ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງ ສ​ປ ນວ ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ສປ ນວ) ຊຸດທີ II ໄຂຂຶ້ນຢ່າງເປັນທາງ ການວັນທີ 31 ກໍລະກົດ-4 ສິງຫາ 2023 ຢູ່ຫ້ອງວ່າການປົກຄອງ ນວ ໂດຍເປັນປະທານຂອງ ທ່ານ ນາງ ລຳພອຍ ສີອັກ ຄະຈັນ ຮອງປະທານສະພາປະຊາຊົນ ນວ ມີ ທ່ານ ພົນຈັດຕະວາ ສີພອນ ຈັນສົມວົງ ຮອງເລຂາຄະນະພັກນະຄອນຫຼວງວຽງ ຈັນ ບັນດາການນຳນະຄອນຫຼວງ ສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງ​ຈັນ (ສສ ນວ) ປະຈຳເຂດເລືອກຕັ້ງຕ່າງໆເຂົ້າຮ່ວມ.

ທ່ານ ນາງ ລຳພອຍ ສີອັກຄະຈັນ ໄດ້ກ່າວເປີດກອງປະຊຸມວ່າ: ກອງປະຊຸມ ສະໄໝສາມັນ ເທື່ອທີ 05 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ຄັ້ງນີ້ ຈະໄດ້ພິຈາລະນາຮັບຮອງເອົາບັນດາເນື້ອໃນສໍາຄັນ ຂອງ ນວ ເປັນຕົ້ນ ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານຂອງທ່ານເຈົ້າຄອງ ນວ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບ ປະມານ ໄລຍະກາງສະໄໝຂອງແຜນ ການ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບການຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ ແຜນງົບປະມານ 6 ເດືອນ ຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍ ປີ 2023 ຂອງ ນວ ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານຂອງອົງການປົກຄອງນະຄອນຫຼວງ ກ່ຽວກັບ ການປະເມີນຜົນ ການຈັດຕັ້ງປະຕິບັດບັນດານິຕິກໍາ ໃຕ້ກົດໝາຍ ທີ່ສະພາປະຊາຊົນ ນວ ໄດ້ຮັບຮອງເອົາ 3 ສະບັບ ຄື: ຂໍ້ຕົກລົງ ວ່າດ້ວຍການຄວບຄຸມສຽງເນືອງນັນໃນນະຄອນ ຫຼວງ ຂໍ້ຕົກລົງ ວ່າດ້ວຍການກໍານົດ ແລະ ຄຸ້ມຄອງທີ່ດິນກະສິກໍາ ແລະ ປ່າໄມ້ ຢູ່ນະຄອນຫຼວງ ຂໍ້ຕົກລົງ ວ່າດ້ວຍການຈັດສັນ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ຮັບຟັງການລາຍງານການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຄື: ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ 6 ເດືອນຕົ້ນປີ 2023 ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2023 ຢູ່ນວ ຄວາມຄືບໜ້າໃນການປະຕິບັດວາລະແຫ່ງຊາດ ວ່າດ້ວຍການ ແກ້ໄຂບັນຫາຢາເສບຕິດ ໄລຍະທີ II ຕິດພັນກັບການແກ້ໄຂບັນຫາຢາເສບຕິດທີ່ເກີດຂຶ້ນໃໝ່ ເຊັ່ນ: ນໍ້າກະທ່ອມ ປຸມເປົ້າ ອັດແກັດ ທີ່ມີສານໄນ ຕັດອ໋ອກໄຊ ຢາສູບໄຟຟ້າ ແລະ ອື່ນໆ.

