ຫວນຄືນມູນເຊື້ອວັນສ້າງຕັ້ງ ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ຄົບຮອບ 40 ປີ

ຄະນະສັນຕິພາບ ແລະ ສາມັກຄີ ຂອງ ສປປ ລາວ ໄດ້ຈັດກອງປະຊຸມພົບປະເພື່ອຫວນຄືນມູນເຊື້ອວັນສ້າງຕັ້ງຄະນະສັນຕິ ພາບ ແລະ ສາມັກຄີ ຂອງ ສປປ ລາວ ຄົບຮອບ 40 ປີ ຂຶ້ນໃນວັນທີ 1 ສິງຫາ 2023 ຢູ່ສະພາແຫ່ງຊາດ ໂດຍການເລົ່າມູນເຊື້ອ ຂອງ ທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ ປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ ມີຮອງປະ ທານ ເລຂາທິການ ແລະ ກໍາມະການ ເຂົ້າຮ່ວມ.

ຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ແຕ່ກ່ອນເອີ້ນວ່າ ຄະນະກຳມະການລາວ ເພື່ອສັນຕິພາບ ສາ ມັກຄີ ແລະ ມິດຕະ ພາບກັບປະຊາຊາດ ແມ່ນອົງການຈັດຕັ້ງສັງຄົມຂອງລາວ ສ້າງຕັ້ງຂຶ້ນໃນວັນທີ 1 ສິງ ຫາ 1983 ໂດຍແມ່ນ ທ່ານ ສິງປະໂປ ສີໂຄດຈຸນລະມາລີ ເປັນປະທານຜູ້ທຳອິດ ໃນເວລານັ້ນ ຄະນະກຳ ມະການນີ້ ມີຖານະເປັນອົງການຈັດຕັ້ງທີ່ມີງົບປະມານ ແລະ ກົງຈັກສະເພາະ ມາຮອດປີ 1999 ກົມການ ເມືອງສູນກາງພັກ ໄດ້ຕົກລົງໂອນຄະນະກຳມະການລາວ ເພື່ອສັນຕິພາບ ສາມັກຄີ ແລະ ມິດຕະພາບ ກັບປະຊາຊາດ ມາຂຶ້ນກັບຄະນະພົວພັນຕ່າງປະເທດສູນກາງພັກ ແລະ ປ່ຽນຊື່ມາເປັນ ຄະນະ ສັນຕິພາບ ແລະ ສາມັກຄີ ຂອງລາວ ແລະ ແຕ່ງຕັ້ງ ທ່ານ ດຣ. ສີໂຫ ບັນນະວົງ ຮອງປະທານສູູນກາງແນວລາວສ້າງຊາດ ໃນເວລານັ້ນເປັນປະທານ ນັບແຕ່ນັ້ນມາ ຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ໄດ້ມີການປັບປຸງກົງຈັກການຈັດຕັ້ງ 3 ຄັ້ງ ຄັ້ງທີ 1 ແມ່ນ ທ່ານ ຄໍາພັນ ສິມມາລາວົງ (2008-2016) ນັກການທູດອາວຸໂສ ເປັນປະທານ ຄັ້ງທີ 2 (2016-2022) ແມ່ນທ່ານ ສົມພັນ ແພງຄໍາມີ ກໍາມະການສູນກາງພັກ ຮອງປະທານສະພາແຫ່ງຊາດ (ໃນເວລານັ້ນ) ເປັນປະທານ  ແລະ ຄັ້ງທີ 3 (2022-ປັດຈຸບັນ) ແມ່ນ ທ່ານ ສົມມາດ ພົລເສນາ ກໍາມະການສູນກາງພັກ ຮອງປະທານສະພາແຫ່ງຊາດ ເປັນປະ ທານ ແລະ ປະກອບມີຮອງປະທານ ເລຂາທິການ ແລະ ກໍາມະການ ລວມທັງໝົດ 9 ທ່ານ ແຕ່ລະທ່ານບໍ່ໄດ້ປະຈໍາການ ສ່ວນຫ້ອງ ການ ແລະ ກອງເລຂາ ທີ່ເຮັດວຽກແມ່ນກົມການທູດປະຊາຊົນ ຂອງຄະນະພົວພັນຕ່າງປະເທດສູນກາງພັກ ເປັນໃຈກາງປະສານງານ ແລະ ເຮັດວຽກປະຈຳ.

ຜົນສຳເລັດອັນພົ້ນເດັ່ນໃນໄລຍະຜ່ານມາ ຂອງຄະນະສັນຕິພາບ ແລະ ສາມັກຄີຂອງລາວ ແມ່ນການປະກອບ ສ່ວນເຄື່ອນ ໄຫວສ້າງສະພາບແວດລ້ອມເອື້ອອໍານວນໃຫ້ແກ່ການສ້າງສັນຕິພາບ ແລະ ການພັດທະນາ ທັງພາຍໃນ ແລະ ຕ່າງປະເທດ ເຮັດໃຫ້ສາກົນຮັບຮູ້ບົດບາດ ຂອງຄະນະສັນຕິພາບ ແລະ ສາມັກຄີຂອງລາວ ກໍຄືບົດບາດ ຂອງ ສປປ ລາວ ສະນັ້ນ ໃນປີ ໃນປີ 2008 ຄະນະກຳມະການຄ້ອງສັນຕິພາບສັນຕິພາບໂລກ ອິນໂດເນເຊຍ ໄດ້ມອບລາງວັນອັນຊົງກຽດ ຄື:ຄອ້ງສັນຕິພາບໂລກ ໃຫ້ແກ່ ສປປ ລາວ ເຊິ່ງເປັນປະເທດທໍາອິດໃນບັນດາປະເທດອາຊຽນ ແລະ ເປັນປະເທດທີ 4 ໃນໂລກ (ຖັດຈາກ ຈີນ ອິນເດຍ​ ໂມຊໍາບິກ) ທີ່ໄດ້ຮັບລາງວັນອັນຊົງກຽດດັ່ງກ່າວຈາກ ຄະນະກໍາມະການສັນຕິພາບໂລກອິນໂດເນເຊຍ ປັດຈຸບັນຄ້ອງດັ່ງກ່າວ ປະດິດສະຖານໄວ້ຢູ່ສວນປະຕູໄຊ ນອກນັ້ນ ຜົນງານການເຄື່ອນໄຫວອັນພົ້ນເດັ່ນ ໄດ້ຈັດກິດຈະກຳລະດົມປັດໃຈ ເພື່ອຊ່ວຍ ເຫຼືອ ຜູ້ປະສົບໄພທຳມະຊາດທັງຢູ່ພາຍໃນ ແລະ ຕ່າງ ປະເທດ ເຊັ່ນ:ຈັດຄອນເສີດລະດົມທຶນ ເພື່ອຊ່ວຍເຫຼືອປະຊາຊົນທີ່ໄດ້ ຮັບຜົນກະທົບຈາກ ໄພນໍ້າຖວ້ມ ຢູ່ 3 ແຂວງພາກໃຕ້ ຂອງລາວ ປີ 2009 ໄດ້ 300 ກວ່າລ້ານກີບ ຈັດຄອນເສີດລະດົມປັດໄຈ ຊ່ວຍເຫຼືອ ປະຊາຊົນປະເທດໄຮຕິ ປະສົບແຜ່ນດິນໄຫວ ປີ 2010 ມູນຄ່າ 15.000 ໂດລາສະຫະລັດ ແລະ ຈັດຄອນ ເສີດລະ ດົມປັດໄຈຊ່ວຍເຫຼືອປະຊາຊົນຍີ່ປຸ່ນ ປະສົບໄພສຶນາມິ ໃນເດືອນມີນາ ປີ 2011 ໄດ້ 500 ກວ່າລ້ານກີບ ເປັນເຈົ້າພາບຈັດກອງ ປະຊຸມຂົງເຂດອາຊີປາຊີຟິກ ແລະ ກອງປະຊຸມຄະນະເລຂາຂອງສະພາສັນຕິພາບໂລກ ໃນປີ 2019 ນອກນັ້ນ ຍັງໄດ້ຂົນຂວາຍ ທຶນຮອນນໍາຄູ່ຮ່ວມມືມາສ້າງສາພັດທະນາ ສປປ ລາວ ນັບແຕ່ປີ 2013-2022 ໄດ້ລະດົມຂົນຂວາຍທຶນຈາກອົງການສັນຕິ ພາບເພື່ອນມິດ ມາສ້າງສາພັດທະນາຢູ່ ສປປ ລາວ ເປັນຕົ້ນແມ່ນສ້າງພື້ນຖານໂຄງລ່າງດ້ານການສຶກສາ ເຊິ່ງໄດ້ສ້າງໂຮງ ຮຽນປະຖົມ ແລະ ມັດທະຍົມໄດ້ທັງໝົດ 17 ຫຼັງ ແລະ ອຸປະກອນການຮຽນການສອນ ລວມມູນຄ່າ 3 ລ້ານກວ່າໂດລາ ແລະ 15 ລ້ານກວ່າຢວນ ພ້ອມນັ້ນ ຍັງໄດ້ເຂົ້າຮ່ວມກອງປະຊຸມສາກົນ ເພື່ອຕ້ານການຊ່ວງເສັງການປະກອບອາວຸດ ຕ້ານການໃຊ້ ກຳລັງທະຫານ ແລະ ສະໜັບສະໜູນຖະແຫຼງການຕ່າງໆ ຂອງສະພາສັນຕິ ພາບໂລກ ອົງການຈັດຕັ້ງສັນຕິພາບພາກພື້ນ ຕ່າງໆ.

