ສຜກ ໄຂກອງປະຊຸມປະຈຳປີ ຄັ້ງທີ 16

    ໃນວັນທີ 28 ກໍລະກົດ 2023 ທີ່ໂຮງງານສີກາເຟ ແລະ ຫ້ອງທົດລອງ ບ້ານດອນໄລ່ ຫຼັກ 24 ເມືອງບາຈຽງຈະເລິນນສຸກ ແຂວງຈຳປາສັກ ສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລະເວນ (ສຜກ) ໄດ້ເປີດກອງປະຊຸມປະຈຳປີ ຄັ້ງທີ 16 ເປັນກຽດເຂົ້າຮ່ວມຂອງທ່ານ ອຳນວຍ ເຮືອງວົງສາ ຮອງເລຂາພັກເມືອງ ເມືອງບາຈຽງຈະເລີນສຸກ ທ່ານ ຄຳ ນິລະວົງ ຮອງຫົວໜ້າ ພະແນກກະສິກຳ ແລະ ປ່າໄມ້ແຂວງ ທ່ານ ສີທອງ ເພັດລັງສີ ປະທານສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລະເວນ ມີຫົວໜ້າ ຂະແໜງພັດທະນາຊົນນະບົດ ແລະ ສະຫະກອນ ແຂວງ ສະມາຊິກທີ່ເປັນຕົວແທນມາຈາກຊາວສວນ ຂອງແຕ່ລະກຸ່ມຜະລິດ ຊ່ຽວຊານທີ່ປຶກສາ ຄະນະຜູ້ຈັດການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ ສີທອງ ເພັດລັງສີ ປະທານ ສຜກ ໄດ້ກ່າວວ່າ: ກອງປະຊຸມສາມັນ ຫຼືວ່າ ກອງປະຊຸມປະຈຳປີ ຄັ້ງທີ 16 ຂອງ ສະຫະກອນ ຜູ້ຜະລິດກາເຟ  ເຂດພູພຽງບໍລະເວນ ຫຼື CPC ຂອງພວກເຮົາໃນຄັ້ງນີ້ ມີຄວາມສຳຄັນຫຼາຍ ເຊິ່ງໄດ້ຮັບຟັງ ແລະ ຮັບຮອງ ບົດສະຫຼຸບລາຍງານວຽກງານກິດຈະກຳສະຫະກອນເປັນຕົ້ນ: ບົດລາຍງານຜົນການກວດສອບບັນຊີຈາກອົງກອນກວດສອບພາຍນອກ ຜົນການກວດສອບການຄ້າເປັນທຳ ແລະ ຜົນການກວດສອບວຽກງານກະສິກຳອິນຊີ ຫຼີ ອໍການິກ ກິດຈະກຳພາກສະໜາມ ກິດຈະກຳໂຮງງານ-ຫ້ອງທົດລອງ ແລະ ໂຮງງານຝຸ່ນ ຮັບຟັງ ແລະ ຮັບຮອງ ບົດສະຫຼຸບລາຍງານວຽກງານການຕະຫຼາດ ພາຍໃນ ແລະ ສາກົນ ບົດລາຍງານ ບັນຊີ-ການເງິນ ຂອງລະດູການເກັບກ່ຽວທີ່ຜ່ານມາ ສົກ 2022-2023 ແລະ ແຜນກິດຈະກໍາ ແຜນງົບປະມານໃນລະດູເກັບກ່ຽວ ສົກປີ 2023-2024 ຈະຕ້ອງໄດ້ຈັດຕັ້ງປະຕິບັດໃນສົກປີຕໍ່ໜ້າ.

   ສຜກ ມີຜົນສຳເລັດ ເປັນອົງກອນຕົວແບບໃນລະດັບປະເທດ ແລະ ສາກົນ ໃນການບໍລິການໃຫ້ແກ່ຊາວສວນຜູ້ຜະລິດ ແມ່ນລິເລີ້ມມາຈາກການຮ່ວມມື ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ລັດຖະ ບານຝຣັ່ງ ໂດຍໄດ້ຮັບການອຸ້ມຊູຊວ່ຍເຫຼືອຢ່າງໄກ້ຊິດຕິດແທດ ແລະ ສະໜັບສະໜູນຈາກອົງການຈັດຕັ້ງ ພັກ-ລັດ ທີ່ກ່ຽວຂ້ອງ ກໍ່ຄື ການນຳຂັ້ນ ກະຊວງ ກະສິກຳ ແລະ ປ່າໄມ້ ຂັ້ນແຂວງ ຂອງ 3 ແຂວງ ແລະ ຂອງ 4 ເມືອງ ໂດຍຕະຫຼອດມາ.

