ນະຄອນຫຼວງວຽງຈັນ ຈະສຸມໃສ່ສືບຕໍ່ພັດທະນາຕົວເມືອງ ໂດຍມີແຜນສຸມໃສ່ 6 ຂົງເຂດບູລິມະສິດ ເພື່ອພັດທະນາເປັນ ນະຄອນທີ່ທັນສະໄໝຍືນຍົງ ແລະ ສໍາມາດຮັບມືກັບໄພທໍາມະຊໍາດ ໂດຍສະເພາະການດຳເນີນແຜນຈັດຕັ້ງປະຕິບັດຕົວ ເມືອງສີຂຽວ.

ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ກ່າວໃນກອງປະຊຸມເຈົ້ງຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມ ເວທີເຈົ້າຄອງນະຄອນອາຊຽນ ( AMF ) ທີ່ ຈາກາຕາ ປະເທດອິນໂດເນເຊຍ ເຊິ່ງບາງຕອນທ່ານໄດ້ກ່າວວ່າ: ນະຄອນຫຼວງວຽງຈັນ ໄດ້ມີຍຸດທະສາດທີ່ຈະແຈ້ງຊັດເຈນ ໃນການວາງແຜນທິດທາງຕໍ່ໜ້າເພື່ອຮັບມື ແລະ ຊອກຫໍາຊ່ອງທາງແກ້ໄຂບັນຫາສິ່ງທ້າທາຍທີ່ຈະເກີດຂຶ້ນ ແລະ ສົ່ງຜົນກະທົບຕໍ່ສະພາບສິ່ງແວດລ້ອມໂດຍລວມ ເຊັ່ນ: ການເພີ່ມທະວີເອົາໃຈໃສຕໍ່ການປັບໂຕໃຫ້ສາມາດຮັບມືກັບການປ່ຽນແປງສະ ພາບຂອງດິນຟ້າອາກາດການຈັດບູລິມະສິດການ ລົງທຶນທີ່ຍືນຍົງ ການສ້າງເຮັດວຽກງານທໍາ ສ ຂຽວ ເພື່ອຍົກລະດັບຊີວິດການເປັນຢູ່ຂອງຜູ້ທີ່ອາໄສຢູ່ໃນຕົວເມືອງເປັນຕົົ້ນ ນະ ຄອນຫຼວງວຽງຈັນ ຈຶ່ງໄດ້ວາງແຜນທິດທາງພັດທະນາ ສ້າງນະຄອນຫຼວງວຽງຈັນ ໃຫ້ເປັນນະຄອນທີ່ີ່ມີ ຄວາມໜ້າຢູ່ໂດຍ ໄດ້ ກໍານົດ ຄຳຂວັນ 6 ສ.ສະຫງົບ ສ.ສະອາດ ສ.ສີຂຽວ ສ.ສະຫວ່າງ ສ.ສະເໜ່ ແລະ ສ.ສີວິໄລ ພ້ອມທັງເພີ່ມທະວີຍົກລະດັບພື້ນ ຖານໂຄງລ່າງ ເຄຫາສະຖານ ແລະ ລະບົບສາທາລະນະປະໂຫຍດ ສູ່ຄຸນນະພາບໃໝ່ ສ້າງນະຄອນຫຼວງວຽງຈັນ ໃຫ້ເປັນນະ ຄອນທີ່ທັນສະໄໝຍືນຍົງ ແລະ ສໍາມາດຮັບມືກັບໄພທໍາມະຊໍາດ ໂດຍສະເພາະ ການດຳເນີນແຜນຈັດຕັ້ງປະຕິບັດຕົວເມືອງສີຂຽວ (2023-2030).

ພ້ອມນັ້ນ ເພື່ອໃຫ້ບັນລຸເປົ້າໝາຍທີ່ກ່າວມາຂ້າງເທິງນັ້ນ ນະຄອນຫຼວງວຽງຈັນ ຈະໄດ້ສຸມໃສູ່ກໍານພັດທະນໍາຮອບດ້ໍານກວມ ເອົາ 6 ຂົງເຂດບູລິມະສິດ ຄື : 1) ການຄຸ້ມຄອງຂີ້ເຫຍື້ອແບບຍືນຍົງ 2) ການຄຸ້ມຄອງນ້ໍໍາເປື້ອນ ແລະ ສຸຂາພິບານ 3) ຄວາມ ທົນທານຕໍ່ການປ່ຽນແປງດິນຟ້ໍາອາກາດ ແລະ ໄພພິບັດ 4) ການເດີນທາງໃນຕົວເມືອງແບບຍືນຍົງ 5) ພື້ນທີ່ສາທາລະນະສີ ຂຽວ ແລະ 6) ພະລັງງານຍືນຍົງ.
ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 1- 2 ສິງຫາ 2023 ທີ່ ຈາກາຕາປະເທດອິນໂດເນເຊຍ ໂດຍມີເຈົ້າຄອງນະຄອນ ຫຼວງບັນ ດາປະເທດ ອາຊຽນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມເຈົ້ງຄອງນະຄອນຫຼວງອາຊຽນ ( MGMAC ) ແລະ ກອງປະຊຸມ ເວທີເຈົ້າຄອງນະຄອນອາຊຽນ ( AMF) ໄດ້ປຶກສາ ຫາລື ໃນ 6 ວຽກຈຸດສຸມ ແລະ ໄດ້ປະກາດຄຳໝາຍໝັ້ນສັນຍາຮ່ວມກັນໃນການສ້າງສາຍພົວພັນຮ່ວມມື ລະຫວ່າງພາກພື້ນ ແລະ ໃນພາກພື້ນເພື່ອເຮັດໃຫ້ປະເທດອາຊຽນເປັນໃຈຂອງການຂະຫຍາຍຕົວທາງດ້ານເສດຖະກິດ ໃນກອງປະຊຸມບັນນດາ ເຈົ້າຄອງນະຄອນຫຼວງອາຊຽນໄດ້ພ້ອມກັນປຶກສາຫາລືໃນຫຼາຍບັັນຫາສຳຄັນໂດຍສະເພາະແມ່ນ ການຂະຫຍາຍຕົວໃນຂົງ ເຂດພາກພື້ນ ການຫັນປ່ຽນເປັນດີຈີຕອນ ການປ່ຽນແປງຂອງດິນຟ້າອາກາດ ນອກຈາກນັ້ນຍັງໄດ້ປຶກສາຫາລືກ່ຽວກັບເປົ້າ ໝາຍການພັດທະນາແບບຍືນຍົງ(SDGs) ໃນບັນດານະຄອນຫຼວງອາຊຽນ ແລະ ບັນຫາອື່ນໆອີກຈຳນວນໜຶ່ງ.
ສຳລັບຜົນຂອງການປຶກສາຫາລືຂອງເຈົ້າຄອງນະຄອນຫຼວງອາຊຽນ ຫຼື ບັນດາປະເທດສະມາຊິກ AMF ຄຽງຄູ່ກັບຜົນຂອງ ການປຶກສາຫາລືໃນກອງປະຊຸມເວທີເຈົ້າຄອງນະຄອນອາຊຽນ ນີ້ແມ່ນເປັນເນື້ອໃນຂອງຖະແຫຼງການ ແລະ ຄຳໝັ້ນສັນຍາ ຮ່ວມກັນຂອງບັນດາຜູ້ນຳອາຊຽນໃນການສ້າງຕົວເມືອງແບບຍືນຍົງ.