ຄະນະສຳມະນາກອນສູນກາງແນວລາວສ້າງຊາດ (ສນຊ) ໄດ້ສຳເລັດການເຝິກອົບຮົມ ແລກປ່ຽນບົດຮຽນວຽກງານແນວໂຮມ ຢູ່ ສປ ຈີນ ຢູ່ທີ່ ແຂວງກວາງຕຸ້ງ ສປ ຈີນ ໄດ້ຈັດພິທີປິດຊຸດຝຶກອົບຮົມ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ເສິນລູ້ນຢວນ ຮອງຜູ້ອຳນວຍການສະຖາບັນເຝິກອົບຮົມພະນັກງານການຄ້າສາກົນ ຂອງກະຊວງການຄ້າ ສປ ຈີນ ແລະ ທ່ານ ດາວຽງສັກຫວ່າງວິຈິດ ຫົວໜ້າຫ້ອງການ ສນຊ ພ້ອມດ້ວຍຄະນະສຳມະນາກອນ ທີ່ເປັນພະນັກງານຫຼັກແຫຼ່ງຂອງ ສນຊ ແລະ ແນວລາວສ້າງຊາດຂັ້ນທ້ອງຖິ່ນເຂົ້າຮ່ວມ ຈຳນວນ 20 ທ່ານ ຍິງ 8 ທ່ານ.

ໃນພິທີດັ່ງກ່າວ ທ່ານ ເສິນລູ້ນຢວນ ໄດ້ມີຄຳເຫັນສະຫຼຸບຫຍໍ້ຕໍ່ພິທີດັ່ງກ່າວ, ເຊິ່ງຊຸດເຝິກອົບຮົມໃນຄັ້ງນີ້ ໄດ້ເລີ່ມແຕ່ວັນທີ 19-28 ກໍລະກົດ 2023 ແລະ ທ່ານໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ສະພາປຶກສາການເມືອງປະຊາຊົນຈີນ ສະພາປຶກສາການເມືອງປະຊາຊົນແຂວງກວາງຕຸ້ງ ກໍຄືສະຖານທູດຂອງສອງປະເທດ ທີ່ໄດ້ໃຫ້ການສະໜັບສະໜູນຕໍ່ຊຸດຝິກອົບຮົມໃນຄັ້ງນີ້ ພ້ອມທັງສະແດງຄວາມຂອບໃຈມາຍັງບັນດາສຳມະນາກອນຂອງ ສນຊ ທີ່ໄດ້ໃຫ້ຄວາມສຳຄັນເປັນຢ່າງສູງ ແລະ ຕັ້ງໜ້າເຂົ້າຮ່ວມຊຸດເຝິກອົບ ໂດຍສະເພາະບັນດາສະຫາຍໄດ້ຕັ້ງໃຈຮັບຟັງການບັນລະຍາຍ ຄົ້ນຄິດແລກປ່ຽນຄວາມຄິດ ຄວາມເຫັນຢ່າງຕັ້ງໜ້າ ເຊິ່ງເຮັດໃຫ້ການບັນຍາຍຂອງອາຈານຕໍ່ກັບບົດຮຽນໃນ 7 ຫົວຂໍ້ໄດ້ຮັບຜົນສຳເລັດຢ່າງຈົບງາມເພື່ອໃຫ້ບັນດາສະຫາຍນຳໄປຖອດຖອນບົດຮຽນ ຜັນຂະຫຍາຍ ແລະ ໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ໄດ້ຮັບຜົນດີ.


ໂອກາດນີ້ ທ່ານ ດາວຽງສັກ ຫວ່າງວິຈິດ ໄດ້ຕາງໜ້າໃຫ້ຄະນະສຳມະນາກອນ ມີຄຳເຫັນກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງຕໍ່ຄະນະສະພາປຶກສາການເມືອງແຫ່ງຊາດຈີນ ສະຖາບັນເຝິກອົບຮົມພະນັກງານການຄ້າສາກົນຂອງກະຊວງການຄ້າ ສປ ຈີນ ຫ້ອງການທີ່ປຶກສາເສດຖະກິດ-ການຄ້າສະຖານທູດຈີນ ປະຈຳລາວ ແລະ ຫ້ອງການຮ່ວມມືລາວ-ຈີນ ທີ່ໄດ້ອຳນວຍຄວາມສະດວກໃຫ້ແກ່ຄະນະສຳມະນາກອນ ສນຊ ໄດ້ມາເຝິກອົບຮົມ ຢູ່ ສປ ຈີນ ແລະ ຕີລາຄາສູງຕໍ່ໝາກຜົນຂອງຊຸດເຝິກ ອົບຮົມໃນຄັ້ງນີ້ ເຊິ່ງເປັນການຈັດຕັ້ງຜັນຂະຫຍາຍ ສັນຍາການຮ່ວມມື ລະຫວ່າງ ສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ແລະ ສນຊ ຫວັງຢ່າງຍິ່ງວ່າໂອກາດຕໍ່ໄປຈະໄດ້ຮັບການສະໜັບສະໜູນໃຫ້ຫຼາຍຂຶ້ນຕື່ມ.


ຂໍຂອບໃຈການຕ້ອນຮັບອັນອົບອຸ່ນຂອງສະພາປຶກສາການເມືອງປະຊາຊົນ ແຂວງກວາງຕຸ້ງ ຂອບໃຈນຳບັນດາ ຄູ-ອາຈານ ທີ່ລ້ວນແລ້ວແຕ່ມີປະສົບການສູງ ໄດ້ມາໃຫ້ຄວາມຮູ້ ຖ່າຍທອດບົດຮຽນ ແລະ ປະ ສົບການຕົວຈິງໃຫ້ແກ່ຊຸດເຝິກອົບຮົມໃນຄັ້ງນີ້ ຄະນະສຳມະນາກອນຈະນຳເອົາບົດຮຽນທີ່ລໍ້າຄ່ານີ້ ໄປໝູນໃຊ້ເຂົ້າໃນຂົງເຂດວຽກງານແນວລາວສ້າງຊາດ ຕາມພາລະບົດບາດ ໜ້າທີ່ຂອງຕົນຮັບຜິດຊອບໃຫ້ໄດ້ຮັບຜົນດີຍິ່ງໆຂຶ້ນ.
