ບໍລິສັດພັນເພັດຕ້ອນຮັບການຢ້ຽມຢາມຂອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ທ່ອງທ່ຽວແຫ່ງປະເທດ ບຣູໄນ

ວັນທີ 25 ກໍລະກົດ 2023 ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ນໍາພາທ່ານ ດາໂຕ ດາ ອັບດຸນ ມານາຟ ເມຕຸຊິນ ລັດຖະມົນຕີກະຊວງຊັບພະຍາກອນ ແລະ ທ່ອງທ່ຽວແຫ່ງປະເທດ ບຣູໄນ ດາຣຸຊາລາມ ພ້ອມຄະນະ ຢ້ຽມຢາມ ບໍລິສັດ ພັນເພັດ ພັດທະນາກະສິກໍາ ຈໍາກັດຜູ້ດຽວ ໃນໂອກາດທີ່ເດີນທາງມາຢຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຖືກຕ້ອນຮັບຈາກທ່ານ ທອງສະຫວັນ ມີບຸນ ປະທານບໍລິສັດ ພັນເພັດ ພັດທະນາກະສິກໍາ ຈໍາກັດຜູ້ດຽວ ພ້ອມດ້ວຍພະນັກງານບໍລິສັດ ແລະ ພະນັກງານຈາກພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ (ນວ).

ທ່ານ ແສງອາລຸນ ສຸລິຍະວົງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນວ ລາຍງານໃຫ້ຮູ້ກຽ່ວກັບການຊຸກຍູ້ສົ່ງເສີມການຜະລິດຮ່ວມກັບ ບໍລິສັດ ພັນເພັດພັດທະນາກະສິກໍາ ຈໍາກັດ ເຊິ່ງໄດ້ລິເລີ່ມການຈັດຕັ້ງປະຕິບັດມາຕັ້ງແຕ່ປີ 2012 ເຖິງປັດຈຸບັນ ເປັນຕົ້ນ ການຊຸກຍູ້ການປູກເຂົ້າເປັນສີນຄ້າ ການຫັນເປັນທັນສະໄໜປະຕິຮູບໄຮ່ນ້ອຍເປັນໄຮ່ນາໃຫຍ່ ການຜະລິດເມັດພັນເຂົ້າລຸ້ນ 3  ການເຂົ້າຫາແຫຼ່ງທຶນ ການຊຸກຍູ້ການປູກໝາກພ້າວນໍ້າຫອມ ການນໍາເຂົ້າ ແລະ ສົ່ງອອກສິນຄ້າກະສິກຳໃນໄລຍະຜ່ານມາ ພົ້ນເດັ່ນປະສານສົມທົບກັບບໍລິສັດ ພັນເພັດໃນການຊຸກຍູ້ການປູກເຂົ້າເປັນສີນຄ້າຮ່ວມກັບຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ ໄຊທານີ ຫາດຊາຍຟອງ ນາຊາຍທອງ ສັງທອງ ແລະ ເມືອງປາກງື່ມ 4.500 ກວ່າຄອບຄົວ ຊຸກຍູ້ການຜະລິດຕາມທິດຫັນເປັນທັນສະໄໝເພື່ອຫຼຸດຜ່ອນແຮງງານຊາວນາ 13-15% ຕໍ່ປີ ເພື່ອໃຫ້ບໍລິສັດກາຍເປັນຕົວແບບບໍລິການຕົກກ້າ ດໍານາດ້ວຍເຄື່ອງກົນຈັກ ບໍລິການກຽມດີນ ເກັບກຽ່ວ ອົບເຂົ້າດວ້ຍກົນຈັກຢູ່ 4 ເມືອງ ຂອງ ນວ.

ນອກນີ້ທ່ານ ທອງສະຫວັນ ມີບຸນ ລາຍງານໃຫ້ຮູ້ຕື່ມວ່າ: ບໍລິສັດສ້າງຕັ້ງຂື້ນໃນປີ 2008 ເປົ້າ    ໝາຍແມ່ນນະໂຍບາຍສົ່ງເສີມ ການຜະລິດກະສິກໍາເປັນສີນຄ້າໃນຮູບແບບ 2+3 ປະຊາຊົນມີສ່ວນຮ່ວມເປັນຕົ້ນ ການຜະລິດແນວພັນເຂົ້າ ແລະ ແນວພັນສັດ ໃນປີ 2022 ໄດ້ສົ່ງເຂົ້າສານໜຽວໄປປະເທດ ຫວຽດນາມ ໄດ້ເຖີງ 7.500 ໂຕນ ພາຍໃນ 8 ພັນກວ່າໂຕນ ແລະ ປ້ອນໃຫ້ໂຮງງານອູດສາຫະກໍາໄດ້ 5 ພັນໂຕນ ປັດຈຸບັນມີຫ້ອງການບໍລິຫານລະບົບສາງ ໂຮງອົບເຂົ້າ ຊີງຊັ່ງຂະໜາດໃຫ່ຍທີ່ມີມາດຕະຖານ ແລະ ໃນໄວໆນີ້ບໍລິສັດຈະສ້າງໂຮງສີເຂົ້າທີ່ໄດ້ມາດຕະຖານສາກົນ ແລະ ສິ່ງອໍານວຍຄວາມສະດວກອື່ນໆ ພ້ອມນັ້ນບໍລິສັດຍັງໄດ້ຮັບການຊຸກຍູ້ສົ່ງເສີມຈາກລັດຖະບານກໍ່ຄືກະຊວງກະສິກໍາ ແລະ ປ່າໄມ້ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຫາດຊາຍຟອງ ແລະ ກະຊວງການເງິນ.       ໃນການຢ້ຽມຢາມຄັ້ງນີ້ທ່ານ ລັດຖະມົນຕີກະຊວງຊັບພະຍາກອນ ແລະ ທ່ອງທ່ຽວແຫ່ງປະເທດ ບຣູໄນ ດາຣຸຊາລາມ ໄດ້ເບິ່ງກ່ຽວກັບຂັ້ນຕອນການຜະລິດເຂົ້າຕົວຈິງ ໂຮງອົບແຫ້ງ ແລະ ການເກັບຮັກສາໃນລະບົບສາງ ພ້ອມນັ້ນສະແດງຄວາມຂອບໃຈຕໍ່ບໍລິສັດທີ່ໃຫ້ຂໍ້ມູນລະອຽກກ່ຽວກັບການຜະລິດເຂົ້າ  ແລະ ຈຸດປະສົງຂອງການມາຢ້ຽມຢາມຄັ້ງນີ້ກໍ່ເພື່ອສຶກສາຄວາມເປັນໄປໄດ້ໃນການນໍາເຂົ້າຈາກ ສປປ ລາວ ເຂົ້າໄປຕໍາໜ່າຍທີ່ບຣູໄນ ເພື່ອຮັບປະກັນການສະໜອງອາຫານໃຫ້ມີຄວາມພຽງພໍ ແລະ ອື່ນໆ.

error: Content is protected !!