ສໍາເລັດການຍົກລະດັບທິດສະດີການເມືອງ-ການປົກຄອງ ລະບົບ 45 ວັນ

    ພິທີປິດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງ ລະບົບ 45 ວັນ ຂອງທະນາຄານແຫ່ງ ສປປ ລາວ ຮຸ່ນທີ XII ຈັດຂຶ້ນໃນວັນທີ 14 ກໍລະກົດ 2023 ຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນ ຫຼວງວຽງຈັນ (ນວ) ໂດຍມີທ່ານ ຊົງເລົ່າ ຢົງນູ ຫົວໜ້າຄະນະໂຄສະນາອົບຮົມ ນວ ຜູ້ຊີ້ນໍາວຽກງານໂຮງຮຽນການເມືອງ ແລະ ການປົກຄອງ ນວ ທ່ານນາງ ວຽງພອນ ແກ້ວຄູນສີ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ນວ ທ່ານ ສົມໝຸດ ແກ້ວມະນີ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ທະນາຄານແຫ່ງ ສປປ ລາວ ພ້ອມດ້ວຍຄະນະນໍາໂຮງຮຽນ ຄະນະຮັບຜິດຊອບ ຄູອາຈານ ແລະ ນັກສໍາມະນາກອນ ເຂົ້າຮ່ວມ. 

    ທ່ານນາງ ແກ້ວ ພົມມະລາດ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ນວ ກ່າວວ່າ:ຊຸດຮຽນນີ້ ແມ່ນການສືບຕໍ່ຮ່ວມມື ລະຫວ່າງ ໂຮງຮຽນການເມືອງ ແລະການປົກຄອງ ນວ ແລະ ທະນາຄານແຫ່ງ ສປປ ລາວ ໄດ້ເປີດຮຽນມາແຕ່ວັນທີ 9 ພຶດສະພາ 2023 ເຖິງວັນທີ 13 ກໍລະກົດ 2023 ເຊິ່ງຊຸດຮຽນນີ້ ໄດ້ຮຽນສໍາເລັດຕາມໂຄງການຫຼັກສູດທິດສະດີການເມືອງ-ການປົກຄອງບໍາລຸງ 45 ວັນ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ມີຜູ້ເຂົ້າຮຽນທັງໝົດ 48 ທ່ານ ຍິງ 24 ທ່ານ ໃນນັ້ນ ເປັນສະມາຊິກພັກສົມບູນ 29 ທ່ານ ຍິງ 13 ທ່ານ ສໍາຮອງ 18 ທ່ານ ຍິງ 11 ທ່ານ ມະຫາຊົນກ້າວໜ້າ 1 ທ່ານ ນັກເຝິກອົບຮົມທັງໝົດບໍ່ເຄີຍຜ່ານການຮຽນທິດສະດີການເມືອງ-ການປົກຄອງ ຢ່າງເປັນລະບົບມາກ່ອນ ໂດຍນັກສຶກສາມາຈາກແຕ່ລະພາກສ່ວນ ຄື: ທະນາຄານແຫ່ງ ສປປ ລາວ  ທະນາຄານການຄ້າຕ່າງປະເທດລາວ ທະນາຄານນະໂຍບາຍ ທະນາຄານຮ່ວມທຸລະກິດລາວ-ຫວຽດ ແລະ ຕະຫຼາດຫຼັກຊັບລາວ.

    ຕະຫຼອດຊຸດຮຽນ ພະນັກງານ ຄູ-ອາຈານ ແລະ ນັກເຝິກກອົບຮົມທັງໝົດ ມີຄວາມອຸ່ນອ່ຽນທຸ່ນທ່ຽງປະຕິບັດໜ້າທີ່ການເມືອງທີ່ພັກ-ລັດ ການຈັດຕັ້ງມອບ-ໝາຍໃຫ້ ມີຄວາມເປັນເອກະພາບຕໍ່ການນໍາພາ-ຊີ້ນໍາ ຂອງຄະນະໜ່ວຍພັກ ຄະນະໂຮງຮຽນ ແລະ ຄະນະຮັບຜິດຊອບຊຸດຮຽນ ພ້ອມກັນປະຕິບັດໜ້າທີ່ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ ສະແດງອອກການເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນ ແລກປ່ຽນສົນທະນາປະກອບຄວາມຄິດຄວາມເຫັນນໍາຄູ-ອາຈານ ແລະ ຮ່ວມກັບໝູ່ເພື່ອນໃນຫ້ອງຮຽນໄດ້ດີຫຼາຍ.

    ສໍາລັບຫຼັກສູດທິດສະດີກການເມືອງ-ການປົກຄອງ ລະບົບບໍາລຸງ 45 ວັນ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ວາງອອກ 5 ວິຊາ ຈໍານວນ 273 ຊົ່ວໂມງ ໃນນັ້ນ ຂຶ້ນຫ້ອງຟັງບັນຍາຍ 208 ຊົ່ວໂມງ ເທົ່າກັບ 99,51% ທວນເສັງ ແລະ ແກ້ຂໍ້ຂ້ອງໃຈ 20 ຊົ່ວໂມງ ເທົ່າກັບ 100% ປະເມີນຜົນ 35 ຊົ່ວໂມງ ເທົ່າກັບ 100% ໂດຍປະຕິບັດຕາມມະຕິຊີ້ນໍາ ແລະ ຄວາມຮຽກຮ້ອງຕ້ອງການ ໃນໄລຍະໃໝ່ໂຮງຮຽນໄດ້ເພີ່ມພາກແນວທາງ ແລະ ມະຕິເຂົ້າເພີ່ມ 1 ບົດ ຄື:ມະຕິ 107/ກມສມ 4 ຊົ່ວໂມງ ເທົ່າກັບ 1,92% ແລະ ພາກສ່ວນທະນາຄານ ໄດ້ເພີ່ມເຕີມ 3 ຫົວຂໍ້: ແຜນພັດທະນາ 5 ປີ ຂອງທະນາຄານແຫ່ງ ສປປ ລາວ ວຽກງານຄຸ້ມຄອງເງິນຕາຕ່າງປະເທດ ແລະ ວຽກງານລະບົບຊໍາລະສະສາງ ຈໍານວນ 7 ຊົ່ວໂມງ ເທົ່າກັບ 3,36%.      ແນວໃດກໍຕາມ ຜ່ານການຄົ້ນຄວ້າຮໍ່າຮຽນຊຸດນີ້ ມີນັກເຝິກອົບຮົມສອບເສັງໄດ້ຄະແນນຄະແນນດີເລີດ (Grade A) ທັງ 5 ວິຊາ ຈໍານວນ 14 ທ່ານ ຍິງ 8 ທ່ານ ເທົ່າກັບ 29,16% ທຽບໃສ່ຊຸດທີ XI ເພີ່ມຂຶ້ນ 0,9% ພິເສດ ເພື່ອປະກອບສ່ວນພັດທະນາໂຮງຮຽນ ຕະຫຼອດໄລຍະເຄື່ອນໄຫວຄົ້ນຄວ້າຮໍ່າຮຽນ ຫ້ອງຮຽນຊຸດນີ້ ຍັງໄດ້ມອບເງິນມູນຄ່າ 20 ລ້ານກີບ ພ້ອມນີ້ ກໍມີນັກສຶກສາ ທ່ານ ມະໂນພາບ ຫົງສາທິລາດ ໄດ້ປະກອບສ່ວນຊ້ອມແປງອຸປະກອນເຊື່ອມ ແລະ ແອວຊີດີ ເພື່ອສະດວກໃນການຮັບໃຂ້ການຮຽນ-ການສອນ

error: Content is protected !!