ອາຊຽນ ສົ່ງເສີມນະໂຍບາຍບົດບາດຍິງ-ຊາຍ ແລະ ການເປັນຄູ່ຮ່ວມງານໃນພາກພື້ນ

      ກອງປະຊຸມສົນທະນາກ່ຽວກັບວຽກງານການດູແລປະຈໍາພາກພື້ນ ຫົວຂໍ້ ສົ່ງເສີມບັນດານະໂຍບາຍດ້ານບົດບາດຍິງ-ຊາຍ ແລະ ການເປັນຄູ່ຮ່ວມງານໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໂດຍການຮ່ວມມືລະຫວ່າງສູນກາງສະຫະພັນແມ່ຍິງລາວ ອົງການ Oxfam ອົງການ UNESCAP ແລະ ກອງເລຂາອາຊຽນ ຈັດຂຶ້ນວັນທີ 27-28 ກໍລະກົດ ຢູ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ນາງ ທຳມາ ເພັດວິໄຊ ຮອງປະທານສະຫະພັນແມ່ຍິງລາວ ທ່ານ ທັດສະພອນ ບຸດສະຫຼິງ ຜູ້ອຳນວຍການ ອົງການ ອ໊ອກສະຟາມ ປະຈຳລາວ ມີຜູ້ຕາງໜ້າຈາກປະເທດສະມາຊິກອາຊຽນ ກອງເລຂາອາຊຽນ ອົງການຈັດຕັ້ງສາກົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

   ກອງປະຊຸມຄັ້ງນີ້ໄດ້ເນັ້ນໜັກໃສ່ບັນດາກິດຈະກໍາລິເລີ່ມທີ່ມີຢ່າງຕໍ່ເນື່ອງ ໃນການສົ່ງເສີມການພັດທະນາ ແລະ ການຈັດຕັ້ງປະຕິບັດນະໂຍບາຍ ແລະ ແຜນງານທີ່ຕອບສະໜອງວຽກງານບົດບາດຍິງ-ຊາຍ ແລະ ການດູແລ ຂອງບັນດາຊາດສະມາຊິກອາຊຽນ ເຊິ່ງຂົງເຂດຂອງຫົວຂໍ້ສົນທະນາຕົ້ນຕໍໃນເວລາປະຊຸມ ຈະປະກອບດ້ວຍ ນະໂຍບາຍອະນຸລັກລະບົບນິເວດ ຄົ້ນຄວ້າບັນດາຍຸດທະສາດເພື່ອສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ການພັດທະນາ ແລະ ຈັດຕັ້ງປະຕິບັດບັນດານະໂຍບາຍສົ່ງເສີມການດູແລທີ່ຕອບສະໜອງຄວາມຕ້ອງການດ້ານບົດບາດຍິງ-ຊາຍ ໂດຍພິຈາລະນາເຖິງສະພາບທາງສັງຄົມ ເສດຖະກິດ ແລະ ວັດທະນະທໍາ ການປົກປ້ອງ ແລະ ສົ່ງເສີມແຮງງານທີ່ຊ່ວຍວຽກການດູແລ ກໍານົດບັນດາປັດໄຈຕົ້ນຕໍໃຊ້ໃນການພິຈາລະນາເພື່ອປົກປ້ອງ ແລະ ຊຸກຍູ້ຊີວິດການເປັນຢູ່ທີ່ດີຂອງແຮງງານທີ່ຊ່ວຍໃນວຽກການດູແລ ລວມເຖິງສະພາບການເຮັດວຽກທີ່ດີ ຄ່າແຮງງານທີ່ເປັນທໍາ ແລະ ກາລະໂອກາດໃນການພັດທະນາດ້ານອາຊີບ ສຸຂະພາບຂອງແມ່ ແລະ ເດັກ.

   ນອກນັ້ນຍັງປຶກສາຫາລືເຖິງວິທີ ແລະ ກິດຈະກໍາການລິເລີ່ມ ເພື່ອປັບປຸງການເຂົ້າເຖິງການບໍລິການສຸຂະພາບຂອງແມ່ ແລະ ເດັກທີ່ມີຄຸນນະພາບ ຮັບຮູ້ເຖິງຄວາມສໍາຄັນໃນການໃຫ້ສິດອໍານາດແກ່ແມ່ຍິງ ແລະ ການພັດທະນາເດັກ ສ້າງຫຼັກຖານທີ່ຕິດພັນກັບວຽກງານການດູແລ ແລກປ່ຽນປະສົບການ ແລະ ບົດຮຽນການຈັດຕັ້ງປະຕິບັດທີ່ດີ ໃນການສ້າງຫຼັກຖານກ່ຽວກັບວຽກການດູແລ ລວມເຖິງວິທີວິທະຍາໃນການເກັບຂໍ້ມູນ ຕົວຊີ້ວັດ ແລະ ວິທີຄົ້ນຄວ້າ ເພື່ອປ້ອນຂໍ້ມູນໃຫ້ຂະບວນການສ້າງນະໂຍບາຍ ແລະ ຕັດສິນໃຈ ສົ່ງເສີມການເປັນຄູ່ຮ່ວມງານດ້ານຍຸດທະສາດ ເປັນຕົ້ນ ການຄົ້ນຄວ້າຊອກຫາກາລະໂອກາດຕ່າງໆ ເພື່ອການປະສານງານໃນລະດັບພາກພື້ນ ແລະ ການເປັນຄູ່ຮ່ວມງານກັນຂອງບັນດາພາກສ່ວນທີ່ກ່ຽວຂ້ອງອື່ນໆ ເຊັ່ນ: ໜ່ວຍງານຂອງລັດ ອົງການຈັດຕັ້ງທາງສັງຄົມ ບັນດາໜ່ວຍງານຂອງສະຫະປະຊາຊາດ ແລະ ຜູ້ໃຫ້ທຶນອື່ນໆ ເພື່ອສ້າງຄວາມເຂັ້ມແຂງໃຫ້ນະໂຍບາຍ ແລະ ແຜນງານການດູແລຂອງບັນດາຊາດສະມາຊິກອາຊຽນມີຜົນສຳເລັດຍິ່ງຂຶ້ນ.

    ນອກນັ້ນກອງປະຊຸມຄັ້ງນີ້ ຍັງໄດ້ສະຫຼຸບສັງລວມບັນດາຄໍາແນະນໍາຂໍ້ສະເໜີຕ່າງໆທີ່ໄດ້ຈາກບັນດາຜູ້ຕາງໜ້າຂອງຊາດສະມາຊິກອາຊຽນ ແລະ ຄູ່ຮ່ວມງານອື່ນໆ ເພື່ອການພິຈາລະນາຢູ່ປະເທດອິນໂດເນເຊຍ ເປັນປະທານອາຊຽນສໍາລັບປີ 2023 ແລະ ສປປ ລາວ ທີ່ເປັນປະທານອາຊຽນໃນປີ 2024 ຈະມາເຖິງນີ້ຕື່ມອີກ.

    ທ່ານ ນາງ  ທຳມາ ເພັດວິໄຊ  ກ່າວວ່າ: ອາຊຽນ ໄດ້ຕັ້ງເປົ້າໝາຍໃນການບັນລຸຄວາມສະເໝີພາບດ້ານບົດບາດຍິງ-ຊາຍ ແລະ ສົ່ງເສີມສິດອໍານາດຂອງແມ່ຍິງ ແລະ ເດັກຍິງ ຮອດປີ 2030 ຕາມທີ່ກໍານົດໃນວິໄສທັດຂອງປະຊາຄົມອາຊຽນ 2025  ແລະ ຖະແຫຼງການຂອງອາຊຽນວ່າດ້ວຍການສົ່ງເສີມບົດບາດຍິງ-ຊາຍ ຂອງວິໄສທັດປະຊາຄົມອາຊຽນ 2025 ທີ່ຊຸກຍູ້ພັນທະຂອງບັນດາຜູ້ນໍາຊາດສະມາຊິກອາຊຽນ ເພື່ອ “ຮັບປະກັນການເຂົ້າຮ່ວມຂອງປະຊາຊົນ ແລະ ເອົາປະຊາຊົນເປັນໃຈກາງຂອງອາຊຽນ ບ່ອນທີ່ແມ່ຍິງ ແລະ ເດັກຍິງທັງໝົດ ສາມາດພັດທະນາທ່າແຮງຂອງຕົນໄດ້ຢ່າງເຕັມທີ່”.

