ລາວ-ອິນ​ເດຍ ເພີ່ມທະວີການຮ່ວມມືອີກ​ຫຼາຍຂະແໜງການ ທີ່ມີທ່າແຮງຮ່ວມກັນໃຫ້ຫຼາຍຂຶ້ນ

ໃນວັນທີ 27 ກໍລະກົດ 2023 ທີ່ ກະຊວງການຕ່າງປະເທດ ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ຊົວຣາບ ກຸມາ (Saurabh Kumar) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິນເດຍ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນວັນທີ 26- 29 ກໍລະກົດ 2023 ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ລະຫວ່າງ ສອງກະຊວງການຕ່າງປະເທດ ສປປ ລາວ-ສ ອິນເດຍ ຄັ້ງທີ 3.

ໃນກອງປະຊຸມ ທ່ານຮອງລັດຖະມົນຕີ ໂພໄຊ ໄຂຄຳພິທູນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ຄະນະຜູ້ແທນ ສ. ອິນເດຍ ທີ່ເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີຊຸກຍູ້ ສາຍພົວພັນຮ່ວມມືສອງຝ່າຍ ໃຫ້ນັບມື້ແຕກດອກອອກຜົນຍິ່ງຂຶ້ນ ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ລາວ-ອິນເດຍ ຕະຫຼອດໄລຍະ 67 ປີ (02 ກຸມພາ 1956-2023) ຜ່ານມາ ທີ່ສືບຕໍ່ໄດ້ຮັບການຂະ ຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ສອງຝ່າຍ ໄດ້ສະແດງຄວາມຊົມເຊີຍ ທີ່ພາກສ່ວນກ່ຽວຂ້ອງສອງຝ່າຍໄດ້ມີການຈັດຕັ້ງປະຕິບັດວຽກງານໃນທຸກດ້ານຮ່ວມກັນ ໄດ້ມີກົນໄກການຮ່ວມມືສອງຝ່າຍ ເພື່ອທົບທວນຄືນການຮ່ວມມືໃນດ້ານຕ່າງໆ ເປັນຕົ້ນ ກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ສ ອິນເດຍ (JC).

ກອງປະຊຸມປຶກສາຫາລື ລະຫວ່າງ ສອງກະຊວງການຕ່າງປະເທດ (FOC) ລາວ-ອິນເດຍ ເຮັດໃຫ້ການພົວພັນຮ່ວມມືສອງ ຝ່າຍ ໄດ້ຮັບຜົນສຳເລັດໃນຫຼາຍດ້ານ ສອງຝ່າຍ ໄດ້ສະແດງຄວາມຍິນດີຕໍ່ການຮ່ວມມືດ້ານເສດຖະກິດ ການຄ້າ ແລະ ການ ລົງທຶນ ທີ່ຢູ່ໃນທ່ວງທ່າທີ່ດີ ເຊິ່ງໃນໄລຍະ 6 ເດືອນຕົ້ນປີ 2023 ມູນຄ່າ​ການ​ຄ້າ​ສອງ​ຝ່າຍ ບັນລຸໄດ້ປະມານ 54 ລ້ານ​ໂດ​ລາ​ສະຫະລັດ ​ໃນ​ນັ້ນ ສປປ ລາວ ສົ່ງ​ອອກ​ແມ່ນປະມານ 43 ລ້ານ​ໂດ​ລາ​ສະຫະລັດ ​ແລະ ນຳ​ເຂົ້າ​ແມ່ນປະມານ 11 ລ້ານ​ໂດ​ລາ​ສະຫະລັດ ເຊິ່ງປະຈຸບັນ ນັກທຸລະກິດຂອງອິນເດຍ ໄດ້ເຂົ້າມາລົງທຶນຢູ່ ສປປ ລາວ ຫຼາຍພໍສົມຄວນ ໃນນີ້ ຝ່າຍລາວ ໄດ້ສະ ເໜີໃຫ້ມີການ​ແລກປ່ຽນ​ຂໍ້​ມູນ ລະຫວ່າງ ນັກທຸລະກິດລາວ-ອິນເດຍ ຢ່າງເປັນປະຈໍາ ຜ່ານ​ສະຖານທູດ ຫຼື ​ກອງ​ປະຊຸມ​ພົບ​ປະ​ຂອງ​ສອງ​ປະ​ເທດ ເພື່ອດຶງດູດນັກລົງທຶນຂອງສອງ​ປະ​ເທດໃຫ້ນັບມື້ນັບຫຼາຍຂຶ້ນ ແລະ ​ເພື່ອຊອກຫາຊ່ອງທາງໃນການສົ່ງ ອອກສິນຄ້າຂອງລາວໄປຍັງຕະຫຼາດອິນເດຍ.

