“ການລົງນາມເຊັນບົດບັນທຶກຮ່ວມມືລົງທຶນໃນ 10 ໂຄງການ ຢູ່ໃນງານປະຊາສໍາພັນການລົງທຶນ, ເຊິ່ງມີມູນຄ່າການລົງທຶນທັງໝົດ 835 ລ້ານໂດລາ, ປະມານ 1 ຕື້ 510 ລ້ານກີບ, ທີ່ຕິດພັນກັບໂຄງການລົງເລິກປຸງແຕ່ງຜະລິດຕະພັນເຄມີ ຄລໍ-ອັນຄາໄລ (Chlor-alkali), ໂບຣມິນ (Bromine), ໝໍ້ເກັບພະລັງງານແບດເຕີຣີກະແສທາດແຫຼວ ສັງກະສິ-ໂບຣມິນ ແລະ ໂຄງການຕ່ອງໂສ້ອຸດສາຫະກຳອື່ນໆ, ຕະຫຼອດທັງໂຄງການອຸດສາຫະກໍາເກີດໃໝ່ດ້ານຊີວະວິທະຍາ, ການຜະລິດແບບອັດສະລິຍະ ແລະອື່ນໆ, ພາຍຫຼັງໂຄງການໄດ້ກ້າວສູ່ໄລຍະການຜະລິດແລ້ວ ຈະມີມູນຄ່າການຜະລິດທັງໝົດລື່ນກາຍ 2 ຕື້ໂດລາ ຫລື ປະມານ 36.200 ຕື້ກີບ”. ເມື່ອບໍ່ດົນມານີ້ ໄດ້ມີຂ່າວດີທີ່ປະທັບໃຈທຸກທ່ານກ່ຽວກັບ ກະຊວງອຸດສາຫະກຳ ແລະ ການຄ້າ, ພ້ອມດ້ວຍ ອໍານາດການປົກຄອງແຂວງຄຳມ່ວນ ຢູ່ທີ່ນະຄອນກວາງໂຈວ ສປ ຈີນ ໄດ້ຈັດ “ງານປະຊາສໍາພັນການລົງທຶນໃນນິຄົມອຸດສາຫະກໍາອັດສະລິຍະ ອາຊີ-ໂປຕາສ ສາກົນ ກໍຄື ພິທີເຊັນບົດບັນທຶກການຮ່ວມມືລົງທຶນ”.

ງານປະຊາສຳພັນການລົງທຶນຄັ້ງນີ້ ແມ່ນແຕກຕ່າງຈາກງານປະຊາສໍາພັນການລົງທຶນດ້ານກໍ່ສ້າງພື້ນຖານໂຄງລ່າງທີ່ລັດຖະບານລາວຈັດຂຶ້ນໃນໄລຍະຜ່ານມາ, ແຕ່ເປັນການບຸກເບີກການດຶງດູດການລົງທຶນດ້ານການຜະລິດອຸດສາຫະກໍາຂອງລາວຢູ່ຕ່າງປະເທດ, ເຊິ່ງເປັນການດຶງດູດການລົງທຶນທີ່ມີຈຸດສຸມຊັດເຈນ ແລະເປັນໝາກຜົນຍິ່ງໃຫຍ່ຂອງການດຶງດູດການລົງທຶນ ໂດຍການເອົາທຸລະກິດດຶງດຸດທຸລະກິດ, ເປັນການລົງເລິກຜັນຂະຫຍາຍມາດຕະການແຮງກ້າດ້ານນະໂຍບາຍຂອງພັກລັດລາວ ກ່ຽວກັບສຸມທຸກກໍາລັງແຮງເພື່ອຄວາມໝັ້ນຄົງຂອງເສດຖະກິດ, ດຶງດູດການລົງທຶນ, ເພີ່ມທະວີເງິນຕາຕ່າງປະເທດ ແລະ ທົດແທນການນໍາເຂົ້າ, ເຊິ່ງເປັນການສະໜັບສະໜູນທີ່ເຂັ້ມແຂງ ເພື່ອຄວາມໝັ້ນຄົງຂອງເສດຖະກິດ. ຜົນສໍາເລັດຂອງການດຶງດຸດການລົງທຶນສໍາລັບນິຄົມອຸດສາຫະກຳນີ້ ແມ່ນມີຄວາມໝາຍສໍາຄັນຍິ່ງດ້ານການປະດິດສ້າງໃໝ່ ແລະ ການເປັນຕົວແບບ, ກາຍເປັນແບບຢ່າງໃໝ່ໃນການດຶງດູດການລົງທຶນຂອງ ສປປ ລາວ.
