ທາບທາມຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ການນໍາພາຂອງຄະນະບໍລິຫານງານສູນກາງພັກກາງສະໄໝທີ XI

ກອງປະຊຸມທາບທາມຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ການນໍາພາຂອງຄະນະບໍລິຫານງານສູນກາງພັກກາງສະໄໝທີ XI ຈຸດທາບ ທາມ ນະຄອຫຼວງວຽຈັນ (ນວ) ຈັດຂຶ້ນວັນທີ 24 ກໍລະກົດ 2023 ທີ່ຫ້ອງວ່າການ ນວ ເປັນປະທານຂອງ ສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ຄະ​ນະເລຂາທິການສູນກາງພັກ ປະທານກວດກາສູນກາງພັກ ມີ ສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນ ນະ​ຄອນຫຼວງວຽງ​ຈັນ ສະ​ຫາຍ ອາດສະພັງທອງ ສີພັນດອນ ຮອງເລຂາຄະນະພັກ ເຈົ້າຄອງນະ​ຄອນຫຼວງວຽງ​ຈັນ ພ້ອມດ້ວຍ ເລຂາຄະນະພັກ ຄະນະບໍລິຫານງານພັກ ແລະ ຄະນະປະຈໍາພັກ ​ນະ​ຄອນຫຼວງວຽງ​ຈັນ ຕະຫຼອດຮອດເລຂາພັກແຂວງວຽງຈັນ ແຂວງໄຊສົມ ບູນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງການທາບທາມຄັ້ງນີ້ ເພື່ອພ້ອມກັນເບິ່ງຄືນ ແລະ ຕີລາຄາລວມຂອງຄະນະບໍລິຫານງານສູນກາງພັກໃນການຜັນຂະ ຫຍາຍຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ກາງສະໄໝ ຜ່ານມາຕໍ່ກັບແຕ່ລະຂົງເຂດວຽກງານ ໂດຍຍົກໃຫ້ເຫັນດ້ານຕັ້ງໜ້າ ດ້ານຫຍໍ້ທໍ້ ຫຼື ຈຸດອ່ອນ ຂໍ້ຄົງຄ້າງ ສາ ເຫດທີ່ພາໃຫ້ມີຂໍ້ຄົງຄ້າງ ເພື່ອປັບປຸງແກ້ໄຂໃນຕໍ່ໜ້າ ພ້ອມນັ້ນໃຫ້ພ້ອມກັນຄົ້ນຄວ້າ ມີຄວາມເຫັນຕີລາຄາບັນຫາຕ່າງໆທີ່ ພົວພັນເຖິງຄຸນ ລັກສະນະ ມາດຖານຂອງພະນັກງານນໍາພາຄຸ້ມຄອງ ນອກນີ້ຍັງເປັນການເປີດກວ້າງປະຊາທິປະໄຕ ພາຍໃນ ພັກຂອງພວກເຮົາ ເພື່ອໃຫ້ປະກອບຄວາມເຫັນຕໍ່ຄວາມຮັບຜິດຊອບລວມຂອງຄະນະບໍລິຫານງານສູນກາງພັກ ແລະ ຄວາມ ຮັບຜິດຊອບໜ້າທີ່ການເມືອງຂອງແຕ່ລະສະຫາຍຄະນະບໍລິຫານງານສູນກາງພັກ ແນໃສ່ປັບປຸງພັກໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ມີຄວາມເປັນເອກະພາບສູງ ເພື່ອສືບຕໍ່ເປັນຫຼັກແຫຼ່ງນຳພາປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ໃຫ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້.

ໂອກາດນີ້ ສະຫາຍ ຄໍາພັນ ພົມມະທັດ ໄດ້ມີຄໍາເຫັນຊີ້ນໍາຕໍ່ກອງປະຊຸມເຊິ່ງມີເນື້ອໃນບາງຕອນວ່າ: ການປະກອບຄໍາຄິດ ເຫັນຂອງແຕ່ລະສະຫາຍໃນຄະນະບໍລິຫານງານສູນກາງພັກໃຫ້ເບິ່ງ ແລະ ຕີລາຄາຄຸນທາດການເມືອງ ຄຸນສົມບັດສິນທໍາປະ ຕິວັດ ຄວາມຮັບ ຜິດຊອບ ຕໍ່ໜ້າທີ່ການເມືອງລວມຂອງສູນກາງພັກ ກໍຄື ຄວາມຮັບຜິດຊອບໜ້າທີ່ການເມືອງທີ່ແຕ່ລະສະ ຫາຍໄດ້ຮັບມອບໝາຍ ເບິ່ງຄວາມຮູ້ຄວາມສາມາດ ກໍຄື ຜົນສຳເລັດ ຫຼື ບໍ່ສຳເລັດໃນການປະຕິບັດໜ້າທີ່ ທີ່ໄດ້ຮັບມອບໝາຍ ເບິ່ງແບບແຜນນຳພາ ແລະ ວິທີເຮັດວຽກ ການເຄົາລົບ ແລະ ປະຕິບັດຫຼັກການນຳພາຂອງພັກ ໃຫ້ເບິ່ງແນວຄິດ ແລະ ທັດສະ ນະ ໃນການຄົ້ນຄວ້າເບິ່ງບັນຫາຕ່າງໆ ມີຄວາມຮອບຄອບ ເລິກເຊິ່ງ ພາວະວິໄສ ແທດເຖິງຕົວຈິງ ເບິ່ງທັດສະນະມະຫາຊົນ ແບບແຜນການດຳລົງຊີວິດ ການຫຼິ້ນກິນຟູມເຟືອຍ ການພົວພັນໃນຄອບຄົວ ແລະ ສັງຄົມ ການສໍ້ລາດບັງຫຼວງ ການສວຍໃຊ້ ໜ້າທີ່ ສິດອຳນາດ ເພື່ອຜົນປະໂຫຍດສ່ວນຕົວດ້ວຍທາງກົງ ຫຼື ທາງອ້ອມ ຄວາມເປັນແບບຢ່າງທີ່ດີ ການເຝິກຝົນຫຼໍ່ຫຼອມ ຕົນເອງ ເພື່ອພັດທະນາໃຫ້ສົມຄູ່ກັບໜ້າທີ່ການ ເມືອງທີ່ໄດ້ຮັບການມອບໝາຍ ແລະ ອື່ນໆ.

ນອກນີ້ກອງປະຊຸມຍັງໄດ້ເຜີຍແຜ່ຈຸດປະສົງ ລະດັບຄາດໝາຍ ແລະ ຄວາມສໍາຄັນນຂອງຄໍາສັ່ງ ຄະນະເລຂາທິການສູນກາງ ພັກ ມາດຖານລວມ ມາດຖານສະເພາະຂອງຄະນະບໍລິຫານງານສູນກາງພັກ ແລະ ໜ້າທີ່ຂອງຄະນະບໍລິຫານງານສູນກາງ ພັກ ແລະ ໄດ້ມີການຜ່ານລະບຽບການທາບທາມ ແຈກຢາຍບັດ ຈາກນັ້ນໄດ້ມີການດໍາເນີນການທາບທາມູວາມໄວ້ວາງໃຈ ຕໍ່ການນໍາພາຊີ້ນໍາລວມຄັ້ງນີ້ອີກດ້ວຍ.

error: Content is protected !!