ຊາວພຸດທະສານິກກະຊົນ ນວ ຮ່ວມສືບສານປະເພນີໃນບຸນເຂົ້າພັນສາ

ບຸນເຂົ້າພັນສາ ແມ່ນປາງບຸນໃຫຍ່ ແລະ ສຳຄັນຂອງຊາວພຸດ ປີນີ້ມື້ບຸນດັ່ງກ່າວກົງກັບວັນອັງຄານ ວັນທີ 1 ສິງຫາ 2023 ເຊິ່ງ​ເປັນມື້ຂຶ້ນ 15 ຄໍ່າເດືອນ 8 ຂອງລາວ ເຊິ່ງໃນມື້ນີ້ຢູ່ຕາມວັດວາອາຣາມຕ່າງໆໃນທົ່ວນະຄອນຫຼວງວຽງຈັນ ກໍຄື ທົ່ວປະເທດໄດ້ ຈັດພິທີໄຫວ້ພະຮັບສິນ ໃສ່​ບາດ​ຢາດ​ນ້ຳ ຖວາຍ​ສັງ​ຂະ​ທານ ​ຖວາຍທຽນຈຳພັນສາ ຜ້າອາບນໍ້າຝົນ ຟັງເທດ ຮັບພອນ ຢາດນໍ້າ ອຸທິດບຸນກຸສົນໃຫ້ກັບຍາດພີ່ນ້ອງຜູ້ທີ່ລວງລັບໄປແລ້ວ.

ການເຂົ້າພັນສາໃນພາສາບາລີມີຊື່ເປັນສອງຢ່າງ ຄື ວັດສຸປະລາສະ ແປວ່າ ການເຂົ້າພັນສາ ແລະ ວັດສາວາສະ ແປວ່າ ການຈຳ ພັນສາ ທັງສອງຢ່າງມີຄວາມໝາຍດຽວກັນ ຄືບໍ່ທ່ຽວໄປແຮມຄືນທີ່ອື່ນຕະຫຼອດ 3 ເດືອນໃນລະດູຝົນ ນັບແຕ່ແຮມຄໍາໜຶ່ງ ເດືອນ 8 ລາວ ເຖິງແຮມຄໍາ 1 ຂອງເດືອນສິບ 11 ລາວ ເພາະໃນໄລຍະນີ້ເປັນຍາມຝົນ ພະພິກຂຸຈະທ່ຽວສັນຈອນໄປມາທາງ ໃດກໍລໍາບາກ ທັງຍັງເປັນການຂັດຕໍ່ພະວິໄນ ເວັ້ນແຕ່ມີກໍລະນີຈຳເປັນຕາມທີ່ອະນຸຍາດໄວ້ໃນພະວິໄນຂອງສົງ.

ໃນເທສະການເຂົ້າພັນສານັ້ນເປັນປະເພນີນິຍົມອີກຢ່າງໜຶ່ງ ໃນສະໄໝບູຮານຂອງຄົນລາວເຮົາຜູ້ທີ່ນັບຖືພະພຸດທະສາດສະ ໜາ ເມື່ອເຖິງຍາມເຂົ້າພັນສາກໍໄດ້ພາກັນ ໄປຊຸມນຸມກັນຢູ່ທີ່ວັດ ຫຼື ຕາມສະຖານທີ່ທີ່ຈັດໄວ້ເພື່ອພິທີທາງ ສາສະໜາໂດຍ ສະເພາະ.

ກ່ອນທີ່ຈະມີການຈຳພັນສານີ້ ແມ່ນສືບເນື່ອງມາຈາກ ປະເພນີນິຍົມຂອງຊາວມັດທະຍົມປະເທດ (ອິນເດຍສະ ໄໝບູຮານ) ເມື່ອເຖິງລະດູຝົນ ກໍຈະງົດການທ່ຽວໄປມາໄລຍະໜຶ່ງ ເຊັ່ນຜູ້ທ່ຽວໄປມາເພື່ອການຄ້າຂາຍ ຜູ້ເປັນນັກບວດ ເດຍລະຖີ ຊີພາມ ເຊິ່ງມັກທ່ຽວສັນຈອນໄປມາຕາມລໍາພັງ ເມື່ອຮອດລະດູຝົນແລ້ວໄປເຖິງໃສກໍຢຸດພັກທີ່ນັ້ນຕະຫຼອດສາມເດືອນ ພົ້ນກຳນົດ ແລ້ວກໍອອກເດີນທາງຕາມຈຸດປະສົງຕໍ່ໄປອີກ ແມ່ນແຕ່ພະພຸດທະເຈົ້າ ເຊິ່ງສະເດັດໄປສູ່ເມືອງຕ່າງໆ ເມື່ອເຖິງລະດູຝົນພະອົງ ກໍປະທັບຢູ່ເມືອງໃດເມືອງໜຶ່ງທີ່ພະອົງໄປເຖິງເໝືອນກັບຄົນອື່ນໆ.