ການປະຊາສໍາພັນດຶງດູດການລົງທຶນທີ່ຊັນເຈນໃນຕ່ອງໂສ້ອຸດສາຫະກໍາ, ຜູ້ບຸກເບີກການດຶງດູດການລົງທຶນດ້ານການຜະລິດອຸດສາຫະກໍາ
ການສະແດງກໍາລັງທີ່ມີຈຸດສຸມຊັດເຈນ, ສປປ ລາວ ໄດ້ອອກໝັດລວມ ເພື່ອດຶງດູດການລົງທຶນ. ໃນເດືອນ 3 ປີນີ້ ພາຍຫຼັງໄດ້ເຊັນບົດບັນທຶກຄວາມເຂົ້າໃຈ, ວຽກງານການດຶງດູດການລົງທຶນໃນນິຄົມອຸດສາຫະກໍາ ອາຊີ-ໂປຕາສ ສາກົນ ກໍໄດ້ມີຄວາມຄືບໜ້າຢ່າງວ່ອງໄວ. ໂດຍອີງໃສ່ແຫຼ່ງຊັບພະຍາກອນທີ່ອຸດົມສົມບູນຂອງ ສປປ ລາວ, ການດຶງດູດການລົງທຶນທີ່ຊັດເຈນໂດຍປິ່ນອ້ອມການພັດທະນາອຸດສາຫະກໍາ, ເລີ່ມແຕ່ການເຈລະຈາ, ການລົງນາມ, ການຊຸກຍູ້ ແລະ ການລົງມືກໍ່ສ້າງ, ໄດ້ກາຍເປັນໝັດລວມທີ່ມີຄຸນນະພາບສູງທີ່ປະກອບດ້ວຍ “ການຊັກຊວນ, ການດຶງດູດ, ການສົ່ງເສີມ ແລະ ການລົງມືສ້າງ”. ເພື່ອເຮັດໃຫ້ນັກລົງທຶນເຂົ້າໃຈປະເທດລາວດີຂຶ້ນ,ເພີ່ມທະວີຄວາມໝັ້ນໃຈໃຫ້ແກ່ບັນດາບໍລິສັດຕ່າງປະເທດ,ເລັ່ງຊຸກຍູ້ໂຄງການໃຫ້ໄດ້ຮັບການຈັດຕັ້ງປະຕິບັດໂດຍໄວ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳແລະການຄ້າ ແລະ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ໄດ້ແຍກພົບປະແລກປຽ່ນກັບ ປະທານ ກົວ ປາຍສຸນ ແລະ ຄະນະບໍລິຫານລະດັບສູງຂອງ ບໍລິສັດ ອາຊີ-ໂປຕາສ ສາກົນ, ພ້ອມດ້ວຍບັນດານັກລົງທຶນຈີນ ແລະ ສະຖາບັນການເງິນສາກົນຈໍານວນໜຶ່ງໃນກອງປະຊຸມພົບປະສົນທະນາພິເສດສອງຄັ້ງ, ເພື່ອຊຸກຍູ້ຢ່າງເຕັມສ່ວນການລົງທຶນ ແລະ ການພັດທະນາເສດຖະກິດຂອງລາວ, ໂດຍສະເພາະແມ່ນການພັດທະນາຫັນເປັນອຸດສາຫະກໍາ.