     ສູນກາງສະຫະພັນແມ່ຍິງ ໄດ້ເປັນປະທານຂອງຄະນະກໍາມາທິການແມ່ຍິງແຫ່ງອາຊຽນ (AWC) ແລະ ມີໜ້າທີ່ໃນການຊີ້ນໍາ ແລະ ປະສານສົມທົບກັບອາຊຽນໃນການສົ່ງເສີມຄວາມສະເໝີພາບດ້ານບົດບາດຍິງ-ຊາຍ ແລະ ໃຫ້ສິດອໍານາດແກ່ແມ່ຍິງ ແລະ ເດັກຍິງທັງໝົດ    ດັ່ງນັ້ນກອງປະຊຸມລະດັບພາກພື້ນ ຈຶ່ງສອດຄ່ອງກັບບັນດາພັນທະດັ່ງກ່າວ ແລະ ຈະສົ່ງເສີມການປຶກສາຫາລື ການແລກປ່ຽນຄວາມຮູ້ ແລະ ການປະສານງານກັນເພື່ອສ້າງບັນດາຍຸດທະສາດທີ່ສາມາດຈັດຕັ້ງປະຕິບັດໄດ້ໃນການຮັບຮູ້ ແລະ ເຫັນຄຸນຄ່າຂອງການດູແລທີ່ບໍ່ໄດ້ຮັບຄ່າຈ້າງ ບັນດາຜູ້ຕາງໜ້າຈາກອົງການຈັດຕັ້ງທີ່ບໍ່ຫວັງຜົນກໍາໄລຕ່າງໆ ທີ່ເອົາໃຈໃສ່ຕໍ່ການສົ່ງເສີມຄວາມສະເໝີພາບດ້ານບົດບາດຍິງ-ຊາຍ ແລະ ການພັດທະນາສັງຄົມ  ຈະໄດ້ມາປະຊຸມຮ່ວມກັບບັນດາຜູ້ກໍານົດນະໂຍບາຍ ຊ່ຽວຊານ ແລະ ອົງການຈັດຕັ້ງທາງສັງຄົມ ໃນບັນດາຊາດສະມາຊິກອາຊຽນເພື່ອສົນທະນາກ່ຽວກັບອານາຄົດຂອງວຽກງານດູແລທີ່ບໍ່ໄດ້ຮັບຄ່າຈ້າງ ການຮ່ວມມື ແລະ ການແບ່ງຄວາມຮັບຜິດຊອບ ເປັນກຸນແຈສູ່ຄວາມຄືບໜ້າໃນການແກ້ໄຂບັນຫາວຽກງານການດູແລທີ່ບໍ່ໄດ້ຮັບຄ່າຈ້າງ ທັງເປັນກາລະໂອກາດສະເພາະດ້ານສໍາລັບຊາດສະມາຊິກອາຊຽນ ແລະ ອົງການຈັດຕັ້ງທີ່ບໍ່ຫວັງຜົນກໍາໄລ ເພື່ອເຮັດວຽກຮ່ວມກັນ ແລກປ່ຽນຄວາມຮູ້ ແລະ ວິທີເຮັດວຽກທີ່ຄົບຖ້ວນຮອບດ້ານ ຮັບຮູ້ ຫຼຸດຜ່ອນ ແລະ ເຫັນຄຸນຄ່າຂອງວຽກດູແລທີ່ບໍ່ໄດ້ຮັບຄ່າຈ້າງ ໃນການສົນທະນາ ພວກເຮົາສາມາດສ້າງພື້ນຖານເພື່ອອານາຄົດທີ່ເທົ່າທຽມກັນ ແລະ ມີສ່ວນຮ່ວມຫຼາຍຂຶ້ນແກ່ທຸກຄົນ”.

error: Content is protected !!