ໃນຕອນທໍາອິດພະພິກຂຸສົງຍັງມີໜ້ອຍ ເມື່ອຮອດລະດູຝົນ ເພິ່ນກໍຈະຢຸດທ່ຽວສັນຈອນໄປຕາມລຳພັງເຊັ່ນດຽວກັນກັບພະ ພຸດທະອົງຊົງປະພຶດ ໂດຍຍັງບໍ່ໄດ້ຕັ້ງເປັນທຳນຽມ ແລະ ບໍ່ໄດ້ມີເຫດອັນໃດທີ່ຈະໃຫ້ພະພຸດທະອົງຊົງບັນຍັດວ່າ ພະພິກ ຂຸສົງຕ້ອງເຂົ້າຈຳພັນສາ.

ຄັນດົນນານມາພະພິກຂຸສົງກໍຫຼາຍຂຶ້ນ ຂະນະທີ່ພະອົງປະທັບຢູ່ເມືອງລາຊະຄື ວັນໜຶ່ງພະສົງຈໍານວນ 6 ອົງບໍ່ຮູ້ຈັກການລະ ເວລາ ໃນລະດູຝົນກໍຍັງທ່ຽວໄປມາຢູ່ ຢຽບຢໍ່າເຂົ້າກ້ານາດຳຂອງປະຊາຊົນ ຕະຫຼອດເຖິງສັດເລັກສັດນ້ອຍ ຕາຍເກື່ອນກາດ ຈົນວ່າຜູ້ຄົນທັງຫລາຍກ່າວຂວັນຕິຕຽນວ່າ ແມ່ນແຕ່ພວກເດຍລະຖີນອກສາສະໜາກໍຍັງຢຸດການສັນຈອນໄປມາ ທີ່ສຸດນົກ ໜູປູປີກກໍຍັງຮູ້ຈັກສ້າງເຮືອນແປງຮັງ ເພື່ອຫຼົບໄພທຳມະຊາດມີລົມເປັນຕົ້ນ ແຕ່ພວກ ສາມະນະສາກະຍະບຸລຸດ (ລູກສິດຂອງ ພະພຸດທະເຈົ້າ) ເຫດໃດ ຈຶ່ງທ່ຽວໄປຕະຫຼອດທຸກລະດູການ ຢຽບຢໍ່າຕິນນະຊາດເຂົ້າກ້າ ແລະ ບັນດາສັດເລັກສັດນ້ອຍໃຫ້ ຕາຍໄປ.

ຄວາມນັ້ນໄດ້ຊາບເຖິງອົງສົມເດັດພະສໍາມາສໍາພຸດ ທະເຈົ້າ ພະອົງຈຶ່ງຊົງບັນຍັດເປັນທໍານຽມໄວ້ວ່າ ນັບແຕ່ບັດນີ້ເປັນຕົ້ນໄປ ເມື່ອເຖິງລະດູຝົນມາ ພະພິກຂຸຕ້ອງຢູ່ຈຳພັນສາ ຄືຢູ່ປະຈຳທີ່ຕະຫຼອດສາມເດືອນໃນຍາມຝົນ ເວັ້ນແຕ່ມີເຫດຈຳເປັນທີ່ພະວິ ໄນອະນຸຍາດໄວ້ ການທີ່ພະພິກຂຸບໍ່ທ່ຽວໄປມາໃນສາມເດືອນນີ້ເອີ້ນວ່າ “ເຂົ້າພັນສາ” ດ້ວຍເຫດດັ່ງກ່າວນັ້ນ ຈຶ່ງໄດ້ເກີດມີ ທໍານຽມການເຂົ້າພັນສາສືບມາຈົນທຸກວັນນີ້.

ຫຼັງຈາກແລ້ວພິທີນັ້ນແລ້ວ ລາງຄົນກໍຕັ້ງປະນິທານວ່າ ຈະບຳລຸງພະສົງສາມະເນນຕະຫຼອດພັນສາ ລາງຄົນກໍອະທິຖານວ່າ ຈະຮັກສາອຸໂປສົດສິນຕະຫຼອດພັນສາ ລາງພວກກໍອະທິຖານວ່າຈະຟັງເທດຕະຫຼອດພັນສາ ລາງຄົນກໍຍັງບຳເພັນກຸສົນ ຄວາມດີຕ່າງໆ ເຊັ່ນ: ເມື່ອກ່ອນເປັນນັກເລງດື່ມເຫຼົ້າເສບສຸລາຢາເມົາຕ່າງໆ ກໍອະທິຖານວ່າຈະງົດ ເວັ້ນສິ່ງເຫຼົ່ານັ້ນຕະຫຼອດ ພັນສາຕະຫຼອດການຫຼິ້ນການພະນັນຂັ້ນຕໍ່ຕ່າງໆ ກໍທໍານອງດຽວກັນ ໂດຍທີ່ພວກເຂົາເຈົ້າເຫຼົ່ານັ້ນ ຈະອະທິຖານເອົາດ້ວຍ ຕົນເອງກໍມີ ເຂົ້າໄປປະຕິຍານຕົນຕໍ່ໜ້າພະສົງກໍມີ ທີ່ກ່າວມານີ້ເປັນການ ເຮັດບຸນກຸສົນທີ່ຊາວພຸດເຮັດກັນໃນວັນເຂົ້າພັນສາ.

error: Content is protected !!