ຍົກລະບັກວຽກງານແນວໂຮມໃຫ້ແກ່ພະນັກງານແນວລາວສ້າງຊາດ 2 ແຂວງພາກເໜືອ

    ລະຫວ່າງວັນທີ 25-26 ກໍລະກົດ 2023 ທີ່ຫ້ອງວ່າການແຂວງ ຊຽງຂວາງ ສູນກາງແນວລາວສ້າງຊາດ (ສນຊ) ຈັດເຝິກອົບຮົມວຽກງງານແນວລາວສ້າງຊາດໃຫ້ແກ່ພະນັກງານ ແນວລາວສ້າງຊາດ ແຂວງຊຽງຂວາງ ແຂວງຫົວພັນ ແລະ ແນວລາວສ້າງຊາດບັນດາເມືອງ ຂອງ 2 ແຂວງ ດັ່ງກ່າວ ໂດຍການເປັນ ປະທານ ຂອງທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນ ກາງແນວລາວສ້າງຊາດ ເຂົ້າຮ່ວມມີທ່ານ ນາງ ບົວສີ ນາຖາວົງ ປະທານແນວລາວສ້າງຊາດແຂວງ ບັນດາທ່ານຮອງປະທານແນວລາວສ້າງຊາດແຂວງ ແນວລາວ ສ້າງຊາດເມືອງ ຂອງ ແຂວງຊຽງ ຂວາງ ແລະ ແຂວງຫົວພັນ ເຂົ້າຮ່ວມ.

    ການເຝິກອົບຮົມໃນຄັ້ງນີ້ມີທັງໝົດ 6 ເອກະສານຄື: ທີ່ຕັ້ງ ພາລະບົດບາດ ສິດ-ໜ້າທີ ຂອງແນວ ລາວສ້າງຊາດ ແລະ ວຽກງານແນວໂຮມໄລຍະໃໝ່ ຄວາມຮູ້ພື້ນຖານກ່ຽວກັບວຽກງານຊົນເຜົ່າ ວຽກງານສາສະໜາ ວຽກງານ ການຊັ້ນຄົນ-ການຈັດຕັ້ງສັງຄົມ ວຽກງານຕິດຕາມ-ກວດກາ ແລະ ວຽກງານຂົນຂວາຍປະຊາຊົນ ເຊິ່ງວິທະຍາກອນຈາກສູນກາງແນວລາວສ້າງຊາດ ໄດ້ຍົກໃຫ້ ເຫັນຄວາມໝາຍຄວາມສຳຄັນ ຄວາມຈຳເປັນ ກົນໄກຂອງແຕ່ລະວຽກງານດັ່ງກ່າວ ພ້ອມກັນນີ້ ສຳມະນາກອນໄດ້ມີການປະກອບຄຳເຫັນ, ແລກປ່ຽນບົດ ຮຽນຢ່າງກົງໄປກົງມາ ເພື່ອໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ບັນດາວຽກດັ່ງກ່າວ. 

ໂອກາດນີ້ ທ່ານ ຈັນທະວົງ ແສນອາມາດມົນຕີ ໄດ້ມີຄຳເຫັນໂອ້ລົມຕໍ່ຊຸດເຝິກອົບຮົມ ເຊິ່ງທ່ານ ໄດ້ຍົກໃຫ້ເຫັນຄວາມສຳຄັນ ຄຸນລັກສະນະ ຂອງວຽກງານແນວໂຮມໃນໄລຍະໃໝ່ ແລະ ທ່ານ ໄດ້ກ່າວວ່າ ໃຫ້ສືບຕໍ່ເຊື່ອມຊືມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງແນວລາວ ສ້າງຊາດໃຫ້ຄະນະກຳມະການແນວລາວສ້າງຊາດແຂວງ ເມືອງ ໃຫ້ກວດກາທົບທວນຄືນ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ XI ຂອງແນວລາວສ້າງຊາດ ອັນໃດແດທີ່ເຮັດແລ້ວອັນໃດແດທີ່ຍັງບໍ່ທັນຈັດຕັ້ງປະຕິບັດໄດ້ ພ້ອນກັນນີ້ ທ່ານໄດ້ເນັ້ນໃຫ້ນັກສຳມະນາກອນທຸກທ່ານຈົ່ງນຳເອົາເນື້ອໃນບົດຮຽນທີ່ໄດ້ຝຶກອົບຮົມຄັ້ງນີ້ ໄປຈັດຕັ້ງປະຕິບັດຢູ່ເມືອງຂອງ ຕົນໃຫ້ມີບາດກ້າວໃໝ່ ແລະ  ມີປະສິດຕິພາບຢ່າງເປັນຮູບປະທຳ.

error: Content is protected !!