ເສດຖະກິດ-ສັງຄົມຂອງ ນວ ຂະຫຍາຍຕົວເພີ່ມຂຶ້ນ

     ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມໄລຍະ 2 ປີກວ່າຜ່ານມາ ຂອງນະຄອນຫຼວງໄດ້ຢູ່ໃນເງື່ອນໄຂທີ່ສະພາບການຂອງໂລກ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ເປັນຕົ້ນ ການລະບາດຂອງພະຍາດໂຄວິດ-19 ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ສະພາບອ່ອນຄ່າຂອງເງິນກີບ ເຊິ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ການພັດທະນາເສດຖະກິດ-ສັງຄົມຂອງນະຄອນຫຼວງວຽງຈັນ ຢ່າງໃດກໍຕາມພາຍໃຕ້ການນຳພາ-ຊີ້ນຳຢ່າງໃກ້ສິດຂອງພັກ-ລັດຖະບານກໍຄື ອົງການປົກຄອງ ນວ ເຮັດໃຫ້ນະຄອນຫຼວງ ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ ແລະ ດ້ານເສດຖະກິດ-ສັງຄົມຂອງ ນວ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.

    ທ່ານ ພູຂົງ ບັນນາວົງ ຮອງເຈົ້າຄອງ ນວ ລາຍງານຜົນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານໄລຍະກາງສະໄໝຂອງ ແຜນການ 5 ປີ ຄັ້ງທີ IX (2021-2025) ທິດທາງແຜນການທ້າຍສະໄໝ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023 ຂອງ ນວ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາປະຊາຊົນ ນວ ຊຸດທີ II ວ່າ: ການເຕີບໂຕດ້ານເສດຖະກິດມະຫາພາກໃນ 2 ປີຜ່ານມາ ຂອງ ນວ ລວມຍອດຜະລິດຕະພັນພາຍໃນ (GDP) ເພີ່ມຂຶ້ນ ໂດຍສະເລ່ຍ 4,48% (ມະຕິສະພາ 7-8% ຕໍ່ປີ) ໃນນີ້ ຂະແໜງກະສິກຳ ເພີ່ມຂຶ້ນສະເລ່ຍ 3,59% (ມະຕິສະພາ4-4,5% ຕໍ່ປີ) ຂະ ແໜງອຸດສາຫະກໍາ 6,39% (ມະຕິສະພາ 11,5% ຕໍ່ປີ) ຂະແໜງບໍລິການ 1,86% (ມະຕິສະພາ 6,5% ຕໍ່ປີ) ຮອດປີ 2022 ລວມຍອດຜະລິດຕະພັນພາຍໃນບັນລຸໄດ້ 62.243,93 ຕື້ກີບ ສະເລ່ຍຕໍ່ຫົວຄົນ 62,91 ລ້ານກີບ (ມະຕິສະພາ ຮອດປີ 2025 ໃຫ້ບັນລຸໄດ້ 84.916 ຕື້ກີບ) ໂຄງປະກອບເສດຖະກິດໄດ້ມີການຫັນປ່ຽນຄື: ກະສິກຳຫຼຸດລົງຈາກ 14,3% ໃນປີ 2020 ມາເປັນ 13,77% ໃນປີ 2022 (ມະຕິສະພາ ຮອດປີ 2025 ໃຫ້ກວມເອົາ 14%) ອຸດສາຫະກຳ ຫຼຸດລົງຈາກ 49,5% ມາເປັນ 49,05% ໃນປີ 2022 (ມະຕິສະພາ ຮອດປີ 2025 ໃຫ້ກວມເອົາ 49%) ແລະ ການບໍລິການເພີ່ມຂຶ້ນຈາກ 36,2% ມາເປັນ 37,18% (ມະຕິສະພາ ຮອດປີ 2025 ໃຫ້ກວມເອົາ 37% ຂອງ GDP) ສັງລວມແລ້ວໂຄງປະກອບເສດຖະກິດໄດ້ຫັນປ່ຽນໄປຕາມທິດທີ່ກຳນົດໄວ້ໂດຍພື້ນຖານ ພ້ອມນັ້ນ ນວ ໄດ້ເອົາໃຈໃສ່ຍົກສູງປະສິດທິພາບ ການຄຸ້ມຄອງລາຍຮັບ ແລະ ລາຍຈ່າຍ ສ້າງລະບົບ ກົນໄກ ລະບຽບການ ແລະ ນໍາໃຊ້ເຄື່ອງມືທີ່ທັນສະໄໝ ເຂົ້າໃນການເກັບລາຍຮັບ ແລະ ເບີກຈ່າຍງົບປະມານ ຜ່ານລະບົບທະນາຄານ ປັບປຸງ ແລະ ຂະຫຍາຍຖານລາຍຮັບພາຍໃນ ດ້ວຍການຊຸກຍູ້ການເສຍພາສີ-ອາກອນ ໃຫ້ຄົບຖ້ວນ ສາມາດຈັດເກັບລາຍຮັບໄດ້ 11.980,95 ຕື້ກີບ ເທົ່າກັບ 41,16% ຂອງມະຕິສະພາ (29.114,05 ຕື້ກີບ) ໃນນີ້ ພຸດນະຄອນຫຼວງວຽງຈັນ ຈັດເກັບໄດ້ 3.903,49 ຕື້ກີບ ເທົ່າກັບ 45,07% ຂອງມະຕິສະພາ (8.660,21 ຕື້ບກີບ).

