ຮອງລັດຖະມົນຕີກະຊວງການເງິນ ຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດແຜນງົບປະມານ

ວັນທີ 24-26 ກໍລະກົດ 2023 ທ່ານ ປອ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ພ້ອມຄະນະຈາກບັນດາກົມອອ້ມຂ້າງກະຊວງການເງິນ ໄດ້ລົງເຄື່ອນໄຫວຕິດຕາມ-ຊຸກຍູ້ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ແລະ ເຄື່ອນໄຫວຢ້ຽມຢາມບັນດາດ່ານສາກົນຢູ່ແຂວງໄຊຍະບູລີ ພ້ອມທັງໄດ້ພົບປະໂອ້ລົມພະນັກງານການເງິນແຂວງທີ່ຫ້ອງປະຊຸມພະແນກການເງິນແຂວງໄຊຍະບູລີ ໂດຍການຕ້ອນຮັບຂອງທ່ານ ນາງ ພອນທິບ ລິນທະວົງ ຮອງຫົວໜ້າພະແນກການເງິນແຂວງໄຊຍະບູລີ ຄະນະທີມງານກົມກ່ຽວຂ້ອງກະຊວງການເງິນ ຄະນະສາມສາຍຕັ້ງພາສີ ອາກອນ ຄັງເງິນ ຫົວໜ້າ-ຮອງຫົວໜ້າດ່ານພາສີສາກົນ ຫົວໜ້າ-ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານຫຼັກແຫຼງພາຍໃນພະແນກການການເງິນແຂວງໄຊຍະບູລີເຂົ້າຮ່ວມ.

ໃນໂອກາດດັ່ງກ່າວທ່ານ ນາງ ພອນທິບ ລິນທະວົງ ຮອງຫົວໜ້າພະແນກການເງິນແຂວງໄຊຍະບູລີ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນ 6 ເດືອນຕົ້ນປີ ແລະ ມາດຕະການຈັດຕັ້ງປະຕິບັດວຽກງານ 6 ເດືອນ ທ້າຍປີວ່າ: ພະແນກການເງິນແຂວງໄດ້ເອົາໃຈໃສ່ຊີ້ນຳໆພາໃນການຈັດຕັ້ງປະຕິບັດວຽກງານຕາມຄວາມຮັບຜິດຊອບຢ່າງໃກ້ຊິດຕິດແທດ ຢູ່ແຕ່ລະຂະແໜງການຮັບຜິດຊອບນັບທັງຂັ້ນແຂວງລົງຮອດຂັ້ນເມືອງ ໃນການຈັດ ຕັ້ງປະຕິບັດວຽກງານຄຸ້ມຄອງລາຍຮັບ ຫັນເປັນທັນສະໄໝ ແລະ ປະຕິບັດລາຍຈ່າຍຕາມແຜນທີ່ສະພາຮັບຮອງໃຫ້ສາມາດບັນລຸຕາມຄາດ   ໝາຍແຜນການດ້ານລາຍຮັບ: ໃນປີ 2023 ແຜນລວມທັງພູດສູນກາງປະຕິບັດຢູ່ແຂວງທັງໜົດ 1.514,73 ຕື້ກີບ ທຽບໃສ່ແຜນການປີຜ່ານມາເທົ່າກັບ 133,58% ເພີ່ມຂຶ້ນເປັນເງິນ 380,77 ຕື້ກີບ.

ຜ່ານການຈັດຕັ້ງປະຕິບບັດໃນ 6 ເດືອນຕົ້ນປີ 2023 ສາມາດຈັດເກັບລາຍຮັບໄດ້ທັງໜົດ 954,12 ຕື້ກີບເທົ່າກັບ 62,99% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເທົ່າກັບ 179,52%. ໃນນີ້;ລາຍຮັບພູດສູນກາງແຜນການປີ 1.010,00 ຕື້ກີບ ປະຕິບັດ 6 ເດືອນຕົ້ນປີໄດ້ທັງໝົດ 597,36 ຕື້ກີບເທົ່າກັບ 59,14 % ຂອງແຜນການປີ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເທົ່າກັບ 136,62% ໃນນີ້: ພາສີແຜນ 1.010,00 ຕື້ກີບ ປະຕິບັດໄດ້ 597,00 ຕື້ກີບເທົ່າກັບ 59,11% ຂອງແຜນການປີ ສ່ວຍສາອາກອນ (ປັບປຸງວິສາຫະກິດ) ບໍ່ມີ ແຜນການ ແຕ່ສາມາດປະຕິບັດ 6 ເດືອນໄດ້ 364,19 ລ້ານກີບ.

ລາຍຮັບພາຍໃນແຂວງແຜນການປີ 504,73 ຕື້ກີບ ປະຕິບັດ 06 ເດືອນຕົ້ນປີໄດ້ທັງໝົດ 356,75 ຕື້ກີບ, ເທົ່າກັບ 70,68% ຂອງແຜນການປີ ທຽບໃສ່ເວລາດຽວກັນເທົ່າກັບ 378,51 % ໃນນີ້:ສ່ວຍສາອາກອນແຜນ 440,54 ຕື້ກີບ ປະຕິບັດ 6 ເດືອນໄດ້ 213,86 ຕື້ກີບ ເທົ່າກັບ 48,55 % ຂອງແຜນການປີ, ທຽບໃສ່ເວລາດຽວກັນເທົ່າກັບ 248,90 %.

