ນຳໃຊ້ແທັບເລັດຈຳນວນ 1.245 ເຄື່ອງ ໃນການເກັບກຳຂໍ້ມູນ ແລະ ການເຝິກອົບຮົມໃຫ້ແກ່ທີມງານຜູ້ເຮັດວຽກສຶກສານິເທດຢູ່ໃນ 30 ເມືອງເປົ້າໝາຍ ຂອງແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

ກະຊວງສຶກສາທິການ ແລະ ກີລາ ແຫ່ງ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ອົງການ USAID ໂດຍຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ໄດ້ເປີດຊຸດເຝິກອົບຮົມຄັ້ງທີສອງ ເພື່ອເຝິກການໃຫ້ການຊ່ວຍເຫຼືອຄູສອນຊັ້ນປະຖົມສຶກສາ ກອງປະຊຸມເພື່ອສະໜັບສະໜູນຄູຊັ້ນປະຖົມສຶກສາໃນວຽກງານການພັດທະນາວິຊາາຊີບຄູແບບຕໍ່ເນື່ອງ ໄດ້ຈັດຂຶ້ນໃນ ກາງເດືອນ ກໍລະກົດ 2023 ຢູ່ທີ່ວິທະຍາໄລຄູສະຫວັນນະເຂດ ວິທະຍາໄລຄູຫຼວງນ້ໍາທາ ແລະ ວິທະຍາໄລຄູຄັງໄຄ ການເຝິກອົບຮົມດັ່ງກ່າວແມ່ນເພື່ອເຝິກໃຫ້ແກ່ກຸ່ມພະນັກງານຜູ້ເຮັດວຽກສຶກສານິເທດພາຍໃນ ເພື່ອຊ່ວຍເຫຼືອດ້ານການສອນ ໃນ 30 ເມືອງເປົ້າໝາຍຂອງແຜນງານບີຄວາ ເຊິ່ງຈະດຳເນີນໄປຈົນຮອດກາງເດືອນສິງຫາ 2023 ນີ້.


ຮອບການເຝິກອົບຮົມນີ້ ປະກອບມີການເຝິກອົບຮົມດ້ານນຳໃຊ້ເຕັກໂນໂລຊີເພື່ອການສື່ສານ ແລະ ຂໍ້ມູນຂ່າວສານ ໃຫ້ແກ່ຜູ້ເຮັດວຽກສຶກສານິເທດພາຍໃນທັງໝົດ ທີມງານວິຊາການຂອງວິທະຍາໄລຄູ ແລະ ພະນັກງານຈາກຫ້ອງການສຶກສາທິການ ແລະ ກີລາ ເມືອງເປົ້າໝາຍຈໍານວນ 30 ເມືອງ ເຊິ່ງພວກເຂົາຈະຮັບແທັບເລັດເພື່ອໃຊ້ໃນວຽກງານ ໃນໄລຍະການເຝິກອົບຮົມຊຸດໃໝ່ນີ້ຈະໃຊ້ເວລາ 5 ວັນ ເຂົາເຈົ້າຈະໄດ້ຮຽນຮູ້ພື້ນຖານການນຳໃຊ້ແທັບເລັດ (ເລີ່ມຕົ້ນດ້ວຍການຮຽນນຳໃຊ້ແທັບເລັດ ໜ້າທີ່ພື້ນຖານຂອງແທັບເລັດ ແລະ ການແກ້ໄຂບັນຫາ) ແລະ ຍັງວິທີການເຂົ້າເຖິງສື່ການຮຽນ-ການສອນດິຈິຕອນທີ່ມີຢູ່ ເຊັ່ນ: ຊ່ອງທາງ ຢູທູບ ວິດີໂອສຳລັບການພັດທະນາຄູ ແລະ ທາງຄັງປັນຍາລາວ ພວກເຂົາເຈົ້າຍັງຈະໄດ້ຮຽນຮູ້ວິທີການນໍາໃຊ້ ອຸປະກອນເພື່ອການສື່ສານ ແລະ ຂໍ້ມູນຂ່າວສານ ສໍາລັບການເກັບຂໍ້ມູນ ແລະ ການເກັບບັນທຶກຂໍ້ມູນຈາກການລົງຕິດຕາມໂຮງຮຽນ.

