ລາວເຂົ້າຮ່ວມແຂ່ງຂັນສີມືແຮງງານອາຊຽນຄັ້ງທີ 13

ພິທີເປີດການແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 13 ຈັດຂຶ້ນວັນທີ 22 ກໍລະກົດ 2023 ທີ່ສູນການສະແດງສິນຄ້າສິງກະໂປ (Singapore EXPO) ໃຫ້ກຽດເຂົ້າຮ່ວມໂດຍທ່ານນາງ Mdm Halimah Yacob ປະທານປະເທດແຫ່ງ ສາທາລະນະລັດ ສິງກະໂປ ມີບັນດາທູດ ທູຕານຸທູດ ຄະນະຜູ້ແທນ ຜູ້ຊ່ຽວຊານ ຄູເຝິກ ແລະ ຄະນະນັກແຂ່ງຂັນຈາກບັນດາປະເທດສະມາຊິກ ອາຊຽນ ພາກສ່ວນໃຫ້ການສະໜັບສະໜູນ ອົງການຈັດຕັ້ງສາກົນ ແລະ ບັນດາພາກສ່ວນຕ່າງທີ່ກ່ຽວຂ້ອງເຂົ້າຮ່ວມ.

ສໍາລັບ ສປປ ລາວ ນໍາພາຄະນະຜູ້ແທນ ແລະ ຄະນະນັກແຂ່ງຂັນເຂົ້າຮ່ວມການແຂ່ງຂັນສີມືແຮງງານ ອາຊຽນ ຄັ້ງນີ້ ໂດຍ ທ່ານ ບຸນມາ ສິດທິໂສມ ຫົວໜ້າສະຖາບັນພັດທະນາສີມືແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທ່ານ ຄອນສີ ມະຫາວົງ ຮອງຫົວໜ້າສະຖາບັນພັດທະນາສີມືແຮງງານ ຜູ້ຊີ້ນໍາວຽກງານແຂ່ງຂັນສີມືແຮງງານ ທ່ານ ແສງແກ້ວ ປວງປະດິດ ເອກອັກຄະລັດຖະທູດ ສປປ ລາວ ປະຈຳສິງກະໂປ.

ການແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 13 (13th WorldSkills ASEAN ) ຈັດຂຶ້ນທີ່ສູນວາງສະແດງສິນຄ້າຊັນເທັກ (Suntec Singapore Convention & Exhibition Centre) ທີ່ປະເທດ ສິງກະໂປ ໃນລະຫວ່າງວັນທີ 22-27 ກໍລະກົດ 2023 ມີທັງໝົດ 22 ສາຂາຊ່າງ ມີນັກແຂ່ງຂັນສີມືແຮງງານທີ່ມາຈາກບັນດາປະເທດສະມາຊິກອາຊຽນ 187 ທ່ານ ໃນນັ້ນ ສປປ ລາວໄດ້ສົ່ງເຂົ້າ 5 ສາຂາຊ່າງ ຄື ສາຂາກຣາບຟິກດີຊາຍ (Graphics Design) ເວັບເຕັກໂນໂລຊີ (Web Technology) ອອກແບບ ແລະ ຕັດຫຍິບເຄື່ອງນຸ່ງ (Fashion Technology) ຕິດຕັ້ງໄຟຟ້າ (Electrical Installation) ແລະ ສາຂາປຸງແຕ່ງ ອາຫານ (Cooking) ມີນັກເເຂ່ງຂັນເຂົ້າຮ່ວມ 10 ທ່ານ ຜູ້ຊ່ຽວຊານ 11 ທ່ານ ຄູເຝິກ 5 ທ່ານ ແປພາສາ 5 ທ່ານ ຄະນະນໍາ ພາ 7 ທ່ານ.

ໄລຍະຜ່ານມາ ສປປ ລາວ ໄດ້ເຂົ້າຮວ່ມການແຂ່ງຂັນສີມືແຮງງານລະດັບອາຊຽນ 10 ຄັ້ງ ໃນນີ້ເປັນຜູ້ສັງເກດ ການ 1 ຄັ້ງ ເຂົ້າຮ່ວມແຂ່ງຂັນ 9 ຄັ້ງ ແລະ ສາມາດຍາດມາໄດ້ 1 ຫຼຽນເງິນຈາກສາຂາຊ່າງຕິດຕັ້ງໄຟຟ້າໃນການແຂ່ງຂັນສີມື ແຮງງານ ອາຊຽນຄັ້ງທີ 10 (2014) ທີ່ປະເທດ ສສ ຫວຽດນາມ ເປັນເຈົ້າພາບ ແລະ ໄດ້ຮັບໃບຢັ້ງຢືນມາດຕະຖານສີມືແຮງ ງານໃນ ການແຂ່ງຂັນສີມືແຮງງານອາຊຽນ 24 ໃບ. ການແຂ່ງຂັນສີມືແຮງງານອາຊຽນເປັນກິດຈະກຳໜື່ງທີ່ຖືກຈັດຂຶ້ນທຸກໆ 2 ປີ ເຊິ່ງບັນດາປະເທດສະມາຊິກອາຊຽນໄດ້ຜັນປ່ຽນກັນເປັນເຈົ້າພາບ ແລະ ເຂົ້າຮ່ວມຕາມພັນທະຂອງປະເທດສະມາຊິກ ອາ ຊຽນ ທັງນີ້ກໍເພື່ອສົ່ງເສີມການພັດທະນາສີມືແຮງງານໃຫ້ແກ່ບັນດາຊາວໜຸ່ມ ນັກຮຽນ ນັກສຶກສາທີ່ເປັນກຳລັງແຮງຂອງ ຊາດໃນບັນດາປະເທດພາກພື້ນອາຊຽນ ໂດຍມີການຄັດເລືອກ ແລະ ມອບຫຼຽນລາງວັນໃຫ້ນັກແຂ່ງຂັນສີມືແຮງງານຜູ້ທີ່ຊະ ນະເລີດອັນດັບ 1 2 ແລະ 3 ພ້ອມກັນນັ້ນການແຂ່ງຂັນສີມືແຮງງານຍັງເປັນເວທີແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນ ລະກັນທາງດ້ານບົດຮຽນອັນພົ້ນເດັ່ນ ນະວັດຕະກຳ ແລະ ເຕັກໂນໂລຊີຕ່າງໆທີ່ມີການປ່ຽນແປງໄປຕາມຍຸກການຫັນເປັນ ອຸດສາຫະກຳ 4.0 ຄາດວ່າການແຂ່ງຂັນຄັ້ງນີ້ຈະສາມາດຍາດໄດ້ຢ່າງໜ້ອຍ 1 ຫຼຽນ.

error: Content is protected !!