ 30 ລ້ານໂດລາ​ ເພີ່ມມູນຄ່າຜົນຜະ ລິດຫຼາຍກວ່າ 1 ຕື້ໂດລາ ສະໜອງໂອກາດມີວຽກເຮັດງານທໍາຫຼາຍກວ່າ 5.000 ຕໍາແໜ່ງ ພ້ອມດຽວກັນຍັງມີຜົນສະທ້ອນຕໍ່ການຂັບເຄື່ອນເສດຖະກິດໄດ້ຢ່າງເຂັ້ມແຂງ ສາມາດຂັບເຄື່ອນຢ່າງເຕັມສ່ວນ ໃຫ້ຂະແໜງການຄ້າ​ ການຂາຍຍ່ອຍ ການຂົນສົ່ງ ແລະ ອື່ນໆ ພັດທະນາຢ່າງຄຶກຄື້ນ.

ອາຊີ-ໂປຕາສ ສາກົນ ແມ່ນວິສາຫະກິດທໍາອິດທີ່ບັນລຸການຜະລິດຝຸ່ນໂປຕາສແບບອຸດສາຫະກໍາຂອງ ສປປ ລາວ ແລະ ເປັນ ວິສາຫະກິດທໍາອິດທີ່ສໍາເລັດການກໍ່ສ້າງກໍາລັງການຜະລິດຂະໜາດ 1 ລ້ານໂຕນ ເຊິ່ງໄດ້ກາຍເປັນຜູ້ສະໜອງການຜະລິດຝຸ່ນ ໂປຕາສຂະໜາດໃຫຍ່ທີ່ສຸດຢູ່ອາຊີອາຄະເນ ປັດຈຸບັນ ບໍລິສັດດັ່ງກ່າວ ໄດ້ຮັກສາລະດັບຄວາມໄວ “ແຕ່ລະປີເພີ່ມໃໝ່ອີກ 1 ລ້ານໂຕນ” ຄາດວ່າໃນປີນີ້ໂຄງການ 1 ລ້ານໂຕນ ແຫ່ງທີ 2 ຈະບັນລຸການຜະລິດຕາມເປົ້າໝາຍ ແລະ ໂຄງການ 1 ລ້ານໂຕນ ແຫ່ງທີ 3 ຈະໄດ້ເລີ່ມດຳເນີນການຜະລິດ ຕາມແຜນການໃນລະຫວ່າງປີ 2025 ຈະສໍາເລັດການກໍ່ສ້າງກໍາລັງການຜະລິດຂະ   ໜາດ 5 ລ້ານໂຕນ ແຜນການໃນໄລຍະກາງ-ຍາວ ຈະໃຫ້ບັນລຸເປົ້າໝາຍ 7-10 ລ້ານໂຕນ  ບົນພື້ນຖານດັ່ງກ່າວ ບໍລິສັດຍັງ ໃຫ້ຄວາມສໍາຄັນຕໍ່ການພັດທະນາຊັບພະຍາກອນແຮ່ຕິດພັນ ໂດຍນໍາໃຊ້ຢ່າງກວມລວມ ໂດຍຜ່ານການດຶງດູດການລົງ ທຶນມາຕໍ່ຂະຫຍາຍພັດທະນາໂຄງການ ທີ່ເປັນຕ່ອງໂສ້ອຸດສາຫະກໍາຕົ້ນນໍ້າ ແລະ ປາຍນໍ້າຂອງແຮ່ໂປຕາສ ເຊິ່່ງ ອາຊີ-ໂປຕາສ ສາກົນ ໄດ້ຮ່ວມກັບລັດຖະບານ ເພື່ອຊຸກຍູ້ໂຄງການນິຄົມອຸດສາຫະກໍາໝູນວຽນອັດສະລິຍະຢູ່ແຂວງຄໍາມ່ວນ ແລະ ເປັນ ຄວາມຫວັງຢ່າງຍິ່ງທີ່ຈະຂັບເຄື່ອນໄດ້ຢ່າງຫຼວງຫຼາຍສໍາລັບການພັດທະນາການຫັນເປັນອຸດສາຫະກໍາ ແລະ ການຫັນເປັນ ຕົວເມືອງພາຍໃນທ້ອງ ຖິ່ນ ສ່ົງເສີມການພັດທະນາເສດຖະກິດ ແລະ ການສ້າງວຽກເຮັດງານທໍາໃຫ້ແກ່ທ້ອງຖິ່ນ.

error: Content is protected !!