ສະຫຼອງວັນສ້າງຕັ້ງອົງການກວດສອບແຫ່ງລັດຄົບຮອບ 25 ປີ

   ພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການກວດສອບແຫ່ງລັດ  ວັນທີ 5 ສິງຫາ 1998 ຄົບຮອບ 25 ປີ ຈັດຂຶ້ນວັນທີ 4 ສິງຫາ 2023 ທີ່ຫໍປະຊຸມແຫ່ງຊາດ ໂດຍມີທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ  ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍພະນັກງານອາວຸໂສບຳນານ ແລະ ພະນັກງານວິຊາການອົງການດັ່ງກ່າວເຂົ້າຮ່ວມ.

    ໃນພິທີ ທ່ານ ເຄນ ລໍວັນໄຊ ຮອງປະທານອົງການກວດສອບແຫ່ງລັດ ໄດ້ຂຶ້ນເລົ່າມູນເຊື້ອ ປະຫວັດແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງອົງການກວດສອບແຫ່ງລັດ ໃນການປະຕິບັດ 2 ໜ້າທີ່ຍຸດທະສາດ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍຕະຫຼອດ 25 ປີ ຜ່ານມາ ອົງການກວດສອບແຫ່ງລັດ ໄດ້ເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດໜ້າທີ່ ຕາມໜ້າທີ່ການເມືອງ ທີ່ພັກ ແລະ ລັດຖະບານ ມອບໝາຍໃຫ້ ເດັດດ່ຽວປົົກປ້ອງອົງການຈັດຕັ້ງຂອງລັດ ແລະ ສິດຜົນປະໂຫຍດທາງດ້ານເສດຖະກິດ ແຜນການການເງິນ-ເງິນຕາຂອງປະເທດ ເອົາໃຈໃສ່ພັດທະນາ ແລະ ສ້າງຄວາມເຂັ້ມແຂງທາງດ້ານກົງຈັກການຈັດຕັ້ງ ພັດທະນາບຸກຄະລາກອນ ແລະ ວິຊາສະເພະ ໄດ້ສຸມໃສ່ປັບປຸງຂະ ແໜງການຂອງຕົນຢ່າງຮອບດ້ານ ໂດຍສະເພາະການຄົ້ນຄວ້າ ສ້າງນິຕິກຳ ແລະ ນິຕິກຳປິ່ນອ້ອມ ອັນໄດ້ເຮັດໃຫ້ວຽກງານກວດສອບແຫ່ງລັດ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແລະ ມີການເຕີບໃຫຍ່ທາງດ້ານປະລິມານ ແລະ ເຂັ້ມແຂງທາງດ້ານຄຸນນະພາບ ສາມາດສ້າງປັບປຸງ ແລະ ພັດທະນານິຕິກຳປິ່ນອ້ອມຮອງຮັບໄດ້ 11 ສະບັບ ດ້ານການກວດສອບ ໄດ້ປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ ດ້ວຍຄວາມຮັບຜິດ ຊອບສູງ ໂດຍຖືເອົາການກວດສອບ ແລະ ມາດຕະການໃນການຍົກສູງຄຸນນະພາບການກວດສອບ ເປັນວຽກງານສຳຄັນ ປະຕິບັດຕາມພາລະບົດບາດໜ້າທີ່ ຂອບເຂດສິດ ໃນການດຳເນີນການກວດສອບ ໄດ້ດໍາເນີນການກວດສອບເອກະສານລາຍງານການເງິນ ຄວາມສອດຄ່ອງທາງດ້ານກົດໝາຍ ແລະ ຜົນການຈັດຕັ້ງປະຕິບັດແຕ່ລະເປົ້າໝາຍສໍາເລັດຜົນຕາມແຜນການທີ່ວາງໄວ້ໃນຈຳນວນ 108 ເປົ້າໝາຍ ສາມາດປະຕິບັດໄດ້ 101 ເປົ້າໝາຍ ໃນນີ້ມີ ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດງົບປະມານແຫ່ງລັດ 33 ເປົ້າໝາຍ ໂຄງການລົງທຶນຂອງລັດ 23 ເປົ້າໝາຍ ໂຄງການເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າ 19 ເປົ້າໝາຍ ວິສະຫະກິດລັດ 20 ເປົ້າໝາຍ ແລະ ທະນາຄານທຸລະກິດລັດລົງທຶນ 6 ເປົ້າໝາຍ ພ້ອມທັງແຈ້ງຜົນການກວດສອບ 94 ເປົ້າໝາຍ ຍັງຄ້າງ 7 ເປົ້າໝາຍ ໃນນີ້ ສາມາດກວດສອບເຫັນ ປະກົດການຫຍໍ້ທໍ້ ໃນການຄຸ້ມຄອງ ນໍາໃຊ້ງົບປະມານ ແລະ ຊັບສິນຂອງລັດຈຳນວນບໍ່ໜ້ອຍ ເປັນຕົ້ນ ການເກັບລາຍຮັບມາໄດ້ແຕ່ບໍ່ມອບເຂົ້າງົບປະມານແຫ່ງລັດ ການໃຊ້ຈ່າຍງົບປະມານ ຟຸມເຟືອຍ ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ມີການສ້າງນິຕິກຳກ່ຽວກັບການຄຸ້ມຄອງລາຍຮັບ ລາຍຈ່າຍ ເຊິ່ງບໍ່ສອດຄ່ອງກັບກົດໝາຍ ການສ້າງໂຄງການນອກແຜນ ການປ່ອຍສິນເຊື່ອ ຂອງທະນາຄານລັດ ແລະ ລັດຮ່ວມທຶນ ບໍ່ສອດຄ່ອງຕາມລະບຽບການ ວິສາຫະກິດລັດ ແລະ ລັດຮ່ວມທຶນ ຈຳນວນໜຶ່ງໄດ້ສ້າງລະບຽບການນະໂຍບາຍພາຍໃນ ເຊິ່ງບໍ່ສອດຄ່ອງກັບກົດໝາຍ ແລະ ຜົນການດຳເນີນທຸລະກິດ ແລະ ບັນຫາອື່ນໆ ທັງໝົດນັ້ນ ໄດ້ສົ່ງຜົນກະທົບຕໍ່ກັບການຄຸ້ມຄອງງົບປະມານແຫ່ງລັດ ການຄຸ້ມເສດຖະກິດ ແລະ ນະໂຍບາຍການເງິນ-ເງິນຕາ ໂດຍລວມຂອງປະເທດ.

