ນາຍົກລັດຖະມົນຕີຊຸກຍູ້ການຜະລິດຢູ່ ນວ

    ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍບັນດາລັດຖະມົນຕີ ຮອງລັດຖະມົນຕີ ກະຊວງ-ອົງການທີ່ກ່ຽວຂ້ອງ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ນະຄອນຫຼວງວຽງຈັນ (ນວ) ວັນທີ 23 ກໍລະກົດ 2023 ໃຫ້ການຕ້ອນຮັບ ແລະ ເຄື່ອນໄຫວວຽກຮ່ວມຂອງທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ນວ ພ້ອມດ້ວຍຄະນະນຳຂອງ ນວ ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ.

    ການເຄື່ອນໄຫວຄັ້ງນີ້ທ່ານ ສອນໄຊ ສີພັນດອນ ໄດ້ຢ້ຽມຢາມ ແລະ ຊຸກຍູ້ການຜະລິດ ຂອງບໍລິສັດ ພັນເພັດ ພັດທະນາກະສິກຳຈຳກັດຜູ້ດຽວ ຢູ່ບ້ານໜອງແຫ້ວ ເມືອງຫາດຊາຍຟອງ ນວ ເຊິ່ງທ່ານ ທອງສະຫວັນ ມີບຸນ ປະທານບໍລິສັດດັ່ງກ່າວລາຍງານໃຫ້ຮູ້ວ່າ: ເມື່ອກ່ອນຕົນໄດ້ປະກອບອາຊີບໂຮງສີເຂົ້າຂະໜາດນ້ອຍ ເພື່ອບໍລິການຮັບໃຊ້ສີເຂົ້າໃຫ້ປະຊາຊົນອ້ອມຂ້າງເມືອງ ຜ່ານການຈັດຕັ້ງປະຕິບັດໄລຍະໜຶ່ງແມ່ນມີຜົນສໍາເລັດດີພໍສົມຄວນ ຈຶ່ງໄດ້ມີສ້າງຕັ້ງເປັນບໍລິສັດ ພັນເພັດ ພັດທະນາກະສິກຳ ຈຳກັດຜູ້ດຽວ ໃນປີ 2008 ເປົ້າໝາຍແມ່ນສົ່ງເສີມການຜະລິດກະສິກໍາເປັນສິນຄ້າໃນຮູບແບບ 2+3 ປະຊາຊົນມີສ່ວນຮ່ວມ ພ້ອມນັ້ນພື່ອຕອບສະໜອງຕາມແນວທາງນະຟຍບາຍຂອພັກ ແລະ ລັດ ຫັນເປັນອຸດສາຫະກໍາທັນສະໄໝດ້ວຍການນໍາໃຊ້ກົນຈັກ ການຜະລິດແບບຄົບວົງຈອນ  ໂດຍນໍາໃຊ້ເນື້ອທີ່ດິນຂອງຕົນເອງ 30 ເຮັກຕາ ເພື່ອຂະຫຍາຍແນວພັນເຂົ້າລຸ້ນ 3 ແລະ ສະຖານທີ່ທົດລອງການນໍາໃຊ້ກົນຈັກເຂົ້າໃນການຜະລິດໃຫ້ແກ່ປະຊາຊົນ ມາຮອດປັດຈຸບັນບໍລິສັດສາມາດສະໜອງ ແລະ ບໍລິການກົນຈັກເຂົ້າສູ່ການຜະລິດໄດ້ 100% ພ້ອມຂະຫຍາຍແນວພັນເຂົ້າລຸ້ນ 3 ພາຍໃນ ແລະ ຕອບສະໜອງໃຫ້ແກ່ກຸ່ມຜະລິດບໍ່ຕໍ່າກວ່າ 1.000 ເຮັກຕາ ໄດ້ຊຸກຍູ້ການນໍາໃຊ້ຝຸ່ນຊີວະພາບທີ່ຜະລິດໃນລາວເປັນຈໍານວນຫຼາຍສົມຄວນ ນອກນີ້ບໍລິສັດຍັງມີຫ້ອງການບໍລິຫານລະບົບສາງ ໂຮງອົບເຂົ້າ ຊີງຊັ່ງຂະໜາດໃຫຍ່ທີ່ມີມາດຕະຖານ ແຕ່ຍັງບໍ່ພຽງພໍໃນການຮອງຮັບຜົນຜະລິດປະຊາຊົນ ສະເພາະປີ 2022 ສາມາດສົ່ງເຂົ້າໜຽວໄປ ສສ ຫວຽດນາມ 7.500 ໂຕນ ແລະ ຈໍາໜ່າຍພາຍໃນ 8.000 ກວ່າໂຕນ ແລະ ປ້ອນໂຮງງານອຸດສາຫະກໍາໄດ້ 5.000 ໂຕນ.

