ນວ ສາມາດແກ້ໄຂເປົ້າໝາຍຄ້າ-ຂາຍຢາເສບຕິດໄດ້ຫຼາຍເລື່ອງ

   ໄລຍະ 1 ປີ ຜ່ານມາ ກອງບັນຊາການນະຄອນຫຼວງວຽງຈັນ (ປກສ ນວ) ໄດ້ສຸມໃສ່ແກ້ໄຂບັນຫາຢາເສບຕິດ ໃນນະຄອນຫຼວງ ໂດຍສະເພາະການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາດັ່ງກ່າວຕາມ 6 ໜ້າວຽກຈຸດສຸມຂອງ ນວ ວາງອອກ ເປັນຕົ້ນ ການສຸມໃສ່ຍົກສູງປະສິດທິຜົນໃນການຄຸ້ມຄອງ ຊີ້ນຳໃນການຈັດຕັ້ງປະຕິບັດວຽກງານຮອບດ້ານເພື່ອແກ້ໄຂບັນຫາດັ່ງກ່າວໃຫ້ເປັນຮູບປະທຳ ເຊິ່ງຜ່ານການຈັ້ງປະຕິບັດຕົວຈິງ ປກສ ນວ ສາມາດ ແກ້ໄຂ ແລະ ປາບປາມເປົ້າໝາຍການຄ້າ-ຂາຍ ຂົນສົ່ງ ຢາເສບຕິດໄດ້ 1.000 ກວ່າເລື່ອງ ພ້ອມທັງສາມາດກັກຕົວກຸ່ມເປົ້າໝາຍໄດ້ຫຼາຍພັນຄົນ.

   ທ່ານ ພົນຈັດຕະວາ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການ ປກສ ນວ ລາຍງານການຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາປະຊາຊົນ ນວ ຊຸດທີ II ວ່າ: ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາດັ່ງກ່າວ ໄລຍະທີ II ແຕ່ເດືອນມັງກອນປີ 2022 – ເດືອນມິຖຸນາ 2023 ຂອງ ນວ ຜ່ານມາ ປກສ ນວ ໄດ້ເອົາໃຈໃສ່ນຳພາ-ຊີ້ນຳຈັດຕັ້ງປະຕິບັດວຽກງານດັ່ງກ່າວຢ່າງຮອບດ້ານ  ໂດຍສະເພາະການສຸມໃສ່ປາບປາມ ແລະ ແກ້ໄຂຢາເສບຕິດ ໄດ້ກວດກາພົບເຫັນຢາເສບຕິດ 19 ເລື່ອງ ສາມາດແກ້ເປົ້າໝາຍ ຄ້າ-ຂາຍ ຂົນສົ່ງ ແລະ ມີຢາເສບຕິດໄວ້ໃນຄອບຄອງ 1.627 ເລື່ອງ ກັກຕົວເປົ້າໝາຍໄດ້ 2.412 ຄົນ ຍິງ 256 ໃນນີ້ ມີຄົນຕ່າງປະເທດ 44 ຄົນ ທຽບໃສ່ແຜນການຈຳນວນເປົ້າໝາຍທີ່ຂຶ້ນບັນຊີກ່ອນໜ້ານີ້ 1.096 ຄົນ ຜ່ານການຈັດຕັ້ງປະຕິບັດຕົວຈິງປະຕິບັດໄດ້ 100% ສາມາດແກ້ໄຂເປົ້າໝາຍໃໝ່ໄດ້ຕື່ມອີກ 1.318 ຄົນ ແລະ ເຫັນວ່າຈຳນວນເປົ້າໝາຍຄ້າຂາຍມີເພີ່ມຂຶ້ນ 120%  ພ້ອມນັ້ນຍັງສາມາດຍຶດເຄື່ອງຂອງກາງ ປະເພດຢາບ້າໄດ້ 13.263.152 ເມັດ ຢາໄອສ໌ 55,26 ກິໂລ ກັນຊາ 74 ກິໂລ ເຮໂຣອິນ 19 ກິໂລ ຢາອີ 12 ແກັດ ກາເຟປະສົມສານເສບຕິດ 8 ແກັດ ຄໍລະເຈັ້ນປະສົມສານເສບຕິດ 1 ແກັດ ປະເພດເມັດສີດໍາ ສີຂາວ ແລະ ສີຂຽວປະສົມສານເສບຕິດ 468 ກິໂລ ແປ້ງຝຸ່ນສີຂາວ 41 ກິໂລ ໄຟເບີເລີ້ 12 ແກັດ ຖັງບັນຈຸສານເສບຕິດ 53 ຖັງ ປູມເປົ້າ 1 ເປົ້າ ຢາສູບໄຟຟ້າ 2.386 ກັບ ນໍ້າຢາເຕີມ 1.549 ຫຼອດ ນ້ຳກະທ້ອມ 3.369 ລິດ ໃບກະທ້ອມສົດ 1.768 ກິໂລ ປືນຍາວ 5 ກະບອກ ປືນສັ້ນ 73 ກະບອກ ພ້ອມລູກກະສູນ 5,560 ລູກ ໝາກແຕກ 4 ໜ່ວຍ ເງິນ 1,4 ຕື້ກວ່າກີບ ເງິນບາດ 4 ລ້ານກວ່າບາດ ເງິນໂດລາ 63.000 ໂດລາ ເງິນດົງ 152 ລ້ານດົງ ຄຳຮູບປະພັນ 25 ບາດ ລົດຈັກ 128 ຄັນ ລົດໃຫ່ຍ 28 ຄັນ ໃບຕາດິນ 10 ໃບ ດິນ 17 ຕອນ (ດິນພ້ອມເຮືອນ 9 ຕອນ ແລະ ດິນສວນ 8 ຕອນ) ແລະ ອື່ນໆ.