ຈຸດປະສົງແມ່ນເພື່ອໃຫ້ເຂົາເຈົ້າສາມາດປະສົມປະສານເຄື່ອງມືທັນສະໄໝ ເຂົ້າໃນພາລະບົດບາດຂອງເຂົາເຈົ້າໃນລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ເພື່ອເປົ້າໝາຍສ້າງຄວາມເຂັ້ມແຂງດ້ານຄຸນນະພາບດ້ານການສອນ ແລະ ປັບປຸງຜົນການຮຽນຂອງນັກຮຽນ ແລະ ການມີສ່ວນຮ່ວມຂອງພວກເຂົາ.
ໃນລະບົບໃໝ່ຂອງການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ແລະ ການສະໜັບສະໜູນຄູຢ່າງຕໍ່ເນື່ອງ ແມ່ນໄດ້ອຳນວຍຄວາມສະດວກໂດຍທີມງານຜູ້ເຮັດວຽກສຶກສານິເທດພາຍໃນ ທີ່ໄດ້ຖຶກຄັດເລືອກໃນເດືອນ ກຸມພາ-ມີນາ 2023 ຜ່ານມາ ໃນ 30 ເມືອງເປົ້າໝາຍຈາກ 7 ແຂວງ (ຜົ້ງສາລີ ຫຼວງນ້ຳທາ ບໍ່ແກ້ວ ຫົວພັນ ຊຽງຂວາງ ສະຫວັນນະເຂດ ແລະ ຄຳມ່ວນ) ທີມງານຜູ້ເຮັດວຽກສຶກສານິເທດພາຍໃນ ແມ່ນຖຶກຄັດເລືອກໂດຍອີງໃສ່ລະດັບໂຮງຮຽນ ແລະ ປະກອບມີ 1.043 ທ່ານ ຜູ້ອໍານວຍການ ແລະ ຮອງອໍານວຍການ (40%) ແລະ ຄູ (60%) ແລະ 56% ຂອງສະມາຊິກທີມງານຜູ້ເຮັດວຽກສຶກສານິເທດພາຍໃນ ແມ່ນເພດຍິງ ໃນ 3 ວິທະຍາໄລຄູ ເປົ້າໝາຍຄື: ວິທະຍາໄລຄູສະຫວັນນະເຂດ ວິທະຍາໄລຄູຄັງໄຂ ແລະ ວິທະຍາໄລຄູຫຼວງນ້ຳທາ ເຊິ່ງຈະນຳພາທີມງານຜູ້ເຮັດວຽກສຶກສານິເທດພາຍໃນ ສ້າງຂີດຄວາມສາມາດເພື່ອໃຫ້ການຊ່ວຍເຫຼືອທີ່ມີຄຸນນະພາບແກ່ຄູສອນຊັ້ນປະຖົມສຶກສາ.

ການຝຶກອົບຮົມຄັ້ງທີ 1 ໄດ້ຈັດຂຶ້ນໃນເດືອນເມສາ 2023 ຜ່ານມາໂດຍເນັ້ນໃສ່ທັກສະການອໍານວຍຄວາມສະດວກ ຫຼັກການການຮຽນຮູ້ຂອງຜູ້ໃຫຍ່ ແລະ ເຄື່ອງມືພາກປະຕິບັດເພື່ອສະໜັບສະໜູນຄູເຂົ້າຮ່ວມໃນກິດຈະກຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ເຊັ່ນ: ການໄປລົງໄປຕິດຕາມໂຮງຮຽນ ການໃຫ້ຄໍາປຶກສາ ການສັງເກດການສອນຂອງຄູໃນໂຮງຮຽນດ້ວຍກັນ ແລະ ຮອບວຽນການຮຽນ ການຝຶກອົບຮົມຄັ້ງທີສອງ ແມ່ນຈະສຸມໃສ່ການປະຕິບັດການສອນທີ່ສາມາດນໍາໃຊ້ໃນຫ້ອງຮຽນ ຮຽນນຳໃຊ້ແທັບເລັດ ແລະ ວິທີການນໍາໃຊ້ແທັບເລັດເພື່ອສະໜັບສະໜູນຄູໃນວຽກງານການພັດທະນາວິຊາຊີບຄູແບບຕໍ່ເນື່ອງ.
ທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ ໄດ້ກ່າວວ່າ: ຍັງມີຄວາມຫຍຸ້ງຍາກຫຼາຍຢ່າງຕໍ່ການເຂົ້າເຖິງສື່ການຮຽນ-ການສອນແບບດີຈີຕອນ ເຊັ່ນ: ຄອມພິວເຕີ ແລະ ອິນເຕີເນັດ ເຊັ່ນດຽວກັບການພັດທະນາຄວາມສາມາດດ້ານວິຊາການໃນການນຳໃຊ້ເຄື່ອງມືດັ່ງກ່າວ ເພື່ອຊ່ວຍເຫຼືອທີມງານດ້ານວິຊາການຈາກວິທະຍາ ໄລຄູ ແລະ ທີມງານຜູ້ເຮັດວຽກສຶກສານິເທດ ດ້ານອຸປະກອນ ແລະ ການຈັດການເຝິກອົບຮົມ ຈະຊ່ວຍພັດທະນາບັນດາທັກສະພຶ້ນຖານດ້ານເຕັກນິກ ເພື່ອຮູ້ນຳໃຊ້ສື່ການການຮຽນການສອນທີ່ເປັນດີຈີຕອນ.