    ສາມາດເວົ້າໄດ້ວ່າ ຕະຫຼອດໄລຍະ 25 ປີ ແຫ່ງການສ້າງຕັ້ງຜົນການກວດສອບ ຜ່ານມາ ໄດ້ສ້າງຄຸນປະໂຫຍດໃຫ້ແກ່ການພິຈາລະນາຕົກລົງບັນຫາສຳຄັນພື້ນຖານຂອງປະເທດ ການນຳພາ-ຊີ້ນຳ ກຳນົດແນວທາງ ນະໂຍບາຍ ການສ້າງ ຫຼື ປັບປຸງນິຕິກຳ ການຕິດຕາມກວດກາ ເກັບກູ້ເອົາເງິນທີ່ກວດສອບເຫັນເພີ່ມຄືນເຂົ້າງົບປະມານແຫ່ງລັດ ການຕີລາຄາ ການປະເມີນຜົນງານ ການປະຕິບັດນະໂຍບາຍ ເສີມຂະຫຍາຍດ້ານຕັ້ງໜ້າ ສຶກສາອົບຮົມຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ ເຮັດໃຫ້ການຈັດຕັ້ງມີຄວາມໂປ່ງໃສ ເຂັ້ມແຂງ ແລະ ເຄື່ອນໄຫວມີປະສິດທິຜົນຫຼາຍຂຶ້ນ.    ຈາກນັ້ນໄດ້ມອບໃບຍ້ອງຍໍໃຫ້ພະນັກງານອົງການກວດສອບແຫ່ງລັດ ຈຳນວນ 399 ຄົນ ທີ່ມີຜູ້ຜົນງານດີເດັ່ນໃນການປະກອບສ່ວນເຄື່ອນໄຫວວຽກງານອົງການແຫ່ງລັດຜ່ານມາ ແລະ ໄດ້ຮັບຟັງຄຳເຫັນໂອ້ລົມຈາກທ່ານ ນາງ ວຽງທອງ ສີພັນດອນ ເພື່ອເຂັມຊີ້ທິດເຍືອງທາງໃຫ້ແກ່ພະນັກງານ ກໍຄືການຈັດຕັ້ງປະຕິບັດວຽກງານຂອງອົງການກວດສອບແຫ່ງລັດໃນຕໍ່ໜ້າໃຫ້ມີຜົນສຳເລັດຕື່ມອີກ.

error: Content is protected !!