ພ້ອມດຽວກັນນີ້ ສອງຝ່າຍ ເຫັນດີຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງຂອງຕົນ ສືບຕໍ່ປະສານສົມທົບກັນເພື່ອຊຸກຍູ້ບັນດາ ໂຄງ ການຕ່າງໆທີ່ໄດ້ລົງນາມແລ້ວນັ້ນ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ປະສິດທິຜົນ ແລະ ປະກົດຜົນເປັນຈິງ ຍິ່ງຂຶ້ນ ເນື່ອງຈາກໃນໄລຍະຜ່ານມາ ຫຼາຍໂຄງການແມ່ນບໍ່ໄດ້ຮັບການປະຕິບັດເທົ່າທີ່ຄວນ ຍ້ອນການແຜ່ລະບາດຂອງພະ ຍາດໂຄວິດ-19 ສອງຝ່າຍ ໄດ້ເຫັນດີຈະເພີ່ມທະວີການຮ່ວມມືໃນຂະແໜງການອື່ນໆທີ່ມີທ່າແຮງຮ່ວມກັນໃຫ້ຫຼາຍຂຶ້ນ ເປັນຕົ້ນ ດ້ານການສຶກສາ-ວັດທະນະທຳ ສາທາລະນະສຸກ ວຽກງານປ້ອງການຊາດ ວຽກງານກົງສຸນ ກະສິກຳ-ປ່າໄມ້ ການພັດ ທະນາຊັບພະຍາກອນມະນຸດ ການພັດທະນາພື້ນຖານໂຄງລ່າງ ແລະ ອື່ນໆ ສືບຕໍ່ໃຫ້ການສະ  ໜັບສະໜູນຊ່ວຍເຫຼືອເຊິ່ງ ກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເປັນຕົ້ນ ການຮ່ວມມືຂອບແມ່ນ້ຳຂອງ-ແມ່ນ້ຳຄົງຄາ ການຮ່ວມມືອາຊຽນ-ອິນ ເດຍການ ຮ່ວມມືຂອບ ສະຫະປະຊາຊາດ (ສປຊ) ແລະ ອື່ນໆ ນອກຈາກນີ້ ສອງຝ່າຍ ຍັງໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບ ສະ ພາບການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຕົນ ແລະ ໄດ້ແລກປ່ຽນຄຳຄິດເຫັນຕໍ່ສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ໃນໂອກາດນີ້ ທ່ານຮອງລັດຖະມົນຕີ ໂພໄຊ ໄຂຄຳພິທູນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມ ຂອບໃຈເປັນຢ່າງຍິ່ງມາຍັງລັດຖະບານ ແລະ ປະຊາຊົນ ອິນເດຍ ຕໍ່ການຊ່ວຍເຫຼືອອັນລ້ຳຄ່າໃນໄລຍະຜ່ານມາ ເປັນຕົ້ນ ການພັດທະນາຊັບພະຍາກອນມະນຸດ ກໍຄື ການສະໜອງທຶນຝຶກອົບຮົມໄລຍະສັ້ນ ແລະ ໄລຍະຍາວ ໃຫ້ແກ່ພະນັກ ງານ-ນັກສຶກສາລາວ ພາຍໃຕ້ໂຄງການຊ່ວຍເຫຼືອຕ່າງໆ ການຊ່ວຍເຫຼືອໃນວຽກງານສາທາລະນະສຸກ (ວຽກງານຕ້ານໂຄ ວິດ-19) ການສະໜອງເງິນກູ້ຢືມເຂົ້າໃນການຈັດຕັ້ງໃນຫຼາຍໂຄງການ ແລະ ການຊ່ວຍເຫຼືອໃນຂະແໜງ ການອື່ນໆ ທັງໃນ ຂອບສອງຝ່າຍ ແລະ ຫຼາຍຝ່າຍ ເຊິ່ງທັງຫມົດນີ້ ໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນໄລຍະຜ່ານມາ ແລະ ຫວັງຢ່າງຍິງວ່າ ຝ່າຍ ສ ອິນເດຍ ຈະສືບຕໍ່ໃຫ້ການຊ່ວຍເຫຼືອໂຄງການຕ່າງໆຕື່ມອີກໃນອະນາ ຄົດ ໂດຍສະເພາະ ການຊ່ວຍເຫຼືອ ສປປ ລາວ ໃນການກະກຽມເປັນປະທານອາຊຽນໃນປີ 2024 ໃຫ້ສຳເລັດຕາມຄາດໝາຍ.