    ສະເພາະໄລຍະ 6 ເດືອນຕົ້ນປີ 2023 ສາມາດເຮັດວຽກງານປາບປາມ ແລະ ແກ້ໄຂ ຍຶດໄດ້ຢາເສບຕິດໄດ້ 19 ເລື່ອງ ສາມາດແກ້ເປົ້າໝາຍຄ້າຂາຍ ຂົນສົ່ງ ມີຢາເສບຕິດໄວ້ໃນຄອບຄອງໄດ້ 626 ເລື່ອງ ກັກຕົວເປົ້າໝາຍ 31 ຄົນ ຍິງ 98 ໃນນີ້ ຕ່າງປະເທດ 23 ຄົນ ທຽບໃສ່ 6 ເດືອນຕົ້ນປີ 2022 ແກ້ໄດ້ເພີ່ມຂຶ້ນ 256 ເລື່ອງ ເທົ່າກັບ 70% ກັກຕົວເປົ້າໝາຍເພີ່ມຂຶ້ນ 371 ຄົນ ເທົ່າກັບ 64%.

   ສາມາດຍຶດໄດ້ຢາບ້າໄດ້ 7,8 ລ້ານກວ່າເມັດ ຢາໄອສ໌ 12,20 ກິໂລ ຄັນຊາ 55 ແທ່ງ ກັບ 19    ກິໂລ ເຮໂຣອິນ 18,95 ກິໂລ ຄໍລະເຈັ້ນປະສົມສານເສບຕິດ 1 ແກັດ ແປ້ງຝຸ່ນສີຂາວ 41 ກິໂລ ຖັງບັນຈຸສານເສບຕິດ 27 ຖັງ ນ້ຳກະທ້ອມ 1.872 ລິດ ໃບກະທ້ອມສົດ 889 ກິໂລ ປືນຍາວ 5 ກະບອກ ປືນສັ້ນ 42 ກະບອກ ພ້ອມລູກກະສູນ 5.357 ລູກ ໝາກແຕກ 4 ໜ່ວຍ ເງິນກີບ 799.642.000 ກີບ ເງິນບາດ 107.570 ບາດ ເງິນໂດລາ 63.125 ໂດລາ ເງິນດົງ 152 ລ້ານດົງ ສາຍຄໍຄາ 7 ເສັ້ນ ລົດຈັກ 29 ຄັນ ລົດໃຫຍ່ 10 ຄັນ ພ້ອມນັ້ນຍັງໄດ້ຈັດພິທີສະເຫຼີມສະຫຼອງວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 21 ປີ ແລະ ໄດ້ຈູດທຳລາຍຢາບ້າ27.984.204 ເມັດ ເທົ່າກັບ 2,8 ໂຕນ ເຮໂຣອິນ 78,92 ກີໂລ ຢາໄອສ໌ 40,54 ກິໂລ ແປ້ງປະສົມຢາບ້າ 40 ເປົ່າ ເທົ່າກັບ 1.997 ກິໂລ ແລະ ອື່ນໆ.

error: Content is protected !!