    ໂອກາດນີ້ ທ່ານ ໄຊຍະກອນ ອ່ອນນາລີ ຜູ້ອຳນວຍການ ລາຍງານຜົນການກວດສອບ ບັນຊີພາຍນອກຜົນການກວດສອບການຄ້າເປັນທຳ ແລະ ຜົນການກວດສອບອໍການິກ ວຽກງານພາກສະໜາມ ແລະ ກິດຈະກຳຂອງໂຮງງານ-ຫ້ອງທົດລອງ ທ່ານ ຄຳພັນ ແກ້ວທະວີ ຮອງຜູ້ອຳນວຍການ ຫົວໜ້າການຕະຫຼາດໄດ້ຜ່ານບົດລາຍງານ ວຽກງານການຕະຫຼາດ ທ່ານ ບຸນເຮືອງ ວົງມະນີຄູນ ຮອງຜູ້ອຳນວຍການ ຫົວໜ້າບໍລິຫານການເງິນ ໄດ້ຜ່ານບົດລາຍງານການເງິນ ສຳລັບລະດູເກັບກ່ຽວທີ່ຜ່ານມາ ສົກ 2022-2023  ຍົກໃຫເຫັນ ໃນ 16 ປີ ທີ່ຜ່ານມາ ສະຫະກອນມີຜົນງານຫຼາຍໆຢ່າງ ມີຫຼາຍເຫດການທີ່ພົ້ນເດັ່ນເກີດຂຶ້ນເຊັ່ນ: ສຜກ ເປັນອົງການຈັດຕັ້ງຂອງຊາວສວນທີ່ສະມາຊິກສະຫະກອນເປັນເຈົ້າຂອງ 100% ມີໂຄງປະກອບການຈັດຕັ້ງຄົບຊຸດ ເປັນລະບົບ ໃນການຂັບເຄື້ອນອົງກອນ ຄື: ມີຄະນະບໍລິຫານງານ 8 ທ່ານ ພະນັກງານ 38 ທ່ານ ໄດ້ທຸ້ມເທເຮື່ອແຮງ ແລະ ສະຕິປັນຍາເຂົ້າໃນວຽກງານການຊຸກຍູ້-ສົ່ງເສີມ ໃຫ້ກັບສະມາຊິກຂອງສະຫະກອນຢ່າງເຕັມສ່ວນ ແລະ ມີສະມາຊິກທັງໝົດ 968 ຄອບຄົວ ເປັນຊາວສວນກາເຟຂະໜາດນ້ອຍທີ່ມີເນື້ອທີ່ການຜະລິດກາເຟນ້ອຍທັງໝົດ 4.604 ເຮັກຕາ ແລະ ກາເຟກາງທັງໝົດ 1.535 ເຮັກຕາ ໂດຍສະເລ່ຍ 4 ເຮັກຕາ/ຄອບຄົວ ມີ 37 ກຸ່ມຜູ້ຜະລິດຍ່ອຍ ທີ່ນອນຢູ່ໃນ 35 ໝູ່ບ້ານຂອງ 3 ເມືອງໃນເຂດພູພຽງບໍລະເວນເຊັ່ນ: ເມືອງປາກຊ່ອງ ແຂວງຈຳປາສັກ ເມືອງເລົ່າງາມ ແຂວງ ສາລະວັນ ແລະ ເມືອງທ່າແຕງ ແຂວງ ເຊກອງ  ສະຫະກອນພວກເຮົາ ມີຕະຫຼາດຮອງຮັບທີ່ໝັ້ນຄົງ ມີສະຖານບັນການເງິນ ແລະ ກອງທຶນທີ່ເຂັ້ມແຂງ.     ສະຫະກອນໄດ້ໃຫ້ການຊ່ວຍເຫຼືອສັງຄົມ-ຊຸມຊົນໃນຫຼາຍໆດ້ານເປັນຕົ້ນ: ວຽກງານການສຶກສາ-ສາທາ ລະນະສຸກ ສິງແວດລ້ອມ ໄຟບິບັດ ແລະ ໄພທຳມະຊາດ ຄົມມະນາຄົມ ອື່ນໆ ພິເສດເຮັດໃຫ້ນັກຮຽນຈຳນວນຫຼາຍກວ່າ 1.000 ຄົນ ໃນເຂດພູພຽງບໍລະເວນ ໄດ້ເຂົ້າເຖິງການສຶກສາທີ່ສະດວກຂຶ້ນ ການຊ່ວຍເຫຼືອດ້ານສາທາລະນະສຸກ ໄດ້ປຸກສ້າງສຸກສາລາ ອຸປະກອນການແພດ ແລະ ເຮືອນຍາມແພດ ທີ່ ບ້ານ ໃໝ່ໄຊສົມບູນ ເມືອງປາກຊ່ອງ (2015) ເປັນມູນຄ່າ 650 ລ້ານກີບ ປະຊາຊົນຫຼາຍກວ່າ 3.568 ຄົນ ຈາກ 4 ບ້ານ ທີ່ສາມາດນຳໃຊ້ບໍລິການ ມີນັກຮຽນຫຼາຍກວ່າ 7.000 ຄົນ ໄດ້ນຳໃຊ້ນ້ຳສະອາດໃນໂຮງຮຽນ: ສະຫະກອນໄດ້ເຈາະນ້ຳບາດານ 15 ບໍ່ ແລະ ເຄື່ອງກອງນ້ຳດື່ມສະອາດ 222 ເຄື່ອງ ມອບໃຫ້ 42 ໂຮງຮຽນ ນອກຈາກນີ້ສະຫະກອນຍັງໄດ້ປະກອບສ່ວນອຸປະກອນໃຫ້ກັບຂະແໜງແມ່ ແລະ ເດັກ ໂຮງໝໍແຂວງຈຳປາສັກ ນອກນີ້ຍັງໄດ້ສືບຕໍ່ພັດທະນາຖະໜົນຫົນທາງໂດຍປະຊາຊົນບ້ານໃໝ່ ບ້ານໜອງກາ ເມືອງປາກຊ່ອງ ມີສ່ວນຮ່ວມສ້າງທາງເບຕົງ ໃຫ້ປະຊາຊົນໄດ້ນຳໃຊ້ມີຄວາມສະດວກຍິ່ງຂຶ້ນ.

error: Content is protected !!