ໃນຂະນະດຽວກັນ ທ່ານຮອງລັດຖະມົນຕີ ຊົວຣາບ ກຸມາ ກໍໄດ້ສະແດງຄວາມຂອບໃຈມາຍັງຝ່າຍລາວ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນເປັນຢ່າງດີຕະຫຼອດມາ ທັງໃນຂອບການຮ່ວມມືສອງຝ່າຍ ຫຼາຍຝ່າຍ ໂດຍສະເພາະໃນຂອບການຮ່ວມ ມືອາຊຽນ ສປຊ ພ້ອມນີ້ ກໍຢືນຢັນຈະສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ລາວ- ອິນເດຍ ໃຫ້ນັບມື້ແຕກດອກອອກຜົນຍິ່ງຂຶ້ນ ແລະ ນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງປະເທດ ອິນເດຍ-ລາວ.

ພາຍຫຼັງສຳເລັດກອງປະຊຸມn ສອງຝ່າຍ ກໍໄດ້ສືບຕໍ່ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມບົດບັນທຶກຄວາມເຂົ້າໃຈ ເພື່ອ ມອບ-ຮັບການຊ່ວຍເຫຼືອຂອງໂຄງການເຫັນຜົນໄວ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຈຳນວນ 5 ໂຄງການ ລວມມູນຄ່າທັງຫມົດ 248.226 ໂດລາສະຫະລັດ ຄື: 1. ໂຄງການກໍ່ສ້າງໂຮງຮຽນປະຖົມ ບ້ານຫ້ວຍທ້າງ ເມືອງປາກລາຍ ແຂວງໄຊຍະບູລີ ມູນຄ່າ 49.999 ໂດລາສະຫະລັດ 2. ໂຄງການກໍ່ສ້າງສູນຝຶກອົບຮົມ ແລະ ອຸປະກອນ ICT ໃຫ້ແກ່ພະແນກ ການສື່ສານດ້ານເຕັກໂນໂລຊີ ແຂວງ ໄຊຍະບູລີ ມູນຄ່າ 49.963 ໂດລາສະຫະລັດ 3. ໂຄງການກໍ່ສ້າງສູນປິ່ນປົວສຸຂະພາບ ບ້ານຊຽງຫຼວງ ເມືອງດາກຈຶງ, ແຂວງເຊກອງ ມູນຄ່າ 49.210 ໂດລາສະຫະລັດ 4. ໂຄງການກໍ່ສ້າງລະບົບທໍ່ສົ່ງນ້ຳ ບ້ານພູສັນ ເມືອງແປກ ແຂວງຊຽງຂວາງ ມູນຄ່າ 49.054 ໂດລາສະຫະລັດ  ແລະ 5. ໂຄງການກໍ່ສ້າງໂຮງຮຽນມັດທະຍົມຕອນຕົ້ນດອນ ໃຫຍ່ ເມືອງສອງຄອນ ແຂວງສະຫວັນນະເຂດ ມູນຄ່າ 50.000 ໂດລາສະຫະລັດ.

error: Content is protected !!