ການປະຊາສໍາພັນການລົງທຶນທີ່ຊັດເຈນດ້ານ ໂດຍຖືເອົາທຸລະກິດດຶງດູດທຸລະກິດ, ການແບ່ງປັນຂໍ້ມູນຂ່າວສານສໍາຄັນ, ເອົານິຄົມອຸດສາຫະກໍາທີ່ເປັນວິສາຫະກິດ “ຕ່ອງໂສ້ຫຼັກ” ມາຂັບເຄື່ອນຂະແໜງການຜະລິດອຸດສາຫະກໍາ. ການປະດິດສ້າງໃໝ່ຂອງນິຄົມອຸດສາຫະກໍາອັດສະລິຍະ ອາຊີ-ໂປຕາສ ສາກົນ ແມ່ນການນໍາໃຊ້ຮູບແບບການຊັກຊວນການລົງທຶນໃນຕ່ອງໂສ້ອຸດສາຫະກໍາ, ເປັນການຊັກຊວນການລົງທຶນທີ່ຊັດເຈນ ໂດຍປິ່ນອ້ອມບັນດາວິສາຫະກິດຊັ້ນນໍາດ້ານຄຸນນະພາບ ມາພັດທະນາໃນຕ່ອງໂສ້ອຸດສາຫະກຳ, ຊອກຄົ້ນຫາຂະແໜງການຜະລິດຕົ້ນນໍ້າແລະປາຍນໍ້າຂອງບັນດາວິສາຫະກິດທີ່ສຸກງອມ ແລະ ຊັບພະຍາກອນຕ່າງໆຂອງບັນດາວິສາຫະກິດທີ່ກ່ຽວຂ້ອງ, ນໍາໃຊ້ບັນດາຊ່ອງທາງ, ຊັບພະຍາກອນ ແລະ ຄຸນຄ່າຍີ່ຫໍ້ ຂອງບັນດາວິສາຫະກິດດັ່ງກ່າວ ເພື່ອຈັດງານປະຊາສໍາພັນການລົງທຶນ ແລະ ໄດ້ຮັບໝາກຜົນຢ່າງຫຼວງຫຼາຍໃນການດຶງດູດການລົງທຶນທີ່ຊັດເຈນ.
ເພື່ອຮອງຮັບການເຄື່ອນຍ້າຍຂອງສາຍການຜະລິດອຸດສາຫະກຳຈາກທົ່ວໂລກ, ຮູບແບບນິຄົມອຸດສາຫະກຳ ໄດ້ເລັ່ງຂະບວນການຫັນເປັນອຸດສາຫະກໍາຂອງ ສປປ ລາວ
ພາຍໃຕ້ກະແສຄື້ນການເຄື່ອນຍ້າຍສາຍການຜະລິດອຸດສາຫະກໍາຈາກທົ່ວໂລກ, “ນິຄົມອຸດສາຫະກໍາອັດສະລິຍະ ອາຊີ-ໂປຕາສ ສາກົນ” ໄດ້ກາຍເປັນ “ໄມ້ງັດ” ຂະບວນການຫັນເປັນອຸດສາຫະກໍາຂອງ ສປປ ລາວ. ໃນຊຸມປີຫຼັງໆນີ້, ຕ່ອງໂສ້ອຸດສາຫະກໍາ ແລະ ຕ່ອງໂສ້ອຸປະທານໃນໂລກ ໄດ້ປະກົດກະແສການພັດທະນາແບບໃໝ່, ເລີ່ມປະກົດມີກະແສການເຄື່ອນຍ້າຍສາຍການຜະລິດອຸດສາຫະກໍາຂອງໂລກຄັ້ງທີ 5, ລະບົບຕ່ອງໂສ້ອຸດສາຫະກໍາ ເລີ່ມຫັນໄປສູ່ພາກພື້ນ, ສະພາບການຫັນໄປສູ່ບັນດາປະເທດອາຊີອາຄະເນກໍພົ້ນເດັ່ນ. ສປປ ລາວ ເປັນປະເທດທີ່ມີສະພາບແວດລ້ອມນະໂຍບາຍທີ່ໝັ້ນຄົງ ແລະ ເປີດປະຕູ, ມີຊັບພະຍາກອນ ແລະ ພະລັງງານທີ່ອຸດົມສົມບູນ, ມີທີ່ຕັ້ງຢູ່ເຂດໃຈກາງຂອງອາຊີອາຄະເນ ແລະ ມີພື້ນຖານໂຄງລ່າງທີ່ນັບມື້ໄດ້ຮັບການປັບປຸງໃຫ້ສົມບູນ, ສະນັ້ນຈຶ່ງພຽບພ້ອມໄປດ້ວຍທ່າແຮງພິເສດສໍາລັບຮອງຮັບການເຄື່ອນຍ້າຍຕ່ອງໂສ້ອຸດສາຫະກໍາ ແລະ ຕ່ອງໂສ້ອຸປະທານຈາກທົ່ວໂລກ. ພາຍໃຕ້ສະພາບດັ່ງກ່າວ “ນິຄົມອຸດສາຫະກໍາອັດສະລິຍະ ອາຊີ-ໂປຕາສ ສາກົນ” ຈຶ່ງໄດ້ກໍາເນີດຂື້ນມາ, ໂດຍເອົານິຄົມອຸດສາຫະກໍາດັ່ງກ່າວເປັນພາຫະ ເພື່ອເລັ່ງລັດໃຫ້ ສປປ ລາວ ເຊື່ອມໂຍງເຂົ້າກັບການພັດທະນາຕ່ອງໂສ້ອຸດສາຫະກໍາ ແລະ ຕ່ອງໂສ້ອຸປະທານຂອງໂລກ ທ່າມກາງໂຄງປະກອບໃໝ່ທີ່ປ່ຽນໂສມໜ້າເສດຖະກິດພາກພື້ນ, ຕາມການປະເມີນເບື້ອງຕົ້ນ, ມູນຄ່າການລົງທຶນທີ່ໄດ້ລົງນາມໃນງານປະຊາສໍາພັນການລົງທຶນຄັ້ງນີ້ ຈະບັນລຸເຖິງ 1/10 ຂອງຍອດມູນຄ່າການລົງທຶນທັງໝົດໃນເຄິ່ງຕົ້ນປີນີິ້ຂອງ ສປປ ລາວ, ເຊິ່ງເປັນຕົວຢ່າງອີກອັນໜຶ່ງຂອງຄວາມສໍາເລັດດ້ານການດຶງດູດການລົງທຶນຈາກຕ່າງປະເທດ ແລະ ການຮ່ວມມືກັບຕ່າງປະເທດ.

ໂດຍນໍາໃຊ້ກໍາລັງແຮງພື້ນຖານອຸດສາຫະກໍາ ຂອງ ສປ ຈີນ, “ນິຄົມອຸດສາຫະກໍາອັດສະລິຍະ ອາຊີ-ໂປຕາສ ສາກົນ” ໄດ້ເລັ່ງຊ່ວຍເຫຼືອການລົງມືກໍ່ສ້າງ ແລະ ຍົກລະດັບການຜະລິດອຸດສາຫະກໍາ. ສປ ຈີນ ເປັນປະເທດໃຫຍ່ກວ່າໝູ່ທີ່ມີການລົງທຶນຕ່າງປະເທດຢູ່ ສປປ ລາວ, ມີລະບົບອຸດສາຫະກໍາທີ່ສົມບູນ ແລະ ຕ່ອງໂສ້ອຸດສາຫະກໍາທີ່ຄົບຖ້ວນ, ສອງຝ່າຍມີທ່າແຮງບົ່ມຊ້ອນໃນການພັດທະນາອຸດສາຫະກໍາ ບົນພື້ນຖານການຮ່ວມສ້າງສາ, ຮ່ວມແບ່ງປັນ ແລະ ຮ່ວມຜົນປະໂຫຍດ, ພ້ອມທັງຂັບເຄື່ອນການກໍ່ສ້າງຫັນເປັນຕົວເມືອງ ແລະ ການພັດທະນາຫັນກະສິກໍາໄປສູ່ທັນສະ ໄໝ. ເວທີນິຄົມອຸດສາຫະກໍາທີ່ຕາງໜ້າໂດຍ “ນິຄົມອຸດສາຫະກໍາອັດສະລິຍະ ອາຊີ-ໂປຕາສ ສາກົນ” ຈະເລີ່ມຕົ້ນຮູບແບບການພັດທະນາອຸດສາຫະກໍາ “ທັງແນວຕັ້ງແລະແນວນອນ”, ກາຍເປັນພື້ນທີ່ຮາບສູງແຫ່ງການພັດທະນາທີ່ທັນສະໄໝ ທີ່ປະກອບໄປດ້ວຍການລວມຕົວຂອງເງິນທຶນ, ເຕັກໂນໂລຊີ, ນະໂຍບາຍ, ຊັບພະຍາກອນ, ຕະຫຼາດ, ຕົ້ນທຶນ ແລະຂໍ້ໄດ້ປຽບອື່ນໆ, “ທັງສາມາດທົດແທນການນໍາເຂົ້າ ແລະ ສາມາດສົ່ງອອກເພື່ອສ້າງລາຍຮັບເງິນຕາ; ທັງສາມາດເພີ່ມເງິນຄັງສໍາຮອງເງິນຕາຕ່າງປະເທດ ແລະ ສາມາດເພີ່ມລາຍຮັບຂອງປະຊາຊົນ; ທັງສາມາດແກ້ໄຂບັນຫາໃນປະຈຸບັນ ແລະ ສາມາດວາງພື້ນຖານສໍາລັບການພັດທະນາໃນອະນາຄົດ ຂອງ ສປປ ລາວ”.
ການພັດທະນາໂດຍຫັນເປັນກຸ່ມອຸດສາຫະກຳ, ເສດຖະກິດນິຄົມອຸດສາຫະກໍາ ກາຍເປັນກົນໄກ ໃໝ່ຂອງການພັດທະນາເສດຖະກິດຂອງລາວ
ກຸ່ມການຜະລິດອຸດສາຫະກຳທັນສະໄໝ ກໍາລັງຖືກປະກອບສ້າງຂື້ນຢ່າງວ່ອງໄວ, ເປັນແຮງຊ່ວຍປະເທດລາວ ປັບປຸງລະບົບອຸດສາຫະກຳ. ນິຄົມອຸດສາຫະກຳອັດສະລິຍະ ອາຊີ-ໂປຕາສ ສາກົນ ໄດ້ຖືເອົາການໝູນວຽນນໍາໃຊ້ຊັບພະຍາກອນ ແລະ ການຈັດສັນຢ່າງເໝາະສົມ ມາເປັນແນວທາງ, ເພື່ອເປີດກວ້າງການເຕົ້າໂຮມເອົາບໍລິສັດຊັ້ນນໍາໃນໂລກ ເຂົ້າມາຕັ້ງຖິ່ນຖານ, ປະຈຸບັນກໍາລັງເລັ່ງສັງລວມການເຊື່ອມໂຍງກັບບັນດາວິສາຫະກິດຊັ້ນນຳທີ່ມີຄຸນນະພາບສູງໃນຂົງເຂດຕ່າງໆ ມາລົງທຶນຢູ່ລາວ, ຈາກນີ້ປະກອບສ້າງເປັນກຸ່ມອຸດສາຫະກໍາ ເຊິ່ງຈະສົ່ງຜົນການຮ່ວມປະສານຂອງອຸດສາຫະກໍາທີ່ເຂັ້ມແຂງ, ເປັນແຮງຊຸກຍູ້ຂະບວນການຫັນເປັນອຸດສາຫະກໍາ ຂອງ ສປປ ລາວ.

