ນະຄອນຫຼວງວຽງຈັນ-ຮົງກາລີຮັດແໜ້ນການຮ່ວມມື

ວັນທີ 26 ກໍລະກົດ 2023 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ (ນວ) ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ຕ້ອນຮັບການເຂົ້າຢ້ຽມຄຳນັບ ທ່ານ ຊານດໍ ຊິໂພສ ເອກອັກຄະລັດຖະທູດ ຮົງກາລີ ປະຈຳ ສປປ ລາວ ເຊິ່ງມີສຳນັກງານ ຕັ້ງຢູ່ບາງກອກ ປະເທດໄທ ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມທົບທວນໂຄງການພັດທະນາໂຄງລ່າງພື້ນຖານກະ ສິກຳ ພາຍໃຕ້ໂຄງການເງິນກູ້ຢືມໄລຍະ 3 ຈາກລັດຖະບານຮົງກາລີ ວັນທີ 26-27 ກໍລະກົດນີ້.

ໂອກາດນີ້ ທ່ານ ອາດສະພັງທອງ ສີພັນດອນ ໄດ້ສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ການເຂົ້າຢ້ຽມຄຳນັບຄັ້ງນີ້ເຊິ່ງ ເປັນຂີດໝາຍສຳຄັນໃນການເພີ່ມທະຄວາມສາມັກຄີລະຫວ່າງສອງປະເທດລາວ-ຮົງກາລີ ໄລຍະຜ່ານມາປະເທດຮົງກາລີ ໄດ້ໃຫ້ການຊ່ວຍເຫຼືອ ແລະ ຮ່ວມມືກັນຫຼາຍດ້ານເປັນຕົ້ນ ທຶນກູ້ຢືມ ເພື່ອນຳໃຊ້ເຂົ້າໃນໂຄງການບຳບັດນໍ້າເປື້ອນຢູ່ດົງບັງ ເຊິ່ງເປັນໂຄງການທີ່ສ້າງຜົນປະໂຫຍດໃຫ້ແກ່ຊາວນະຄອນຫຼວງວຽງຈັນ ປັດຈຸບັນໂຄງການດັ່ງກ່າວກຳລັງດຳເນີນການຢູ່ ໂດຍລວມແມ່ນເປັນໄປຕາມແຜນງານທີ່ໂຄງການກຳນົດໄວ້.

ຈາກນັ້ນທັງສອງຝ່າຍກໍໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານໃຫ້ກັນຊາບ ແລະ ສະເໜີແຜນການຮ່ວມມືໃນ ຕໍ່ໜ້າເຊັ່ນ ການສົ່ງເສີມການຮ່ວມມື ການລົງທຶນ ການພັດທະນາພື້ນຖານໂຄງລ່າງ ຂົງເຂດກະສິກຳ ການປຸ່ງແຕ່ງ ການສຶກ ສາ ກີລາ ການທ່ອງທ່ຽວ ການແລກປ່ຽນວັດທະນະທຳເຊິ່ງກັນ ແລະ ກັນ. ທ່ານ ຊາຍດໍ ຊິໂພສ ໄດ້ສະແດງຄວາມຂອບ ໃຈຕໍ່ ການຕ້ອນຮັບຢ່າງອົບອຸ່ນຂອງທ່ານເຈົ້າຄອງ ເຊິ່ງການເຂົ້າຢ້ຽມຄຳນັບຄັ້ງນີ້ເປັນໂອກາດດີທີ່ ສອງຝ່າຍ ຮົງກາລີ ແລະ ນວ ໄດ້ ແລກປ່ຽນການຮ່ວມມືສອງຝ່າຍເຊິ່ງຈະເປັນປະໂຫຍດໃຫ້ແກ່ສອງຝ່າຍໃນການສືບຕໍ່ຈັດຕັ້ງປະຕິບັດວຽກງານຮ່ວມມືໃນຕໍ່ ໜ້າພ້ອມທັງຢືນຢັນວ່າຈະນຳເອົາຄຳປຶກສາຫາລືຮ່ວມກັນຄັ້ງນີ້ໄປພິຈາລະນາເພື່ອສືບຕໍ່ໃຫ້ການສະໜັບສະໜູນໃຫ້ແກ່ ນວ ໃນຕໍ່ໜ້າ.

error: Content is protected !!