ນອກນັ້ນຍັງຈະໄດ້ຮັບຟັງການລາຍງານຊີ້ແຈງ ບັນຫາສໍາຄັນຕ່າງໆຂອງນະຄອນຫຼວງ ເປັນຕົ້ນການຈັດຕັ້ງປະຕິບັດ ໂຄງການ ສໍາປະທານ ແລະ ລາຍຮັບຈາກການສໍາປະທານທີ່ດິນ ການແກ້ໄຂໜີ້ສິນ ການຄຸ້ມຄອງຂຸດຄົ້ນແຮ່ທາດ ການຄຸ້ມຄອງທີ່ດິນ ທຸກປະເພດ ການປ່ຽນແປງການນໍາໃຊ້ທີ່ດິນ ຫຼື ການຫັນປ່ຽນທີ່ດິນ ໃນ ນວ ການຕິດຕາມກວດກາ ແລະ ການແກ້ໄຂບັນ ຫາການຈັດສັນ ບຸກລຸກ ແລະ ບຽດຍຶດທີ່ດິນ ທີ່ບໍ່ສອດ ຄ່ອງກັບກົດໝາຍທີ່ດິນ ການຄຸ້ມຄອງຫົວໜ່ວຍທຸລະກິດ ແລະ ຜູ້ປະ ກອບການ ຂອງຄົນຕ່າງປະເທດ ການແກ້ໄຂບັນຫາໄຟໄໝ້ລາມປ່າ ວິທີການ ແລະ ມາດຕະການ ໃນການຕ້ານ ແລ້ງ-ຕ້ານ ຖ້ວມ ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານ ໄລຍະກາງສະໄໝຂອງແຜນການ 5 ປີ (2021-2025) ແລະ ທິດ ທາງແຜນການທ້າຍສະໄໝ ການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2023 ຂອງອົງ ການໄອຍະການປະຊາຊົນ ແລະ ສານປະຊາຊົນ ນວ ຮັບຟັງການລາຍງານຂອງອົງການໄອຍະການປະຊາຊົນນະຄອນຫຼວງ ກ່ຽວກັບການຕິດຕາມກວດກາ ການປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນ ການຕິດຕາມກວດກາການ ປະຕິ ບັດກົດໝາຍ ໃນສະຖານ ທີ່ກັກຕົວຄຸມຂັງ ສູນ-ຄ້າຍດັດສ້າງ ແລະ ສະຖານທີ່ປະຕິບັດມາດຕະການບັງຄັບອື່ນໆຂອງສານ.

ຮັບຟັງການລາຍງານ ຂອງສານປະຊາຊົນ ນະຄອນຫຼວງ ກ່ຽວກັບການຍົກສູງຄຸນນະພາບ ໃນການຕັດສິນ ຄະດີແພ່ງ ແລະ ຄະດີອາຍາເປັນຂັ້ນຕົ້ນ ຢູ່ສານປະຊາຊົນນະຄອນຫຼວງ ຮັບຟັງການລາຍງານຂອງພະແນກຍຸຕິທໍາ ນະຄອນຫຼວງ ກ່ຽວກັບ ສາເຫດຂອງການປະຕິບັດຄໍາຕັດສິນ ຊັກຊ້າ ແລະ ມາດຕະການ ວິທີການແກ້ໄຂ ຂໍ້ຄົງຄ້າງ ຮອດທ້າຍປີ 2023 ຕິດພັນ ກັບການລາຍງານການທ້ອນ ໂຮມຊັບ ວັດຖຸສິ່ງຂອງ ແລະ ຄ່າປັບໃໝຕາມຄໍາຕັດສິນຂອງສານ ຮັບຟັງການລາຍງານ ການຈັດ ຕັ້ງປະຕິບັດວຽກງານ ໄລຍະກາງສະໄໝ ຂອງແຜນການ 5 ປີ (2021-2025) ແລະ ທິດທາງແຜນການທ້າຍສະໄໝ ການຈັດ ຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2023 ຕິດພັນກັບແຜນການ ເຄື່ອນໄຫວພົບປະປະ ຊາຊົນ ແລະ ເຜີຍແຜ່ຜົນສໍາເລັດ ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສປນວ ຊຸດທີ II.

ນອກນີ້ ກອງປະຊຸມຍັງຈະດໍາເນີນການປະເມີນໃຫ້ຄະແນນຄວາມໄວ້ວາງໃຈ ໄລຍະກາງສະໄໝ (2021-2025) ຕໍ່ການປະຕິ ບັດໜ້າທີ່ຂອງບຸກຄະລາກອນດໍາລົງຕໍາແໜ່ງ ທີ່ສະພາປະຊາຊົນ ແລະ ຄະນະປະຈໍາ ສະພາປະຊາຊົນ ນວ ເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ ພ້ອມທັງຮັບຟັງການຊີ້ແຈງ ບາງບັນຫາພົ້ນເດັ່ນທີ່ສສຊ  ແລະ ສສນວ ຍົກຂຶ້ນ ຫຼື ຊັກຖາມ ໃນກອງ ປະຊຸມຈາກອົງການປົກຄອງ ສານປະຊາຊົນ ອົງການໄອຍະການປະຊາຊົນ ແລະ ພາກສ່ວນກ່ຽວຂ້ອງຈຳນວນໜຶ່ງຕື່ມອີກ.

error: Content is protected !!