ແຂວງຄໍາມ່ວນຕ້ອງຄວາມຊ່ວຍເຫຼຶອຢ່າງຫຼວງຫຼາຍຕໍ່ເຫດການປະສົບໄພນໍ້າຖ້ວມ

    ວັນທີ 6 ສິງຫາ 2023 ທາງຄະນະການນໍາຂອງແຂວງຄໍາມ່ວນນໍາໂດຍທ່ານ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງພ້ອມດ້ວຍຄະນະໄດ້ນໍາເອົາປັດໃຈຕ່າງໆ ທີ່ໄດ້ຮັບຈາກການປະກອບສ່ວນຊ່ວຍເຫຼືອຈາກສັງຄົມເຊັ່ນ: ບັນດາບໍລິສັດ ຫ້າງຮ້ານ ບຸກຄົນ ນິຕິບຸກຄົນພາຍໃນແຂວງຄໍາມ່ວນລົງໄປມອບຕໍ່ໃຫ້ອໍານາດການປົກຄອງເມືອງຫີນບູນ ເພື່ອນໍາໄປແຈກຢາຍໃຫ້ແກ່ຄອບຄົວຜູ້ໄດ້ຮັບຜົນກະທົບ ເຊິ່ງຕາງໜ້າຮັບໂດຍທ່ານ ຄໍາສິງ ອໍລະວັນ ເຈົ້າເມືອງຫີນບູນ ເຂົ້າຮ່ວມມີປະທານແນວລາວສ້າງຊາດແຂວງ ຄະນະສະມາຊິກສະພາປະຊາຊົນຂັ້ນແຂວງ ປະຈໍາເຂດເມືອງຫີນບູນ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ຂັ້ນເມືອງ ແລະ ການຈັດຕັ້ງທຸກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

       ສໍາລັບເຄື່ອງຊ່ວຍເຫຼືອທີ່ນໍາໄປມອບຕໍ່ໃຫ້ເມືອງຫີນບູນໃນຄັ້ງນີ້ປະກອບມີ ນໍ້າດື່ມ ຈໍານວນ 416 ແພັກ ໝີ່ໄວໆຈໍານວນ 416 ແກັດ ປາກະປ໋ອງຈໍານວນ 19 ແກັດ ເຂົ້າສານຈໍານວນ 63 ເປົ້າ ( 3 ໂຕນກວ່າ ) ແລະ ຢາປົວພະຍາດຈໍານວນ 1 ແກັດລວມມູນຄ່າເກືອບ 10 ລ້ານກີບ ຫຼັງຈາກນັ້ນຄະນະນໍາຂັ້ນແຂວງ ແລະ ເມືອງກໍ່ໄດ້ແບ່ງກັນລົງໄປເຄື່ອນໄຫວມອບເຄື່ອງຊ່ວຍເຫຼືອໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະ ທົບໂດຍແບ່ງອອກເປັນ 3 ຄະນະ .

    ທ່ານ ຄໍາສິງ ອໍລະວັນ ເຈົ້າເມືອງຫີນບູນໄດ້ກ່າວວ່າ : ພາຍໃນເມືອງຫີນບູນປັດຈຸບັນມີ 9 ບ້ານທີ່ຖືກນໍ້າຖ້ວມຄື : ບ້ານນາຄໍາ ມ່ວງໄຂ່ ບ້ານນ້ອຍ ນາໂພ ໜອງດົງ ບ້ານເໝັ້ນ ບ້ານບົງ ນາໂນ ແລະ ບ້ານນາເຕີຍ ສ່ວນຄອບຄົວທີ່ໄດ້ຮັບຜົນກະທົບມີເຖິງ 654 ຄອບຄົວ ນັບແຕ່ມື້ນໍ້າເລີ້ມຖ້ວມເປັນຕົ້ນມາທາງອໍານາດການປົກຄອງເມືອງ ກໍຄືຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ລົງໄປປະສານສົມທົບກັບອໍານາດການປົກຄອງບ້ານ ແລະ ໄດ້ພົບປະກັບພໍ່ແມ່ປະຊາຊົນໃຫ້ມີສະຕິເຝົ້າລະວັງ ຕໍ່ຜົນກະທົບຈາກໄພນໍ້າຖ້ວມທັງນີ້ກໍ່ເພື່ອກຽມພ້ອມເກັບມ້ຽນສິ່ງຂອງ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ.

    ນອກຈາກນັ້ນທ່ານຍັງໄດ້ຮຽກ ຮ້ອງມາຍັງພາກສ່ວນຕ່າງໆໃນພາຍແຂວງ ຕ່າງແຂວງ ແລະ ຕ່າງປະເທດຕ້ອງການປະກອບສ່ວນຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກອຸທົກກະໄພ ( ນໍ້າຖ້ວມ ) ໃນຄັ້ງນີ້.

    ສາມາດບໍລິຈາກໄດ້ທີ່ຫ້ອງວ່າການແຂວງຄໍາມ່ວນ ຫຼື ຕິດຕໍ່ທາງກອງເລຂາໄດ້ທີ່ເບີໂທລະສັບ 020-22157273 ແລະ ເບີ 020-52223499 .

error: Content is protected !!