ສາມາດຫຼຸດຜ່ອນລາຍຈ່າຍຕາມແຜນທີ່ບໍ່ຈຳເປັນ ແລະ ລາຍຈ່າຍບໍລິຫານຟຸມເຟືອຍ ໃນປີ 2021 ໄດ້ 8,98 ຕື້ກີບ ແລະ ປີ 2022 ປະຕິບັດໄດ້ 8,20 ຕື້ກີບ ດຸ່ນດ່ຽງພັນທະໃຫ້ສູນກາງປະຕິບັດໄດ້          1,64 ຕື້ກີບ ເທົ່າກັບ 36,26% ຂອງມະຕິສະພາ (4.455,52 ຕື້ກີບ) ມູນຄ່າການສົ່ງອອກ ຂະຫຍາຍຕົວສະເລ່ຍ ລະດັບ 23,85% ຕໍ່ປີ (ມະຕິສະພາ ບໍ່ຫຼຸດ 18%) ມູນຄ່າການນຳເຂົ້າ ເພີ່ມຂຶ້ນສະເລ່ຍ ລະດັບ 20,12% ຕໍ່ປີ (ມະຕິສະພາ ບໍ່ໃຫ້ເກີນ 8%) ການລົງທຶນທົ່ວສັງຄົມ ປະຕິບັດໄດ້ 78.471,88 ຕື້ກີບ ເທົ່າກັບ 95.98% ຂອງມະຕິສະພາ (81.755 ຕື້ກີບ) ໃນນັ້ນ ການລົງທຶນຈາກງົບປະມານພາຍໃນ ໄດ້ 316,85 ຕື້ກີບ ເທົ່າກັບ 24,37% ຂອງມະຕິສະພາ(1.300 ຕື້ກີບ) ການຊ່ວຍເຫຼືອທາງການພັດທະນາ ປະຕິບັດໄດ້ 1.866,15 ຕື້ກີບ ເທົ່າກັບ 57,07% ຂອງມະຕິສະພາ (3.270 ຕື້ກີບ) ການລົງທຶນຂອງພາກເອກະຊົນປະຕິບັດໄດ້ 38.840,55 ຕື້ກີບ ເທົ່າກັບ 59,39% ຂອງມະຕິສະພາ (65.400 ຕື້ກີບ) ການລົງທືນຈາກສິນເຊື່ອທະນາຄານ ປະຕິບັດໄດ້ 37.448,33 ຕື້ກີບ ປະຕິບັດໄດ້ລື່ນ 2 ເທົ່າຕົວຂອງມະຕິສະພາ (11.785 ຕື້ກີບ).

