ທ່ານຮອງລັດຖະມົນຕີກະຊວງການເງິນ ລົງຊຸກຍູ້ການປະຕິບັດແຜນງົບປະມານ ແລະ ຊີ້ນຳວຽກຢູ່ດ່ານສາກົນແຂວງບໍ່ແກ້ວ

ໃນວັນວັນທີ 26 ກໍລະກົດ 2023 ນີ້ ທ່ານ ປອ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ພ້ອມຄະນະ ໄດ້ລົງເຄື່ອນໄຫວຕິດຕາມ-ຊຸກຍູ້ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2023 ແລະ ການເຄື່ອນໄຫວ ວຽກງານຢູ່ບັນດາຂອງດ່ານພາສີສາກົນຢູ່ແຂວງບໍ່ແກ້ວ ພ້ອມທັງໄດ້ພົບປະໂອ້ລົມພະນັກງານການເງິນແຂວງທີ່ຫ້ອງປະຊຸມ ພະແນກການເງິນແຂວງບໍ່ແກ້ວ ໂດຍການຕ້ອນຮັບຂອງ ທ່ານ ເຄື່ອນເພັດ ວົງຈັນ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງ ບໍ່ແກ້ວ ຜູ້ຊີ້ນໍາວຽກງານເສດຖະກິດ ທ່ານ ສົມຫວັງ ລໍຫວັນໄຊ ກໍາມະການພັກແຂວງ ຫົວໜ້າພະແນກການເງິນແຂວງພ້ອມ ດ້ວຍຄະນະ ຄະນະທີມງານກົມກ່ຽວຂ້ອງກະຊວງການເງິນ ຄະນະສາມສາຍຕັ້ງພາສີ ອາກອນ ຄັງເງິນ ຫົວໜ້າ-ຮອງຫົວໜ້າ ດ່ານພາສີສາກົນ ຫົວໜ້າ-ຮອງຫົວໜ້າຂະແໜງພ້ອມດ້ວຍພະນັກງານຫຼັກແຫຼງພາຍໃນພະແນກການເງິນແຂວງບໍ່ແກ້ວ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ສົມຫວັງ ລໍຫວັນໄຊ ຫົວໜ້າພະແນກການເງິນແຂວງບໍ່ແກ້ວໄດ້ລາຍງານສະພາບການຈັດຕັ້ງປະ ຕິບັດແຜນງົບປະມານ 6 ເດືອນຕົ້ນປີຜ່ານມາ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023 ການປະຕິບັດລາຍຮັບປີ 2023 ລວມທັງສູນກາງ ແລະ ທ້ອງຖິ່ນຂອງແຂວງບໍ່ແກ້ວແຜນການປີແມ່ນ 466,43 ຕື້ກວ່າກີບ ເຊິ່ງການຈັດຕັ້ງປະຕິບັດ ໃນໄລຍະຜ່ານມາຄະນະພັກ ຄະນະນໍາຂະແໜງການເງິນໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາໃນການຈັດຕັ້ງປະ ຕິບັດວຽກງານງົບປະ ມານ 7 ເດືອນຕົ້ນປີເຫັນວ່າມີຜົນສໍາເລັດຫຼາຍດ້ານເຮັດໃຫ້ຮອດວັນທີ 18 ກໍລະກົດ 2023 ສາມາດປະຕິບັດໄດ້  291,88 ຕື້ກີບ ເທົ່າກັບ 62,58% ຂອງແຜນການປີ ທຽບໃສ່ໄລຍະດຽວຂອງປີຜ່ານມາເພີ່່ມຂຶ້ນ 32%. ໃນນີ້ ລາຍຮັບພູດຂອງສູນກາງ ແຜນການປີ 310 ຕື້ກວ່າກີບ ປະຕິບັດໄດ້ 192,84 ຕື້ກີບເທົ່າກັບ 62,21% ຂອງແຜນການປີ ທຽບໃສ່ໄລຍະດຽວຂອງປີຜ່ານ ມາເພີ່ມຂຶ້ນ 28%.

ສ່ວນລາຍຮັບທ້ອງຖິ່ນແຜນການປີ 156,43 ຕື້ກີບ ປະຕິບັດໄດ້ 99,03 ຕື້ກີບເທົ່າກັບ 63,31% ຂອງແຜນການປີ ທຽບໃສ່ໄລ ຍະດຽວຂອງປີຜ່ານມາເພີ້ມຂຶ້ນ 39% ໃນນີ້ ລາຍຮັບສ່ວຍສາອາກອນ ແລະ ຊັບສິນ ປະຕິບັດໄດ້ 97,45 ຕື້ກີບເທົ່າກັບ 63,68% ຂອງແຜນການປີ ລາຍຮັບບໍ່ແມ່ນພາສີ ແລະ ສ່ວຍສາອາກອນ (ບ້ວງທ້ອງຖິ່ນ) ປະຕິບັດໄດ້: 1,58 ຕື້ກີບ ເທົ່າກັບ 46,64% ຂອງແຜນການປີ.