ຂະແໜງຄຸ້ມຄອງຊັບສິນຂອງລັດແຜນ 64,14 ຕື້ກີບ ປະຕິບັດ 6 ເດືອນໄດ້ 142,89 ຕື້ກີບເທົ່າກັບ 222,60 % ຂອງແຜນການປີ ທຽບໃສ່ເວລາດຽວກັນປີຜ່ານມາເທົ່າກັບ 1.831,38% ແບ່ງຂັ້ນຄຸ້ມຄອງທາງດ້ານລາຍຮັບລາຍຮັບສູນກາງມອບ-ໃຫ້ແຂວງ 13 ຫົວໝ່ວຍແຜນການ 272,22 ຕື້ກີບ ປະຕິບັດ 6 ເດືອນໄດ້ 265,50 ຕື້ກີບ ເທົ່າກັບ 97,53% ຂອງແຜນການປີເທົ່າກັບ 162,55% ຂອງແຜນ 6 ເດືອນ ໃນນີ້ :ສ່ວຍສາອາກອນແຜນ: 212,54 ຕື້ກີບ ປະຕິບັດໄດ້ 133,59 ຕື້ກີບເທົ່າກັບ 62,85% ຂອງແຜນການປີ ຊັບສິນແຜນ: 59,68 ຕື້ກີບ ປະຕິບັດໄດ້ 131,91 ຕື້ກີບເທົ່າກັບ 221,03 %ຂອງແຜນການປີ.

ສຳລັບຂັ້ນແຂວງຄຸ້ມຄອງແຜນການ 182,34 ຕື້ກີບ, ປະຕິບັດ 06 ເດືອນໄດ້ 323,29 ຕື້ກີບ ເທົ່າກັບ 177,30% ຂອງແຜນການປີ ທຽບໃສ່ເວລາດຽວກັນເທົ່າກັບ 3.093,72% ຂັ້ນເມືອງຄຸ້ມຄອງແຜນການ 50,16 ຕື້ກີບ ປະຕິບັດ 6 ເດືອນໄດ້ 33,45 ຕື້ກີບ ເທົ່າກັບ 66,70 % ຂອງແຜນການປີ ໃນນີ້ ເມືອງທີ່ປະຕິບັດລາຍຮັບໄດ້ 50% ຂຶ້ນໄປຫາ 80% ມີ 9 ເມືອງຄື: ເມືອງໄຊຍະບູລີ ເມືອງປາກລາຍ ເມືອງທົ່ງມີໄຊ ເມືອງແກ່ນທ້າວ ເມືອງບໍ່ແຕນ ເມືອງຫົງສາ ເມືອງເງິນ ເມືອງຊຽງຮ່ອນ, ເມືອງຄອບ. ສ່ວນເມືອງທີ່ປະຕິບັດລາຍຮັບໄດ້ 50% ລົງມາປະກອບມີ 2 ເມືອງຄື: ເມືອງພຽງ ແລະ ເມືອງໄຊສະຖານ. ໃນຕອນທ້າຍກອງປະຊຸມທ່ານ ປອ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ໄດ້ໃຫ້ກຽດໂອ້ລົມໂດຍທ່ານໄດ້ຍ້ອງຍໍຊົມເຊີຍຄະນະນໍາພະນັກງານລັດຖະກອນທີ່ໄດ້ຕັ້ງໜ້າເຂົ້າໃນວິຊາສະເພາະຂອງຕົນເອງຮັບຜິດຊອບ ໂດຍສະເພາະການເກັບລາຍຮັບເຂົ້າງົບປະມານໄດ້ຕາມແຜນ ແລະ ຍັງໄດ້ເນັ້ນໃຫ້ຄະນະນໍາພະນັກງານລັດຖະກອນໃນ 3 ສາຍຕັ້ງພາສີ ອາກອນ ຄັງເງິນ ຈົ່ງສຶບຕໍ່ເຮັດຫຼ້ອນໜ້າທີ່ການຈັດເກັບລາຍຮັບໃຫ້ໄປຕາມການທີ່ວາງໄວ້ ແລະ ພ້ອມກັນສ້າງທໍາຫັນປ່ຽນໃໝ່ ເຂັ້ມງວດການປະຕິບັດລາຍຈ່າຍໂດຍປະຕິບັດຕາມດໍາລັດສະບັບເລກທີ 205/ລບ ຄໍາສັ່ງສະບັບເລກທີ 18/ນຍ ແລະ ຂໍ້ຕົກລົງສະບັບເລກທີ 0200/ກງ ຕາມທິດປະຢັດ ແລະ ຕ້ານການຟູມເຟືອຍ ພ້ອມທັງເພິ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານຢ່າງເຂັ້ມງວດ.

error: Content is protected !!