6 ເດືອນຕົ້ນປີ ດ່ານພາສີສາກົນລະໄລເກັບລາຍຮັບໄດ້ ຫຼາຍກວ່າ 40 ຕື້ກວ່າກີບ

 ຄະນະນໍາຂະແໜງພາສີທັງສູນກາງ ແລະ ທ້ອງຖິ່ນໂດຍສະເພາະພາສີ ປະຈຳແຂວງ ສາລະວັນ ຄະນະນໍາດ່ານພາສີສາກົນລະໄລ ທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານວິຊາສະເພາະເກັບລາຍຮັບເຂົ້າງົບປະມານແຫ່ງລັດຖືກຕ້ອງຄົບຖ້ວນ ທັນຕາມກຳນົດເວລາ ສ່ວນລາຍຮັບໃນ 6 ເດືອນຕົ້ນປີ 2023  ສາມາດປະຕິບັດໄດ້ 40,4 ຕື້ກວ່າກີບ ຫຼື ເທົ່າກັບ 70,69% ຂອງແຜນການປີ.

ທ່ານ ສຸລັດ ອິນທະວົງ ຫົວໜ້າດ່ານພາສີສາກົນລະໄລ ໃຫ້ສຳພາດວ່າເມື່ຶອບໍ່ດົນມານີ້ວ່າ: ດ່ານພາສີສາກົນລະໄລ ຂຶ້ນກັບພາສີປະຈໍາແຂວງສາລະວັນ ກົມພາສີ ກະຊວງການເງິນ ເປັນດ່ານສາກົນໜຶ່ງຕັ້ງຢູ່ເມືອງສະໝ້ວຍ ແຂວງສາລະວັນ ສປປ ລາວ ມີຊາຍແດນທີ່ຕິດຈອດກັບດ່ານສາກົນລະໄລ ແຂວງກວາງຈິ ສສ ຫວຽດນາມ ຫ່າງຈາກເທສະບານແຂວງສາລະວັນປະມານ 140 ກິໂລແມັດ ເວົ້າລວມແລ້ວການນໍາເຂົ້າ-ສົ່ງອອກສິນຄ້າຂອງບັນດາຫົວໜ່ວຍທຸລະກິດຖ້າທຽບໃສ່ດ່ານສາກົນແຫ່ງອື່ນແມ່ນບໍ່ມີຫຼາຍ ມີແຕ່ບາງບໍລິສັດ ຫຼື ບາງບຸກຄົນເທົ່ານັ້ນທີ່ມາໃຊ້ບໍລິການຜ່ານດ່ານໃນການນຳເຂົ້າ-ສົ່ງອອກສິນຄ້າ-ເຄື່ອງຂອງຕ່າງໆ.

ດ່ານພາສີສາກົນລະໄລ ປະກອບດ້ວຍ 3   ກຸ່ມວຽກຄື: ກຸ່ມວຽກຄຸ້ມຄອງການແຈ້ງພາສີ ແລະ ຂໍ້ມູນຂ່າວສານ ກຸ່ມວຽກຄຸ້ມຄອງພາຫະນະ ແລະ ຜູ້ໂດຍສານ ກຸ່ມກວດກາສິນຄ້າ ແລະ ຄູ້ມຄອງສາງສີນຄ້າ.ມີພະນັກງານ-ເຈົ້າໜ້າທີ່ພາສີທັງໝົດ 25 ຄົນ, ສ່ວນວຽກພັກເປັນໜ່ວຍພັກໜຶ່ງ ຂຶ້ນກັບຄະນະພັກຮາກຖານດ່ານຊາຍ ແດນສາກົນລະໄລ.

ໃນປີ 2023 ດ່ານພາສີສາກົນລະໄລ ໄດ້ຮັບຕົວເລກແຜນຈັດເກັບລາຍຮັບເຂົ້າງົບປະມານ ແຫ່ງລັດທັງໝົດ 57 ຕື້ກີບ (ລາຍຮັບຕາມຖານຂໍ້ມູນໄດ້ຈາກນ້ຳມັນເຊື້ອໄຟ ຄ່າທຳນຽມ ຄົນເຂົ້າ-ອອກ ຄ່າທໍານຽມພາຫະນະ ແລະ ສິນຄ້າອື່ນໆ) ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງໃນ 6 ເດືອນຕົ້ນປີ 2023 ສາມາດຈັດຕັ້ງປະຕິບັດໄດ້ທັງໝົດ 40,4 ຕື້ກວ່າກີບ ຖ້າທຽບໃສ່ແຜນການ 6 ເດືອນຕົ້ນປີ ເທົ່າກັບ 114,45% ຖ້າທຽບໃສ່ແຜນການປີເທົ່າກັບ 70,69% ຖ້າສົມທຽບໃສ່ປີຜ່ານມາເພີ່ມຂຶ້ນ 61,60% ໃນນັ້ນ ລາຍຮັບສ່ວນໃຫຍ່ແມ່ນໄດ້ຈາກສິນຄ້າປະເພດນໍ້າມັນເຊື້ອໄຟ ຄ່າທຳນຽມ-ຄ່າບໍລິການ ແລະ ອື່ນໆ.