    ຕໍ່ບັນຫາດັ່ງກ່າວ ບໍລິສັດໄດ້ສະເໜີໃຫ້ນາຍົກລັດຖະມົນຕີກໍ່ຄືຂະແໜງການກ່ຽວຂ້ອງຊ່ວຍຊຸກຍູ້ແຫຼງທຶນສໍາລັບປັບປຸງ ແລະ ຂະຫຍາຍໂຮງສີເຂົ້າໃຫ້ໄດ້ມາດຕະຖານ ສົ່ງອອກ ເພື່ອຮອງຮັບການຂາຍເຂົ້າໄປປະເທດບຣູໄນ ທີ່ບໍລິສັດໄດ້ເຊັນສັນຍາກັບກະຊວງກະສິກໍາ ແລະ ປ່າໄມ້ແລ້ວ ແລະ ຕະຫຼາດອື່ນໆ ທີ່ຕ້ອງການ ຊ່ວຍຊຸກຍູ້ສືບຕໍ່ທຶນທີ່ລັດຖະບານໄດ້ອະນຸມັດໄປໃນໂຄງການຜະລິດເປັນສິນຄ້າ ຊຸກຍູ້ການຮ່ວມມືຊື້-ຂາຍ ແລະ ແລກປ່ຽນສິນຄ້າກັບ ສ.ກູບາ ພ້ອມທັງເພີ່ມວົງເງິນສິນເຊື່ອ SME ໃຫ້ຫຼາຍຊຶ້ນ ແລະ ຢາກໄດ້ນັກວິຊາການຈາກພາກສ່ວນກ່ຽວຂ້ອງມາໃກ້ສິດຕິດແທດ ແລະ ຕິດຕາມໂຄງການຂອງບໍລິສັດ.

    ໂອກາດນີ້ທ່ານ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຕໍ່ບໍລິສັດທີ່ໄດ້ສືບທອດມູນເຊື້ອຈາກພໍ່ແມ່ ເພື່ອທໍາການຜະລິດເປັນສິນຄ້າ ແລະ ມີການຮ່ວມມືກັບ ສ.ກູບາ ພ້ອມນັ້ນເຫັນໄດ້ວ່າບໍລິສັດໄດ້ມີການປັບປຸງພັດທະນາຍົກສະມັດຕະພາບການຜະລິດຢ່າງຕໍ່ເນື່ອງ ຈົນກາຍເປັນຕົວແບບໃນການພັດທະນາກຸ່ມຊາວກະສິກອນ ກໍ່ຄືສະຫະກອນໄດ້ສຶກສາຮຽນຮູ້ການຜະລິດດ້ວຍກົນຈັກທີ່ທັນສະໄໝ ສ່ວນຂໍ້ຫຍຸ້ງຍາກທີ່ທາງບໍລິສັດສະເໜີ ເຫັນດີສ້າງພື້ນຖານໂຄງລ່າງການຜະລິດໃຫ່ວາມາດຮັບຮອງໄປຕາມແຕ່ລະຂອດຂັ້ນ ເພື່ອການສົ່ງອອກ ພ້ອມທັງ ຄົ້ນຄວ້າ ການລະດົມທຶນດ້ວຍຫຼາຍຮູບການ

    ນອກນີ້ທ່ານນາຍົກລັດຖະມົນຕີພ້ອມຄະນະ ຍັງໄດ້ສືບຕໍ່ຢ້ຽມຢາມໂຮງງານອຸດສາຫະກຳໂຕໂຢລາວ ຈຳກັດຜູ້ດຽວ ຂອງກຸ່ມບໍລິສັດໄຊຍະວົງກຣຸບ ຢູ່ບ້ານ ໂພຄຳ ແລະ ບໍລິສັດມິດຕະພາບ ກະສິກຳ ຈຳກັດ ຢູ່ບ້ານ ສາມສະອາດ ເມືອງໄຊທານີ ນວ ຕື່ມອີກ.

error: Content is protected !!