ສຳລັບທິດທາງແຜນການເຄື່ອນໄຫວໃນຕໍ່ໜ້າ ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ຈະສືບຕໍ່ປະຕິບັດຕາມພາລະບົດ ບາດ ໃນການໂຄສະນາເຜີຍແຜ່ກ່ຽວກັບສັນຕິພາບ ແລະ ການພັດທະນາ ແລະ ຜົນຮ້າຍຂອງສົງຄາມ ສືບຕໍ່ປະກອບສ່ວນສ້າງ ສະພາບແວດລ້ອມອັນເອື້ອອໍານວຍ ໃນການສ້າງສັນຕິ ພາບ ໃນພາກພື້ນ ແລະ ໃນໂລກ ຕາມເງື່ອນໄຂ ແລະ ຄວາມສາມາດ ຕົວຈິງຂອງຕົນ ສືບຕໍ່ພົວພັນຮ່ວມມືຢ່າງໃກ້ຊິດກັບສະພາສັນຕິພາບໂລກ ອົງການສັນຕິພາບເພື່ອນມິດຍຸດທະສາດອົງການ ສັນຕິພາບພາກພື້ນ ປະກອບສ່ວນເຂົ້າໃນການສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພຶ້ນ ແລະ ສາກົນ ສືບຕໍ່ເຂົ້າ ຮ່ວມກອງປະຊຸມສາກົນຕ່າງໆ ແລະ ສະໜັບສະໜູນວຽກງານສັນຕິພາບ ເພື່ອເສີມຂະຫຍາຍບົດບາດ ຂອງອົງການສັນຕິ ພາບ ຂອງລາວ ໃຫ້ເດັ່ນຂຶ້ນຕື່ມໃນເວທີສາກົນ ແລະ ສືບຕໍ່ລະດົມຂົນຂວາຍທຶນ ມາສ້າງສາພັດທະນາ ສປປ ລາວ ໃຫ້ນັບມື້ ກ້ວາງຂວາງ ແລະ ຫຼາຍຂຶ້ນກວ່າເກົ່າ.

error: Content is protected !!