ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍສະສົມ 14.478 ຄົນ

    ປັດຈຸບັນ ມີຫຼາຍພາກສ່ວນກ່ຽວຂ້ອງສືບຕໍ່ຮ່ວມກັນສ້າງຂະບວນການທຳລາຍທຳລາຍແຫຼ່ງເພາະພັນໜອນນ້ຳຍຸງລາຍ ຢູ່ເຂດຕ່າງໆໃນ 9 ເມືອງ ຢູ່ນະຄອນຫຼວງວຽງຈັນ ລວມທັງຢູ່ເຂດ ເມືອງ ແຂວງ ແລະ ສະຖານ ທີ່ອື່ນໆໃນທົ່ວປະເທດ ເພື່ອກໍາຈັດໜອນນໍ້າຍຸງລາຍ ທີ່ສໍາຄັນທຸກຄົນໃນສັງຄົມຕ້ອງມີສ່ວນຮ່ວມ ພ້ອມກັນປ້ອງກັນ ແລະ ກໍາຈັດແຫຼ່ງເພາະພັນໜອນນໍ້າຍຸງລາຍ ເພື່ອບໍ່ໃຫ້ເກີດພະຍາດໄຂ້ຍຸງລາຍ ຫຼື ໄຂ້ເລືອດ ອອກໂດຍປະຕິບັດຕາມຫຼັກການ 5ປ ທີ່ກະຊວງສາທາລະນະສຸກວາງອອກຢ່າງເຂັ້ມງວດ.

    ຕາມຂໍ້ມູນຈາກກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກແນະນຳວ່າ: ວິທີປ້ອງກັນທີ່ດີທີ່ສຸດຄືການທຳລາຍແຫຼ່ງເພາະພັນໜອນນໍ້າຍຸງລາຍ ໂດຍກໍາຈັດບ່ອນວາງໄຂ່ຂອງຍຸງລາຍ ຫຼື ແຫຼ່ງທີ່ຢູ່ອາໄສຂອງຍຸງລາຍຄື: ຖ້າຢູ່ໃນເຮືອນຕ້ອງກໍາຈັດບ່ອນເພາະພັນຍຸງລາຍຕາມບໍລິເວນຖ່ານຮອງຕີນຕູ້ ໂຖດອກໄມ້ ຈານຮອງ ຖັງເກັບນ້ຳກິນ ຫຼື ຖັງໃນຫ້ອງນ້ຳ ພາຊະນະທີ່ເປັນຢາງປລາສະຕິກ ກະປ໋ອງ ແລະ ອື່ນໆ ຖ້າຢູ່ນອກເຮືອນຕ້ອງເກັບມ້ຽນ ຫຼື ຖິ້ມກະໂປະ ກະປ໋ອງທີ່ບໍ່ໄດ້ໃຊ້ ຢາງຕີນລົດເກົ່າ ພາຊະນະທີ່ບັນຈຸນ້ຳ ຕົ້ນໄມ້ທີ່ເປັນຮູ ຫຼື ໂກນ ຂຸມ ສະຖານທີ່ກໍ່ສ້າງ ຖັງເກັບນ້ຳຝົນ ເປືອກຫອຍ ເປືອກໄມ້ ໃບໄມ້ທີ່ສາມາດເປັນບ່ອນເກັບນ້ຳ ແລະ ອຸປະກອນອື່ນໆ ທີ່ເປັນພາຊະນະທີ່ບັນຈຸນໍ້າຝົນ ຫຼື ໃຊ້ສຳລັບເກັບນ້ຳຄວນປົກປິດຝາພາຊະນະໃຫ້ດີ ຖ້າບໍ່ໃຊ້ກໍຖີ້ມໃຫ້ຖືກຕ້ອງ ພ້ອມນັ້ນ ພາຊະນະອື່ນໆ ກໍຄວນບໍ່ໃຫ້ມີນ້ຳຂັງຕ້ອງອະນາໄມ ແລະ ຮຸກຖູ (ເພື່ອກໍາຈັດໄຂ່ຂອງຍຸງລາຍ) ຢ່າງໜ້ອຍອາທິດລະຄັ້ງກໍຈະເປັນການດີ.

ສູນຂ່າວສານການແພດສຸຂະສຶກສາ ກະຊວງສາທາລະນະສຸກ ລາຍງານກ່ຽວກັບການຕິດເຊື້ອພະຍາດໄຂ້ຍຸງລາຍ ທົ່ວປະເທດໃນວັນທີ 25 ກໍລະກົດ ຜ່ານມາວ່າ: ທົ່ວປະເທດ ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍສະສົມ 14.478 ຄົນ ເສຍຊີວິດສະສົມ 7 ຄົນ ຕິດເຊື້ອໃໝ່ 416 ຄົນ ບໍ່ມີຜູ້ເສຍຊີວິດໃໝ່ ສ່ວນໂຕເລກ ມີຜູ້ຕິດເຊື້ອພະຍາດໄຂ້ຍຸງຫຼາຍກວ່າໝູ່ ແມ່ນແຂວງອຸດົມໄຊ 3.077 ຄົນ ແຂວງຄຳມ່ວນ 2.407 ຄົນ ຫຼວງພະບາງ 1.298 ຄົນ ນະຄອນຫຼວງວຽງຈັນ 1.225 ຄົນ ແລະ ແຂວງອື່ນໆ ຕາມລຳດັບ ແນວໃດກໍຕາມການມີສ່ວນຮ່ວມຂອງຊຸມຊົນແມ່ນເປັນມາດຕະການປ້ອງກັນທີ່ສໍາຄັນຫຼາຍ ຖ້າທຸກໆຄອບຄົວມີເປົ້າໝາຍໃນການລົດຄວາມໜາແໜ້ນຂອງຍຸງລາຍ ກໍຈະສາມາດລົດອັດຕາການຕິດເຊື້ອ ຢຸດການສົ່ງເຊື້ອພະຍາດໄຂ້ຍຸລາຍ ຫຼື ພະຍາດໄຂ້ເລືອດອອກລົງໄດ້ເທື່ອລະກ້າວ.

    ສະນັ້ນ ຖ້າຄົນໃນຄອບຄົວຮູ້ສຶກບໍ່ສະບາຍ ຫຼື ເປັນໄຂ້ ບໍ່ຄວນຊື້ຢາມາກິນເອງ ຄວນໄປພົບແພດໝໍທີ່ໃກ້ບ້ານທ່ານໂດຍດ່ວນເຊັ່ນ: ໂຮງໝໍເມືອງ ແຂວງ ສູນກາງ ສຸກສາລາ ແລະ ສະຖານທີ່ໃຫ້ບໍລິການອື່ນໆ ເພື່ອຈະໄດ້ກວດເບິ່ງອາການ ກິນຢາຕາມແພດສັ່ງ ແລະ ປິ່ນປົວໃຫ້ທັນເວລາ.

error: Content is protected !!