ທັງນີ້ຍ້ອນຄະນະດ່ານ ແລະ ເຈົ້າໜ້າທີ່ພາສີທຸກຄົນໄດ້ພ້ອມກັນຈັດຕັ້ງປະຕິບັດວຽກງານວິຊາສະເພາະດ້ວຍຄວາມຮັບຜິດຊອບສູງ ປະຕິບັດຕາມລະບຽບກົດໝາຍ ນິຕິກໍາຂອງຂະແໜງການເງິນກໍຄືກົດໝາຍພາສີຢ່າງເຂັ້ມງວດ ມີແບບແຜນການນໍາພາ ວິທີເຮັດວຽກຢ່າງຮັດກຸມ ສອດຄ່ອງກັບສະພາບຄວາມເປັນຈິງຂອງທ້ອງຖິ່ນດ້ວຍການເຮັດໜ້າທີ່ໂຄສະນາເຜີຍແຜ່ລະບຽບຫຼັກການປະຕິບັດກົດໝາຍ ແລະ ນິຕິກໍາອື່ນໆຢ່າງເຂັ້ມງວດ ສ້າງກົນໄກການບໍລິການ ອຳນວຍຄວາມສະດວກດ້ານພາສີ ການຄ້າໃຫ້ແກ່ຜູ້ປະກອບການ ຜູ້ໃຊ້ບໍລິການໄດ້ຢ່າງສະດວກ ວ່ອງໄວ ຖືກຕ້ອງ ເຮັດໃຫ້ການຈັດເກັບລາຍ ຮັບຂອງດ່ານສາກົນລະໄລມີລັກສະນະດີຂຶ້ນເປັນກ້າວໆ.

ນອກຈາກນັ້ນ ຍັງໄດ້ໂຄສະນາເຜີຍແຜ່ກົດໝາຍ ນິຕິກໍາຕ່າງໆທີ່ກ່ຽວຂ້ອງເພືື່ອໃຫ້ສັງຄົມກໍຄືນັກທຸລະກິດທີ່ມາໃຊ້ບໍລິການໃນການນຳເຂົ້າ-ສົ່ງອອກສິນຄ້າ ເຄື່ອງຂອງໃຫ້ມີຄວາມເຂົ້າໃຈຢ່າງເລິກ ເຊິ່ງແນ່ໃສ່ຮັບປະກັນໃຫ້ຜູ້ປະກອບການປະຕິບັດລະບຽບຫຼັກການໃຫ້ຖືກຕ້ອງສອດຄ່ອງ ສາມາດປະກອບສ່ວນເສຍພັນທະເຂົ້າງົບປະມານຂອງລັດໃຫ້ຄົບຖ້ວນທັນຕາມກຳນົດເວລາ. ທ່ານ ສຸລັດ ອິນທະວົງ ຫົວໜ້າດ່ານພາສີສາກົນລະໄລ ເນັ້ນຕື່ມອີກວ່າ: ໃນ 6 ເດືອນທ້າຍປີ 2023 ຄາດຄະເນລາຍຮັບບັນລຸໄດ້ຕາມແຜນການ ຫຼື ລື່ນແຜນການປີ ທັງນີ້ ກໍຍ້ອນວ່າເຮົາມີ ຖາຍລາຍຮັບຈາກ ການນໍ້າເຂົ້າ ນໍ້າມັນເຊື້ອໄຟ ຄ່າທຳນຽມຄົນເຂົ້າ-ອອກ ຄ່າທຳນຽມພາຫະນະ ເຄື່ອງອຸປະໂພກ ແລະ ບໍລິໂພກ ສິນຄ້າອື່ນໆ) ພ້ອມດຽວກັນນີ້ ຍັງໄດ້ວາງຫຼາຍມາຕະການໃນການຈັດຕັ້ງປະຕິບັດ ພ້ອມທັງເນັ້ນການບໍລິການ ອຳນວຍຄວາມສະດວກແກ່ຜູ້ປະກອບການ ປັບປຸງກົນໄກເຮັດວຽກໃຫ້ຖືກຕ້ອງສອດຄ່ອງກັບສະພາບແທດເໝາະກັບຄວາມອາດສາມາດ ແລະ ທ່າແຮງທີ່ບົ່ມຊ້ອນໃນແຕ່ລະໄລຍະ ຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດຕໍ່ໜ້າທີ່ວຽກງານຂອງດ່ານ ເຂັ້ມງວດໃນການກວດກາສິນຄ້າ-ເຄື່ອງຂອງພາຍໃນດ່ານ ຊອກຄົ້ນທ່າແຮງລາຍຮັບບົ່ມຊ້ອນ ນອກນັ້ນ ປະສານສົມທົບກັບເຈົ້າໜ້າທີ່ພາສີ ເຈົ້າໜ້າທີ່ອາກອນຢູ່ປາຍທາງບ່ອນສິນຄ້ານໍ້າມັນເຊື້ອໄຟລົງສາງເພື່ອເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານສາມາດບັນລຸໄດ້ຕາມລະດັບຄາດໝາຍ.

error: Content is protected !!