ທ່ານຮອງນາຍົກລັດຖະມົນຕີ ຈະເດີນທາງເຂົ້າຮ່ວມ ກອງປະ ຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ -ແມ່ນໍ້າຄົງຄາ ຄັ້ງທີ 12

ໃນວັນທີ 16 ກໍລະກົດ 2023 ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ຈະນໍາພາຄະນະຜູ້ແທນລາວ ເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ ນ້ໍາຂອງ-ແມ່ນ້ໍາ ຂອງ-ແມ່ນໍ້າຄົງຄາ ຄັ້ງທີ 12 ທີ່ ບາງກອກ ປະເທດໄທ ພາຍໃຕ້ການເປັນປະທານຮ່ວມຂອງ ສປປ ລາວ ແລະ ອິນເດຍ.

ກອງປະຊຸມຄັ້ງນີ້ຈະໄດ້ທົບທວນຄືນໝາກຜົນຂອງການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ໃນໄລຍະຜ່ານມາ ແລະ ວາງທິດ ທາງ ການຮ່ວມມືໃນຕໍ່ໜ້າ ເພີ່ມທະວີການເຊື່ອມໂຍງ ແລະ ເຊື່ອມຈອດພາກພື້ນໃນດ້ານການພັດທະນາເສດຖະກິດ-ສັງຄົມ ໂດຍແນ່ໃສ່ການພັດທະນາແບບຍືນຍົງ ຕາມທິດສີຂຽວ ສ້າງວຽກເຮັດງານທຳ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາ ຊົນໃນພາກພື້ນແມ່ນໍ້າຂອງ.

error: Content is protected !!