ສອງພາກສ່ວນ ມອບ-ຮັບ ຂອງກາງຢາເສບຕິດຈຳນວນ 29 ຄະດີ ນໍ້າໜັກ 96,77 ກິໂລ

      ພິທີ ມອບ-ຮັບ ຂອງກາງປະເພດ ຢາເສບຕິດ ລະຫວ່າງ ກົມພາສີ ກະຊວງການເງິນ ແລະ ກົມຕຳຫຼວດ ສະກັດກັ້ນ ແລະ ຕ້ານຢາເສບຕິດ ກະຊວງປ້ອງກັນຄວາມສະຫງົບ ຈັດຂຶ້ນວັນທີ 20 ກໍລະກົດ 2023 ທີ່ພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ ເປັນປະທານ ຂອງ ທ່ານ ພູເຂົາຄຳ ວັນນະວົງໄຊ ຫົວໜ້າກົມພາສີ ກະຊວງການເງິນ ມີທ່ານ ພັທ ຈັນເພັງ ປັນຍາວົງ ຮອງຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກະຊວງປ້ອງກັນຄວາມສະຫງົບ ຕາງໜ້າຈາກຫ້ອງການກະຊວງການເງິນ ພາສີປະຈໍານະຄອນຫຼວງ ຫົວໜ້າດ່ານພາສີສາກົນສະໝາມບິນວັດໄຕ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ I ພະແນກອ້ອມຂ້າງກົມພາສີ ແລະ ເຈົ້າໜ້າທີ່ກ່ຽວຂ້ອງເຂົ້າຮ່ວມ.

 ທ່ານ ພູເຂົາຄຳ ວັນນະວົງໄຊ ຫົວໜ້າກົມພາສີ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານຂອງເຈົ້າໜ້າທີ່ ພະແນກ ສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ ແລະ ເຈົ້າໜ້າທີ່ດ່ານພາສີສາກົນສະໝາມບິນວັດໄຕ ທີ່ໄດ້ຮ່ວມມືປະສານສົມທົບ ຢຶດຢາເສບຕິດທີ່ຈະສົ່ງອອກໄປຕ່າງປະເທດ ປະກອບມີ: ເຮໂຣອິນ ຢາໄອສ໌ ຢາບ້າ ຢາຝິ່ນ ກັນຊາອັດແທ່ງ ຈຳນວນ 29 ຄະດີ ນ້ຳໜັກ ລວມທັງໝົດ 96,77 ກິໂລ ແລະ ຜູ້ຖືກຫາ ໄດ້ມອບໃຫ້ເຈົ້າໜ້າທີ່ຕໍາຫຼວດ ດຳເນີນຄະດີຕາມກົດໝາຍ. ນອກຈາກນີ້ ກົມພາສີ ກະຊວງການເງິນ ໄດ້ລົງເລິກໃນການນຳພາ-ຊີ້ນຳ ຕໍ່ວຽກງານສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ ໃນຂອບເຂດທົ່ວປະເທດ ຢ່າງເປັນປົກກະຕິ ເຮັດໃຫ້ວຽກງານສາມາດເຄື່ອນໄຫວຕາມໜ້າທີ່ ຂອບເຂດສິດທີ່ໄດ້ຮັບມອບໝາຍ ຢ່າງມີປະສິດທິຜົນສູງ ເວົ້າລວມ ເວົ້າສະເພາະ ແມ່ນໄດ້ນຳພາ-ຊີ້ນຳ ຕໍ່ວຽກງານສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ ຢ່າງໄກ້ສິດ ແລະ ເປັນປະຈຳ ການຫັນເອົາວຽກງານດັ່ງກ່າວມາລວມສູນຕາມສາຍຕັ້ງ ແມ່ນສອດຄ່ອງກັບສະພາບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ແລະ ເງື່ອນໄຂຕົວຈິງໃນປັດຈຸບັນ.

ພ້ອມກັນນັ້ນ ກໍໄດ້ດໍາເນີນການແກ້ໄຂຄະດີທາງພາສີ ແລະ ປະກອບສໍານວນຄະດີສົ່ງໃຫ້ໄອຍະການປະຊາຊົນ ສົ່ງຟ້ອງຂຶ້ນສານຕັດສິນ ຕາມຂະບວນການຍຸດຕິທໍາໄດ້ຫຼາຍຄະດີ ບັງຄັບໃຊ້ກົດ ໝາຍຕໍ່ບຸກຄົນ ນິຕິບຸກຄົນ ແລະ ການຈັດຕັ້ງທີ່ລະເມີດຕໍ່ກົດໝາຍວ່າດ້ວຍພາສີ ລວມທັງຜູ້ສົມຮູ້ຮ່ວມຄິດໃນການກະທໍາຜິດ ແນໃສ່ເຮັດໃຫ້ການລັກລອບຫຼົບຫຼີກພາສີຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

error: Content is protected !!