ໂອກາດດັ່ງກ່າວ, ທ່ານ ປອ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ໃຫ້ຮູ້ວ່າ: ການມາເຮັດວຽກຂອງຄະ ນະຈາກກະຊວງການເງິນເທື່ອນີ້ເປັນວຽກທີ່ຈໍາເປັນ ເພື່ອສຶກສາ-ເກັບກໍາຂໍ້ມູນທີ່ເປັນທ່າແຮງໃນການແຜນງົບປະມານແຫ່ງ ລັດໃນປີ 2024 ແຕ່ຫົວທີ ຕິດຕາມ-ຊຸກຍູ້ມາດຕະການຈຸດສຸມ ໂດຍລົງເລິກຊຸກຍູ້-ຕິດຕາມການຈັດຕັ້ງປະຕິບັດວຽກງານ ທີ່ພົ້ນເດັ່ນ 6 ເດືອນຕົ້ນປີ ແລະ ມາດຕະການ 6 ເດືອນທ້າຍປີ 2023 ແລະ ການຈັດຕັ້ງປະຕິບັດການຄຸ້ມຄອງດ່ານ ຕິດພັນ ກັບການນໍາເຂົ້າ-ສົ່ງອອກ ຂອງບໍລິສັດ ແລະ ຜູ້ປະກອບການຜ່ານດ່ານ,ສິນຄ້າເຂົ້າ-ອອກ ການເກັບເປັນເງິນຕາຕ່າງປະເທດ ການເກັບຄ່າທໍານຽມ-ຄ່າບໍລິການ ປະ​ເພດ​ລາຍ​ຈ່າຍ​ຕ່າງໆທີ່​ເກີດ​ຂຶ້ນ​ຢູ່​ໃນ​ດ່ານ​ສາ​ກົນ ແລະ ຂໍ້ມູນກ່ຽວກັບການສ້າງແຜນ ງົບປະມານຂອງດ່ານ ເພື່ອກະກຽມແຜນງົບປະມານປີ 2024.

ສະນັ້ນ ເພື່ອເປັນການສ້າງທ່າຫັນປ່ຽນໃໝ່ໃນປີ 2024 ຈຶ່ງມີຄວາມຈໍາເປັນຕອງໄດ້ຄົ້ນຄວ້າກົນໄກ ແລະ ວິທີການໃນການ ສ້າງແຜນງົບປະມານແຫ່ງລັດໃຫ້ມີທ່າຫັນປ່ຽນ ແລະ ບຸກທະລຸຂຶ້ນຕື່ມ ສະນັ້ນ ເພື່ອປະຕິບັດແຜນຄາດໝາຍລາຍຮັບງົບປະ ມານ 6 ເດືອນທ້າຍປີ 2023 ຮັບປະກັນໄດ້ຕາມແຜນການ ຫຼື ລື່ນແຜນການ ພ້ອມທັງໄດ້ເນັ້ນໃຫ້ສືບຕໍ່ເອົາໃຈໃສ່ສຶກສາອົບ ຮົມທາງດ້ານການເມືອງ-ແນວຄິດໃຫ້ສະມາຊິກພັກ-ພະນັກງານພາຍໃນຄວາມຮັບຜິດຊອບຂອງຕົນ ຕິດຕາມ-ກວດກາ ການປະຕິບັດໜ້າທີ່ຂອງພະນັກງານ-ລັດຖະກອນຢ່າງເປັນປະຈໍາ ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງໃນການຈັດຕັ້ງ ປະຕິບັດວຽກວຽກງານຄຸ້ມຄອງລາຍຮັບ ຈັດລຽງບູລິມະສິດ ຊຸກຍູ້-ຕິດຕາມການເກັບລາຍຮັບປີ 2023 ໃຫ້ໄດ້ຕາມແຜນ ຫຼື ລື່ນແຜນການ, ຮີບຮ້ອນ ສ້າງແຜນລາຍຮັບປະຈໍາປີ 2024 ໃຫ້ສອດຄ່ອງແນໃສ່ສ້າງແຜນລາຍຮັບໃຫ້ແທດເໝາະກັບແຜນ ພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະ ໂດຍສະເພາະເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ ໃຫ້ໄດ້ຕາມແຜນການ ທີ່ໄດ້ວາງໄວ້ພ້ອມກັນສ້າງທ່າຫັນປ່ຽນໃໝ່ໃຫ້ມີຜົນສໍາເລັດ.

error: Content is protected !!