ລັດຖະບານສຸມໃສ່ແກ້ໄຂບັນຫາເງິນເຟີ້ ອັດຕາແລກປ່ຽນເງິນຕາ ລາຄາສິນຄ້າທີ່ເພີ່ມສູງຂຶ້ນ

    ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກໍລະກົດ 2023 ຈັດຂຶ້ນວັນທີ 24-25 ກໍລະກົດ 2023 ທີ່ສຳນັກງານນາຍົກລັດຖະມົນຕີ ໂດຍເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ມີບັນດາທ່ານຮອງນາຍົກລັດຖະມົນຕີ ສະມາຊິກລັດຖະບານ ຜູ້ຕາງໜ້າຈາກບັນດາກະຊວງ ອົງ ການທຽບເທົ່າກະຊວງເຂົ້າຮ່ວມແບບເຊິ່ງໜ້າ ຜູ້ຕາງໜ້າຈາກບັັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງການລາຍງານສະພາບພົ້ນເດັ່ນ ປະຈຳເດືອນກໍລະກົດ ແລະ ທິດທາງແຜນການຂອງເດືອນສິງຫາ 2023.

    ກອງປະຊຸມລັດຖະບານຄັ້ງນີ້ ໄດ້ພ້ອມກັນປຶກສາຫາລື ຄົົ້ນຄວ້າພິຈາລະນາບັນດາຫົວຂໍ້ທີ່ສໍາຄັນ ພ້ອມພິຈາລະນາ ແລະ ເຫັນດີດ້ານຫຼັກການ ຮັບຮອງເອົາຫຼາບຫົງຂໍ້ສຳຄັນ.

    ສຳລັບ ແຜນວຽກໃນເດືອນສິງຫາຈະມາເຖິງນີ້ ລັດຖະບານຈະໄດ້ສຸມໃສ່ວຽກງານຕົວຈິງຈຳນວນໜຶ່ງ ໂດຍສືບຕໍ່ຈັດຕັ້ງປະຕິບັດແນວທາງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ດ້ວຍມາດຕະການຕ່າງໆ ຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ ສາມາດຮັບປະກັນສະຖຽນລະພາບທາງດ້ານການເມືອງ ຄວາມສະຫງົບຕາມບໍລິເວນຊາຍແດນ ພ້ອມທັງສືບຕໍ່ສຸມໃສ່ວຽກງານກໍ່ສ້າງຮາກຖານການເມືອງ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ໃນນີ້ ໃຫ້ອອກແຮງສ້າງພະລາທິການ ໃຫ້ກຸ້ມຕົນເອງເທື່ອລະກ້າວ ແລະ ປະກອບສ່ວນເຂົ້າໃນວຽກງານການສຶກສາ ສືບຕໍ່ເພີ່ມທະວີການຈັດຕັ້ງປະຕິບັດຄຳສັ່ງເລກທີ 27/ນຍ ວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ພ້ອມນັ້ນ ກໍເພີ່ມທະວີການຈັດຕັ້ງປະຕິບັດບັນດານິຕິກຳຕ່າງໆ ໃຫ້ແຂງແຮງກ່ວາເກົ່າ ໂດຍສະເພາະບັນຫາຢາເສບຕິດ ຂີ້ລັກ ງັດແງະ ປຸ້ນຈີ້ ແລະ ອື່ນໆ.

    ສຸມໃສ່ແກ້ໄຂບັນຫາເງິນເຟີ້ ອັດຕາແລກປ່ຽນເງິນຕາ ລາຄາສິນຄ້າທີ່ເພີ່ມສູງຂຶ້ນ ແລະ ໜີ້ສິນຕ່າງປະ ເທດ ຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 19/ກມສພ ລົງວັນທີ 30 ມິຖຸນາ 2023 ໂດຍສະເພາະແມ່ນເອົາໃຈໃສ່ຈັດຕັ້ງປະຕິບັດ ຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງປະຕິບັດການຄຸ້ມຄອງເງິນຕາຕ່າງປະເທດ ສະບັບເລກທີ 10/ນຍ ລົງວັນທີ 14 ກໍລະກົດ 2023 ໃຫ້ເຂັ້ມງວດ ແລະ ສຸມໃສ່ປະຕິບັດມາດຕະການຂອງແຕ່ລະວຽກຈຸດສຸມ ໃນແຜນເຄື່ອນໄຫວວຽກຈຸດສຸມຂອງຄະນະສະເພາະກິດ.

    ສືບຕໍ່ສຸມໃສ່ປະຕິບັດນິຕິກຳກ່ຽວກັບການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານລັດ ການປະຢັດ ແລະ ຕ້ານການຟຸມເຟືອຍ ການນໍາໃຊ້ລົດຂອງລັດ  ໂດຍສະເພາະດຳລັດວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍ ສະບັບເລກທີ 205/ລບ ແລະ ດຳລັດວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ ແລະ ນິຕິກຳອື່ນໆ ທີ່ລັດຖະບານວາງອອກ ໃຫ້ເຂັ້ມງວດ.

     ສືບຕໍ່ຕິດຕາມສະພາບພົ້ນເດັ່ນທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນໃຫ້ທັນການ ໂດຍສະເພາະບັນຫາທີ່ຈະສົ່ງຜົນກະທົບໂດຍກົງຕໍ່ລາວເຮົາ ບັນຫາທີ່ພວກເຮົາຕ້ອງໄດ້ໃຫ້ທັດສະນະ ຫຼື ລົງມະຕິ ເພື່ອລາຍງານຂໍທິດຊີ້ນຳໃຫ້ທັນການ ກະກຽມການໄປເຄື່ອນໄຫວວຽກງານຕ່າງປະເທດຂອງການນຳຂັ້ນສູງຂອງພັກ ຂອງລັດ ນອກນັ້ນ ກໍໃຫ້ສຸມໃສ່ກະກຽມບັນດາໜ້າວຽກ ໃນການເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມປິ່ນອ້ອມ ໃນປີ 2024 ໃຫ້ສໍາເລັດຕາມກຳນົດເວລາ.

error: Content is protected !!