ເສດຖະກິດນິຄົມອຸດສາຫະກໍ ທີ່ມີຕົວແທນໂດຍ ນິຄົມອຸດສາຫະກຳອັດສະລິຍະ ອາຊີ-ໂປຕາສ ສາກົນ ຈະເປັນເວທີຮອງຮັບທີ່ສຳຄັນໃນການພັດທະນາເສດຖະກິດຂອງລາວ. ນິຄົມອຸດສາຫະກໍາ ໄດ້ຖືເອົາບັນດາວິສາຫະກິດຊັ້ນນຳທີ່ມີສະມັດຕະພາບການຜະລິດສູງ, ມູນຄ່າຜົນຜະລິດສູງ ແລະ ມອບອາກອນສູງ ມາເປັນຫົວຈັກການພັດທະນາ. ສົ່ງເສີມຢ່າງເຕັມສ່ວນຜົນສະທ້ອນຈາກການລວມຕົວບັນດາປັດໄຈສໍາຄັນຂອງການຜະລິດ, ຂັບເຄື່ອນການເຕີບຕົວຢ່າງວ່ອງໄວຂອງເສດຖະກິດພາກພື້ນ, ຊຸກຍູ້ຂະບວນການຫັນເປັນຕົວເມືອງ, ເພື່ອບັນລຸການເຕົ້າໂຮມວິສາຫະກິດ, ເຕົ້າໂຮມຜູ້ທີ່ມີຄວາມຮູ້ຄວາມສາມາດ, ຍົກລະດັບການຜະລິດອຸດສາຫະກໍາ, ການພັດທະນາທຸລະກິດ ແລະຜົນສະທ້ອນຫຼາກຫຼາຍອື່ນໆ, ເພື່ອສະໜອງຫົວຈັກໃໝ່ສໍາລັບການພັດທະນາເສດຖະກິດຂອງ ສປປ ລາວ.
(ສະຫຼຸບ)
“ການພັດທະນາ” ເປັນເຄືອງມືທີ່ມີປະສິດທິຜົນໃນການແກ້ໄຂບັນຫາເສດຖະກິດຂອງລາວ. ພາຍໃຕ້ການຊີ້ນຳຂອງພັກ ແລະ ລັດຖະບານ ໃນການປັບປຸງສະພາບແວດລ້ອມຂອງການລົງທຶນ ແລະ ເພີ່ມທະວີນະໂຍບາຍການດຶງດູດການລົງທຶນຈາກຕ່າງປະເທດ, ທ່າມກາງໂຄງສ້າງໃໝ່ຂອງການເຊື່ອມໂຍງເຊື່ອມຈອດໃນຂອບເຂດທົ່ວໂລກ, ນິຄົມອຸດສາຫະກໍາອັດສະລິຍະ ອາຊີ-ໂປຕາສ ສາກົນ ໂດຍຖືການພັດທະນາແບບປະສົມປະສານໃນການຜະລິດອຸດສາຫະກໍາ ເຊິ່ງເປັນຮູບແບບປະດິດສ້າງໃໝ່ມາເປັນແນວທາງ, ໄດ້ເປີດກ້ວາງທະລຸທຸກຕ່ອງໂສ້ການຜະລິດອຸດສາຫະກໍາ, ບັນລຸກໍາລັງສາມັກຄີທີ່ມີແນວທາງດຽວກັນ, ລົງເລິກການເຊື່ອມໂຍງລະຫວ່າງການຜະລິດອຸດສາຫະກຳ, ຕອບສະໜອງຕົວແບບໃໝ່ໃຫ້ແກ່ການພັດທະນາເສດຖະກິດຂອງ ສປປ ລາວ. ປຽບສະເໝືອນເມື່ອມີຄື້ນລົມພັດໂບຍມາແຮງ ເຮືອໃບກໍຈະອອກເດີນທາງ, ສີສັນຂະແໜງການຜະລິດອຸດສາຫະກໍາທີ່ມີການປ່ຽນແປງ ແລະ ຜົນສະທ້ອນຂອງກຸ່ມ ທີ່ເກີດຈາກການປະຊາສໍາພັນສົ່ງເສີມການລົງທຶນ ກໍາລັງຍືດຊື່ຕົງ “ກະດູກສັນຫຼັງ” ຂອງການພັດທະນາເສດຖະກິດ ສປປ ລາວ.