   ດ້ານການພັດທະນາຂະແໜງເສດຖະກິດ ໄດ້ສຸມໃສ່ຊຸກຍູ້ສົ່ງເສີມການຜະລິດ ດ້ວຍການນຳໃຊ້ກົນຈັກທັນສະໄໝ ເຂົ້າໃນການຜະລິດ ເພື່ອຫຼຸດຜ່ອນແຮງງານ ສ້າງຕັ້ງກຸ່ມການຜະລິດ ດ້ານກະສິກຳ ໃຫ້ເຂົ້າສູ່ລະບົບ 37 ກຸ່ມ ສ້າງກຸ່ມຜັກອິນຊີ ທີ່ເຂັ້ມແຂງກ້າວເປັນ 2 ສະຫະກອນ 2 ກຸ່ມ ສະໜອງນ້ໍາໄດ້ພຽງພໍ ຕໍ່ລະດູການຜະລິດ ໂດຍພື້ນຖານເຮັດໃຫ້ບັນດາຄາດໝາຍການຜະລິດເພື່ອຄໍ້າປະກັນສະບຽງອາຫານ ປະຕິບັດໄດ້ດີ ແລະ ຄາດວ່າຈະບັນລຸໃນທ້າຍສະໄໝ 5 ຄາດໝາຍ ແລະ ມີ 1 ຄາດໝາຍ ມີຄວາມຄືບໜ້າຊ້າຄື: ການປູກສາລີ ເນື່ອງຈາກວ່າ ຊາວກະສິກອນຫັນມາປູກມັນຕົ້ນ ການສະໜອງຊີ້ນ ສັດປີກ ໄດ້ 10.191 ໂຕນ ເທົ່າກັບ 6,7% ຂອງມະຕິສະພາ (150.000 ໂຕນ) ການລ້ຽງປາກະຊັງ ເພີ່ມຂຶ້ນສະເລ່ຍ 420 ໂຕນຕໍ່ປີ ເທົ່າກັບ 70,71% ຂອງມະຕິສະພາ (594 ໂຕນຕໍ່ປີ) ການຜະລິດໄຂ່ ຂະຫຍາຍຕົວ ສະເລ່ຍ 880,40 ໂຕນຕໍ່ປີ ປະຕິບັດໄດ້ລື່ນແຜນ 1 ເທົ່າໂຕ ຂອງມະຕິສະພາ (400 ໂຕນຕໍ່ປີ) ການຜະລິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ຂະຫຍາຍຕົວເພີ່ມຂຶ້ນສະເລ່ຍ 8,61% ຕໍ່ປີ (ມະຕິສະພາ11,5% ຕໍ່ປີ) ເສີມຄຸນຄ່າ ແລະ ແຍກແຮ່ທາດ ເພື່ອສົ່ງອອກໄດ້ສະເລ່ຍ 112.714 ໂຕນຕໍ່ປີ ເທົ່າກັບ 93,92% ຂອງມະຕິສະພາ (120.000 ໂຕນຕໍ່ປີ) ແລະ ນຳເຂົ້າແຮ່ທາດ ສະເລ່ຍ 29.787 ໂຕນຕໍ່ປີ ເທົ່າກັບ 48,99% ຂອງມະຕິສະພາ (76.000 ໂຕນຕໍ່ປີ).

   ສຳລັບທິດທາງຈຸດສຸມທ້າຍສະໄໝ ນວ ຈະສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວເຕີບໂຕໃນລະດັບສູງກວ່າ 2 ປີທີ່ຜ່ານມາ ຫັນປ່ຽນໂຄງປະກອບເສດຖະກິດໄປຕາມທິດທີ່ມີຄຸນນະພາບ ຍືນຍົງ ແລະ ສີຂຽວ

ສືບຕໍ່ປະຕິຮູບຂະແຫນງການເງິນ ໃຫ້ເຂັ້ມແຂງ ແລະ ຍືນຍົງ ຍົກສູງປະສິດທິພາບ ການຄຸ້ມຄອງລາຍຮັບ ແລະ ລາຍຈ່າຍ ນໍາໃຊ້ເຄື່ອງມືທີ່ທັນສະໄໝ ເຂົ້າໃນວຽກງານການເງິນໃຫ້ເປັນຮູບປະທໍາ ປັບປຸງ ແລະ ຂະຫຍາຍ ຖານລາຍຮັບພາຍໃນໃຫ້ເພີ່ມຂຶ້ນເທື່ອລະກ້າວ ຮັກສາວິໄນແຜນການ-ການເງິນ ຢ່າງເຂັ້ມງວດ ສຸມໃສ່ສ້າງ ນະໂຍບາຍພາສີ-ອາກອນ ໃຫ້ຄວາມຍຸຕິທໍາ ແລະ ຊຸກຍູ້ສົ່ງເສີມການລົງທຶນ ແລະ ການຜະລິດທຸລະກິດ ປະຕິບັດລາຍຈ່າຍງົບປະມານຢ່າງປະຫຍັດມັດທະຍັດ ມີຈຸດສຸມ ແລະ ສອດຄ່ອງກັບເປົ້າຫມາຍການພັດທະນາ ສູ້ຊົນຮັບປະກັນຄວາມຫມັ້ນຄົງ ດ້ານສະບຽງອາຫານຕາມຫຼັກໂພຊະນາການ ໃຫ້ນະຄອນຫຼວງວຽງຈັນ ແລະ ປະກອບສ່ວນ ສ້າງຄັງແຮເຂົ້າແຫ່ງຊາດ ສົ່ງເສີມ ແລະ ເລືອກເຟັ້ນການຜະລິດສິນຄ້າກະສິກໍາຕາມທິດຍືນຍົງ ສະໜອງຄວາມຕ້ອງການວັດຖຸດິບ ໃຫ້ໂຮງງານອຸດສາຫະກໍາປຸງແຕ່ງພາຍໃນ ແລະ ເປັນສິນຄ້າສົ່ງອອກ ປົກປັກຮັກສາ ແລະ ຟື້ນຟູປ່າສະຫງວນແຫ່ງຊາດ 2 ແຫ່ງ ປ່າ ຜະລິດ ແລະ ປ່າປ້ອງກັນໃຫ້ຄົບຖ້ວນ ຍືນຍົງ ແລະ ອື່ນໆ.

error: Content is protected !!