ທ່ານ ສັນຕິພາບ ພົມວິຫານ ເຄື່ອນໄຫວຢ້ຽມຢາມ 2 ໂຄງການໃຫຍ່ທີ່ແຂວງຈໍາປາສັກ

ໃນວັນທີ 23 ກໍລະກົດ 2023 ທີ່ຜ່ານມາ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະລົງ ເຄື່ອນໄຫວຢ້ຽມຢາມ 2 ໂຄງການໃຫຍ່ທີ່ແຂວງຈຳປາສັກເປັນຕົ້ນ: ໂຄງການເຄື່ອນໄຟຟ້າດອນສະໂຮງ ແລະ ໂຄງການມະ ຫານາທີສີທັນດອນ.

ສຳລັບ 2 ໂຄງການດັ່ງກ່າວເປັນໂຄງການໃຫຍ່ສຳຄັນທີ່ຕິດພັນກັບການເກັບລາຍຮັບງົບປະມານແຫ່ງລັດໃຫ້ຄົບຖ້ວນ ແລະ ເພື່ອການພິຈາລະນາອະນຸມັດດ້ານຫຼັກການໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການ ໂຄງການເຂື່ອນໄຟຟ້າດອນສະ ໂຮງ ເເມ່ນໂຄງການທໍາອິດທີ່ສົ່ງອອກພະລັງງານຂາຍໄຟຟ້າໃຫ້ປະເທດກໍາປູເຈຍພາຍໃຕ້ສັນຍາ ຊື້-ຂາຍ ໄຟຟ້າລະ ຫວ່າງ ລັດວິສາກິດໄຟຟ້າລາວ ແລະ ລັດວິສາຫະກິດໄຟຟ້າກໍາປູເຈຍ ໂຄງການເຂື່ອນໄຟຟ້າດອນສະໂຮງມີກໍາລັງຕິດຕັ້ງ 260 MW ເປັນເຂື່ອນໄຟຟ້າພະລັງງານນໍ້າແຫ່ງທີ 2 ທີ່ຕັ້ງຢູ່ສາຍນໍ້າຂອງຕອນລຸ່ມຂອງ ສປປ ລາວ  ແລະ ເປັນໂຄງ ການທໍາອິດທີ່ສົ່ງອອກພະລັງງານຂາຍໄຟຟ້າໃຫ້ແກ່ປະເທດກໍາປູເຈຍ ເຊິ່ງມີຈຸດເດັ່ນທີ່ແຕກຕ່າງຈາກເຂື່ອນຫຼາຍແຫ່ງຄື: ມີທີ່ຕັ້ງອ້ອມຮອບໄປດ້ວຍສາຍນໍ້າຂອງຍ່ອຍຫຼາຍສາຍທີ່ແຍກອອກຈາກສາຍນໍ້າຫຼັກເປັນໂຄງການແບບຝາຍນ້ຳລົ້ນ (run -of-river) ໂດຍໂຄງການເຂື່ອນໄຟຟ້າດອນສະໂຮງນີ້ ບໍລິສັດ ຜະລິດ-ໄຟຟ້າ ລາວມະຫາຊົນ (EDL-GEN) ຖືຮຸ້ນ 20% ຫຼື ທຽບເທົ່າ 52 MW ຕາມສັດສ່ວນການຖືຮຸ້ນນັບຕັ້ງແຕ່ເລີ່ມດຳເນີນການຜະລິດໄຟຟ້າຢ່າງເປັນທາງການໃນປີ 2019.

ສ່ວນໂຄງການທີ 2 ກໍຄື ໂຄງການມະຫານາທີສີທັນດອນ ເປັນໂຄງການເຂດພັດທະນາເສດຖະກິດໃໝ່ສີ ທັນດອນເຊິ່ງໄດ້ ເຊັນສັນຍາກັບລັດຖະບານລາວໃນຄັ້ງວັນທີ 30 ມີຖຸນາ 2018 ເພື່ອພັດທະນາເຂດດັ່ງກ່າວໃຫ້ເປັນເມືອງໃໝ່ທັນສະ ໄໝທີ່ພຽບພ້ອມໄປດ້ວຍສິ່ງອຳນວຍຄວາມສະດວກ ຮອງຮັບໃຫ້ແກ່ການລົງທຶນຂອງບຸກຄົນ ແລະ ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ພັດທະນາຕົວເມືອງ ແລະ ແຄມນ້ຳໃຫ້ເປັນເຂດທ່ອງທ່ຽວທີ່ສະຫງົບປອດໄພ ເປັນຕົວເມືອງສີຂຽວທີ່ມີ ພື້ນທີ່ເຂັ້ມແຂງ ມີອະລິຍະທຳ ສ້າງສັງຄົມທີ່ມີຄວາມສາມັກຄີ ແລະ ເປັນທຳ ສົ່ງເສີມອະລິຍະທຳ ແລະ ວັດທະນະທຳຂອງ ຊາດ ແລະ ຮັບປະກັນການພັດທະນາແບບຍືນຍົງ.

ການພັດທະນາໂຄງການດັ່ງກ່າວແມ່ນໄດ້ກຳນົດບັນດາໂຄງການ ແລະ ອະນຸຍາດໃຫ້ເຄື່ອນໄຫວປະກອບມີ: ໂຄງການ ບໍລິການທ່ອງທ່ຽວ ໂຮງແຮມ ຮ້ານອາຫານ ສະຖານທີ່ພັກ ສະໜາມກີລາ ສະໜາມກ໊ອບ ຫ້າງຊັບພະສິນຄ້າ ສາງສິນຄ້າ ສະຖານີຂົ່ນສົ່ງໂດຍສານ ແລະ ໂຮງງານອຸດສາຫະກຳປຸງແຕ່ງເປັນຕົ້ນ ພ້ອມກັນນັ້ນ ຍັງໄດ້ສຳຫຼວດສະຖານທີ່ສ້າງໂຄງ ການສາງຄຽນຖ່າຍສິນຄ້າປອດພາສີ ມີເນື້ອທີ່ປຸກສ້າງ 15 ເຮັກຕາຢູ່ທາງທິດໃຕ້ຂອງໂຄງການມະຫານາທີສີທັນດອນໃກ້ກັບ ດ່ານສາກົນໜອງນົກຂຽນໃນອານາຄົດຈະພັດທະນາໃຫ້ເປັນເຂດການຄ້າປອດພາສີລາວ-ຈຳປູເຈຍ ນໍາອີກດ້ວຍ.

error: Content is protected !!